ຈໍານວນຜູ້ຕິດເຊື້ອ HIV ໃນລາວ ເພີ້ມຂຶ້ນ
2018.07.16

ຣາຍງານເມື່ອປີຜ່ານມາວ່າ ທາງກະຊວງສາທາຣະນະສຸກ ກວດເລືອດ ປະຊາຊົນລາວ 128 ພັນຄົນ ໃນນັ້ນພົບວ່າ ມີຜູ້ຕິດເຊື້ອ HIV ເພີ້ມຈາກ 0.16% ໃນປີ 2003 ຂຶ້ນເປັນ 0.3% ເມື່ອກາງປີ 2017 ໂດຍມີສາເຫດຈາກ 3 ກຸ່ມສ່ຽງຄື:
1. ກຸ່ມຜູ້ຍິງລາວ ທີ່ຂາຍບໍຣິການ ທາງເພດ.
2. ກຸ່ມຮັກຮ່ວມເພດດຽວກັນ ແລະ
3. ກຸ່ມທີ່ໃຊ້ຢາເສບຕິດ ດ້ວຍການສິດເຂົ້າເສັ້ນເລືອດ.
ນອກຈາກນັ້ນ ກໍມີກຸ່ມສ່ຽງ ຈາກ ແຮງງານເຄື່ອນທີ່ ທີ່ເຂົ້າມາເຮັດວຽກ ຢູ່ປະເທດລາວ ອາດເປັນນຶ່ງ ໃນກຸ່ມສ່ຽງ ທີ່ຈະກະຈາຍເຊື້ອ HIV ໄດ້ເນື່ອງຈາກ ບໍ່ມີຕົວເລກທີ່ແນ່ນອນ ແລະແຮງງານກຸ່ມນີ້ ບໍ່ໄດ້ຮັບການກວດເລືອດ ກ່ອນເຂົ້າມາເຮັດວຽກຢູ່ລາວ. ດັ່ງເຈົ້າໜ້າທີ່ສູນຕ້ານ ໂຣກເອສ ແຂວງສວັນນະເຂດ ກ່າວວ່າ:
“ພວກເຮົາກໍໄດ້ລົງກວດເລືອດແບບສມັກໃຈ ໃຫ້ກຸ່ມແຮງງານເຄື່ອນຍ້າຍ ກໍໄດ້ເນັດຢູ່ຜ່ານມາແຕ່ວ່າ ປີ 2018 ນີ້ບໍ່ໄດ້ເຮັດດອກ ເພາະວ່າ ຄິດວ່າບໍ່ມີງົບປະມານ ບໍ່ມີທີ່ວ່າອົງການສນັບສນູນ ກໍເລີຍວ່າອິງໃສ່ ເງິນພາກຣັຖກໍມີນ້ອຍ ກໍເລີຍວ່າໄດ້ແຕ່ອົບຮົມ ຄັ້ງດຽວ ແລະກໍໝົດເງິນ ກໍເລີຍວ່າ ບໍ່ໄດ້ເຮັດປີນີ້ ໜະ.”
ທ່ານອະທິບາຍວ່າໂດຍສະເລັ່ຍ ອາຍຸຜູ້ຕິເຊື້ອ HIV ຈະຢູ່ຣະຫວ່າງ 25-35 ປີ ຊຶ່ງໃນປີຜ່ານມາ ກວດພົບຜູ້ຕິດເຊື້ອ ຣາຍໃຫມ່ 19 ຄົນ ແລະໃນຣະຍະ 6 ເດືອນຂອງຕົ້ນປີ 2018 ນີ້ພົບຜູ້ຕິດເຊື້ອໂຣກເອສແລ້ວ 6 ຄົນແຕ່ເມື່ອທຽບໃສ່ ປີກ່ອນໆກໍຖືວ່າມີ ສະພາບດີຂຶ້ນ ທັງນີ້ກໍຍ້ອນທາງການ ສາທາຣະນະສຸກ ໄດ້ລົງສືກສາອົບຮົມ ໃຫ້ຄວາມຮູ້ແກ່ປະຊາຊົນ ເຂົ້າໃຈກ່ຽວກັບ ອັນຕະລາຍຂອງເຊື້ອ HIV ແລະໂຣກເອສຫລາຍຂຶ້ນ.
