ຄົນງານລາວຈາກມາເລເຊັຽ ຕິດໂຄວິດ-19

ມະນີຈັນ
2021.01.25
ຄົນງານລາວຈາກມາເລເຊັຽ ຕິດໂຄວິດ-19 ສູນກັກໂຕ 14 ມື້ ຢູ່ ຫຼັກ 27 ສໍາລັບຄົນລາວ ທີ່ກັບຈາກ ຕ່າງປະເທດ, ຕາມມາຕການປ້ອງກັນ ເຊື້ອໂຄວິດ-19
ນັກຂ່າວພົລເມືອງ

ຢູ່ລາວ ພົບຜູ້ຕິດໂຄວິດ-19 ເພີ່ມຂຶ້ນອີກ 1 ຄົນ ເປັນຄົນທີ 44, ຜູ້ກ່ຽວເປັນຄົນງານລາວ ເພດຍິງ ອາຍຸ 29 ປີ ທີ່ເດີນທາງມາຈາກ ປະເທດມາເລເຊັຽ ຜ່ານສນາມບິນ ວັດໄຕ ໃນມື້ວັນທີ 24 ມົກຣາ 2021 ນີ້.

ຄະນະສະເພາະກິດ ໄດ້ກວດພົບເຊື້ອໂຄວິດ-19 ໃນຕອນແລງວັນດຽວກັນນັ້ນ ແລ້ວໄດ້ແຍກປ່ຽວ ໄປປິ່ນປົວຢູ່ໂຮງໝໍ ມິຕພາບ ນະຄອນຫລວງວຽງຈັນ, ອີງຕາມຄໍາຖແລງຂອງ ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸກ ໃນມື້ວັນທີ 25 ມົກຣາ ນີ້:

“ວັນທີ 24 ນີ້ ແມ່ນມີຜູ້ຕິດເຊື້ອໃໝ່ອີກ 1 ຄົນ ເປັນກໍຣະນີທີ 44, ຜົລກວດໃນຕອນແລງ ມື້ດຽວກັນນັ້ນກໍໄດ້ພົບວ່າ, ຜູ້ກ່ຽວນີ້ມີເຊື້ອ ໂຄວິດ-19 ເປັນບວກ ແມ່ນເພດຍິງອາຍຸ 29 ປີ ສັນຊາດລາວ ເປັນແຮງງານທີ່ຕົກຄ້າງ ຢູ່ ປະເທດມາເລເຊັຽ.”

ດຣ. ພູທອນ ກ່າວຕື່ມວ່າ ຈາກການກວດສອບ, ມີຜູ້ສັມຜັດໃກ້ຊິດທັງໝົດ 58 ຄົນ, ທີ່ນັ່ງຖ້ຽວບິນດຽວກັນ, ຊຶ່ງທັງໝົດໄດ້ຮັບການ ກວດແລ້ວ, ແຕ່ບໍ່ພົບວ່າຕິດເຊື້ອໂຄວິດ-19 ແລະ ຍັງຖືກກັກໂຕ ຢູ່ສູນຫລັກ 27 ທີ່ ນະຄອນຫລວງວຽງຈັນ ເພື່ອເຝົ້າຣະວັງຕິດຕາມ ໃຫ້ຄົບ 14 ມື້:

“ຮວມທັງໝົດ ຜູ້ສັມຜັດໃກ້ຊິດທັງໝົດ 58 ຄົນ, ໃນນີ້ລະແມ່ນໄດ້ນັ່ງຖ້ຽວບິນດຽວກັນ, ໃກ້ຊິດສຸດມີ 26 ຄົນ ແລ້ວໄດ້ນັ່ງ ຣົດແມ່ນຮ່ວມກັນ ໄປຫລັກ 27 ນັ້ນມີ, 32 ຄົນ ບໍ່ພົບເຊື້ອ ແຕ່ວ່າ ຈະສືບຕໍ່ຕິດຕາມ ຢູ່ສູນຈໍາກັດບໍຣິເວນ ຈົນຄົບ 14 ວັນ.”

ສ່ວນອາການຂອງຜູ້ຕິດເຊື້ອໂຄວິດ-19 ຜູ້ທີ 42 ແລະ 43, ຊຶ່ງປັດຈຸບັນຍັງປິ່ນປົວແຍກປ່ຽວ ຢູ່ໂຮງໝໍນັ້ນ ຫາຍໃຈປົກກະຕິແລ້ວ.

