ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 35 ຄົນ ຢູ່ລາວ
2021.05.11

ຈາກຜົລຂອງການກວດວິເຄາະຫາ ເຊື້ອໂຄວິດ-19 ຈໍານວນ 3,247 ຄົນໃນມື້ວັນທີ 10 ພຶສພາ 2021 ນີ້ ທາງການລາວກວດພົບ ຜູ້ຕິດເຊື້ອໃໝ່ຕື່ມອີກ 35 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອ ສະສົມ ຢູ່ລາວເພິ່ມຂຶ້ນເປັນ 1,362 ຄົນ.
ດຣ. ຣັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ຕາງໜ້າຄະນະສະເພາະກິດປ້ອງກັນ ໂຄວິດ-19 ກ່າວໃນການຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 11 ພຶສພາ ນີ້ວ່າ:
“ໄດ້ເກັບຕົວຢ່າງມາກວດທັງໝົດ 3,247 ຕົວຢ່າງກວດພົບ 35 ຄົນ ມາຮອດປັດຈຸບັນ ມີຣາຍງານຜູ້ຕິດເຊື້ອທັງໝົດ 1,362 ຄົນ.”
ຍານາງກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ນີ້ແມ່ນກວດພົບ ຢູ່ນະຄອນຫຼວງວຽງຈັນ 9 ຄົນ, ແຂວງບໍ່ແກ້ວ 20 ຄົນ, ຈໍາປາສັກ 5 ຄົນ ແລະ ແຂວງຫຼວງນໍ້າທາ 1 ຄົນ. ທັງໝົດ ໄດ້ຮັບການປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ.
ເພື່ອປ້ອງກັນການຣະບາດ ຂອງເຊື້ອດັ່ງກ່າວ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ຂໍໃຫ້ປະຊາຊົນລາວ ສືບຕໍ່ປະຕິບັດຕາມ ມາຕການ ເວັ້ນໄລຍະຫ່າງ, ງົດການຕັ້ງວົງຊຸມແຊວ, ໃສ່ຜ້າອັດປາກອັດດັງ ຕລອດເວລາເມື່ອອອກຈາກເຮືອນໄປຊື້ເຄື່ອງຂອງ.
ພາຍຫຼັງທີ່ຈໍານວນຜູ້ຕິດເຊື້ອໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ຫຼຸດລົງຢ່າງຕໍ່ເນື່ອງ, ທາງຜແນກສາທາຣະນະສຸຂ ນະຄອນຫຼວງ ກໍໄດ້ອອກແຈ້ງການ ໃນມື້ວັນທີ 10 ພຶສພາ 2021 ກ່ຽວກັບເຣື່ອງ ການອະນຸມັດ ເອກສານເດີນທາງ ເຂົ້າ-ອອກ ນະຄອນຫຼວງ ນັບຕັ້ງແຕ່ມື້ປະກາດນີ້ ໄປຫາວັນທີ 20 ພຶສພາ.
ໝາຍຄວາມວ່າ ພະນັກງານຣັຖ, ນິຕິບຸກຄົນ ຫຼືບໍຣິສັດເອກຊົນ ແລະປະຊາຊົນລາວທົ່ວໄປ ທີ່ຕ້ອງການເດີນທາງຈາກນະຄອນຫຼວງ ວຽງຈັນ ໄປແຂວງຕ່າງໆຈະຕ້ອງແຈ້ງເຫດຜົລ ຄວາມຈໍາເປັນ ແລະຕ້ອງໄປຂໍໃບຢັ້ງຢືນ ການເດີນທາງ, ໃບຢັ້ງຢືນການກວດຫາ ເຊື້ອໂຄວິດ-19 ຈາກຜແນກສາທາຣະນະສຸຂ ນະຄອນຫຼວງວສຽງຈັນ ຈຶ່ງຈະເດີນທາງອອກໄປໄດ້.
ເນື່ອງຈາກການສະກັດກັ້ນ ແລະການຄວບຄຸມການຣະບາດ ຂອງເຊື້ອໂຄວິດ-19 ໃນນະຄອນຫຼວງວຽງຈັນ ຖືວ່າຄວບຄຸມໄດ້ຫຼາຍ ແລ້ວຊຶ່ງຈະຮູ້ໄດ້ຈາກຈໍານວນຜູ້ຕິດເຊື້ອ ໃນແຕ່ລະມື້ ທີ່ຫລຸດລົງຢ່າງຕໍ່ເນື່ອງ, ດັ່ງນັ້ນ ທາງນະຄອນຫຼວງ ຈຶ່ງທົດລອງ ຜ່ອນຜັນ ມາຕການ ແບບມີເງື່ອນໄຂນີ້, ດັ່ງເຈົ້າໜ້າທີ່ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ເພາະມັນຊ່ວງໄລຍະ ທີ່ເຮົາຄວບຄຸມຢູ່ຫັ້ນ ກະຄືວ່າມັນບໍ່ຣະບາດແລ້ວເນາະ ເປັນການເປີດປະຕູໜ້ອຍນຶ່ງ ທາງເຈົ້າໜ້າທີ່ ທາງ ອໍານາດການປົກຄອງກະດາຍ ຄັນຖືວ່າໄປຕ່າງ ແຂວງກະຕ້ອງໄດ້ກວດກາ ຄັນວ່າຈໍາເປັນອີ່ຫລີ ກະຕ້ອງໄປ ໄດ້ກັກກ່ອນ 14 ວັນ ຄັນວ່າມີຄວາມຈໍາເປັນ ບໍ່ມີບັນຫາແລ້ວກະຈັ່ງປ່ອຍ.”