ສໍາລັບກຸ່ມສ່ຽງນັ້ນ ທ່ານວ່າຫລັກໆກໍແມ່ນກຸ່ມ ສາວບໍຣິການ, ກຸ່ມຜູ້ໃຊ້ຢາເສບຕິດ ແລະຄາດວ່າກຸ່ມແຮງງານ ເຄື່ອນທີ່ ກໍເປັນກຸ່ມສ່ຽງ ຊຶ່ງຄາດວ່າອາດຈະມີຫລາຍກວ່າ 1 ພັນຄົນ ເພາະທາງການບໍສາມາດກວດກາ ແລະເກັບກໍາຂໍ້ມູນ ຢ່າງທົ່ວເຖິງ ທ່ານວ່າ:
“ຜ່ານມາ ກຸ່ມສາວ ບໍຣິການຫັ້ນ ກໍບໍ່ພົບເທື່ອເນາະ ແລະກໍມີແຕ່ກຸ່ມໃຊ້ ສານເສບຕິດ ເຂົ້າເລືອດເນາະ ແຕ່ວ່າຜ່ານມາ ກໍມີນ້ອຍ ກໍມີແຕ່ແຮງງານເຄື່ອນຍ້າຍຫັ້ນລະ ກໍສິເປັນໄປໄດ້ຢູ່ ແຕ່ວ່າຢູ່ພື້ນ ມັນຍັງບໍ່ທັນມີເທື່ອເນາະ ຜ່ານມາຫັ້ນນະ ແຮງງານ ເຄື່ອນຍ້າຍ ມາແຕ່ວຽດນາມ ຫັ້ນມີຢູ່ ພວກກັມມະກອນ ຫຼືວ່າພວກຮ້ານກິນດື່ມ ອິຫຍັງ ແຕ່ວ່າມາຈາກພາກສ່ວນ ໄທຫັ້ນບໍ່ມີເນາະ.”
ຢ່າງໃດກໍຕາມ ອີງຕາມຣາຍງານສູນຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸກ ຂອງລາວ ຣະບຸວ່າ ໃນປີ 2016 ມີປະຊາຊົນລາວ ຫລາຍກ່ວາ 11 ພັນຄົນຕິດເຊື້ອ HIV-AIDS ໃນນັນກວ່າ 88% ແມ່ນຕິດຈາກການມີເພດສັມພັນ ຊຶ່ງນະຄອນຫຼວງວຽງຈັນ ເປັນເຂດທີ່ ມີຜູ້ຕິດເຊື້ອ ຫລາຍທີ່ສຸດໃນລາວ ຄິດເປັນ 40% ລົງມາກໍແມ່ນ ແຂວງສວັນນະເຂດ, ແຂວງຈໍາປາສັກ, ຫລວງພຣະບາງ, ຄໍາມ່ວນ, ແລະແຂວງວຽງຈັນ.
ທ່ານ ບຸນກອງ ສີຫາວົງ ຣັຖມົນຕຣີວ່າການ ກະຊວງສາທາຣະນະສຸກ ຣາຍງານວ່ານັບແຕ່ປີ 1990-2017 ມີຜູ້ຕິດເຊື້ອ HIV ໃນລາວ 12,600 ຄົນ ຈາກການກວດເລຶອດ ປະຊາຊົນລາວ 128 ພັນກ່ວາຄົນ ໃນທົ່ວປະເທດ ພົບວ່າ ມີຜູ້ຕິດໂຣກ AIDS ແລ້ວ 5 ພັນຄົນ ແລະເສັຍຊີວິດ 1,900 ຄົນ ແຕ່ສະພາບຕົວຈິງ ເຊື່ອວ່າມີຜູ້ຕິດເຊື້ອ HIV-ADS ໃນລາວ ຫລາຍກວ່າຕົວເລກດັ່ງກ່າວ.