ລາວ ເຂັ້ມງວດເຝົ້າຣະວັງ ໄວຣັສ ໂຄໂຣນາ

ອຸ່ນແກ້ວ ສຸກສະຫວັນ
2020.02.05
f-tourist-virus ນັກທ່ອງທ່ຽວຈີນ ທີ່ມາທ່ຽວລາວ ກັບບໍຣິສັດທົວ ແລ້ວກັບເມືອຈີນ ຖືກກວດພົບວ່າ ຖືກກວດພົບວ່າ ຕິດເຊື້ອ ໂຄໂຣນາ ໄວຣັສ ໃນວັນທີ 1 ເດືອນ ກຸມພາ 2020 ໂດຍໂຮງໝໍ ຈີນ.
ນັກຂ່າວພົລເມືອງ

ທາງການລາວ ໄດ້ເພີ່ມມາຕການ ປ້ອງກັນ ແລະ ເຝົ້າຣະວັງຫຼາຍຂຶ້ນ ຫລັງຈາກ ສະຖານກົງສູນໃຫຍ່ຂອງຈີນ ປະຈຳແຂວງຫຼວງພຣະບາງ ອອກແຈ້ງການວ່າ ນັກທ່ອງຈີນ ທີ່ຖືກກວດພົບ ຢູ່ຈີນ ວ່າ ຕິດເຊື້ອປອດອັກເສບ ສາຍພັນໃໝ່ (Coronavirus) ເຄີຍເຂົ້າມາທ່ຽວ ປະເທດລາວ.

ນັກທ່ອງທ່ຽວຈີນ ຊື່ ທ້າວ ຊາງ-ບ໋ຽວ, ທີ່ເດີນທາງເຂົ້າມາລາວ ໃນທ້າຍເດືອນ ມົກກະຣາ ແຕ່ຫລັງຈາກ ກັບໄປ ປະເທດຈີນ ໃນວັນທີ 1 ກຸມພາ ທ່ານໝໍ ໄດ້ບົ່ງມະຕິວ່າ ລາວ ຕິດເຊື້ອພຍາດ ປອດອັກເສບ ສາຍພັນໃໝ່ (Coronavirus), ອີງຕາມ ໜັງສືແຈ້ງການ ຈາກ ສະຖານກົງສູນໃຫຍ່ ຂອງຈີນ.

ຕໍ່ກໍຣະນີ ດັ່ງກ່າວ, ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ລົງໄປສຳຣວດ ບ່ອນທີ່ ນັກທ່ອງທ່ຽວຈີນ ຄົນດັ່ງກ່າວ ໄດ້ໄປທ່ຽວ ແລະ ໄປພັກອາໄສຢູ່, ດັ່ງເຈົ້າໜ້າທີ່ ເຝົ້າຣະວັງ ຂັ້ນແຂວງ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 05 ກຸມພາ ນີ້ວ່າ:

“ໄປແລ້ວ ພວກຂ້ອຍໄປໝົດແລ້ວ 7-8 ບ່ອນ ທີ່ລາວເຂົ້າໄປ ສຳຜັດ ໄປຜ່ານຫັ້ນ ພວກຂ້ອຍໄປໝົດແລ້ວ ຫາກແຕ່ວ່າ ບໍ່ມີຜູ້ໃດ ສະແດງອາການຫຍັງ. ແຕ່ວ່າ ບ່ອນເຂດນັ້ນ ຕ້ອງມິີການ ເຝົ້າຣະວັງ ບາງບ່ອນກະຖືກປິດເດ ປິດຊົ່ວຄາວ, ບາງບ່ອນ ກະຊິສັ່ງ ໃຫ້ເຂົາເຈົ້າປິດຊົ່ວຄາວ.”