ທ່ານກ່າວຕື່ມວ່າ ເຖິງຈໍານວນຜູ້ຕິດເຊື້ອໂຄວິດ-19 ຈະຫຼຸດລົງຢ່າງຕໍ່ເນື່ອງ ແຕ່ທຸກຄົນກໍຍັງຕ້ອງ ປະຕິບັດຕາມມາຕການປ້ອງກັນ ແລະເຝົ້າຣະວັງນັ້ນ ຢ່າງເຂັ້ມງວດຄືເກົ່າ ຊຶ່ງ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ກໍຍັງເປີດສູນກວດຫາເຊື້ອ ໂຄວິດ-19 ທັງ 4 ຈຸດຢູ່ຄືເກົ່າ.
ເຈົ້າໜ້າທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ພຶສພາ ນີ້ວ່າ ເຖິງແມ່ນວ່າຜແນກ ສາທາຣະນະສຸຂ ໄດ້ອະນຸຍາດໃຫ້ ຮ້ານອາຫານ ເປີດບໍຣິການ ແຕ່ທຸກຮ້ານກໍຕ້ອງໄດ້ ປະຕິບັດມາຕການປ້ອງກັນໂຄວິດ-19 ຢ່າງ ເຂັ້ມງວດຄືເກົ່າ ແລະເປີດໄດ້ສະເພາະ ຮ້ານຂາຍອາຫານສົດ, ຮ້ານຂາຍເຄື່ອງຍ່ອຍ ແລະ ຮ້ານອາຫານຕາມສັ່ງ ທີ່ຊື້ໄປກິນຢູ່ເຮືອນ, ບໍ່ອະນຸຍາດໃຫ້ນັ່ງກິນ ພາຍໃນຮ້ານນັ້ນ ດັ່ງທີ່ທ່ານກ່າວວ່າ:
“ຮ້ານແບບຄືນັ່ງກິນນີ້ແຫລະ ເພິ່ນຍັງບໍ່ໃຫ້ເປີດເທື່ອເນາະ ນອກຈາກວ່າຮ້ານອາຫານ ທີ່ວ່າລາດໜ້າ ເຮົາສາມາດຊື້ກັບບ້ານໄດ້ອັນນີ້ ແມ່ນເພິ່ນໃຫ້ເປີດເນາະ ແຕ່ຕ້ອງໄດ້ມີມາຕການ ຫັ້ນນ່າ.”
ເຈົ້າໜ້າທີ່ກົມຂົນສົ່ງ ກະຊວງໂຍທາທິການ ແລະຂົນສົ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ການຂົນສົ່ງສິນຄ້າ ສາມາດຂົນສົ່ງໄດ້ ທຸກແຂວງ, ແຕ່ຜູ້ທີ່ຂັບຣົດຂົນສົ່ງສິນຄ້າ ຕ້ອງໄດ້ຮັບການຢັ້ງຢືນ ການກວດຫາເຊື້ອໂຄວິດ-19 ຈາກຜແນກສາທາຣະນະສຸຂ ນະຄອນ ຫຼວງ ຫລືແຂວງ ແລະ ຣົດບັນທຸກສິນຄ້າທຸກຄັນ ຈະໄປຂໍໃບຄໍ້າປະກັນ ເຣື່ອງຄວາມປອດພັຍຈາກເຊື້ອໂຄວິດ-19 ຈາກຜແນກໂຍທາ ທິການ ແລະຂົນສົ່ງເພື່ອໃຫ້ແນ່ໃຈວ່າ ຄົນຂັບຣົດຂົນສົ່ງສິນຄ້າ ແລະຣົດບັນທຸກສິນຄ້າທຸກຄັນ ບໍ່ມີເຊື້ອໂຄວິດ-19 ດັ່ງທີ່ທ່ານກ່າວວ່າ:
“ຂົນສົ່ງສິນຄ້າໄດ້ ແຕ່ວ່າມັນກໍຈະມີໜັງສື ຄໍ້າປະກັນເຣື່ອງໂຄວິດເນາະ ຂອງໂຍທາເຮົາ ທີ່ວ່າບັນດາແຂວງນັ້ນແຫຼະຮັບຜິດຊອບຫັ້ນ ນ່າ ໃນຊ່ວງນີ້ຊື່ໆ.”
