ໂຄວິດ-19 ຣະບາດ ກະທົບການຮັບບໍຣິຈາກເລືອດ ຂອງກາແດງ

ສູນເລືອດແຫ່ງຊາດ ປະສົບບັນຫາ ປະຣິມານເລືອດສຳຮອງ ບໍ່ພຽງພໍ ເພື່ອສນອງກັບການປິ່ນປົວ ຄົນເຈັບ ຕາມໂຮງໝໍຕ່າງໆ ໃນທົ່ວປະເທດ ສ່ວນສາຍເຫດຫຼັກໆ ເປັນຍ້ອນ ການຣະບາດຂອງເຊື້ອ ໂຄວິດ-19, ເຮັດໃຫ້ ທາງອົງການກາແດງແຫ່ງຊາຕ ບໍ່ສາມາດລົງຮັບບໍຣິຈາກເລືອດໄດ້, ອີກດ້ານນຶ່ງຄວາມຕ້ອງການເລືອດ ຕາມໂຮງໝໍ ແມ່ນຍັງມີຫຼາຍຢູ່ ຊຶ່ງເຮັດໃຫ້ທາງໂຮງໝໍ ຕ້ອງແກ້ໄຂບັນຫາດ້ວຍການ ຂໍຮັບບໍຣິຈາກເລື່ອດ ຜ່ານສື່ສັງຄົມອອນລາຍນ໌ ຫຼື ຍາຕິພີ່ນ້ອງຄົນເຈັບເອງ ເປັນຜູ້ບໍຣິຈາກ.

ກຸ່ມນັກຮຽນ ບໍຣິຈາກເລືອດ ທີ່ວຽງຈັນ ເຊັນເຕີຣ໌, ກ່ອນ ໂຄວິດ-19 ຣະບາດ. ນັກຂ່າວ ພົລເມືອງ

ຈາກການຣະບາດ ຂອງໂຄວິດ-19 ຮອບທີ 3, ເຮັດໃຫ້ສູນເລືອດແຫ່ງຊາຕ ແລະ ສູນເລືອດທຸກແຂວງ ທົ່ວປະເທດ ປະສົບບັນຫາ ຂາດເລືອດຢ່າງໜັກ ແລະ ມີຄວາມຕ້ອງການເລືອດ ຈຳນວນຫຼາຍ ເພື່ອຈ່າຍໃຫ້ກັບຄົນເຈັບ ໃນແຕ່ລະວັນ.

ສະເພາະສູນເລືອດແຫ່ງຊາຕ ກໍແມ່ນຂາດເລືອດໜັກ ບໍ່ໄດ້ຕາມມາຕຖານສາກົລ ຄື ສູນເລືອດແຫ່ງຊາຕ ຕ້ອງມີເລືອດສຳຮອງ ເພື່ອຊ່ອຍເຫຼືອຄົນເຈັບ ທົ່ວປະເທດ ຢ່າງໜ້ອຍ 100 ຖົງຕໍ່ມື້, ແຕ່ປັດຈຸບັນ ສູນເລືອດແຫ່ງຊາຕ ມີເລືອດສຳຮອງ ປະມານ 34 ຖົງຕໍ່ມື້, ອີກທັງເລືອດສຳຮອງ ທົ່ວປະເທດ ໃນປີນີ້ ມີພຽງ 40-50 ພັນຖົງ, ຂະນະທີ່ ມາຕຖານສາກົລ ກຳນົດໃຫ້ເລືອດສຳຮອງ ທົ່ວປະເທດ ມີ 2% ຂອງປະຊາກອນທັງໝົດ ຄືປະມານ 144,000 ຖົງຕໍ່ປີ ເຖິງຈະພຽງພໍ ຕໍ່ການປິ່ນປົວຄົນເຈັບ ໃນແຕ່ລະວັນ, ຕາມຄວາມເວົ້າ ຂອງທ່ານໝໍ ຢູ່ສູນເລືອດແຫ່ງຊາຕ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ເມສາ ນີ້ວ່າ:

