ຜູ້ຕິດໂຄວິດ-19 ເພີ່ມອີກ 46 ຄົນ
2021.05.05

ຈາກຜົລຂອງການກວດວິເຄາະ 1,072 ຄົນ ໃນມື້ວັນທີ 4 ພຶສພາ 2021 ນີ້ ລາວ ກວດພົບຜູ້ຕິດໂຄວິດ-19 ຕື່ມອີກ 46 ຄົນ ເຮັດໃຫ້ມີຜູ້ຕິດເຊື້ສະສົມທັງໝົດ 1,072, ປິ່ນປົວດີແລ້ວ 99 ຄົນ ອີງຕາມຄໍາຖແລງຂອງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າ ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການຣະບາດຂອງໂຄວິດ-19 ຕໍ່ສື່ມວນຊົນໃນມື້ວັນທີ 5 ພຶສພາ ນີ້:
“ສໍາລັບສປປລາວເຮົາ ມາຮອດປັດຈຸບັນ ມີການຣາຍງານຜູ້ຕິດເຊື້ອ ທັງໝົດແມ່ນ 1072 ຄົນ. ໃນນັ້ນມີຕິດໃໝ່ເພີ່ມຂຶ້ນສໍາລັບມື້ນີ້ ແມ່ນ 46 ຄົນ ແຕ່ຍັງບໍ່ມີຜູ້ເສັຽຊີວິດ ຈໍານວນຜູ້ຕິດ ເຊື້ອທັງໝົດແມ່ນໄດ້ຮັບການປິ່ນປົວ ຫາຍດີແລ້ວແມ່ນ 99 ຄົນ.”
ຍານາງກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ໃໝ່ນີ້ ແມ່ນກວດພົບຢູ່ນະຄອນຫຼວງວຽງຈັນ 19 ຄົນ, ແຂວງບໍ່ແກ້ວ 15 ຄົນ, ສວັນນະເຂດ 6 ຄົນ ແລະ ແຂວງຈໍາປາສັກ 6 ຄົນ. ທຸກຄົນ ໄດ້ຮັບການປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ.
ຄະນະສະເພາະກິດປ້ອງກັນໂຄວິດ-19 ຮຽກຮ້ອງໃຫ້ປະຊາຊົນລາວ ໃນທົ່ວປະເທດ ສືບຕໍ່ປະຕິບັດມາຕການເຝົ້າຣະວັງການແຜ່ ຣະບາດຂອງເຊື້ອໂຄວິດ-19 ຢ່າງເຂັ້ມງວດ ເນື່ອງຈາກຍັງສັງເກດເຫັນວ່າ ມີບາງຄົນບໍ່ໃສ່ຜ້າອັດປາກອັດດັງ ອອກຈາກເຮືອນໄປ ຊື້ເຄື່ອງຂອງ ແລະ ຢູ່ຕາມບ້ານ ຍັງພາກັນຕັ້ງວົງຊຸມແຊວ, ບໍ່ຮັກສາໄລຍະຫ່າງ.
ເຈົ້າໜ້າທີ່ຄະນະສະເພາະກິດປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າໄດ້ ປະກາດຕິດຕາມຫາຕົວ 17 ຄົນ ໃນນະຄອນຫຼວງ ວຽງຈັນ ທີ່ໄດ້ສໍາພັດ ແລະໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ຊຶ່ງເປັນກຸ່ມສ່ຽງນັ້ນ ມາຣາຍງານຕົວ, ກວດຫາເຊື້ອໂຄວິດ-19 ແລະ ກັກຕົວ 14 ມື້. ແລະວ່າ ມາເຖິງຂນະນີ້ ບາງຄົນໄດ້ມາ ຣາຍງານຕົວແລ້ວ.
