ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 49 ຄົນ ຢູ່ລາວ
2021.05.18

ໃນມື້ວັນທີ່ 19 ພຶສພາ ປີ 2021 ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 49 ຄົນ ຈາກຜົລຂອງການກວດຜູ້ຕິດເຊື້ອ ທັງຫມົດ ຈຳນວນ1,967 ຕົວຢ່າງ ເຮັດໃຫ້ມີຜູ້ຕິດ ເຊື້ອສະສົມ ທົ່ວປະເທດເພີ່ມຂຶ້ນ ເປັນ 1,687 ຄົນ.
ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວຫນ້າກົມຄວບຄຸມພຍາດຕິດຕໍ່ ແລະ ຕາງຫນ້າຄະນະສເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່່ມວນົຊໃນມື້ວັນທີ 18 ພຶສພາ ນີ້ວ່າ:
“ພວກເຮົາໄດ້ເກັບຕົວຢ່າງມາກວດທັງຫມົດ ແມ່ນ 1,967 ຕົວຢ່າງໃນນັ້ນລະມີກໍຣະນີ ຕິດເຊື້ອສະເພາະໃນວັນທີ 18 ພຶສພານັ້ນມີ 49 ຄົນ.”
ທ່ານກ່າວຕຶ່ມວ່າ ຜູ້ຕິດເຊື້່ອໂຄວິດ-19 ຣາຍໃຫມ່ນີ້ ພົບເຫັນຢູ່ນະຄອນຫຼວງວຽງຈັນ 8 ຄົນ , ແຂວງບໍ່ແກ້ວ 26 ຄົນ ແລະ ແຂວງ ຈຳປາສັກ 15 ຄົນ ທັງຫມົດໄດ້ຮັບການປີ່ນປົວ ແລະຕິດຕາມສະພາບການ ຢູ່ ໂຮງຫມໍຫມົດແລ້ວ.
ສ່ວນກໍຣະນີ ການຣະບາດຢູ່ແຂວງບໍ່ແກ້ວ ໃນປັດຈຸບັນມີຜູ້ຕິດເຊື້່ອສະສົມ ປະມານ 454 ຄົນ ຮອງຈາກນະຄອນຫຼວງວຽງຈັນ ຖືວ່າ ຮຸ່ນແຮງພໍສົມຄວນ, ແຂວງບໍ່ແກ້ວໄດ້ຮັບ ຄວາມຍຸ້ງຍາກຫຼາຍຢ່າງ ໃນການຮັບມືກັບຄົນຕິດເຊື້ອ ຍ້ອນພະນັກງານ ແພດແລະຫມໍ ບໍ່ພຽງພໍກັບຄວາມຕ້ອງການ.
ດ້ວຍຂໍ້ຈຳກັດດັ່ງກ່າວ ແຂວງບໍ່ແກ້ວ ຈືຶ່ງໄດ້ຂໍຄວາມຊ່ອຍເຫລືອ ຈາກຂແນງການຕ່າງໆ ໃນການແບ່ງພາລະ ການປ້ອງກັນການ ຣະບາດຂອງໂຄວິດ-19 ພາຍໃນແຂວງ. ແພດ ແລະຫມໍ ຜູ້ທີ່ປີ່ນປົວຄົນຕິດໂຄວິດ-19 ຈຳນວນນຶ່ງ ກໍໄປສົມທົບກັບນັກວິຊາການ ແພດຈີນ ເພື່ອປິ່ນປົວຜູ້ຕິດເຊື້ອ ໃນເຂດເສຖກິດພິເສດສາມຫລ່ຽມຄຳ ຊຶ່ງແພດແລະຫມໍຄົນນື່ງ ຈະປິ່ນປົວຄົນໄຂ້ປະມານ 15 ຄົນ.