“ປັດຈຸບັນນີ້, ຍົກໂຕຢ່າງວ່າ ແນວມື້ນີ້ ນີ້ເນາະ ເລືອດເຮົາໝວດ A ຈະມີແຕ່ 8 ຖົງ, ໝວດ B ມີ 6 ຖົງ, ໝວດ O ມີ 7 ຖົງ, ໝວດ AB ມີ 13 ຖົງ ບໍ່ພໍໃຊ້. ຄົນເຈັບແຕ່ລະມື້ນີ້ ມັນຕ້ອງ 100 ຖົງ ຈັ່ງສາມາດຕອບສນອງໄດ້. ຄັນວ່າປະເທດເຮົານີ້ ຄັນບໍຣິຈາກໄດ້ 2% ໝາຍຄວາມວ່າ ເລືອດຈະພຽງພໍ. ນີ້ກໍໄລ່ເອົາແຫຼະເນາະ ຄັນປີນຶ່ງ ແສນປາຍຖົງ ຈັ່ງສາມາດພໍ. ບາດນີ້, ເຮົາບໍຣິຈາກເລືອດໝົດປີນີ້ ເຮົາໄດ້ແຕ່ເທົ່າໃດ, 40-50 ພັນຖົງ.”

ສະພາບໂຕຈິງ ວຽກງານລົງເຄື່ອນໄຫວ ຮັບບໍຣິຈາກເລືອດ ພາຍໃນນະຄອນຫຼວງວຽງຈັນ ແມ່ນມີຜູ້ມາບໍຣິຈາກເລືອດ 10-20 ຄົນ ເຮັດໃຫ້ໄດ້ເລືອດ ປະຣິມານ 350 ຊີໆ ປະມານ 10-20 ຖົງຕໍ່ມື້, ເຊິ່ງເປັນປະຣິມານເລືອດ ທີ່ບໍ່ພຽງພໍ ຈຶ່ງເຮັດໃຫ້ຄົນໃນຄອບຄົວ ຂອງຄົນເຈັບ ຕ້ອງໄດ້ບໍຣິຈາກເລືອດ ໃຫ້ຄົນເຈັບແທນ ເພື່ອຊ່ອຍຊີວິດຄົນເຈັບ ໃຫ້ພົ້ນຂີດອັນຕະລາຍ ແລະ ແກ້ໄຂບັນຫາເລືອດໃນຄັງ ບໍ່ພຽງພໍ.

ດັ່ງທ່ານໝໍ ຢູ່ອົງການກາງແດງແຫ່ງຊາຕ ກ່າວໃນມື້ດຽວກັນນີ້ວ່າ:

“ແຕ່ລະບ່ອນ ແຕ່ລະທີ່ ກະບໍ່ຮອດ 100 ດອກ ບ່ອນລະ 10-20 ຄົນ ນີ້ແຫຼະ, ແຕ່ລະບ່ອນ. ບາງບ່ອນ ກະໜ້ອຍ ບາງບ່ອນກະຄົນຫຼາຍ, ເຮົາເອົາເລືອດ ແມ່ນ 350 ຊີໆ. ສ່ຳນ້ຳດື່ມຫົວເສືອ ຕຸກ 2,000 ກີບ ຫັ້ນແຫຼະ. ອັນສ່ວນຫຼາຍ ແມ່ນ ພີ່ນ້ອງເຂົາເຈົ້າ ມາບໍຣິຈາກເລືອດ ໃຫ້ກັນເອງນ່າ ໄລຍະນີ້ນ່າ. ຄັນວ່າພີ່ນ້ອງຄົນໃດ ໃຊ້ເລືອດຫຼາຍ ເພິ່ນກໍຊອກຄົນ ມາບໍຣິຈາກເລືອດໃຫ້.”

