ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ຢູ່ລາວ

ສິດນີ
2021.04.20
ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ຢູ່ລາວ ພິທີຖແລງຂ່າວ ໃນວັນທີ 20 ເມສາ 2021 ໂດຍ ທ່ານ ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການຣະບາດ ຂອງໂຄວິດ-19
ສູນຂ່າວສານການແພດສຸຂສຶກສາ

ອີງຕາມຄະນະສເພາະກິດ ຄວບຄຸມປ້ອງກັນ ແລະ ແກ້ໄຂການຣະບາດຂອງ ໂຄວິດ-19 ຖແລງຂ່າວໃນວັນທີ 20 ເມສາ 2021 ໂດຍ ທ່ານ ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການຣະບາດ ຂອງໂຄວິດ-19 ຮອງຣັຖມົນຕຣີກະຊວງສາທາຣະນະສຸຂ, ພ້ອມດ້ວຍ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພຍາດ ຕິດຕໍ່ ແລະ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ຣະບາດວິທຍາຖແລງວ່າ: ສປປລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 2 ຄົນ ຄົນທີ່ 59 ແລະ 60 ຂອງຈຳນວນຜູ້ຕິດເຊື້ອໃນລາວ:

“ຂ້າພະເຈົ້າຂໍອະນຸຍາດຣາຍງານ ຄົນຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ຜູ້ທຳອິດເປັນເພດຍິງ ອາຍຸ 25 ປີ ສັນຊາດລາວອາຊີບ ນັກສຶກສາ ປັດຈຸບັນຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຕິດເຊື້ອຈາກຄົນໄທຍ ທີ່ລັກເຂົ້າມາປະເທດເຮົາ ແບບຜິດກົດຫມາຍ ຜູ້ທີສອງ ເປັນເພດຍິງເຫມືອນກັນ ອາຍຸ 28 ປີ ອາຊີບແມ່ເຮືອນ ປັດຈຸບັນ ຢູ່ບ້ານາຊອນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຜູ້ກ່ຽວມາຈາກກຸງເທບ ປະເທດໄທຍລັກຂ້າມມາ.”

ຖແລງການຣະບຸວ່າ ກໍຣະນີຜູ້ຕິດເຊື້ອໃຫມ່ຄົນທີ 59 ນັ້ນແມ່ນເພດຍິງອາຍຸ 25 ປີ ສັນຊາດລາວອາຊີບນັກສຶກສາ ປະຈຸບັນອາສັຍ ຢູ່ບ້ານໂພນສະຫວ່າງ,ເມືອງຈັນທະບູລີ, ນະຄອນ ຫຼວງວຽງຈັນ. ຕິດຈາກຄົນໄທຍທີ່ລັກລອບເຂົ້າມາລາວ ແລະ ກໍຣະນີຜູ້ຕິດເຊື້ອ ຄົນທີ 60 ແມ່ນເພດຍິງເຊັ່ນກັນ ອາຍຸ 28 ປີສັນຊາດລາວ ອາຊີບແມ່ເຮືອນ ທີ່ຢູ່ປະຈຸບັນ ຢູ່ບ້ານນາຊອນ ເມືອງນາຊາຍທອງ ເຄີຍມີປະວັດໄປໄທ. ດັ່ງແມ່ຍິງຄົນທີ 59 ຕິິດເຊື້ອກ່່າວວ່າ:

“ສະບາຍດີທຸກຄົນ ຂ້ອຍຊື່ ນີນາ ທີ່ເປັນຂ່າວກ່ຽວກັບຜູ້ຕິດໂຄວິດ-19 ຄົນທີ 59 ທີ່ເຫັນສື່ສັງຄົມອອນລາຍ CHAT ມາຕ່າງໆນານາ ວ່າຂາດຄວາມຮັບຜິດຊອບ ຕໍ່ສັງຄົມຂ້ອຍເອງ ກໍບໍ່ຮູ້ວ່າຕົນຕິດເຊື້ອ.”

ທັງສອງຄົນ ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວ ຢູ່ໂຮງໝໍມິຕພາບ ແລະ ສຳລັບກຸ່ມສໍາພັດໃກ້ຊິດ ໃນເບື້ອງຕົ້ນ ມີ 4 ຄົນ, ທາງການໄດ້ເກັບຕົວຢ່າງ ມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ ພ້ອມດຽວກັນນັ້ນທາງການ ຍັງໄດ້ສືບຕໍ່ ເຝົ້າຣະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍຣິເວນ ຜູ້ສຳພັດໃກ້ຊິດຈົນຄົບ 14 ວັນ.

ສະຖິຕິສັງຣວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມົກຣາ ປີ 2020 ຮອດປະຈຸບັນ ມີທັງໝົດ 148,745 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 60 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ລາວ/ລາວ
Apr 21, 2021 10:35 AM

ຄົນງານລາວທີ່ກັບມາຈາກໄທເຖີງແມ່ນວ່າຈະກັບມານຶ່ງຄົນຫຼືວ່າຈະກັບມາເຄີ່ງຄົນກໍວ່ານໍາພະຍາດເຂົ້າມາ,ເມື່ອຄົນງານຈີນເຂົ້າມາເປັນຮ້ອຍບໍ່ມີເລີຍທີ່ຈະນໍາພະຍາດເຂົ້າມາລາວແລະມິດບໍ່ມີຂ່າວເລື້ອງພະຍາດທາງຈີນ,ນີ້ເປັນໜ້າອັດສະຈັນແທ້, ແລະອີກກໍລະນີນື່ງ,ວັກຊີນຂອງຈີນຂອງລັດເຊັຽມາຮອດສະໜາມບີນກໍໄດ້ໄປຕ້ອນຮັບຢ່າງຟົດຟື້ນແລະນັກຂ່າວທົ່ວປະເທດກໍພາກັນເອົາລົງຂ່າວແລະຂອບໃຈເປັນຢ່າງສູງແລະເລືກເຊື່ງກັບການຮ່ວມມືຂອງສອງພັກ,ສອງລັດຢ່າງສຸດໃຈ,ແລະວ່າ,ຈະສືບຕໍ່ພົວພັນ,ສາຍສໍາພັນກັບໂຊກຊະຕາກໍາຂອງສອງຊາດ,ເມື່ອປະເທດອື່ນກໍຊ່ວຍເຫຼືອວັກຊີນເຊັ່ນດວຽກັນທັງມີຄຸນນະພາບສູງຂອງຕົວວັກຊີນອີກຄືບໍ່ເຫັນເອົາອອກຂ່າວໄດ້ຮູ້ແຕ່ວ່າອົງກອນຕ່າງໆມາຊ່ວຍເຫຼືອແລະບໍ່ບອກວ່າປະເທດໃດ,ນີ້ກໍໜ້າຄິດແລະສຸດທ້າຍນີ້ທັງໝົດທັງປວງກໍຄື,ລູກໜີ້ບໍ່ສາມາດແຕະຕ້ອງເຈົ້າຂອງນີ້ໄດ້ທຸກຢ່າງກໍຕ້ອງເອົາເຈົ້າຂອງນີ້ໄວ້ກ່ອນ.