ມີຜູ້ຕິດໂຄວິດ-19 ອີກ 2 ຄົນ ຢູ່ລາວ

ມີຜູ້ຕິດເຊື້ອ ໂຄວິດ-19 ອີກ 2 ຄົນ ສ່ວນວ່າ ປະຊາຊົນ ແຂວງຫຼວງນ້ຳ ແລະ ແຂວງບໍ່ແກ້ວ ກໍກັງວົນ ໃນເລື່ອງ ໂຄວິດ-19

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຖແລງຂ່າວກ່ຽວກັບ ຜູ້ຕິດເຊື້ອ ໂຄວິດ-19 ອີກ 2 ຄົນ ຢູ່ລາວ ພາບປະກອບ: ກະຊວງສາທາຣະນະສຸຂ

ເຈົ້າໜ້າທີ່ສະເພາະກິຈ ກວດພົບຜູ້ຕິດເຊື້ອໂຄວິດ-19 ອີກ 2 ຄົນເປັນຄົນຣັດເຊັຽ 1 ຄົນແລະຄົນລາວ 1 ຄົນໃນຂນະທີ່ ປະຊາຊົນ ຢູ່ແຂວງບໍ່ແກ້ວ ແລະ ຫລວງນ້ຳທາ ກັງວົນ ກ່ຽວກັບການລະບາດ ຂອງໂຄວິດ-19.

ຫຼັງຈາກເກີດກໍຣະນີຄົນຈີນ 2 ຄົນຕິດເຊື້ອໂຄວິດ-19 ທີ່ເດີນທາງມາຈາກປະເທດພະມ້າ ເຂົ້າມາແຂວງບໍ່ແກ້ວ ແລະ ຜ່ານແຂວງ ຫລວງນ້ຳທາ ເພື່ອລອກລອບກັບຄືນປະເທດຈີນ, ຊາວບ້ານຢູ່ແຂວງບໍ່ແກ້ວ ແລະ ແຂວງຫລວງນ້ຳທາ ກໍມີຄວາມກັງວົນ ແລະ ຮູ້ສຶກຢ້ານວ່າ ໂຄວິດ-19 ຈະລະບາດຢູ່ລາວ. ຊາວບ້ານແຂວງຫລວງນ້ຳທາ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 7 ທັນວາ ວ່າ:

"ກໍໄດ້ຍິນເພິ່ນໂສກັນຢູ່ວ່າ ເຂົາເຈົ້າລັກລອບເຂົ້າມີ 2 ຄົນ ກໍຫາກກັງວົນຢູ່ ມີຫຼາຍຄົນກະຢ້ານໂອ້, ດຽວນີ້ ເລີ່ມໃສ່ຜ້າອັດປາກ ແຕ່ກ່ອນຫັ້ນບໍ່ມີເຫັນໃສ່ຫຼາຍ ເພາະວ່າ ຂ່າວມັນກະມິດ ໄປໜ້ອຍໜຶ່ງເນາະ ດຽວນີ້ ເຂົາເຈົ້າໄດ້ຍິນແນວນັ້ນ ເຂົາເຈົ້າກະເລີ່ມ ປ້ອງກັນຂຶ້ນ."

ສ່ວນວ່າ ຊາວບ້ານຢູ່ແຂວງບໍ່ແກ້ວ ກໍເວົ້າວ່າ ຊາວບ້ານຫຼາຍຄົນ ກໍບໍ່ໄດ້ຢ້ານຄືແຕ່ກ່ອນ ເພາະວ່າຊິນກັນແລ້ວກັບເລື່ອງໂຄວິດ-19 ແຕ່ກໍລະມັດລະວັງ ຕົວຫຼາຍຂຶ້ນໃນເວລາອອກໄປ ຕະລາດ ຫຼື ອອກເຮືອນ ຕ້ອງໃສ່ຜ້າອັດປາກ:

"ຫຼັງຈາກມີຂ່າວແບບຊິອອກມາ ໃຜກໍບໍ່ຢາກອອກເລາະ ອອກທ່ຽວ ມັນກະມີແນວນັ້ນຫັ້ນແຫຼະ ກໍມີແຕ່ວ່າ ເອີ, ເຮົາກະຢູ່ປົກກະຕິ ຫັ້ນແຫຼະ ເຮົາກະລະວັງເອົາ ໃຜເອົາມາຫັ້ນນ່າ ເວລາໄປຊຸມຊົນກໍໃສ່ແມັສໃສ່ຫຍັງຫັ້ນແຫຼະ."