ທ່ານເວົ້າວ່າ ບັນຫາສໍາຄັນທີ່ເຮັດໃຫ້ເຊື້ອໂຄວິດ-19 ຣະບາດຢູ່ນະຄອນຫຼວງວຽງຈັນ ແມ່ນຄົນທີ່ໄດ້ສໍາພັດ ແລະໃກ້ຊິດກັບຜູ້ຕິດເຊື້ອ ໂຄວິດ-19 ຊຶ່ງເປັນກຸ່ມສ່ຽງ ມາກວດຫາເຊື້ອ ແລ້ວແຕ່ບໍ່ປະຕິບັດ ຕາມມາຕການປ້ອງກັນ, ບໍ່ກັກຕົວ 14 ມື້, ບໍ່ຮັກສາໄລຍະຫ່າງ, ມີການຕັ້ງວົງຊຸມແຊວ ແລະຈໍານວນນຶ່ງກໍບໍ່ຈິງໃຈ ໄປກວດ ດັ່ງທີ່ທ່ານກ່າວວ່າ:
“ຈໍານວນນຶ່ງມັນກະ ບໍ່ທັນຈິງໃຈເຂົ້າໄປກວດຫັ້ນນະ ແລ້ວຈໍານວນນຶ່ງ ທີ່ໄປກວດແລ້ວ ມັນພັດບໍ່ກັກຕົວ ໄປເລາະໄປທ່ຽວຢູ່ທາງອື່ນຢູ່ ໂຕນີ້ແຫຼະ ໂຕມັນໄທເຮົາຄຸມບໍ່ໄດ້ເທື່ອໂຕນີ້ ກະຖືວ່າຖືເບົາ ເຮົາບໍ່ເປັນດອກກະສິວ່າແນວນັ້ນລະ ພໍ່ແມ່ກະສິລະເຫລີງແນ່.”
ກ່ຽວກັບເຣື່ອງທີ່ວ່ານີ້ ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ພຶສພາ ນີ້ວ່າຕາມການສັງເກດ ຂອງຕົນເຫັນວ່າ ເຈົ້າໜ້າທີ່ທາງການ ກໍຂ້ອນຂ້າງເຂັ້ມງວດ ໃນການເຝົ້າຣະວັງປ້ອງກັນ ໂຄວິດ-19, ແຕ່ຄົນທີ່ເຄີຍເປັນໂຄວິດ-19 ແລະ ຜູ້ທີ່ຢູ່ໃນກຸ່ມສ່ຽງ ບໍ່ບອກໃຫ້ເຈົ້າໜ້າທີ່ຮູ້, ໄປຢູ່ຕລອດ, ລະເມີດຄໍາສັ່ງ ແລະ ບໍ່ປະຕິບັດຕາມມາຕການປ້ອງກັນ ຂອງທາງການ ເຮັດໃຫ້ເກີດການຣະບາດຫຼາຍຂຶ້ນ ດັ່ງທີ່ທ່ານກ່າວວ່າ:
“ພວກເຂົາທີ່ເຄີຍເປັນຫັ້ນແຫຼະ ເຂົາບໍ່ບອກ ອັນພວກເຈົ້າໜ້າທີ່ຫັ້ນນ່າ ມັນລະໄປເຕັກໆ ມັນລະຫຼາຍລະບາດນີ້ ດຽວນີ້ເຂົາລັອກ ໄດ້ໝົດແລ້ວ ດຽວນີ້ເຂົາປິດ ລັອກດາວໝົດໄດ໋ດຽວນີ້ ບໍ່ໄດ້ອອກນອກເຮືອນນອກຊານ.”
ຢູ່ນະຄອນປາກເຊ ແຂວງຈໍາປາສັກ ຊາວລາວຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຄົນທີ່ຕິດໂຄວິດ-19 ສ່ວນຫຼາຍ ເປັນກຸ່ມຊາວໜຸ່ມ ທີ່ບໍ່ສົນໃຈນໍາຄໍາສັ່ງ ຂອງທາງການ, ໄປທ່ຽວບຸນປີໃໝ່ລາວມາແລ້ວ ກໍຍັງໄປຫາໝູ່ຫາພວກ, ຮ່ວມກິນເຂົ້າກັບ ຄອບຄົວ, ບໍ່ພາກັນກັກຕົວ 14 ມື້, ບໍ່ຕິດຕາມອາການຂອງຕົນເອງ ເຮັດໃຫ້ການຣະບາດ ແຜ່ລາມໃນຄອບຄົວ ແລະຄົນໃນຊຸມຊົນ ດັ່ງທີ່ທ່່ານກ່າວວ່າ:
“ປິດໝົດທີບໝົດແດນ ມັນແຜ່ໝົດດຽວນີ້ ມັນເກືອບຄູ່ບ້ານ ເພາະວ່າມາແລ້ວແຈກກັນໄປຕິ ບາດນີ້ ຮູ້ຢູ່ກະພາກັນເຮັດຫັ້ນ່າ ເພິ່ນສິວ່າ ມັນບໍ່ຮ້າຍແຮງຫັ້ນຕິ ໂຍ໋... ສາຍພັນໃໝ່ຊໍ້າ.”