ທ່ານກ່າວຕື່ມວ່າ ບາງສະຖານທີ່ທ່ອງທ່ຽວ ແລະ ໂຮງແຮມ ໄດ້ສັ່ງໃຫ້ປິດຊົ່ວຄາວ ເພື່ອເຝົ້າຣະວັງ 7-14 ມື້, ເຊິ່ງເປັນໄລຍະເວລາ ເຊື້ອພວມຟັງໂຕ. ຈົນມາຮອດ ປັດຈຸບັນ ຍັງບໍ່ພົບຜູ້ຕິດເຊື້ອ ໂດຍສະເພາະ ຢູ່ສະຖານທີ່ ທີ່ນັກທ່ອງທ່ຽວຈີນ ຄົນດັ່ງກ່າວໄປ, ເຈົ້າໜ້າທີ່ ໂຮງໝໍແຂວງ ຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ທາງເຈົ້າໜ້າທີ່ ພວກເຮົາ ໄດ້ໄປສືບສວນສອບສວນ ໝົດແລ້ວ ບ່ອນເຂົາເຈົ້າພັກ ແມ່ນຫຍັງ. ໄປກວດພະຍາດ ເຂົາເຈົ້າໝົດແລ້ວເນາະ ຕາມຂັ້ນຕອນ ໝົດແລ້ວ. ບໍ່ທັນມີ ໃຜເປັນຫຍັງເທື່ອ ຍັງແຂງແຮງ ໝົດທຸກຄົນ.”

ຍານາງກ່າວຕື່ມວ່າ ຊາວຈີນ ທີ່ຕິດເຊື້ອ ບໍ່ໄດ້ເຂົ້າມາກວດ ທີ່ໂຮງໝໍແຂວງຫລວງພຣະບາງ ແຕ່ຢ່າງໃດ ເພາະໄລຍະ ທີ່ທ່ອງທ່ຽວຢູ່ລາວ ຜູ້ກ່ຽວ ບໍ່ໄດ້ສະແດງອາການ, ແຕ່ຫລັງຈາກ ຜູ້ກ່ຽວ ກັບເມືອຮອດບ້ານ ຢູ່ນະຄອນ ສົງຊິ້ງ, ຈຶ່ງຖືກບົ່ງ ມະຕິວ່າ ຕິດເຊື້ອໄວ​ຣັ​ສ ໂກ​ໂຣ​ນາ.

ແລະ ນອກຈາກນີ້ ສະຖານທີ່ ຢູ່ເມືອງວັງວຽງ ທີ່ນັກທ່ອງທ່ຽວ ຄົນຈີນ ຜູ້ຕິດເຊື້ອເຄີຍໄປພັກນັ້ນ ຖືກສັ່ງປິດຊົ່ວຄາວ, ຊາວລາວ ໃນເມືອງ ວັງວຽງ ທ່ານນຶ່ງ ທີ່ເຮັດວຽກ ໃກ້ກັບສະຖານ ທີ່ດັ່ງກ່າວ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

“ດຽວນີ້ຫັ້ນ ເຫັນເຂົາເຈົ້າວ່າ ທາງອັນນັ້ນ ເຂົາເຈົ້າປິດ ບໍ່ໃຫ້ຄົນເຂົ້າ ຄົນອອກເບາະ ຄືຊິແມ່ນຈັ່ງຊີ້ແຫຼະ.”

ເອເຊັຽເສຣີ ໄດ້ຕິດຕໍ່ໄປທາງ ສະຖານກົງສູນໃຫຍ່ ຂອງຈີນ ຢູ່ ແຂວງຫລວງພຣະບາງ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ເຈົ້າໜ້າທີ່ ສະຖານກົງສູນ ບໍ່ສະດວກ ທີ່ຈະໃຫ້ຄວາມເຫັນ ກ່ຽວກັບ ເຣື່ອງນີ້.

ສ່ວນເຈົ້າໜ້າທີ່ ອົງການອະນາມັຍໂລກ ປະຈຳປະເທດລາວ ກໍໄດ້ກ່າວ ເອເຊັຽເສຣີ ວ່າ: ອົງການອະນາມັຍໂລກ ປະຈຳປະເທດລາວ ໄດ້ປະສານງານ ກັບກະຊວງສາທາຣະນະສຸຂ ຂອງທາງການລາວ ຢ່າງໃກ້ຊິດ ໃນການຕິດຕາມ ແລະ ເຝົ້າຣະວັງ ເຊື້ອພຍາດປອດອັກເສບ ສາຍພັນໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.