ຜູ້ປະກອບການທ່ານນຶ່ງ ກ່າວວ່າ ຕົນເອງໄດ້ຍິນຂ່າວກໍຮູ້ສຶກຢ້ານຄືກັນ ເພາະຄົນຈີນ ທີ່ຕິດໂຄວິດ-19 ລັກເຂົ້າມາລາວ ໂດຍບໍ່ຮູ້ວ່າ ເຂົາເຈົ້າຕິດເຊື້ອໂຄວິດ-19 ແລ້ວ ກໍຂ້າມໄປ ປະເທດຈີນ ໃນຂນະທີ່ລູກຄ້າ ທີ່ຈອງໂຕະອາຫານໄວ້ ກໍຍົກເລີກໝົດ:

"ໃຜໆ ກໍຍົກເລີກແຫຼະ ລັກລອບເຂົ້າມາ ນອນຢູ່ບໍ່ເຕັນ ເຂົ້າເມືອຈີນ, ຈີນກະກວດພົບມີຄວາມກັງວົນ ຢ້ານຫັ້ນແຫຼະ ແຂກກະມາຈອງ ອາຫານ ເຂົາກໍຍົກເລີກ ບໍ່ໄດ້ ບໍຣິການ, ເຮົາກະ ບໍ່ໄດ້ເງິນ ມີພຍາດແນວນີ້ ເຂົາເຈົ້າກະຢ້ານເດ້."

ເຈົ້າໜ້າທີ່ ສະເພາະກິຈ ແຂວງຫລວງນ້ຳທາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ ຫຼັງຈາກຮູ້ວ່າຄົນຈີນ ທີ່ຕິດເຊື້ອ ໂຄວິດ-19 ມາພັກຢູ່ບໍ່ເຕັນເຂດເສຖກິດພິເສດ ກໍໄດ້ປິດ ເຂດເສຖກິຈພິເສດ ທັນທີ ເປັນເວລາ 14 ວັນ:

"ໂຕນີ້ ທີ່ວ່າພາຍຫຼັງມີເຫດການປັບ, ທາງແຂວງພວກເຮົາກະຖືວ່າ ປິດບໍ່ໃຫ້ຄົນໃນອອກ ບໍ່ໃຫ້ຄົນນອກເຂົ້າ ກໍປະມານ 14 ມື້ ຄັນສົມມຸດວ່າ ຫາກວ່າ ບໍ່ມີເຫດການຫຍັງເກີດຂຶ້ນ ຄັນວ່າ ພົບເຊື້ອກໍຈະໄດ້ດຳເນີນການ ລ໊ອກຕໍ່ອີກ."

ເຈົ້າໜ້າທີ່ແຂວງຫຼວງນ້ຳທາ ໄດ້ສັ່ງປິດໂຮງແຮມ ທີ່ຄົນຈີນມາພັກ ແລະ ຍ້າຍພະນັກງານໂຮງແຮມ ທຸກຄົນອອກ ໄປກັກຕົວອີກຢູ່ ໂຮງແຮມພາຍໃນເຂດເສຖກິດພິເສດ 14 ວັນ ແຕ່ ຖ້າບໍ່ພົບເຊື້ອ ພະນັກງານໂຮງແຮມ ກໍຈະກັບໄປເຮັດວຽກປົກກະຕິ.

ໃນວັນທີ 7 ທັນວາ, ຜ່ານມາ, ເຈົ້າໜ້າທີ່ໄດ້ນຳເອົາຜູ້ທີ່ໃກ້ຊິດ ກັບຄົນຈີນ ທີ່ຕິດເຊື້ອນັ້ນ ແລະ ໃຫ້ກັກຕົວເປັນເວລາ 14 ວັນ, ເຈົ້າໜ້າທີ່ສະເພາະກິຈ ແຂວງຫຼວງນ້ຳທາ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ມື້ວານ 6 ທັນວາ ພວກເຮົາໄດ້ 5 ຄົນ ເປັນຜູ້ສຳຜັດໃກ້ຊິດ ທີ່ວ່າເອົາຣົດໄປສົ່ງຜູ້ກ່ຽວ ກັບຜູ້ນຳທາງຫັ້ນ ຜົນກວດອອກມາຖືວ່າ ເປັນລົບ ບໍ່ມີເຊື້ອ ແລະ ຍ້າຍບັນດາຄົນຜູ້ຢູ່ໂຮງແຮມ ທີ່ລາວ ໄປນອນຫັ້ນ ເຂົ້າມາກັກຕົວ ຢູ່ໂຮງແຮມຫ່ວງຈິ້ງ ຂອງ ບໍ່ເຕັນຫັ້ນ."