ດຣ. ພອນປະເສີດ ໄຊຍະມົງຄຸນ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຫົວໜ້າກອງເລຂາ ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການຣະບາດຂອງໂຄວິດ-19 ກ່າວຕໍ່ສື່ມວນຊົນໃນມື້ວັນທີ 4 ພຶສພາ ນີ້ວ່າ ທຸກກໍຣະນີທີ່ເຂົ້າມາ ກວດຫາເຊື້ອໂຄວິດ-19 ເຈົ້າໜ້າທີ່ສູນກາງ ແລະ ຕ່າງແຂວງ ຈະເນັ້ນຢໍ້າກັບທຸກຄົນ ຕລອດວ່າ ເຖິງຈະບໍ່ ຕິດເຊື້ອ ກໍຕ້ອງໄດ້ກັນຕົວເອງ 14 ມື້, ບໍ່ໃຫ້ຕັ້ງວົງຊຸມແຊວ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກອັດດັງຕລອດ ແລະຫ້າມບໍ່ໃຫ້ ເດີນທາງອອກໄປໃສ ອັນເປັນ ມາຕການ ທີ່ທຸກຄົນຕ້ອງໄດ້ປະຕິບັດ.
ແຕ່ການປະຕິບັດຕົວຈິງ ຄົນທີ່ຢູ່ໃນກຸ່ສ່ຽງເຫລົ່ານັ້ນ ບໍ່ປະຕິບັດຕາມມາຕການ ທີ່ເຈົ້າໜ້າທີ່ໃຫ້ຄໍາແນະນໍາ. ດັ່ງນັ້ນຈຶ່ງເຮັດໃຫ້ເຊື້ອ ໂຄວິດ-19 ຣະບາດໄປຫາຄົນອື່ນຢູ່ເລື້ອຍ ດັ່ງທີ່ ຍາງນາງກ່າວວ່າ:
“ໂຕນີ້ຢາກຢໍ້າແທ້ໆ ເພາະວ່າ ບາງກໍຣະນີທີ່ເກີດຂຶ້ນ ໃນຕົວຈິງກໍຄືວ່າ ໄປກວດແລ້ວມາເຮືອນ ກະຍັງຢູ່ແບບທັມດາທັງໆທີ່ບໍ່ທັນຮູ້ຜົລ ແລະຈາກຮູ້ຜົລແລ້ວວ່າຕົວເອງຮູ້ຜົລລົບ ກະແບບວ່າຍັງໄປເຄື່ອນໄຫວປົກຕິ ໂຕນີ້ບໍ່ໄດ້ເນາະ ເຖິງທ່ານສິເປັນລົບ ກະຂໍໃຫ້ທ່ານສືບຕໍ່ ຈໍາກັດບໍຣິເວນຂອງທ່ານ ຈົນຮອດ 14 ວັນ ເນາະຈຶ່ງອອກມາເຄື່ອນໄຫວປົກຕິໄດ້.”
