ຫ້າມນໍາເຂົ້າຊີ້ນໝູ ຈາກຈີນ, ວຽດນາມ

ຈໍາປາທອງ
2019.03.11
ຕລາດສົດ ທີ່ ນະຄອນຫຼວງພຣະບາງ
RFA/SS

ແຂວງຫລວງພຣະບາງ ແຈ້ງການໄປໃຫ້ 6 ເມືອງ ທົ່ວແຂວງ ຫ້າມນໍາຊີ້ນໝູ ແລະຜລິຕພັນໝູທຸກຊນິດ ຈາກຈີນແລະວຽດນາມ ເຂົ້າມາ ເພື່ອປ້ອງກັນບໍ່ໃຫ້ ພຍາດອະຫິວາໝູອາຟຣິກາ ແພ່ຣະບາດເຂົ້າມາ ພາຍຫລັງທີ່ ກະຊວງກະສິກັມ ແລະປ່າໄມ້ ໄດ້ປະກາດຫ້າມໄປຍັງ ແຂວງຕ່າງໆ ທີ່ມີຊາຍແດນຕິດກັບ 2 ປະເທສ ດັ່ງກ່າວ ໃນມື້ວັນທີ 25 ກຸມພາ ຜ່ານມາ ບໍ່ໃຫ້ນໍາເຂົ້າມາ ຊົ່ວຄາວ, ຫາກຜູ້ໃດຝ່າຝຶນ ຈະຖືກດໍາເນີນ ຄະດີຕາມກົດໝາຍ, ອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຫລວງພຣະບາງ ນາງນຶ່ງ ໃນມື້ວັນທີ 7 ມິນາ ນີ້:

"ມີພຍາດອະຫິວາໝູອາຟຣິກາ ເກີດຂຶ້ນ, ແລ້ວທາງເຮົານີ້ຕ້ອງໄດ້ເຝົ້າລະວັງ ເພື່ອບໍ່ໃຫ້ພຍາດນັ້ນເຂົ້າມາ ຖ້າຜູ້ໃດຝ່າຝືນ ຕໍ່ກົດໝາຍ ຂອງສັຕວະແພດ ຈະໄດ້ມີການກ່າວເຕືອນ ຄັນວ່າຖ້າລັກລອບນໍາເຂົ້າ ເປັນຄັ້ງທີສອງ ປັບໃໝ ແລະດໍາເນີນຄະດີຕາມ ສະຖານໜັກ ຫລືເບົາ."

ນາງເວົ້າວ່າ ແຂວງຫຼວງພຣະບາງ ບໍ່ອະນຸມັດ ໃຫ້ຟາມນໍາຊີ້ນໝູ ແລະ ຜລິຕພັນໝູທຸກຊນິດ ຈາກຈີນແລະວຽດນາມ ເຂົ້າມາໄດ້ 3-4 ປີ ແລ້ວ ເພາະຂັ້ນເທິງມີນະໂຍບາຍ ສົ່ງເສີມການຜລິດໝູ ພາຍໃນແຂວງນີ້ ແລະ ມາເຖິງປັດຈຸບັນ ກໍຍັງບໍ່ພົບວ່າມີຜູ້ ລັກລອບນໍາຊີ້ນໝູ ແລະຜລິຕພັນໝູທຸກຊນິດ ຈາກຈີນແລະວຽດນາມ ນັ້ນເຂົ້າມາ. ບາງເທື່ອຊີ້ນໝູ ບໍ່ມີພຽງພໍກັບຄວາມຕ້ອງການ ຂອງຜູ້ບໍລິໂພກໃນແຂວງນີ້ ກໍໄດ້ນໍາມາ ຈາກແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຜູ້ດຽວກັນນີ້ ກໍກ່າວວ່າ ການຫ້າມບໍ່ໃຫ້ນໍາຊີ້ນໝູ ແລະຜລິຕພັນໝູທຸກຊນິດ ຈາກຈີນແລະວຽດນາມ ເຂົ້າມາ ລາວຊົ່ວຄາວນັ້ນ ຍັງບໍ່ຮູ້ວ່າເມື່ອໃດ ຈະມີການອະນຸຍາດ ໃຫ້ນໍາເຂົ້າມາໄດ້ ຍ້ອນຕ້ອງລໍຖ້າຜແນກປະສຸສັດ ຂອງ 2 ປະເທສ ນີ້ແຈ້ງມາໃຫ້ ທາງການລາວຊາບ ກ່ອນວ່າ ມີຄວາມປອດພັຍ ແລະບໍ່ມີພຍາດ ອະຫິວາໝູອາຟຣິກາ ນັ້ນແລ້ວ.

ທີ່ຜ່ານມາ ແຂວງຫລວງພຣະບາງ ບໍ່ເຄີຍມີຣາຍງານວ່າ ມີຄົນເຈັບປ່ວຍຍ້ອນກິນຊີ້ນໝູ ເພາະ ຜແນກກະສິກັມ ແລະປ່າໄມ້ແຂວງ ໄດ້ລົງກວດກາໝູໃຫຍ່ ທຸກໂຕ ໃນໂຮງຂ້າສັດ ທັງກ່ອນແລະຫລັງຂ້າ ກ່ອນຊີ້ນໝູ ຈະໄປເຖິງຜູ້ບໍຣິໂພກ, ຫາກກວດພົບໝູ ໄຂ້ສູງເຖິງ 42 ອົງສາ ເຊລຊຽສ, ໃບຫູ ແລະຜິວໜັງເປັນປ່ານແດງຊໍ້າ ຫລືພົບມີຈຸດເມັດຜືນແດງ ຕາມຜິວໜັງໝູ ກໍຫ້າມບໍ່ໃຫ້ ເອົາໄປຂາຍໃນທ້ອງຕລາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.