ຣັຖບານລາວ ຍັງບໍ່ມີແນວທາງ ແກ້ໄຂບັນຫາ ຝຸ່ນລະອອງ ຂນາດນ້ອຍ
ໝອກຄວັນທີ່ເກີດຂຶ້ນ ຈາກການຈູດໄຮ່ ແລະໄຟໄໝ້ລາມປ່າໃນລາວ ເປັນບັນຫາ ທີ່ນາຍົກຣັຖມົນຕຣີ ຂອງລາວ, ໄທຍ ແລະພະມ້າ ຕ້ອງປະຊຸມຮ່ວມກັນ ເພື່ອຫາທາງແກ້ໄຂ ແລະປ້ອງກັນ ໂດຍສະເພາະ ໃນອະນາຄົດ, ເຖິງແມ່ນວ່າ ຈະຍັງບໍ່ມີຄວາມຄືບໜ້າ ທາງການປະຕິບັດ ທີ່ເປັນຮູບປະທັມກໍຕາມ.
-
ໄຊຍາ
2023-04-10 -
-
-
Your browser doesn’t support HTML5 audio
ພາຍຫຼັງທີ່ຣັຖບານລາວ, ຣັຖບານໄທຍ ແລະ ຣັຖບານພະມ້າ ໄດ້ມີການປະຊຸມປຶກສາ ຫາລື ໂດຍຜ່ານລະບົບທາງໄກ ກ່ຽວກັບການແກ້ໄຂບັນຫາ ມົລພິດໝອກຄັວນ ຂ້າມຊາຍແດນ ຮ່ວມກັນ ໃນວັນທີ 07 ເມສາ 2023 ທີ່ຜ່ານມາ. ເບື້ອງຕົ້ນ ເປັນການແລກປ່ຽນຂໍ້ມູນເທົ່ານັ້ນ ໂດຍຣັຖບານລາວໄດ້ສເນີ ທິດທາງຮ່ວມມືກັບກັບຣັຖບານໄທຍ ແລະ ຣັຖບານພະມ້າ ໂດຍຈະສືບຕໍ່ຈັດຕັ້ງປະຕິບັດ ສັນຍາອາຊ້ຽນວ່າດ້ວຍມົລພິດໝອກຄັວນ ຂ້າມຊາຍແດນ ພ້ອມຈະສ້າງແຜນປະຕິບັດ ງານຮ່ວມຂອງ 3 ປະເທດ, ຈະສ້າງໜ່ວຍປະສານງານ ແລະ ຄົ້ນຄ້ວາ ສ້າງໂຄງການຮ່ວມມື ເພື່ອສນັບສນຸນຊຶ່ງກັນແລະກັນ. ນອກຈາກນີ້ຈະສ້າງກົລໄກຮ່ວມກັບນັກວິຊາການ ແລກປ່ຽນ ແລະ ຖອດຖອນບົດຮຽນ ໃຫ້ແຕ່ລະປະເທດ ເອົາໃຈໃສ່ສ້າງຄວາມເຂົ້າໃຈ ແລະມີສ່ວນຮ່ວມຂອງສັງຄົມ ໃນການປ້ອງກັນ ແລະແກ້ໄຂບັນຫາມົລພິດໝອກຄວນ.
ໃນຄວາມເປັນຈິງ ບັນຫາມົນພິດໝອກຄວັນ ໃນລາວນີ້ຣັຖບານກໍຍັງບໍ່ມີນະໂຍບາຍ ທີ່ຈະເຮັດໃຫ້ເປັນຮູບປະທັມເທື່ອ. ທີຜ່ານມາກໍມີພຽງແຕ່ ແຈ້ງການໃຫ້ປະຊາຊົນ ຫ້າມຈູດປ່າ, ຈູດໄຮ່, ຈູດສວນ ຊຶ່ງເປັນເຣື່ອງຍາກທີ່ຈະຫ້າມ ຍ້ອນວ່າໃນໄລຍະເດືອນມີນາ ແລະ ເດືອນເມສາ ຂອງທຸກປີ ປະຊາຊົນຈະຈູດໄຮ່ ຈູດສວນ ເພື່ອຕຣຽມປູກຝັງ ເປັນເຣື່ອງປົກກະຕິ ເພາະເຂົາເຈົ້າທີ່ຕ້ອງທຳມາຫາກິນ ໃນລັກສະນະນີ້ມາດົນ ແລະ ເມື່ອເກີດໄຟໄໝ້ປ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອພຽງແຕ່ລະດົມຄົນ ໄປຊ່ອຍມອດໄຟປ່າເທົ່ານັ້ນ ບໍ່ໄດ້ມີມາຕການອື່ນ ທີ່ຈະຫຼຸດຜ່ອນຝຸ່ນ PM 2.5 ໃຫ້ໄດ້ເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນວັນທີ 10 ເມສາ ນີ້ວ່າ:
“ຄັນເວົ້າເຣື່ອງລະດັບຊາຕສະພາບ PM ໝອກຄັວນນີ້ເນາະ ເຮົາກາໜັກໃຈນຳຢູ່ບໍ່ມີມາຕການດີຫັ້ນ ມັນກາຖືວ່າຫຍຸ້ງຍາກຢູ່ ມີແຕ່ເຮົາຫ້າມຈູດປ່າ ຈູດຮົ້ວ ຈູດສວນ ເຫດເກີດຂຶ້ນຢູ່ ໝ້ອງໃດແລ້ວແມ່ນເຮົາອາສັຍກ້ອນກຳລັງປະຊາຊົນ ຢູ່ຂອງເຂດນັ້ນໃນການຂຶ້ນສະກັດກັ້ນ ອັນນີ້ມັນກໍຫ້າມບໍ່ໄດ້ຫັ້ນເນາະທຸກໆ ປີ ເຂົາເຈົ້າກໍຕຣຽມພື້ນທີ່ ເພື່ອປູກມັນ ປູກຢາງ.”
