952 ຄົນ ຕິດໂຄວິດ-19, ຫຼາຍທີ່ສຸດ ໃນມື້ດຽວ
2021.08.25
ຈາກຜົລ ຂອງການກວດວິເຄາະ ຫາເຊື້ອໂຄວິດ-19 ຈຳນວນ 3,107 ຄົນ ໃນມື້ວັນທີ 24 ສິງຫາ 2021 ນີ້ ທາງການລາວ ກວດພົບ ຜູ້ຕິດ ເຊື້ອໂຄວິດ-19 ໃໝ່ເພີ່ມຕື່ມອີກ 952 ຄົນ ຄື ຕິດຫຼາຍກວ່າ ທຸກມື້ ທີ່ຜ່ານມາ. ໃນນັ້ນ ນໍາເຂົ້າ 358 ຄົນ ແລະ ຕິດໃນຊຸມຊົນ 594 ຄົນ, ຊຶ່ງໃນນັ້ນ ຢູ່ຄ້າຍຄຸມຂັງ ແຂວງສວັນນະເຂດ ຫຼາຍກວ່າໝູ່ ມີ 543 ຄົນ, ເຮັດໃຫ້ມີ ຜູ້ຕິດເຊື້ອສະສົມ 13,909 ຄົນ ແລະ ມີຜູ້ເສັຍຊີວິດ 11 ຄົນ. ດຣ. ສີສະຫວາດ ສຸດທານິລະໄຊ, ຮອງຫົວໜ້າ ກົມຄວບຄຸມ ພະຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ, ຕາງໜ້າ ຄະນະສະເພາະກິດ ປ້ອງກັນ ໂຄວິດ-19 ກ່າວ ໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 25 ສິງຫານີ້ວ່າ:
“ກວດພົບ ຜູ້ຕິດເຊື້ອໃໝ່ ທັງໝົດ 952 ຄົນ ເປັນໂຕເລກ ທີ່ສູງທີ່ສຸດ ຕັ້ງແຕ່ ມີການຣະບາດ ຊຶ່ງຕິດ ຢູ່ໃນຊຸມຊົນ ກໍແມ່ນ 584 ຄົນ ຄືສວັນນະເຂດ 551 ຄົນ, ບໍ່ແກ້ວ 29 ຄົນ ນະຄອນຫຼວງ 11 ຄົນ, ຈໍາປາສັກ 1 ຄົນ, ແຂວງວຽງຈັນ 1 ຄົນ ແລະ ກໍໄຊຍະບູຣີ 1 ຄົນ. ສໍາລັບ ການຕິດເຊື້ອ ຢູ່ໃນຊຸມຊົນ 551 ຄົນນັ້ນ ຢູ່ສະຖານທີ່ຄຸມຂັງ ແມ່ນ 543 ຄົນ.”
ໃນຈໍານວນ 952 ຄົນທີ່ຕິດເຊື້ອໃໝ່ນັ້ນ ຕິດຢູ່ແຂວງສວັນນະເຂດ 631 ຄົນ, ຄໍາມ່ວນ 112 ຄົນ, ສາລະວັນ 110 ຄົນ, ແຂວງຈໍາປາສັກ 55 ຄົນ, ບໍ່ແກ້ວ 29 ຄົນ, ນະຄອນ ຫລວງວຽງຈັນ 12 ຄົນ, ໄຊຍະບູຣີ 2, ແຂວງວຽງຈັນ 1 ຄົນ.