ເລືອດຢູ່ພາຍໃນ ໂຮງໝໍແຂວງເຊກອງ ບໍ່ພຽງພໍ ຕໍ່ການປິ່ນປົວຄົນເຈັບ ເຮັດໃຫ້ໂຮງໝໍແຂວງ ຕ້ອງໄດ້ປະສານ ຂໍເລືອດຈາກແຂວງໃກ້ຄຽງ ເພື່ອຊ່ອຍເຫຼືອຄົນເຈັບ ຖ້າຫາກໂຮງໝໍແຂວງອື່ນ ບໍ່ມີເລືອດໃຫ້ ກໍຈຳເປັນ ຕ້ອງໃຫ້ສຸຂສຶກສາ ນຳຄອບຄົວຄົນເຈັບ ໃນການເອົາເລືອດອອກ ເພື່ອປິ່ນປົວຄົນເຈັບແທນ ຫຼືຮັບບໍຣິຈາກເລືອດ ໃນສື່ສັງຄົມອອນລາຍ ເພື່ອໃຫ້ໄດ້ຜູ້ບໍຣິຈາກເລືອດໄວ,​ ເຊິ່ງທີ່ຜ່ານມາ ກໍຍັງບໍ່ມີຄົນເຈັບຜູ້ໃດ ພາຍໃນໂຮງໝໍແຂວງ ເສັຽຊີວິດ ຍ້ອນຂາດເລືອດ ເນື່ອງຈາກຄອບຄົວ ແລະ ຜູ້ບໍຣິຈາກເລືອດ ຊ່ອຍໄດ້ທັນ.

ດັ່ງທ່ານໝໍ ຢູ່ໂຮງໝໍແຂວງເຊກອງ ກ່າວໃນມື້ດຽວກັນນີ້ວ່າ:

“ເອີ່, ຄັນມັນເລືອດບໍ່ພໍ ແນວນີ້ຫວາ ຍາກໜ້ອຍນຶ່ງແລ້ວເວີ້ຍ. ຖ້າວ່າ ຄັນຜູ້ຂາດເລືອດຊຳເຮື້ອຫັ້ນ ຈະບໍ່ອັນຕະລາຍປານໃດ ເພາະເຮົາອາຈໃຫ້ໃສ່ຖົງນຶ່ງກ່ອນ ແລ້ວເຮົາກໍໃຫ້ ຢາເສີມເລືອດເຂົ້າໄປເນາະ,​ ແຕ່ວ່າຄົນຂາດເລືອດກະທັນຫັນ ເລືອດໄຫຼຫຼັງເກີດບໍ່, ອຸບັດຕິເຫດບໍ່, ກະອັນຕະລາຍແຫຼະເວີ້ຍ. ໂຮງໝໍ ພໍພຽງແຕ່ຂໍ, ຄັນບໍ່ມີ ເຂົາກໍຂໍຕ່າງແຂວງມາໃຫ້ ແລ້ວເຂົາຈະຊ່ອຍເຈົ້າ ຫາເລືອດຫັ້ນມາໃຫ້. ຖ້າບໍ່ມີ, ເຂົາຈະສຸຂສຶກສາ ໃຫ້ພີ່ນ້ອງຫັ້ນ ເອົາເລືອດອອກ ຫຼືວ່າ ເຂົາກະອອກເຟສວ່າ ເອີ່ ຄົນເຈັບຜູ້ນີ້ ຂາດເລືອດຮຸນແຮງ, ໃຜມີເລືອດກລຸບນັ້ນ, ກລຸບນັ້ນ ຂໍຄວາມຊ່ອຍເຫຼືອ, ກໍໄວແນ່.”

ແຂວງຊຽງຂວາງ, ແຂວງຄຳມ່ວນ ແລະ ແຂວງບໍຣິຄຳໄຊ ເປັນພຽງ 3 ແຂວງ ທີ່ປັດຈຸບັນ ມີເລືອດພຽງພໍ ຕໍ່ຄວາມຕ້ອງການ ປິ່ນປົວຄົນເຈັບ ພາຍໃນແຂວງ ແລະ ສາມາດສົ່ງເລືອດ ໃຫ້ແຂວງອື່ນ ທີ່ປະສານງານຂໍເລືອດ ໄປປິ່ນປົວຄົນເຈັບ ບໍ່ຫຼາຍກໍໜ້ອຍ ຂຶ້ນຢູ່ກັບວ່າ ມື້ນັ້ນ ໄດ້ເລືອດມາຫຼາຍສ່ຳໃດ.

