ຄົນງານລາວ ທີ່ເຮັດວຽກນໍາບໍຣິສັດທົ່ວໄປໃນປະເທດລາວ ສ່ວນຫລາຍບໍ່ໄດ້ຮັບການຄຸ້ມຄອງ ດ້ານສຸຂພາບ ແລະຄວາມປອດພັຍ ໃນສະຖານທີ່ເຮັດວຽກ. ເວລາເກີດອຸບັດຕິເຫດ ຫລືເຈັບປ່ວຍ ແມ່ນໄດ້ຮັບຜິດຊອບໃນການປິ່ນປົວເອົາເອງ. ຄົນງານສ່ວນໃຫຍ່ທີ່ໄດ້ຮັບ ການຄຸ້ມຄອງດ້ານສຸຂພາບ ຫລືໄດ້ເຂົ້າຢູ່ໃນລະບົບປະກັນສັງຄົມ ແມ່ນເຮັດວຽກນໍາບໍຣິສັດ ໃຫຍ່ໆ ເທົ່ານັ້ນ.
ດັ່ງຄົນງານລາວຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 25 ກຸມພານີ້ວ່າ:
" ຕອນຍັງຢູ່ຫັ້ນ ເພິ່ນບໍ່ໄດ້ເຂົ້າປະກັນສັງຄົມໃຫ້ ເຈັບເປັນບໍ່ມີການປິ່ນປົວຊ່ວຍ ມີແຕ່ວ່າແຖວບ້ານມີສາທາຣະນະສຸກ ເພິ່ນລົງມາວ່າຜູ້ໃດ ຢາກສມັກເຂົັ້າກໍເຂົ້າ ສ່ວນຫລາຍບໍ່ໄດ້ເຂົ້າຍ້ອນວ່າ ບໍ່ມີເງິນ ຫວ່າງງານ ຢູ່ເຮືອນລ້າໆ ບໍ່ໄດ້ເຮັດຫຍັງ ສົມມຸດວ່າຄອບຄົວນຶ່ງຫັ້ນ 5-6 ຄົນຊີ້ ມັນກໍຫລາຍແສນ ກໍບໍ່ໄດ້ເຂົ້າ. "
ໃນຂະນະດຽວກັນ ຄົນງານລາວອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ຄົນງານລາວສ່ວນໃຫຍ່ທີ່ເຮັດວຽກນໍາບໍຣິສັດນ້ອຍໆ ຈະບໍ່ໄດ້ເຂົ້າຢູ່ໃນລະບົບປະກັນສັງຄົມ ຫລືບໍ່ໄດ້ຮັບການຄຸ້ມຄອງດ້ານສຸຂພາບ, ເວລາເກິີດອຸບັດຕິເຫດ ຫລືເຈັບປ່ວຍຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວເອົາເອງທັງໝົດ.
" ຢູລາວເຂົສບໍ່ຮອງຮັບເຂົ້າປະກັນສັງຄົມ ບໍ່ມີໃຫ້ ເວລາເຮົາເຈັບປ່ວຍມາ ເຮົາກໍເສັຽເງິນເອງ. "
ອີງຕາມການຣາຍງານ ໃນກອງປະຊຸມລະຫວ່າງ ກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ, ກະຊວງແຮງງານ ແລະສວັດດິການສັງຄົມ, ອົງການແຮງງານສາກົນປະຈໍາ ສປປ ລາວ ແລະຂແນງການທີ່ກ່ຽວຂ້ອງ ກ່ຽວກັບການພັທນາແຜນການ ຄວາມປອດພັຍ ແລະສຸຂພາບແຮງງານແຫ່ງຊາດ ໃນມື້ວັນທີ 18 ກຸມພານີ້ແລ້ວແມ່ນວ່າ ມີເປົ້າໝາຍສ້າງ ແລະຂຍາຍກອບວຽກງານດ້ານຄວາມປອດພັຍ ແລະສຸຂພາບແຮງງານຢູ່ລາວ ໂດຍສະ ເພາະແມ່ນເຣື່ອງການສົ່ງເສີມວຽກງານ, ການປັບປຸງນິຕິກໍາ ແລະສະຖາບັນດ້ານຄວາມປອດພັຍ ແລະສຸຂພາບແຮງງານ, ສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ທີ່ຮັບຜິດຊອບວຽກງານດ້ານຄວາມປອດພັຍ ແລະສຸຂພາບແຮງງານ ແລະກວດກາເຣື່ອງຄວາມປອດພັຍ ແລະສຸຂພາບແຮງງານຢູ່ຕາມຫົວໜ່ວຍແຮງງານໃຫ້ດີຂຶ້ນ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າຂອງໂຮງງານຕັດຫຍິບໃນລາວແຫ່ງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ກຸມພານີ້ວ່າ ໂຮງງານຕັດຫຍິບຂອງຕົນກໍບໍ່ໄດ້ປະກັນສັງຄົມໃຫ້ຄົນງານ ຍ້ອນວ່າຈ້າງຄົນງານແບບລະບົບລາຍວຽກ, ເມື່ອມີງານ ຫລືໃບສັ່ງເຂົ້າມາ ກໍໃຫ້ຄົນງານ ນໍາໄປຫຍິບຢູ່ບ້ານ ແລະທາງໂຮງງານຈ່າຍເງິນໃຫ້ຕາມຈໍານວນວຽກ, ບໍ່ໄດ້ຈ່າຍເງິນໃຫ້ຄົນງານເປັນເດືອນ.
" ຕອນນີ້ນ່າເຮົາມັນເຮັດບໍ່ໄດ້ ເຮົາເຮັດເຄື່ອງພາຍໃນ ເຮັດເຄື່ອງຂອງເຮົາເອງຫັ້ນນ່າ ເຮົາມີງານ 50 ໂຕບໍ່ 100 ໂຕບໍ່ຈັ່ງຊີ້ ເຮົາກໍຕັດແລ້ວໃຫ້ເຂົາເຈົ້າໄປເຮັດຢູ່ບ້ານ ຖ້າງານພາຍໃນເຮົາບໍ່ອອກ ມັນກະຄືບໍ່ມີງານຫັ້ນນ່າ ບໍ່ໄດ້ມີເງິນເດືອນເຮົາຈ່າຍແບບມອບເໝົາ ສົມມຸດວ່າງານເຂົ້າມາ ເຈົ້າຫຍິບຫລາຍ ກະຄືເຈົ້າໄດ້ຫລາຍແບບນັ້ນ. "
ແລະເຈົ້າໜ້າທີ່ດ້ານແຮງງານ ກະຊວງແຮງງານ ແລະສວັດດິການສັງຄົມ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງກໍກ່າວໃນມື້ດຽວກັນນີ້ວ່າ ປັດຈຸບັນ ຄາດວ່າຍັງມີຫລາຍບໍຣິສັດ ທີ່ຍັງບໍ່ໃຫ້ການຄຸ້ມຄອງດ້ານສຸຂພາບ ແລະຄວາມປອດພັຍ ຕາມລະບົບປະກັນສັງຄົມແກ່ຄົນງານເທື່ອ ຍ້ອນວ່າທາງບໍຣິສັດບໍ່ຢາກເສັຍເງິນເພິ່ມໃຫ້ຄົນງານ.