ກ່ຽວກັບ ກໍຣະນີ ຄົນຕິດໂຄວິດ-19 ຢູ່ໃນ ຄ້າຍຄຸມຂັງ ຢູ່ແຂວງສວັນນະເຂດ ຫຼາຍຂຶ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ: ເປັນຍ້ອນ ຢູ່ໃນຄ້າຍຄຸມຂັງ ນັກໂທ ຢູ່ກັນຂ້ອນຂ້າງແອອັດ, ສ່ວນໃຫຍ່ ນັກໂທດຕິດເຊື້ອ ແບບບໍ່ມີ ອາການຮຸນແຮງ, ປັດຈຸບັນ ໄດ້ປິ່ນປົວ ພວກເຂົາເຈົ້າ ຢູ່ໃນຄ້າຍຄຸມຂັງ ແລະ ໄດ້ແຍກ ພວກນັກໂທດ ທີ່ມີຄວາມສ່ຽງ ອອກຈາກ ພວກປົກກະຕິ ແລະ ຢູ່ໃນໄລຍະ ການກັກຕົວ, ຖ້າຫາກມີ ນັກໂທດ ຕິດເຊື້ອ ຫຼາຍເພີ່ມຂຶ້ນ ແນ່ນອນ ກໍຈະຕ້ອງ ໄດ້ຫາສະຖານທີ່ ກັກຕົວໃໝ່ໃຫ້ ດັ່ງທີ່ ທ່ານກ່າວວ່າ:
“ສະຖານທີ່ ເຮົາກໍຂ້ອນຂ້າງ ຈໍາກັດແດ່ ມັນແອອັດແດ່ ແລ້ວກະສ່ວນຫລາຍ ອາການເບົາບາງ ບໍ່ທັນ ຂຍາຍອອກໄປ ທາງເຂດນອກ ນັກໂທດ ມີຫຼາຍກໍຣະນີນະ ມີກໍຣະນີໜັກ, ກໍຣະນີເບົາ. ທໍາອິດ ເພິ່ນກໍແຍກ ຜູ້ທີ່ຢູ່ໃ ນກຸ່ມສ່ຽງຫັ້ນໄວ້ ໂຊນຕ່າງຫາກ ແລ້ວກະຜູ້ຕິດເຊື້ອ ເຂົ້າຮັບ ການປິ່ນປົວ ຕັ້ງເປັນ ໂຮງໝໍສະເພາະ ຢູ່ໃນຄຸມຂັງ ຫັ້ນເລີຍ. ເດີ່ນທີ່ມີ ດຽວນີ້ ກໍສາມາດ ຮອງຮັບໄດ້ຢູ່ ຖ້າມີ ກໍຣະນີ ມາຫຼາຍຕື່ມ ເພິ່ນກໍຕ້ອງ ຫາສະຖານທີ່ໃໝ່ ທີ່ເໝາະສົມ ເພີ່ມອີກຫັ້ນແຫລະ ຈັ່ງວ່າ ບໍ່ສາມາດ ເອົາອອກໄປ ທາງອື່ນໄດ້. ດຽວນີ້ ກໍສາມາດ ຄວບຄຸມໄດ້ ຢູ່ໃນ ພື້ນທີ່ຈໍາກັດ ສະຖານ ຄຸມຂັງຫັ້ນ.”
ຢູ່ແຂວງບໍ່ແກ້ວ ທາງການແຂວງ ກໍໄດ້ອອກ ແຈ້ງການຕື່ມ ໃນມື້ວັນທີ 24 ສິງຫານີ້ ກ່ຽວກັບ ມາຕການ ປ້ອງກັນ ໂຄວິດ-19, ບໍ່ໃຫ້ມີ ການຊຸມແຊວ ທັງໃນຄອບຄົວ ແລະ ຊຸມຊົນ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງຕ່າງໆ, ປິດບ່ອນຫລິ້ນ ກິລາ ໃນຮົ່ມທຸກປະເພດ, ປິດໂຮງຮຽນ ອະນຸບານ, ໂຮງຮຽນ ລ້ຽງເດັກ ຊົ່ວຄາວ, ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເຂັ້ມງວດ ໃນເຣື່ອງນີ້ ແລະ ໃຫ້ຕິດຕາມ ຄົນເຂົ້າ-ອອກ ທັງຕາມຊາຍແດນ ບໍ່ໃຫ້ຄົນ ລັກເຂົ້າມາ ປະເທດ, ຜູ້ໃດ ລະເມີດ ຈະຕ້ອງ ຖືກດໍາເນີນ ຄະດີ ຕາມລະບຽບກົດໝາຍ.
ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງບໍ່ແກ້ວ ເວົ້າວ່າ ການທີ່ ທາງການແຂວງ ມີມາຕການ ເຂັ້ມງວດ ຕື່ມນີ້ ກໍຍ້ອນວ່າ ມີຄົນຕິດ ໃນຊຸມຊົນຫຼາຍຂຶ້ນ. ດັ່ງນັ້ນ ຈຶ່ງຕ້ອງໄດ້ ປ້ອງກັນ ໄວ້ກ່ອນ ເພື່ອບໍ່ໃຫ້ ໂຄວິດ-19 ຣະບາດ ອອກໄປຕື່ມອີກ, ສ່ວນວ່າ ໂຮງຮຽນ ທີ່ຈະເປີດ ຮຽນສົກໃໝ່ ໃນເດືອນກັນຍານີ້ ຈະໄດ້ເປີດ ຫຼືບໍ່ນັ້ນ ກໍຕ້ອງລໍຖ້າ ແຈ້ງການກ່ອນ:
“ແມ່ນເພິ່ນ ກໍອອກ ມາຕການ ກະມີ ຄວາມຮຸນແຮງຂຶ້ນ ຫັ້ນແຫລະ ເພາະຕິດເຊື້ອ ມັນເພີ່ມຂຶ້ນຫຼາຍ ໃນຊຸມຊົນ ກະບ້ານຊຸມຊົນ ຂອງເມືອງຕົ້ນເຜິ້ງ ຫັ້ນແຫລະ ການດໍາຣົງຊີວິດ ມັນກະມີ ການໄປ-ການມາ ພົວພັນກັນ ເພິ່ນກໍຢ້ານກັນ ກໍເລີຍຕັດ ບັນຫາ ບໍ່ໃຫ້ ໂຮງຮຽນເປີດ ຖ້າຜ່ອນຜັນ ເພິ່ນຕໍ່ໄປເນາະ ບໍ່ຮູ້ວ່າ ເພິ່ນຈະອອກມາ ແນວໃດ.”