ຍົກເວັ້ນພຽງເດືອນກໍຣະກະດາ ຫາເດືອນກັນຍາ ຂອງແຕ່ລະປີ, ເປັນໄລຍະທີ່ເຈົ້າໜ້າທີ່ກາແດງ ໃນແຕ່ລະແຂວງ, ແຕ່ລະເມືອງ ລົງເຄື່ອນໄຫວ ຮັບບໍຣິຈາກເລືອດ ຢູ່ໃນໂຮງຮຽນ, ມະຫາວິທຍາລັຍ, ແລະ ວິທຍາລັຍ ຕາມຂົງເຂດຄວາມຮັບຜິດຊອບ ຂອງໃຜລາວ, ຫາກໃນໄລຍະດັ່ງກ່າວ ມີການແຜ່ຣະບາດ ຂອງໂຄວິດ-19 ໜັກຂຶ້ນ ກໍຈະເຮັດໃຫ້ເຈົ້າໜ້າທີ່ກາແດງ ບໍ່ສາມາດ ເກັບເລືອດມາໄວ້ໃນຄັງ ໄດ້ພຽງພໍ ຍ້ອນສະຖາບັນການສຶກສາ ປິດການຮຽນ-ການສອນ ນັກຮຽນ-ນັກສຶກສາ ຢູ່ເຮືອນ ຮຽນອອນລາຍ ເຮັດໃຫ້ອາຈເກີດວິກິດ ຂາດເລືອດຕື່ມອີກ ເນື່ອງຈາກເລືອດ ທີ່ໄດ້ຮັບບໍຣິຈາກສ່ວນໃຫຍ່ ແມ່ນມາຈາກນັກຮຽນ ແລະ ນັກສຶກສາ ອາຍຸ 17 ປີຂຶ້ນໄປ ໃນໄລຍະທີ່ເຂົາເຈົ້າ ໄປໂຮງຮຽນ.

ດັ່ງເຈົ້າໜ້າທີ່ ສູນເລືອດແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:

“ຈະຫຍຸ້ງຍາກ ໃນໄລຍະເດືອນ 7, 8, 9 ເດີ້. ເດືອນ 7, 8, 9 ຫາກເປີດໂຮງຮຽນ (ເລືອດ) ຈະປົກກະຕິຢູ່ດອກ. ຖ້າຫາກວ່າ ບໍ່ມີໂຄວິດ-19 ເຂົ້າມາເນາະ, ຕາມປົກກະຕິ ຄືວ່າໂຮງຮຽນເປີດ ໄດ້ຮຽນປົກກະຕິ ມັນຈະຂາດຢູ່ເດືອນ 7, 8, 9 ລະຫວ່າງເດືອນ 8 ເດືອນ 9, ມັນຈະຫາໄດ້ຍາກ.”