ອີງຕາມແຈ້ງການຂອງທາງການລາວ, ກຸ່ມຄົນທີ່ມີຄວາມສ່ຽງ ແມ່ນໃຫ້ຮີບຮ້ອນສເນີຕົວ ຕໍ່ກະຊວງສາທາຣະນະສຸຂ ຫລືຄະນະ ສະເພາະກິດປ້ອງກນໂຄວິດ-19, ຫາກຜູ້ໃດຮູ້ແລ້ວ ແຕ່ບໍ່ປະຕິບັດຕາມ ຫລືຈົງໃຈຫລົບຫລີກ ແມ່ນຈະຖືກປະຕິບັດ ຣະບຽບວິນັຍ ຕາມກົດໝາຍບ້ານເມືອງ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ອົງການອະນາມັຍໂລກ ປະຈໍາລາວ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ການຣະບາດ ຂອງໂຄວິດ-19 ຢູ່ລາວ ຖືວ່າຈໍານວນຜູ້ຕິດເຊື້ອ ເລິ່ມຫຼຸດລົງເທື່ອລະໜ້ອຍ ຊຶ່ງສ່ວນນຶ່ງກໍຍ້ອນການເຂັ້ມງວດ ຂອງການກວດກາຫາ ຜູ້ຕິດເຊື້ອ ໃນໄລຍະ 2 ສັປດາທີ່ຜ່ານມາ ເຮັດໃຫ້ກວດພົບ ຜູ້ຄິດເຊື້ອໄດ້ໄວ ກ່ອນຈະຣະບາດ ໄປໃນເຂດຊຸມຊົນ.
ອົງການອະນາມັຍໂລກ ໄດ້ສົມທົບກັບອົງການຢູນີເຊັຟ ປະຈໍາລາວ ໃນການຈັດຫາ ວັກຊິນ AstraZeneca ຈໍານວນ 480,000 ໂດສ ຜ່ານໂຄງການ COVAX ມອບໃຫ້ຣັຖບາລລາວ ຊຶ່ງໄດ້ຮັບແລ້ວ 132,000 ໂດສ ໃນມື້ວັນທີ 20 ມິນາ ທີ່ຜ່ານມາ ແລະ ສ່ວນທີ່ເຫລືອ ຄາດວ່າຈະໄດ້ຮັບໃນທ້າຍປີນີ້ ແລະ ຕົ້ນປີໜ້າ ເພື່ອສັກໃຫ້ປະຊາຊົນ ດັ່ງທີ່ທ່ານກ່າວວ່າ:
“ຊຶ່ງຢູ່ໃນລາວນີ້ ໝາຍຄວາມວ່າ ມີອະນາມັຍໂລກ ມີຢູນີແຊຟ. 2 ອົງການນີ້ ເປັນຕົວຫລັກໃນການນໍາເອົາວັກຊິນ AstraZeneca ນີ້ເຂົ້າມາ ເຈົ້າ. 2 ປີນີ້ ຈະຊ່ວຍໃຫ້ປະຊາຊົນລາວນີ້ ສີດວັກຊິນ 20% ຂອງປະຊາກອນຂອງລາວ ນັບແຕ່ປີນີ້ ຈົນຮອດປີໜ້າ. ສະນັ້ນຈໍານວນໂດສ ທີ່ເຂົ້າມານີ້ ມັນຈະເຂົ້າມາເປັນລະລັອດໆມາ ຕ່າງແຕ່ວ່າ ຍັງກໍານົດມື້ບໍ່ໄດ້ ຕົວນັ້ນສິເຂົ້າມາຕົວໃດ.”
ອີງຕາມການຣາຍງານຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ວັນທີ 5 ພຶສພາ ນີ້ ມາເຖິງປັດຈຸບັນ ມີຜູ້ໄດ້ຮັບການກວດ ວິເຄາະຫາເຊື້ອໂຄວິດ-19 ທັງໝົດ 181,670 ຄົນ. ໃນນັ້ນ ມີຜູ້ຕິດເຊື້ອສະສົມ 1,072 ຄົນ, ປິ່ນປົວຫາຍແລ້ວ 99 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 973 ຄົນ, ຍັງບໍ່ມີຜູ້ເສັຍຊີວິດ.
ມາເຖິງປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ຈໍານວນ 345,818 ຄົນ. ໃນນັ້ນມີຜູ້ໄດ້ສັກເຂັມທີ 1 ແລ້ວ 269,862 ຄົນ ແລະ ສັກເຂັມທີ 2 ແລ້ວ 75,956 ຄົນ.