“ມັນມີແຕ່ວ່າມັນບໍ່ພຽງພໍ ເພາະວ່າຢູ່ນອກນີ້ດຽວນີ້ ເຮົາກໍສັກວັກຊີນແດ່ ກະບໍ່ມີຄົນແດ່ ມີແຕ່ວ່າ ຄົນຫ້ອງການອື່ນຂະເຈົ້າຈະຜັດກັນ ມາມື້ລະ 4 ຄົນ ແລະ 5 ຄົນ ມາຊ່ອຍຂຽນ ຟອມຢາ ເພາະວ່າແພດຫມໍ ເຂົ້າໄປໃນເຂດເສຖກິດພິເສດ ເກືອບຫມົດທຸກຄົນ ມັນມີ ຫນ້ອຍຢູ່ແລ້ວນ່າ ແພດຈີນບໍ່ຄ່ອຍມີແບບຮັກສາຫັ້ນນ່າ ຄັນຄົນລາວເຂົ້່າໄປ ຂະເຈົ້າຈະແບ່ງທິມ ສັກຢາ ແລ້ວກະມີທິມກວດເຊື້ອຫັ້ນ.”
ທ່ານກ່າວຕື່ມວ່າ ແພດແລະຫມໍ ຜູ້ທີ່ບໍ່ໄດ້ເຂົ້າໄປປິ່ນປົວ ຄົນຕິດເຊື້ອໂຄວິດ-19 ຢູ່ ເຂດເສຖກິດພິເສດ ສາມຫລ່ຽມຄຳນັ້ນ ກໍຕ້ອງ ປີ່ນປົວ ແລະຕິດຕາມອາການ ຄົນຕິດເຊື້່ອຢູ່ ໂຮງຫມໍ ແຂວງ.
ໃນມື້ວັນທີ 17 ພຶສພາ ອຳນາດການປົກຄອງ ແຂວງບໍ່ແກ້ວ ກໍໄດ້ປະຊຸມຫາລືກັນກັບຣັຖບານ ໂດຍແຂວງບໍ່ແກ້ວໄດ້ສເນີຕໍ່ກະຊວງ ສາທາຣະນະສຸກ ໃຫ້ສົ່ງແພດແລະຫມໍ ຈາກ ສູນກາງ ມາຊ່ອຍແຂວງບໍ່ແກ້ວ ແລະ ເຂດເສຖກິດພິເສດສາມຫລ່ຽມຄຳ ບ່ອນທີ່ີມີຄົນ ຕິດເຊື້ອຫຼາຍ ຮ່ວມທັງຂໍງົບປະມານ ໃນການເຄື່ອນໄຫວຕິດຕາມ ຜູ້ຕິດເຊື້ອເພື່ອຕ້ານ ການຣະບາດລາມປາຍ.
ກ່ຽວກັບການແຜ່ລາມ ຂອງ ໂຄວິດ-19 ຢ່າງຕໍ່ເນື່ອງໃນເວລານີ້ ແຂວງວຽງຈັນ ກະຊວງໂຍທິການ ແລະຂົນສົ່ງ ກໍອອກແຈ້ງການ ຈະບໍ່ອະນຸຍາດ ຜູ້ທີ່ບໍ່ໄດ້ສັກຢາ ເຂົ້າໄປໃຊ້ບໍຣິການ ຢູ່ສູນຄຸ້ມຄອງພາຫະນະ ແລະ ໃບຂັບຂີ່ ຢູ່ບ້ານທົ່ງປົ່ງ ແລະ ຢູ່ສາຂາເມືອງ ນາຊາຍທອງ ແລະ ໄຊເສດຖາ ຍ້ອນຢ້ານເຈົ້າຫນ້າທີ່ ຜູ້ໃຫ້ບໍຣິການ ຕິດເຊຶື້ອໂຄວິດ-19 ຈາກຜູ້ມາໃຊ້ ບໍຣິການ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງເວົ້າວ່າ:
“ເພາະວ່າໃຜບໍ່ໄດ້ສັກຢາວັກຊີນ ເພີ່ນບໍ່ຢາກໃຫ້ໄປໃຊ້ງານ ຫັ້ນນ່າ ຕ້ອງສັກຢາມີໃບຢັ້ງຢືນຫັ້ນນ່າ ໃຫ້ຜູ້ສັກຫັ້ນເຂົ້າໄປພົວພັນເພິ່ນ ກະແຄ່ປ້ອງກັນຊື່ໆ ປ້ອງກັນອ້າຍນ້ອງ ພະນັກງານຫັ້ນແຫຼະ ຄັນໄປພົວພັນກັບວຽກ ກະມີແຕ່ເອົາຜູ້່ສັກຢາຫັ້ນ.”