ປັດຈຸບັນ ໃນຫລາຍແຂວງຂອງລາວ, ທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ, ກໍມີການເຝົ້າຣະວັງຢ່າງໃກ້ຊິດ, ເປັນຕົ້ນ ແຂວງ ຈໍາປາສັກ ທາງການກໍສັ່ງໂຈະ ບໍ່ໃຫ້ຣົດຈາກໄທຍ ເຂົ້າມາຂົນເອົາມັນຕົ້ນໄປ, ຍ້ອນເຂົ້າມາແລ້ວກໍຢູ່ດົນຫລາຍມື້, ເພາະຕ້ອງຂົນ ມັນຕົ້ນຂຶ້ນຣົດ, ຊຶ່ງມີຄວາມສ່ຽງທີ່ຈະນໍາເຊື້ອມາແຜ່ຣະບາດ ຢູ່ພາຍໃນແຂວງ.

ແຕ່ສໍາລັບສິນຄ້າອື່ນ ກໍຍັງໃຫ້ເຂົ້າມາໄດ້ປົກຕິ, ແຕ່ກໍມີການປ່ຽນຖ່າຍ ສິນຄ້າຢູ່ດ່ານ ໂດຍບໍ່ໃຫ້ຄົນຂັບຣົດເຂົ້າມາ. ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງຈໍາປາສັກ ທ່ານນຶ່ງຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 25 ມົກຣາ ນີ້ວ່າ:

“ຫ້າມແຕ່ສະເພາະມັນຕົ້ນ, ແລ້ວໃຫ້ເອົາຣົດລາວ ແກ່ມັນໄປສົ່ງຢູ່ຊ່ອງເມັກ, ຄືຣົດຝັ່ງໄທຍຈະມັກແລ່ນເຂົ້າມາຮັບ, ມັນມັນໃຊ້ເວລາ ຢູ່ດົນເດ໋ 3-4 ມື້ ຈຶ່ງໄດ້ເມືອຄືນ ຢ້ານຢູ່ໃນເຂດ ແຜ່ເຊື້ອ, ແຕ່ວ່າສິນຄ້າບໍຣິໂພກ ຂອງກິນຂອງໃຊ້, ເຂົ້າມາໄດ້ ບໍ່ມີບັນຫາ ເຂົ້າມາ ເຂົາມາລົງເຄື່ອງກໍຕີກັບເລີຍ.”

ຢູ່ທີ່ແຂວງອັດຕະປື ພໍຮູ້ຂ່າວວ່າ ມີຜູ້ຕິດໂຄວິດ-19 ຄົນທີ 42 ຢູ່ແຂວງຈໍາປ່າສັກ ທີ່ເດີນ ທາງມາຈາກໄທຍ ກໍມີການເຝົ້າຣະວັງ ໂດຍທາງເຈົ້າແຂວງອັດຕະປື ມີຄໍາສັ່ງວ່າ ຫາກແຂວງ ໃກ້ຄຽງ ມີຜູ້ຕິດໂຄວິດ-19 ເພີ່ມຂຶ້ນ, ກໍໃຫ້ຄະນະສະເພາະກິດ ປິດແຂວງ ໄດ້ເລີຍ, ບໍ່ອະນຸຍາດໃຫ້ຄົນເຂົ້າ-ອອກ, ແຕ່ຂນະນີ້ຍັງບໍ່ມີການປິດ ຫລື ລັອກດາວ ແຂວງເທື່ອ, ດັ່ງເຈົ້າໜ້າທີ່ ຄະນະສະເພາະກິດ ແຂວງອັດຕະປື ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:

“ເປັນຄໍາສັ່ງຂອງເຈົ້າແຂວງ, ຖ້າຫາກວ່າບັນດາແຂວງໃກ້ຄຽງ, ມີຄົນຕິດເຊື້ອຫລາຍ ແລ້ວເພິ່ນອະນຸຍາດ, ໃຫ້ຄະນະສະເພາະກິດ ຮັບຜິດຊອບຫັ້ນ ມີຄໍາສັ່ງລັອກກະໄດ້, ດຽວນີ້ກໍຍັງ ບໍ່ທັນມາປາກົດການ ເປັນການກວດກາປົກຕິ, ເພິ່ນກະມີແບດວັນອຸນຫະພູມ ຫຍັງນີ້ລະ.”