ຫຼ້າສຸດນີ້, ສູນເລືອດແຫ່ງຊາຕ ໄດ້ປະສານຫາ ກະຊວງປ້ອງກັນຄວາມສງົບ ເພື່ອຈັດກອງປະຊຸມ ປຶກສາຫາລື ໃຫ້ເຈົ້າໜ້າທີ່ ອົງການກາແດງແຫ່ງຊາຕ ລົງເຄື່ອນໄຫວວຽກງານ ຮັບບໍຣິຈາກເລືອດ ຕາມສະຖານທີ່ຕ່າງໆ ຄືສະຖາບັນການສຶກສາ, ໂຮງຈັກ-ໂຮງງານ, ຫ້ອງການເອກຊົນ ແລະ ຣັຖ ທີ່ບໍ່ເປັນພື້ນທີ່ສີແດງ ມີການແຜ່ຣະບາດ ຂອງໂຄວິດ-19 ຈຳນວນຫຼາຍແລ້ວ ເນື່ອງຈາກສາເຫດຫຼັກ ທີ່ເລືອດພາຍໃນປະເທດ ບໍ່ພຽງພໍ ກໍຍ້ອນວ່າ ອົງການກາແດງແຫ່ງຊາຕ ບໍ່ສາມາດ ລົງໄປຮັບບໍຣິຈາກເລືອດ ຕາມສະຖານທີ່ດັ່ງກ່າວໄດ້ ແລະ ທີ່ຜ່ານມາ ເລືອດທີ່ຮັບການບໍຣິຈາກ ສ່ວນໃຫຍ່ ໄດ້ມາຈາກ ການລົງເຄື່ອນໄຫວ ຮັບບໍຣິຈາກເລືອດ ຕາມສະຖານທີ່ດັ່ງກ່າວນັ້ນ.

ດັ່ງທ່ານໝໍ ຢູ່ສູນເລືອດແຫ່ງຊາຕ ຜູ້ດຽວກັບຂ້າງຕົ້ນນັ້ນ ກ່າວວ່າ:

“ເພາະວ່າບາງບ່ອນ ເຮົາກໍຫາຊິເຮັດກອງປະຊຸມຮ່ວມເນາະ ເຊັ່ນວ່າ ສາຍກະຊວງປ້ອງກັນຄວາມສງົບ ເຮົາກໍກຳລັງຊິເຮັດກອງປະຊຸມ ປຶກສາກັນຢູ່ວ່າ ເພິ່ນຊິໃຫ້ເຂົ້າ. ບາງບ່ອນ ຄັນວ່າໂຄວິດ-19 ຣະບາດແຮງ ເຮົາກໍບໍ່ໄດ້ເຂົ້າເນາະ. ມັນຂາດເລືອດ ມັນເນື່ອງຈາກ ມາຕົວນີ້ໆແຫຼະເນາະ.”

ທ່ານກ່າວມ້ວນທ້າຍວ່າ ຄວາມສຳຄັນ ຂອງເລືອດ ຄືໂດຍທົ່ວໄປແລ້ວ, ມະນຸສບໍ່ມີເລືອດໃນຮ່າງກາຍ ກໍເສັຽຊີວິດແລ້ວ, ຫາກປະຊາຊົນລາວຜູ້ໃດ ທີ່ມີສຸຂພາບແຂງແຮງດີ ເປັນຜູ້ທີ່ມີອາຍຸ 17 ປີຂຶ້ນໄປ ມີນ້ຳໜັກບໍ່ຫຼຸດ 45 ກິໂລກຣາມ ກໍສາມາດໄປແຈ້ງຄວາມປະສົງ ບໍຣິຈາກເລືອດ ເພື່ອຊ່ອຍເຫຼືອຄົນເຈັບ ທີ່ຢູ່ຕາມໂຮງໝໍ ແຫ່ງຕ່າງໆ ທົ່ວປະເທດໄດ້ ເພາະຕ້ອງການທຸກໝວດ ທັງ A, B, O, ແລະ AB ເນື່ອງຈາກເດືອນຕໍ່ໄປ ຈະເຣີ່ມມີການແຜ່ຣະບາດ ຂອງໄຂ້ຍຸງລາຍ ຈຳເປັນຕ້ອງໃຊ້ເລືອດ ຈຳນວນຫຼາຍ, ລວມເຖິງຜູ້ປ່ວຍ ດ້ວຍພະຍາດທາຣັດຊີເມັຽ, ພະຍາດໝາກໄຂ່ຫຼັງ ແລະ ຜູ້ທີ່ປະສົບອຸບັດຕິເຫດຕ່າງໆ ກໍຕ້ອງການເລືອດ ຫຼາຍນຳດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org