ຊາວບ້ານ ຢູ່ເມືອງຕົ້ນເຜິ້ງ ເວົ້າວ່າ ໃນການປະຕິບັດ ແຈ້ງການໃໝ່ນີ້ ເຫັນທາງການ ເພິ່ນຕັ້ງດ່ານ ກວດກາ ການເຂົ້າ-ອອກເມືອງ ແລະ ປະກາດ ທາງໂທຣະໂຄ່ງ ຫ້າມບໍ່ໃຫ້ ຄົນໃນ ເຂດບ້ານແດງ ເດີນທາງເຂົ້າ-ອອກ ໂດຍສະເພາະ ບ້ານໃໝ່ສີເມືອງງາມ ຢູ່ເມືອງຕົ້ນເຜິ້ງ ທີ່ມີຄົນຕິດ ໂຄວິດ-19 ໃນຊຸມຊົນຫຼາຍ,
“ມື້ວານນີ້ ເພິ່ນແຈ້ງມາອີກວ່າ ເຂັ້ມງວດ ກວ່າເກົ່າຊໍ້າວ່າຊັ້ນ ໜ່ວຍງານ ເອົາໂທຣະໂຄ່ງ ໃສ່ຣົດ ປະກາດ ໄປແຕ່ລະບ້ານໆ ມີດ່ານຢູ່ຄື ບ້ານໃຫຍ່ສີເມືອງງາມ ເນາະມັນ ຈະຕິດຫຼາຍ ແລ້ວບາດນີ້ ເຂົາເຈົ້າ ກໍບໍ່ໃຫ້ ປະຊາຊົນ ເຂົ້າອອກເລີຍ ແບບກວດໝົດ ທຸກຄົນ ຢູ່ໃນບ້ານເລີຍນ່າ ສ່ວນຫຼາຍ ບໍ່ໃຫ້ອອກໄປ ໃສລະ.”
ປະຊາຊົນ ຢູ່ເມືອງຕົ້ນເຜິ້ງ ອີກຜູ້ນຶ່ງ ກໍເວົ້າວ່າ ການແຈ້ງການ ຍັງເຂັ້ມງວດ ຄືເກົ່າ ແຕ່ໃນເທື່ອນີ້ ຢູ່ບ້ານ ທີ່ເປັນພື້ນທີ່ ສີແດງ ທາງການ ເພິ່ນບໍ່ໃຫ້ ຊາວບ້ານອອກນອກເຮືອນ ຖ້າບໍ່ຈໍາເປັນແທ້ ແລະ ມີເຈົ້າໜ້າທີ່ ຕັ້ງດ່ານ ກວດກາທຸກບ້ານ:
“ເຂັ້ມງວດ ຄືເກົ່າ ແຕ່ລະບ້ານ ກໍຄືກັນ ມີແຕ່ເຂົ້າອອກ ເສັ້ນທາງດຽວ ເພາະມັນ ມາໃກ້ເຮົາເດ໋ ຖ້າບໍ່ຈໍາເປັນ ແທ້ໆ ກໍບໍ່ໃຫ້ ອອກຈາກເຮືອນ ຢູສີເມືອງງາມ ຫັ້ນຫລາຍ.”
ອີງຕາມ ການຣາຍງານ ຂອງຄະນະ ສະເພາະກິດ ປ້ອງກັນ ໂຄວິດ-19 ໃນມື້ວັນທີ 25 ສິງຫາ 2021 ນີ້, ມາເຖິງ ປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບ ການກວດ ວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 414,725 ຄົນ, ມີຜູ້ຕິດເຊື້ຶອ ສະສົມ 13,909 ຄົນ, ປິ່ນປົວຫາຍແລ້ວ 9,532 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມ ອາການ ຢູ່ໂຮງໝໍ 4,366 ຄົນ, ເສັຽຊີວິດ 11 ຄົນ.