ທາງແຂວງບໍ່ແກ້ວ ກໍມີການສັ່ງໂຈະ ປິດໂຮງຮຽນ ອະນຸບານຊົ່ວຄາວ, ຄືໃຫ້ເປີດຮຽນໃນມື້ວັນທີ 1 ກຸມພາ 2021 ເພື່ອປ້ອງກັນ ໂຄວິດ-19 ເນື່ອງຈາກມີຂ່າວວ່າ ຄົນຈີນ ມັກລັກເຂົ້າ ມາແຂວງບໍ່ແກ້ວ ໂດຍບໍ່ໄດ້ກວດຫາໂຄວິດ-19, ຊຶ່ງມີຄວາມສ່ຽງທີ່ເຊື້ອນີ້ ຈະມາແຜ່ຣະບາດ, ເຈົ້າໜ້າທີ່ສະເພາະກິດ ກໍເຂັ້ມງວດກວດກາຢູ່ຕາມເຂດຊາຍແດນ. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍບໍ່ອອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 25 ມົກຣາ ນີ້ວ່າ:

“ມັນເປັນປິດເທີມດຽວນີ້ນະ, ວັນທີ 1 ເດືອນໜ້າກໍເປີດແລ້ວລະ, ບໍ່ແມ່ນລັອກດາວ, ແຕ່ເພິ່ນກວດຫາແບບບຸກຄົນ, ທີ່ວ່າຄົນຈີນບໍ່, ກໍເຂົ້າມາແບບຕາມປ່າ ຕາມພູຫັ້ນ.”

ປັດຈຸບັນລາວ ມີຜູ້ຕິດໂຄວິດ-19 ທັງໝົດ 44 ຄົນ, ໃນນັ້ນປົວເຊົາແລ້ວ 41 ຄົນ, ແລະ ຍັງປິ່ນປົວ ເບິ່ງອາການຢູ່ໂຮງໝໍ 3 ຄົນ ສຸດທ້າຍ.

ອີງຕາມຣາຍງານ ຂອງກະຊວງສາທາຣະນະສຸກ ໃນວັນທີ 25 ມົກຣາ 2021, ພາຍໃນປະເທດລາວ ມີເຈົ້າໜ້າທີ່ຄະນະສະເພາະກິດ ເຝົ້າຣະວັງ ເພື່ອກວດຫາໂຄວິດ-19 ຢູ່ດ່ານ ຕ່າງໆຢ່າງເຂັ້ມງວດ ເນື່ອງຈາກມີທັງຄົນງານລາວ ຈາກຕ່າງປະເທດເດີນທາງເຂົ້າມາ ລາວ ເພີ່ມຂຶ້ນ, ໂດຍສະເພາະຈາກໄທຍ ຍ້ອນບໍ່ມີວຽກງານເຮັດ ບໍ່ມີເງິນໃຊ້ຈ່າຍ ຈໍາເປັນຕ້ອງ ໄດ້ກັບຄືນບ້ານ.

ໃນມື້ວັນທີ 24 ມົກຣາ ມີຜູ້ເດີນທາງເຂົ້າມາລາວ 2 ພັນ ປາຍຄົນ. ໃນນັ້ນຜ່ານຈຸດຊາຍແດນ ລາວ-ໄທຍ 900 ຄົນ, ຈຸດຊາຍແດນລາວ-ວຽດ ນາມ ປະມານ 1 ພັນ ຄົນ, ດ່ານລາວ-ກັມພູຊາ 2 ຄົນ ແລະ ຜ່ານສນາມບິນ ວັດໄຕ 200 ຄົນ ຊຶ່ງສ່ວນຫລາຍເປັນຄົນຈີນ ທັງໝົດຍັງຖືກກັກຕົວ ຢູ່ສູນທີ່ທາງການ ກໍານົດໄວ້ ໃນທົ່ວປະເທດ ເພື່ອໃຫ້ຄົບ 14 ມື້ ແລະ ການກວດຫາໂຄວິດ-19 ຜົລເປັນລົບທຸກຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.