ແພດ-ໝໍຢູ່ລາວເຮັດວຽກ ໜັກຊ້ວງ ໂຄວິດ-19

ສິດນີ
2021.05.19
ແພດ-ໝໍຢູ່ລາວເຮັດວຽກ ໜັກຊ້ວງ ໂຄວິດ-19 ແພດ-ໝໍ ທີ່ ປະຕິບັດໜ້າທີ່ ຢູ່ໂຮງໝໍພາກສນາມ
ນັກຂ່າວພົລເມືອງ

ເຈົາຫນ້າທີ່ແພດ ແລະຫມໍ ໃນຫຼາຍແຂວງໃນລາວ ເຮັດວຽກຢ່າງຫນັກ ໃນໄລຍະໂຄວິດ-19 ຣະບາດ ສະເພາະຢູ່ເມືອງວິຣະບຸຣີ ແຂວງສວັນນະເຂດ ບາງມື້ເຮັດເກືອບຮອດ 24 ຊົ່ວໂມງທັງວຽກປີ່ນປົວຄົນຕິດເຊື້ອແລະວຽກດ້ານເອກສານ ຊຶ່ງພວກຂະເຈົ້າມີ ເວລາພັກພຽງແຕ່ 4-5 ຊົ່ວໂມງເທົ່າບາງມື້ ຢູ່ໂຮງຫມໍ ທີ່ທາງການຈັດໃຫ້. ດັ່ງ ເຈົ້າຫນ້າທີ່ ສາທາຣະນະສຸກ ທ່ານນຶ່ງຢູ່ ເມືອງ ວິຣະບູຣີ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 18 ພຶສພາ ນີ້ວ່າ:

“ສົມມຸດວ່າຍາມປ້ອງກັນ ຜູ້ທີ່ຕິດເຊື້່ອຫັ້ນ ກໍປ່ຽນໂຕກັນ ປ່ຽນເວລາກັນນອນ ປ່ຽນເວລາກັນເຝົ້າ ບໍ່ໄດ້ກັບບ້ານຫັ້ນແຫຼະ ອອກຈາກ ເວນຍາມກໍໄປເຮັດວຽກອື່ນ ບໍ່ໄດ້ພັກໂຕຢ່າງຄື ແຂວງໄທເຮົານີ້ ມັນເຮັດຫລາຍຫນ້າວຽກ ຄືໄທເຮົາບໍ່ແມ່ນແຕ່ວຽກ ປີ່ນປົວຫັ້ນນ່າ ມັນຜູ້ນື່ງ ຮັບຜິດຊອບຫລາຍວຽກ ວຽກການບໍຣິການແນ່ ວຽກເຣື້ອງເອກສານເປັນຂໍ້ມູນ ເປັນສະຖິຕິຫຍັງຕ່າງໆ ທີ່ເຮັດມັນຫນ້າວຽກ ຂອງໃຜຂອງມັນ ມັນຫລາຍວຽກ.”

ຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ ເຖິງແມ່ນວ່າຈະບໍ່ມີ ຜູ້ຕິດເຊື້ອໂຄວິດ-19 ຈັກຄົນກໍຕາມ ແຕ່ເຈົ້່າຫນ້າທີ່ກ່ຽວຂ້ອງ ກໍຍັງ ເຝົ້າຣະວັງຢ່າງເຂັ້ມງວດ ດ້ວຍການຈັດທິມງານ ແພດແລະຫມໍ ໄປປະຈຳການໃນເຂດຕ່າງໆ ເປັນຕົ້ນຢູ່ໂຮງຫມໍເມືອງ, ຢູ່ສຸຂສາລາ ແລະເຂດຊມຸຊົນໃກ້ຄຽງ ຮ່ວມທັງການເວນຍາມ ໃນແຕ່ລະມື້ ດັ່ງເຈົ້າຫນ້່າທີ່ແພດທ່ານນື່ງເວົ້າວ່າ:

“ເຮັດວຽກ 24 ຊົ່ວໂມງ ແລ້ວກໍພັກນື່ງມື້ ຈຳນວນເແພດຫນ້ອຍ ຢູ່ໂຮງຫມໍເມືອງນີ້ ເປັນທ່ານຫມໍ ເປັນນັກວິຊາການ ມີແຕ່ດອກເຕີ ມີ ປຣິນຍາຕຣີ ມີແຕ່ 6 ຄົນແລ້ວພຍາຍາມຮວມກັນ ປະມານ 30 ປາຍຄົນ ຢູ່ເມືອງສັງທອງ ມັນບໍ່ມີກໍຣະນີຄົນຕິດເຊື້່ອ ໂຄວິດ-19 ມີ ຕັ້ງແຕ່ເຝົ້າຣະວັງ ຜູ້ທີ່ມາຈາກເຂດສ່ຽງ ພວກເຮົາຫັ້ນໄປກວດເບີ່ງ ຄັນຖ້າວ່າມັນເຂົ້າອາການ ຂອງ ໂຄວິດ-19 ແມ່ນເຮົາສົ່ງໄປກວດ ຄັນວ່າພົບແລ້ວເຂົາປີ່ນປົວເລີຍ.”

