ຣະວັງອາຫານໝົດອາຍຸ

ຜແນກ ສາທາຣະນະສຸຂ ແຂວງຈໍາປາສັກ ເຕືອນ ປະຊາຊົນ ໃຫ້ຣະວັງ ສິນຄ້າ ເຄື່ອງຢູ່ ຂອງກິນ ໝົດອາຍຸ ໃນຣະຍະ ບຸນປີໃໝ່ ສາກົນ ນີ້.

ຣະວັງມີການ ນຳໃຊ້ ສານກັບບູດ ໃສ່ອາຫານທະເລ ຫລາຍປະເພດ ທີ່ວາງຂາຍ ຕາມທ້ອງຕລາດ FB Tholakhong page

ຂແນງການອາຫານແລະຢາ ຜແນກສາທາຣະນະສຸຂ ແຂວງຈໍາປາສັກ ເຕືອນປະຊາຊົນ ໃຫ້ຣະວັງ ໃນການຊື້ ເຄື່ອງຢູ່ຂອງກິນ ສິນຄ້າ ໄປ ບໍຣິໂພຄ ໃນຣະຍະ ບຸນປີໃໝ່ສາກົນນີ້ ຍ້ອນຢ້ານຖືກ ສິນຄ້າທີ່ໝົດອາຍຸ ໂດຍສະເພາະ ອາຫານທະເລ ທີ່ນໍາເຂົ້າມາຈາກ ຕ່າງປະເທດ ເປັນຕົ້ນ ປາອີ່ຮື, ຫອຍແຄງ ຕ້ອງກວດກາ ໃຫ້ດີກ່ອນຈະຊື້. ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂແຂວງ ກ່າວໃນມື້ວັນທີ 28 ທັນວາ ນີ້ວ່າ:

"ມັນກໍມີຫລາຍປະເພດນໍ ສ່ວນຫລາຍພົບເຫັນຜລິຕພັນ ນົມຫັ້ນນະ ຂນົມ ນໍ້າອັດລົມ ແລ້ວກໍອາຫານເສີມຕ່າງໆ ທີ່ມັກໝົດອາຍຸ. ນອກນັ້ນ ຄັນວ່າອາຫານສໍາເຣັດຮູບ ກໍແມ່ນອາຫານທະເລນໍ ທີ່ນໍາເຂົ້າ ທີ່ມັນມັກປົນເປື້ອນ ຟັອກມາລິນ ແລ້ວກໍພວກ ໄນເທັຣດເນາະ ແລ້ວກໍບໍແລັຕ ເພິ່ນໃສ່ໃນຢໍ່ຫັ້ນນະ ຢໍ່ໝູ ບໍ່ສົນໃຈເບິ່ງວັນ ໝົດອາຍຸ ຫັ້ນນະ ຈະປ່ອຍໃຫ້ສິນຄ້າ ໝົດອາຍຸ ໄປແລ້ວລະ."

ທ່ານກ່າວຕື່ມວ່າ ເມື່ອຕົ້ນເດືອນທັນວາ ນີ້ ສາທາຣະນະສຸຂ ແຂວງຈໍາປາສັກ ໄດ້ໄປກວດກາສິນຄ້າ ໃນຕລາດຕ່າງໆ ແລະໄດ້ພົບເຫັນ ຫລາຍຮ້ານຄ້າ ທີ່ຍັງນໍາເອົາສິນຄ້າ ໝົດອາຍຸມາວາງຂາຍ ທັງນົມກະປ໋ອງ ຂະໜົມ, ອາຫານເສີມ ທັງຫຍໍ້ໝູ ຫຍໍ້ໄກ່ ເປັນຕົ້ນຢູ້ຮ້ານ ຂາຍເຄື່ອງຍ່ອຍ ໃນເຂດເມືອງຕ່າງໆ. ດັ່ງນັ້ນ ຕ້ອງໄດ້ຣະມັດຣະວັງ ກ່ອນຈະຊື້ສິນຄ້າ ທີ່ວ່ານັ້ນ ໂດຍສັງເກດເບິ່ງ ວັນໝົດອາຍຸ ຂອງ ສິນຄ້າ ເພື່ອປ້ອງກັນ ບໍ່ໃຫ້ໄດ້ຊື້ສິນຄ້າ ໝົດອາຍຸໄປກິນ ຊຶ່ງອາດຈະເປັນ ອັນຕະລາຍ ຕໍ່ສຸຂພາບ.

ທີ່ຜ່ານມາ ທາງການລາວ ກໍໄດ້ກວດພົບສິນຄ້າ ໝົດອາຍຸມາຫລາຍຄັ້ງ ໂດຍໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທັງຂັ້ນເມືອງ ແລະຂັ້ນແຂວງ ໃນທົ່ວປະເທດ ເປັນຜູ້ກວດກາຮ້ານຄ້າຍ່ອຍ ທຸກແຫ່ງຕ່າງໆ ໃນທຸກໆ 3 ເດືອນ ເພື່ອປ້ອງກັນ ບໍ່ໃຫ້ລັກຂາຍສິນຄ້າ ໝົດອາຍຸຄືທີ່ວ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org