ທ່ານກ່າວຕື່ມວ່າ ສໍາລັບປະຊາຊົນທົ່ວໄປ ທີ່ຈະເດີນທາງອອກຈາກ ນະຄອນຫຼວງວຽງຈັນ ກັບຄືນບ້ານຢູ່ແຂວງຕ່າງໆ ກໍຕ້ອງໄດ້ ເດີນທາງໂດຍຣົດສ່ວນຕົວ ເນື່ອງຈາກຣົດໂດຍສານ ສາຍເໜືອ ແລະສາຍໃຕ້ ຍັງບໍ່ທັນໄດ້ໃຫ້ບໍຣິການ.
ເຈົ້າຂອງຮ້ານອາຫານຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ເປີດຮ້ານຂາຍອາຫານທຸກມື້ ແລ້ວ ແຕ່ຜູ້ຄົນກໍບໍ່ໄດ້ອອກມາຊື້ພໍປານໃດ ເພາະຂະເຈົ້າ ກັງວົນນໍາເຣື່ອງໂຄວິດ-19. ສ່ວນບັນຍາກາດ ພາຍຫລັງທີ່ນະຄອນຫຼວງວຽງຈັນ ຜ່ອນຜັນມາຕການ ກໍຍັງມິດງຽບຄືເກົ່າຢູ່, ບໍ່ມີຄົນອອກຈາກເຮືອນ ໄປໃສພໍເທົ່າໃດ. ຫາກຈະອອກໄປໃສ ກໍຍັງຕ້ອງໄດ້ຂໍໃບອະນຸຍາດ ຈາກນາຍບ້ານຢູ່ຄືເກົ່າ, ດັ່ງທີ່ທ່ານກ່າວວ່າ:
“ມັນກະຍາກຢູ່ ເພາະວ່າໃຫ້ເຂົາຊື້ກັບບ້ານ ເຂົາກໍບໍ່ຢາກຊື້ປານໃດ ຖນົນຣົດ ຍັງບໍ່ແລ່ນເລີຍ ກໍໄດ້ຢູ່ ແຕ່ຕ້ອງມີໃບຈາກນາຍບ້ານ ບໍ່ໄດ້ວ່າໄປສະບາຍໆ ທະຫານເຂົາກະຢືນເຝົ້າ.”
ແລະເຈົ້າຂອງຮ້ານອາຫານອີກຄົນນຶ່ງ ໃນນະຄອນຫຼວງວຽງຈັນ ກໍເວົ້າວ່າ ເປີດຮ້ານຂາຍອາຫານທຸກມື້ ແຕ່ລູກຄ້າທຸກຄົນຈະສັ່ງກັບ ເມືອກິນຢູ່ບ້ານ. ແລະວ່າ ຫາກລູກຄ້າຢາກນັ່ງກິນ ຢູ່ໃນຮ້ານ ກໍຈະແຍກໂຕະເວັ້ນໄລຍະຫ່າງ ໃຫ້ນັ່ງກິນ:
“ເຮົາກະເປີດຢູ່ເດ໋ ຄັນຜູ້ໃດກ້າມາກິນກະກິນ ຜູ້ໃດຢາກມັດໃສ່ຖົງ ໄປແລ້ວກະເອົາໃສ່ຖົງໄດ້ ກະນັ່ງກິນໄດ້ ບໍ່ເປັນຫຍັງ.”
ໃນມື້ວັນທີ 10 ພຶສພາ ນີ້ທາງການຈີນ ໄດ້ມອບເຄື່ອງມືການແພດ ໃຫ້ຣັຖບານລາວຕື່ມອີກ ເພື່ອວາງແຜນຄວບຄຸມ ແລະປິ່ນປົວ, ຍົກຣະດັບວິຊາການ ແລະຄວາມສາມາດໃນການ ຮັບມືກັບເຊື້ອໂຄວິດ-19. ເຄື່ອງຊ່ອຍເຫລືອນັ້ນ ກໍມີເຄື່ອງຊ່ອຍຫາຍໃຈ, ນໍ້າຢາ ຂ້າເຊື້ອ, ຜ້າອັດປາກສໍາລັບແພດ, ຖົງມື, ຊຸດປ້ອງກັນການແພດ ແລະ ອຸປກອນກວດຫາເຊື້ອ ໂຄວິດ-19 ຮວມມູນຄ່າ 10 ລ້ານ ຢວນ ຫລື ປະມານ 15,5 ຕື້ກີບ.
ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ວັນທີ 11 ພຶສພາ 2021, ມາຮອດປັດຈຸບັນ ມີຜູ້ໄດ້ຮັບການ ກວດຫາເຊື້ອໂຄວິດ-19 ທັງໝົດ 203,045 ຄົນ, ມີຜູ້ຕິດເຊື້ອ ສະສົມ 1,362 ຄົນ, ເສັຽຊີວິດ 1 ຄົນ, ປິ່ນປົວຫາຍແລ້ວ 297 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 1,064 ຄົນ.
ມາເຖິງປັດຈຸບັນ ມີຜູ້ໄດ້ຮັບການສັກຢາປ້ອງກັນ ໂຄວິດ-19 ທັງໝົດ 502,715 ຄົນ. ໃນນັ້ນໄດ້ສັກເຂັມທີ 1 ແລ້ວ 418,277 ຄົນ ແລະ ສັກເຂັມທີ 2 ແລ້ວ 84,438 ຄົນ.