ຜູ້ຕິດເຊື້ອ HIV ເພີ້ມຂຶ້ນ ທຸກປີ

ຢູ່ ສປປລາວ ໃນ ທົ່ວປະເທດ ຍັງມີຜູ້ ຕິດເຊື້ອ HIV ເພີ້ມຂຶ້ນ ເກືອບຮອດ 100 ຄົນຕໍ່ປີ.

ໂຮງໝໍມະໂຫສົດ ທີ່ ນະຄອນຫລວງວຽງຈັນ ກໍມີຜແນກປິ່ນປົວ ຜູ້ຕິດເຊື້ອໂຣຄເອສ RFA/LX

ສປປລາວ ຍັງປະເຊີນກັບບັນຫາ ມີຜູ້ຕິດເຊື້ອ HIV ທົ່ວປະເທດເກືອບ 100 ຄົນຕໍ່ປີ ຊຶ່ງຖືວ່າມາຕການ ການປ້ອງກັນເຊື້ອ HIV ຍັງຢູ່ໃນ ຣະດັບຕໍ່າ ຍ້ອນວ່າຫຼາຍຄົນ ຍັງບໍ່ຄວາມຮູ້ກ່ຽວກັບເຊື້ອ HIV ນັ້ນເທື່ອ, ດັ່ງເຈົ້າໜ້າທີ່ ກົມປິ່ນປົວກະຊວງ ສາທາຣະນະສຸຂ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 4 ມົກກະຣານີ້ວ່າ:

“ຄັນວ່າຂະເຈົ້າມີຄວາມຮູ້ເນາະ ຂະເຈົ້າກໍຮູ້ຈັກ ວ່າຕົວເອງມີຄວາມສ່ຽງກໍເຂົ້າມາກວດ ພວກເຮົາກໍ່ແຫ່ງຈະເຈີຫຼາຍ ບາງຄົນ ຂະເຈົ້າມີ ຄວາມສ່ຽງຢູ່ ແຕ່ຂະເຈົ້າບໍ່ມີຄວາມຮູ້ ຂະເຈົ້າບໍ່ຈັກວ່າສິໄປໃສ ໄປກວດຢູ່ໃສ ຂະເຈົ້າກໍບໍ່ຈັກ ຖ້າວ່າຄົນຮູ້ ຄົນໄຂ້ເຮົາ ກໍແຮງສິເພີ້ມຂຶ້ນ.”

ທ່ານກ່າວວ່າ ສາເຫດທີ່ເຮັດໃຫ້ມີຜູ້ຕິດເຊື້ອ HIV ໃນລາວ ມີຫຼາຍຂຶ້ນ ຍ້ອນວ່າ ສປປລາວ ປະເຊີນກັບບັນຫາ ການຄ້າປະເວນີ, ຜູ້ມີ ຄວາມສ່ຽງ ກໍບໍ່ຍອມໄປກວດເລືອດ ແລະ ກໍກຸ່ມຊາຍຮັກຊາຍ.

ທ່ານກ່າວຕື່ມວ່າ ຣັຖບານລາວ ຕ້ອງເອົາໃຈໃສ່ຕື່ມ ໂດຍສະເພາະການໂຄສະນາ ໃຫ້ຜູ້ທີ່ມີພຶດຕິກັມສ່ຽງມາກວດເລືອດ ເພື່ອຮູ້ກ່ຽວກັບ ສຸຂພາບຂອງຕົນຫາກພົບວ່າມີເຊື້ອ HIV ກໍຈະໄດ້ປິ່ນປົວທັນ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ປີຜ່ານມາ ແຂວງບໍ່ແກ້ວ ປິ່ນປົວຜູ້ຕິດເຊື້ອ HIV ໄດ້ 20 ຄົນຕໍ່ເດືອນ, ດັ່ງທ່ານກ່າວວ່າ:

“ຄວາມຕ້ອງການມັນກໍ່ຍັງມີຫຼາຍ ອັນໜຶ່ງກໍ່ເລື່ອງ ໃນການດູແລຜູ້ຕິດເຊື້ອ ການຮວມກຸ່ມ ທິ່ພວກເຮົາ ງົບປະມານບໍ່ທົ່ວເຖິງ ບໍ່ພຽງພໍ ຕົວຢ່າງຄົນເຈັບມີ 80 ຄົນ ກໍ່ຈະໄດ້ຮັບໃນເດືອນ 20 ຄົນ ມັນຈະຜັດປ່ຽນກັນ ຍ້ອນງົບປະມານ ເຮົາບໍ່ພຽງພໍ.”

ຄນະກັມມະການຕ້ານ AIDS ແຫ່ງຊາດ ຣາຍງານວ່າ ໃນປີ 2017-2018 ສປປລາວ ມີຜູ້ຕິດເຊື້ອ HIV ທົ່ວປະເທດ 7 ພັນປາຍຄົນ ໃນນັ້ນມີພຽງ 41% ທີ່ໄດ້ຮັບການປິ່ນປົວ ຢ່າງຕໍ່ເນື່ອງ ຊຶ່ງຖືວ່າຫຼຸດເປົ້າໝາຍ ທີ່ຣັຖບານຕັ້ງໄວ້ ທີ່ 50%.

ແລະໃນໄລຍະ ຜ່ານມາ ທົ່ວປະເທສລາວ ມີຜູ້ເສັຽຊີວິຕຈາກໂຣຄເອສ ມີຈຳນວນສະສົມຮອດປະຈຸບັນ 2 ພັນປາຍຄົນແລ້ວ, ໂດຍແຂວງ ທີ່ມີຜູ້ຕິດເຊື້ອ ຫຼາຍກ່ອນໝູ່ ແມ່ນນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ຈຳປາສັກ ແລະ ແຂວງຄຳມ່ວນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org