ເຈົ້າໜ້າທີ່ສະເພາະກິດ ແຂວງບໍ່ແກ້ວ ທ່ານນຶ່ງ ໄດ້ກ່າວວ່າ ປັດຈຸບັນ ເຈົ້າໜ້າທີ່ໄດ້ປິດດ່ານບ້ານມອມ ແລະ ເມືອງຕົ້ນເຜິ້ງ ເພື່ອບໍ່ໃຫ້ ຄົນເຂົ້າ-ອອກ, ແລະ ກວດກາຕາມແມ່ນ້ຳຂອງ ນຳອີກດ້ວຍ:

"ຢູ່ສະເພາະເຂດເສຖກິດພິເສດ ເພິ່ນກະເຝົ້າລະວັງ ແລະ ກະບັນຫາ ກອງກຳລັງ ປກສ, ປກຊ ກໍໄດ້ເຮັດໜ້າທີ່ ກະເຂັ້ມງວດ ກວ່າເກົ່າ ຫັ້ນແຫຼະເນາະ ຊາຍແດນກະໄດ້ປິດໝົດຕາມ ນ້ຳຂອງ ເຮືອນີ້ບໍ່ໃຫ້ແລ່ນເລີຍນ່າ ແລ້ວກະຕົ້ນເຜິ້ງ ເພິ່ນກໍໄດ້ປິດບ້ານ ປິດເມືອງ."

ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພຍາດໂຄວິດ 19 ໄດ້ອອກແຈ້ງການ ລົງວັນທີ 6 ທັນວາ 2020 ໃຫ້ ແຂວງບໍ່ແກ້ວປິດເມືອງຕົ້ນເຜິ້ງ ແລະ ເຂດເສຖກິດພິເສດ ແຂວງຫລວງນ້ຳທາ ບໍ່ອະນຸຍາດໃຫ້ຄົນ ເຂົ້າ-ອອກ ເປັນເປັນເວລາ 14 ວັນ, ໃຫ້ເກັບຕົວຢ່າງຄົນ ທີ່ອາການທາງລະບົບຫາຍໃຈ ຫຼື ເປັນໄຂ້ ມາວິເຄາະຫາ ເຊື້ອໂຄວິດ19.

ແຈ້ງການຍັງລະບຸອີກວ່າ ໃຫ້ຮີບຮ້ອນຕິດຕາມເອົາ 7 ຄົນ ທີ່ເປັນຜູ້ສຳຜັດໃກ້ຊິດ ໂດຍກົງກັບຄົນຈີນ ມາກວດຫາເຊື້ອໂຄວິດ19, ແລະ ໃຫ້ແຂວງບໍ່ແກ້ວ ແລະແຂວງຫຼວງນ້ຳທາ ເຂັ້ມງວດຕິດຕາມກວດກາ ຜູ້ເດີນທາງເຂົ້າມາໃນແຂວງຂອງຕົນ ຮວມທັງຜູ້ທີ່ ຢູ່ໃນແຂວງຂອງຕົນ ຈະຕ້ອງໄດ້ປະຕິບັດຕາມ ມາຕການປ້ອງກັນ ການຕິດເຊື້ອ ຢ່າງເຂັ້ມງວດ.

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ທາງການລາວ, ຄົນຈີນ 2 ຄົນ ໄດ້ລັກລອບກັບຄືນ ປະເທດຈີນແລ້ວ ເຈົ້າໜ້າທີ່ທາງການຈີນໄດ້ເອົາ ເຂົາເຈົ້າໄປກັກຕົວ ແລະ ກວດຫາເຊື້ອ ແລະ ຫລັງຈາກພົບວ່າ ມີການຕິດເຊື້ອ ທາງການຈີນ ຈຶ່ງແຈ້ງມາຫາທາງການລາວ ໃຫ້ຮັບຮູ້ນໍາ.

ຄວາມຄືບໜ້າໃນວັນທີ 7 ທັນວາ, ຄະນະສະເພາະກິດຄວບຄຸມໂຄວິດ-19 ໄດ້ຖະແຫຼງຢືນຢັນວ່າ ພົບຜູ້ຕິດເຊື້ອໂຄວິດ19 ອີກ 2 ຄົນ ຊຶ່ງເປັນຄົນຣັດເຊຍ 1 ຄົນ ແລະ ຄົນລາວ 1 ຄົນ ທີ່ເດີນທາງມາຈາກປະເທດຣັດເຊັຽ ນັບແຕ່ເດືອນມົກກະຣາ ເປັນຕົ້ນມາ ມີຜູ້ຕິດເຊື້ອຢູ່ປະເທດລາວ 41 ຄົນ ຊຶ່ງໃນນັ້ນ ກໍມີຈຳນວນນຶ່ງ ກໍປິ່ນປົວເຊົາແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org