" ກະຄືເຂົາເຈົ້າບໍ່ຢາກເສັຽເງິນໃຫ້ພະນັກງານ ຄວາມໝາຍກະຄື ມັນຈະມີພະນັກງານ 55% ນາຍຈ້າງຕ້ອງຈ່າຍເພີ່ມອີກ 6% ຂອງເງິນເດືອນພະນັກງານ ຖ້າວ່າຮູ້ທັງຮູ້ ກະຄືວ່າແມ່ນເຈຕນາໂຕດຽວຫັ້ນແຫລະ. "
ທ່ານກ່າວຕື່ມວ່າ ໃນແຕ່ລະປີ ໜ່ວຍງານກວດສອບແຮງງານຂອງກະຊວງແຮງງານ ແລະ ສວັດດິການສັງຄົມ ໄດ້ໄປກວດກາ, ຖ້າພົບວ່າ ບໍຣິສັດໃດບໍ່ມີປະກັນສັງຄົມ ຫລືບໍ່ໃຫ້ການຄຸ້ມຄອງດ້ານສຸຂພາບ ແລະຄວາມປອດພັຍແກ່ຄົນງານ ກໍຖືວ່າບໍຣິສັດນັ້ນມີຄວາມຜິດຕໍ່ລະ ບຽບກົດໝາຍ ໂດຍຈະມີການກ່າວເຕືອນ, ຫາກຍັງກວດພົບວ່າ ບໍ່ໃຫ້ຄົນງານເຂົ້າລະບົບປະກັນສັງຄົມຢູ່ກໍຈະຖືກປັບໃໝ ແລະຖ້າຫາກຍັງກວດພົບອີກຫລາຍເທື່ອ ກໍຈະຖືກສັ່ງໃຫ້ປິດບໍຣິສັດຕາມກົດໝາຍແຮງງານ ແລະກົດໝາຍປະກັນສັງຄົມ.
ດັ່ງທີ່ທ່ານກ່າວວ່າ:
" ກົດໝາຍແຮງງານ ແລະກົດໝາຍປະກັນສັງຄົມ ມີຢູ່ທັງ 2 ເລີຍຄືວ່າຕ້ອງໄດ້ເຂົ້າປະກັນສັງຄົມ ໃຫ້ແຮງງານທຸກຄົນ ພະນັກງານໄດ້ເງິນເດືອນນັບແຕ່ 1 ເດືອນຂຶ້ນໄປ ຕ້ອງໄດ້ເຂົ້າປະກັນສັງຄົມໃຫ້ເຂົາເຈົ້າ ໜ່ວຍງານຕວດສອບແຮງງານເນາະ ແຕ່ລະເທື່ອເພິ່ນຈະສຸມໄປ ແຕ່ລະບໍຣິສັດ ຖ້າວ່າບໍຣິສັດໃດບໍ່ເຂົ້າປະກັນສັງຄົມ ເພິ່ນຈະມີການເຮັດບົດບັນທຶກຕັກເຕືອນ ຄັ້ງທີ 2 ກະສິແມ່ນມີການປັບໃໝໃສ່ໂທດ. "
ທ່ານກ່າວຕື່ມອີກວ່າ ທີ່ຜ່ານມາ ພາຍຫລັງເກີດການຣະບາດ ຂອງເຊື້ອໂຄວິດ-19 ກໍເລິ່ມມີຫລາຍບໍຣິສັດ ແລະຫລາຍຫົວໜ່ວຍທຸຣະກິດ ນໍາລາຍຊື່ຄົນງານຂອງພວກເຂົາເຈົ້າເຂົ້າໃນລະບົບປະກັນສັງຄົມ.
ໃນປັດຈຸບັນ ຢູ່ປະເທດລາວ ນອກຈາກຄົນງານແລ້ວ ທາງການກໍຊຸກຍູ້ໃຫ້ປະຊາຊົນລາວ ຜູ້ທີ່ມີທຶນຮອນພໍທີ່ຈະສາມາດເຂົ້າໃນລະບົບປະກັນສັງຄົມຕາມຄວາມສມັກໃຈ ຍ້ອນວ່າຈະ ໄດ້ຮັບຜົລປໂຍດ 7 ຢ່າງ ຄືໄດ້ຮັບການອຸດໜູນດ້ານສຸຂພາບ, ໃນເຣື່ອງການອອກລູກ, ເວລາປ່ວຍການ, ເວລາເສັຍກໍາລັງແຮງງານ, ບໍານານ, ເສັຍຊີວິດ ແລະການອຸດໜູນສະ ມາຊິກຄອບຄົວ.