ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 28 ຄົນ ຢູ່ລາວ
2021.05.07

ຄະນະນສະເພາະກິຈປ້ອງກັນ ແລະຄວບຄຸມ ເຊື້ອພຍາດໂຄວິດ-19 ໄດ້ຖແລງຂ່າວ ເມື່ອວັນ ທີ 07 ພຶສພາ ຜ່ານມາພົບຜູ້ຕິດເຊື້ອ ພຍາດໂຄວິດ-19 ເພີ່ມອີກ 28 ຄົນ. ເມື່ອທຽບກັບ ຫຼາຍວັນຜ່ານມາ ຖືວ່າມື້ນີ້ສະພາບການ ກວດພົບຜູ້ຕິດເຊື້ອຫລຸດລົງ, ດັ່ງ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງວ່າ:
"ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ ເຊິ່ງວ່າແຍກອອກມາເປັນ ນະຄອນຫຼວງມີ 10 ຄົນ ຈຳປາສັກ 4 ຄົນ ບໍ່ແກ້ວ 8 ຄົນ ສາລະວັນ 5 ຄົນ ແຂວງວຽງຈັນ 1 ຄົນ."
ໃນການຖແລງຂ່າວ ໄດ້ຣະບຸຕື່ມວ່າກໍຣະນີ 17 ຄົນ ທີ່ທາງການໄດ້ປະກາດຫາ ກ່ອນໜ້ານັ້ນເພື່ອໃຫ້ເຂົ້າມາຣາຍງານໂຕ ເບື້ອງຕົ້ນມີ ພຽງ 10 ຄົນ ໄດ້ມາຣາຍງານໂຕ. ສ່ວນອີກ 7 ຄົນເຈົ້າໜ້າທີ່ສະເພາະກິຈ ກຳລັງຊອກຫາເພື່ອນໍາເຂົ້າມາປິ່ນປົວ.
"ມາແລ້ວຍັງແຕ່ 7 ຄົນ ພວກເຮົາມີທີມນໍາຢູ່ ກໍມີມາຕການກໍຈະມີໜ່ວຍງານ ຂອງມັນໄປນໍາໂຕ."
ສ່ວນການສັກວັກຊີນ ປ້ອງກັນເຊື້ອພຍາດໂຄວິດ-19 ປັຈຈຸບັນທາງການ ໄດ້ຂຍາຍຈຸດໃຫ້ການບໍຣິການຮວມ ທົ່ວປະເທດມີທັງໝົດ 342 ຈຸດ. ດັ່ງແພດຜູ້ປະຕິບັດງານ ພາກສນາມ ສັກວັກຊີນ ຢູ່ຈຸດບໍຣິການ ໃນນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ການສັກວັກຊີນວ່າ:
"ປະຊາຊົນທົ່ວໄປ ກໍມາສັກຢູ່ໂຮງໝໍ ເຂົາເຈົ້າແຫ່ງເປີດກວ້າງຢູ່ ໄອເຕັກ ບໍ່, ຢູ່ຊັງຈຽງບໍ່ ໂຕນັ້ນບໍ່ໄດ້ຈຳກັດ ກະພຽງພໍໂຮງໝໍເຮົາ ຫັ້ນນ່າແມ່ນຈຳກັດ. ເພາະວ່າເຮົາບໍ່ຢາກໃຫ້ມີ ການແອອັດຫັ້ນນ່າມື້ລະ 100-150 ສັກໄປແລ້ວເຮົາກະປ້ອງກັນໄດ້ ເພື່ອປ້ອງກັນ ການແຜ່ຣະບາດ."
ສ່ວນການສັກວັກຊີນ ປ້ອງກັນໂຄວິດ-19 ແພດ ແຂວງສວັນນະເຂດ ໄດກ່າວວ່າຢູ່ແຂວງສັວນນະເຂດ ໄດ້ເພີ່ມຈຸດບໍຣິການຫຼາຍຈຸດ ທັງໂຮງໝໍແຂວງ, ໂຮງໝໍເມືອງ ແລະຢູ່ສູນການຄ້າ ໃນແຂວງເພື່ອໃຫ້ປະຊາຊົນ ເຂົ້າເຖິງການສັກວັກຊີນໄດ້ງ່າຍ.
"ເພິ່ນສັກທົ່ວໄປແລ້ວດຽວນີ້ ເພິ່ນສັກຢູ່ສວັນໄອເຕັກ ມີແຕ່ຊິໂນຟາມມີ ຫລາຍຢູ່ເຫັນເພິ່ນສົ່ງມາຫຼາຍຢູ່. ກໍອີງຕາມແຕ່ປະຊາຊົນ ຈະໄປບໍຣິການເພາະພວກເຮົາ ເຮັດໜັງສືແຈ້ງການ ລົງໄປແລ້ວກະສັກປ້ອງກັນ ໂຄວິດຫັ້ນແຫລະ ເປັນພູມຄຸ້ມກັນໂດຍຮວມ ແຕ່ບໍ່ໃຫ້ປມາດ ເຫັນວ່າຂ້ອຍໄດ້ສັກວັກຊີນແລ້ວ ຂ້ອຍບໍ່ຢ້ານດອກໂຄວິດ ບໍ່ໄດ້ໄດ໊ ຕ້ອງໄດ້ຣະວັງຄືກັນ."
ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ບໍ່ຂໍເປີດເຜີຍຊື່ ໄດ້ກ່າວວ່າການຣະບາດຮອບສອງນີ້ ທາງການໄດ້ໃຊ້ມາຕການທີ່ເຂັ້ມງວດ ເພື່ອສະກັດກັ້ນ ເພື່ອບໍ່ໃຫ້ການຣະບາດແຜ່ລາມຄືດັ່ງ ອົງການອານາມັຍໂລກ ປະຈຳລາວ ຄາດວ່າຈະມີຜູ້ຕິດເຊື້ອເຖິງ 2,000 ຄົນ ແຕ່ພໍເຖິງ 1,000 ປາຍຄົນ ໂຕເລກຜູ້ຕິດສະສົມກໍເລີ່ມຫລຸດລົງ ແລະ ບໍ່ມີຜູ້ເສັຽຊີວິດ.
"ແມ່ນແຫລະຄົນເຈັບຄ່ອຍໜັກໜາຢູ່ ບ້ານເຮົານ່າ. ເຖິງໜັກກໍຟື້ນໄວ ແມ່ນຄົນໜຸ່ມ ມັນບໍ່ທັນມີຜູ້ເສັຽຊີວິດ. ພວກເຮົາກໍປະຄັບ ປະຄອງສຸດຂີດສຸດຄວາມສາມາດ ເນາະ. ບາງອັນ ມັນກະຜິດພາດໄດ໊ ຄືອະນາມັຍໂລກ ເຂົາກໍຣາຍງານໄວ້ວ່າ ໃນຊ່ວງປີໃໝ່ລາວ ນີ້ຄັນເຮົາເຄັ່ງອີ່ຫລີຫັ້ນນ່າ ກໍຈະບໍ່ຮອດພັນ ການຣະບາດເນາະ, ແຕ່ຄັນມາຕການເຮົາບໍ່ເຄັ່ງເລີຍ ກໍຈະປະມານສອງພັນ ແຕ່ເຮົາກໍຢູ່ ພໍດີພັນນຶ່ງ."
ນັກວິຊາການການແພດລາວ ຜູ້ຂໍບໍ່ເປີດເຜີຍຊື່ໄດ້ກ່າວວ່າ ຢູ່ລາວບໍ່ມີຜຸ້ຕິດເຊື້ອພຍາດໂຄວິດ-19 ລົງປອດຢ່າງຮຸນແຮງ. ສ່ວນຫຼາຍ ຈະຕິດເບົາບາງທີ່ຕິດມາຈາກຄົນຕ່າງປະເທດ. ເຊິ່ງການປີ່ນປົວ ຖ້າເຂົ້າມາລາວກໍຕ້ອງມາກັກໂຕ ປີ່ນປົວຕາມອາການ. ຜ່ານມາຜູ້ ຕິດເຊື້ອສ່ວນຫລາຍ ເປັນຄົນໜຸ່ມທີ່ສຸຂພາບແຂງແຮງ ບໍ່ມີພຍາດປະຈຳໂຕ ຈຶ່ງເຮັດໃຫ້ບໍ່ມີຜູ້ເສັຽ ຊີວິດ.
"ໂຄວິດຢູ່ລາວ ເຮົານີ້ເນາະສ່ວນຫລາຍ ມັນຕິດຢູ່ໃນວັຍໜຸ່ມ. ນັ້ນບໍ່ມີ ກໍຣະນີໜັກອັກເສບປອດ ລົງປອດຈົນໄດ້ໃຊ້ເຄື່ອງຊ່ອຍ ຫາຍໃຈ. ຜູ້ມິີໂຣຄປະຈຳໂຕ ບໍ່ແມ່ນຫຍັງມັນກໍບໍ່ໄດ້ ມາຕິດມັນກໍໄປຕິດ ຢູ່ຕາມບັນດາ ສະຖານທີ່ບັນເທີງ ຫລືວ່າບ່ອນຫລີ້ນ ບ່ອນທ່ຽວ, ປີ່ນປົວສ່ວນຫລາຍພວກເຮົາ ກໍເອົາເຂົ້າສູນກັກກັນ ເຮັດມາຕການກັກບໍຣິເວັນ."
ຣາຍງານປະຈຳວັນຂອງຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມພຍາດ ໂຄວິດ-19 ມີຜູ້ໄດ້ຮັບການກວດວິເຄາະ ຫາເຊື້ອ ໂຄວິດ-19 ທັງໝົດ 186,954 ຄົນ ພົບຜູ້ຕິດເຊື້ອສະສົມ 1.205 ຄົນ. ປີ່ນປົວເຊົາ 122 ຄົນ ກຳລັງປີ່ນປົວ 1,083 ຄົນ. ສ່ວນ ການສັກວັກຊີນປ້ອງກັນພຍາດໂຄວິດ-19 ມາເຖິງປັຈຈຸບັນ ສັກເຂັມ 1 ຈຳນວນ 343,356 ຄົນ ແລະ ເຂັມທີ 2 ຈຳນວນ 81,330 ຄົນ.