ກ່ຽວກັບເຣື້ອງນີ້ ຊາວລາວທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ ຖືວ່າເປັນກົດຣະບຽບທີ່ດີ ເພາະເປັນການປ້ອງກັນ ບໍ່ໃຫ້ເຈົ້າ ຫນ້າທີ່ຕິດເຊື້ອໂຄວິດ-19 ຈາກຜູ້ທີ່ໄປໃຊ້ບໍຣິການ ຍ້ອນວ່າໃນປັດຈຸບັນ ຍັງມີຄົນລາວ ແລະ ຄົນຕ່າງຊາດຢູ່ລາວຫຼາຍຄົນ ຍັງບໍ່ທັນ ສັກວັກຊິນປ້ອງກັນເທື່ອ.
“ຄັນມາເວົ້າເຣື້ອງຣະບຽບ ແມ່ນດີຢູ່ ແຕ່ວ່າຕົວຈິງນີ້ ເຈົ້າໄດ້ສັກຢາທົ່ວເຖິງແລ້ວບໍ ມັນຕ້ອງຄຽງຄູ່ ກັບກັບຕົວຈິງ ບາດນີ້ຄັນຖ້າວ່າ ການສັກວັກຊິນ ຍັງບໍ່ທົ່ວເຖິງນີ້ ກໍຫມາຍຄວາມວ່າ ເປັນການບັງຄັບ ແລະແມ່ນໃຜຊີ່ໄປເພາະ ບໍ່ໄດ້ສັກຢາເດ.”
ຊາວນະຄອນຫຼວງວຽງັຈນ ອີກຜູ້ນື່ງຊຶ່ງເປັນຜູ້ແລ່ນຣົດໂດຍສານ ເວົ້າວ່າດຽວນີ້ຍັງບໍ່ໄດ້ສັກຢາວັກຊີນເທື່ອ ຍັງບໍ່ກ້າອອກບ້ານໄປໃສ ຍ້ອນຢ້ານວ່າ ເມື່ອອອກໄປຈະຕິດ ໂຄວິດ-19 ເລີຍບໍ່ໄປໃຊ້ບໍຣິການ ຈົນກວ່າ ສະພາບການຂອງໂຄວິດ-19 ຈະຫມົດໄປ.
“ບໍ່ດອກເຮົາບໍ່ໄດ້ໄປມົ້ວຫັ້ນມົ້ວນີ້ ກຳແພງນະຄອນນີ້ ເປັນພື້ນທີ່ສີແດງແລ້ວ ບໍ່ໄປ ບໍ່ທັນໄປຕໍ່ແລ້ວເນາະ ເອກສານ ມັນແລ້ວກ່ອນ ແລ້ວຈັ່ງຊີ່ໄປ ມີໃຜຊີ່ກ້າໄປໃສ ຜູ້ໃດກະຢູ່ເຮືອນໃຜ ເຮືອນມັນ.”
ກ່ຽວກັບການຣະບາດຂອງໂຄວິດ-19 ຢ່າງຕໍ່ເນື່ອງ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ ໄດ້ປະຊຸມທາງໄກຈາກສູນກາງ ນະຄອນຫຼວງວຽງຈັນ ກັບແຂວງຕ່າງໆ ທົ່ວປະເທດ ໂດຍທ່ານໄດ້ເນັ້ນໃສ່ ວຽກງານການປ້ອງກັນ ການແຜ່ລາມຂອງໂຄວິດ-19 ເປັນຫລັກ ເປັນຕົ້ນ ການປັບປຸງບຸຄລາກອນ ໃຫ້ພຽງພໍແລະຄົບຖ້ວນ, ເຮັດແຜນວຽກ ທີ່ມີປະສິດທິພາບ ແລະ ການປະຕິບັດງານ ຢ່າງວ່ອງໄວ ແລະ ທັນເວລາ ຮ່ວມດ້ວຍການເອົາໃຈໃສ່ ຈັດຫາຢາວັກຊີນ ແລະ ສັກວັກຊີນປ້ອງກັນໂຄວິດ-19 ໃຫ້ໄດ້ໄວ ແລະ ຫລາຍຂຶ້ນ.