ທ່ານຫມໍ ຢູ່ໂຮງຫມໍ ແຂວງຈຳປາສັກທ່ານນື່ງເວົ້າວ່າ ເຈົ້າຫນ້າທີ່ແພດແລະຫມໍ ຢູ່ແຂວງຈຳປາສັກກໍເຮັດວຽກຫນັກເຫມືອນກັນໂດຍ ຈັດຕາຕຣາງໃຫ້່ເຮັດວຽກ ສັບປ່ຽນກັນເປັນ ເວລາ 4 ອາທິດ ຕິດຕໍ່ກັນແລ້ວໃຫ້ພັກສອງອາທິດ ຫລັງຈາກນັ້ນກໍກັບມາສັບປ່ຽນຫມູ່ ແລ້ວແຕ່ຂັ້ນຫນ້າວຽກ.

“ຕາມກົດຣະບຽບ ຂອງກົມປີ່ນປົວ, ຢູ່ໃນແຕ່ລະຫນ່ວຍມັນ ຈັດຕາມຂັ້ນເບົາບາງ, ປານກາງ, ຜູ້ໃດຢູ່ໃນຂັ້ນເບົາບາງກໍຈະເຮັດວຽກ 4 ອາທິດ ພັກ 2 ອາທິດ ປານກາງກໍຫນັກ ເຮັດເຮັດວຽກສອງອາທິດດພັກສອງອາທິດ.”

ທ່ານຫມໍຢູ່ແຂວງບໍ່ແກ້ວທ່ານນຶ່ງ ເວົ້າວ່າການຮັບມືກັບໂຄວິດ-19 ໃນເຂດເທສບານ ແຂວງບໍ່ແກ້ວ ຖືວ່າບຸຄລາກອນ ແພດແລະຫມໍ ບໍ່ພຽງພໍກັບຄວາມຕ້ອງການ ໃນການປີ່ນປົວ ຄົນຕິດເຊື້ອ ແຕ່ຈຳນວນໂຕເລກ ຂອງຜູ້ຕິດເຊື້່ອເພີ້ມຂຶ້ນ ທາງການໄດ້ຈັດສັນແພດ ແລະຫມໍ ທີ່ມີຢູ່ໄປປະການ ຢູ່ເຂດສ່ຽງຕ່າງໆ ເປັນຕົ້ນຢູ່ໂຮງຫມໍ ເມືອງຫວ້ຍຊາຍ ແລະ ເມືອງຕົ້ນເຜີ້ງ ບ່ອນທີ່ມີຄົນຕິດເຊື້ອຫລາຍ.

"ເຮົາຕ້ອງຈັດບໍຣິການສ່ວນນຶ່ງ ຢູ່ໃນເມືອງຫ້ວຍຊາຍແດ່ ແລ້ວກໍເມືອງຕົ້ນເຜິ້ງແດ່ ໄດ້ແຍກເປັນຫຼາຍທິມແລ້ວ ກໍວຽກສັກຢາໂຄວິດ -19 ແດ່ມັນກໍມີຄວາມຍຸ້ງຍາກ ເວົ້າເຣື້ອງ ບຸຄລາກອນ ກໍບໍ່ພຽງພໍປານໃດ ຮອບຫມູນວຽນ ກໍໄດ້ຈັດເປັນທິມ ຫັ້ນແຫລະ ມີທ່ານຫມໍ ພຍາບານ ຈັດເປັນທິມຄືສູນກາງເພີ່ນເຮັດຫັ້ນນ່າ.”

ອິງຕາມຄຳເວົ້າຂອງເຈົ້າຫນ້າທີ່ທັງ 4 ຄົນນີ້ເຖິງແມ່ນວ່າ ເຈົ້າຫນ້າທີ່ແພດແລະຫມໍ ໃນ 4 ແຂວງດັ່ງກ່າວຈະເຮັດວຽກຫນັກຫຼືເກີນ ເວລາກໍຕາມ ທາງຂັ້ນເທິງເພີ່ນກໍຈ່າຍຕົງເວລາ ຕາມປົກກະຕິ ເພື່ອໃຫ້ກຳລັງໃຈ ແກ່ພວກຂະເຈົ້່າໃນການສູ້ຊົນ ເຮັດວຽກຕ້ານ ແລະ ປ້ອງກັນໂຄວິດ-19 ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.