ສຳລັບການປະຊຸມຂອງທັງ 3 ປະເທດ ໄດ້ເຫັນດີໃຫ້ມີການເພີ່ມທະວີ ການຮ່ວມມືຢ່າງໃກ້ຊິດ ແລະ ເຮັດວຽກຮ່ວມກັບປະເທດສະມາຊິກ ອາຊ້ຽນ ໃນການແກ້ໄຂບັນຫາມົລພິດໝອກຄັວນ ຂ້າມຊາຍແດນໃຫ້ມີປະສິດທິຜົລ ແລະ ຍືນຍົງ ໂດຍສະເພາະການຈັດຕັ້ງ ປະຕິບັດສັນຍາ ແລະ ແຜນປະຕິບັດງານ ອາຊ້ຽນໃນການແກ້ໄຂບັນຫາດັ່ງກ່າວ.
ສຳລັບຝຸ່ນລະອອງ ຂນາດນ້ອຍ ຫຼື ຝຸ່ນ PM 2.5 ໃນລາວ ຍັງມີຫຼາຍແຂວງ ແລະ ຍັງບໍ່ມີທ່າອ່ຽງວ່າຈະໝົດໄປເທື່ອ ເປັນຕົ້ນຈະຢູ່ແຂວງບໍ່ແກ້ວ, ແຂວງຫຼວງພຣະບາງ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ນະຄອນຫຼວງວຽງຈັນ.
ຂະນະດຽວກັນ ຢູ່ແຂວງບໍ່ແກ້ວ ໃນວັນທີ 10 ເມສານີ້ ຝຸ່ນລະອອງຂນາດນ້ອຍ ຫຼື ຝຸ່ນ PM 2.5 ຍັງມີຫຼາຍຢູ່. ສະພາບອາກາດຍັງເປັນໝອກມົວໆ ແລະ ຣັຖບານລາວ ກໍຍັງບໍ່ໄດ້ມີມາຕການແກ້ໄຂ ແນວໃດທີ່ຈະຊ່ອຍຫຼຸດຜ່ອນຝຸ່ນ PM 2.5 ທີ່ເກີດຂຶ້ນ ສ່ວນໃຫຍ່ເກີດຈາກຊາວບ້ານ ຈູດໄຮ່, ຈູດສວນ ແລະ ບາງຄົນ ກໍເຮັດໃຫ້ໄຟລາມປ່າ ເປັນວົງກ້ວາງ ແລະ ເມື່ອເກີດເຫດການໄຟໄໝ້ປ່າ ເຈົ້າໜ້າທີ່ປ່າໄມ້ ບໍ່ມີພຽງພໍເມື່ອເກີດໄຟໄໝ້ປ່າ ແຕ່ລະເທື່ອ ຕ້ອງລະດົມໃຫ້ຊາວບ້ານ ທີ່ມີຄວາມແຂງແຮງ ເຂົ້າໄປຊ່ອຍດັບໄຟ. ນອກຈາກນີ້ອຸປະກອນ ໃນການດັບມອດໄຟ ບໍ່ພຽງພໍ ເຈົ້າໜ້າທີ່ຍັງຕ້ອງໄດ້ໃຊ້ອຸປະກອນ ຕາມທັມມະຊາຕທີ່ເຮັດຈາກກິ່ງໄມ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນຂັ້ນແຂວງບໍ່ແກ້ວ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:
“ມັນກໍມີການແຈ້ງການໃສ່ແມສອີ່ຫຍັງຫັ້ນນ່າ ເຮົາກໍມີແຕ່ວ່າປ້ອງກັນໂຕເອງສື່ໆ ຫັ້ນແຫຼະເນາະ ມັນກໍບໍ່ມີວິທີການຫັ້ນແຫຼະ ມີແຕ່ເຮົາຄວບຄຸມເຣື່ອງໄຟປ່ານີ້ ບໍ່ໃຫ້ມັນເກີດຫັ້ນນ່າ ຖ້າເຮົາມີໂຕຊ່ອຍອຸປະກອນ ມັນກໍຈະດີຫຼາຍຫັ້ນແຫຼະ ກໍຖືວ່າບໍ່ພຽງພໍຫັ້ນແຫຼະເນາະ ໂຕນີ້ເຮົາກໍຢາກໄດ້ພວກບັ້ງສີດນໍ້າບໍ່ ອິຫຍັງຫັ້ນນ່າແລ້ວກໍອຸປະກອນເຄື່ອງມື ຈຳນວນນຶ່ງທີ່ເຂົາໃຊ້ກັນ ປັດຈຸບັນຫັ້ນນ່າ ແລ້ວກໍຕ້ອງການຝຶກອົບຮົມບໍ່ ໃຫ້ຊາວບ້ານຈັ່ງຊີ້ຫັ້ນນ່າ ເທັກນິກວິທີການບໍ່ຫັ້ນນ່າ.”
ເຈົ້າໜ້າທີ່ ອຸຕຸນິຍົມ ໃນແຂວງຫຼວງພຣະບາງ ກ່າວວ່າ ສະພາບອາກາດຝຸ່ນ PM 2.5 ກໍຍັງມີຫຼາຍຢູ່ ແຕ່ຍັງດີກ່ວາ 2-3 ມື້ ທີ່ຜ່ານມາ ຊຶ່ງທາງຣັຖບານລາວ ກໍຍັງບໍ່ມີນະໂຍບາຍ ຈະແກ້ໄຂເທື່ອ ມີແຕ່ແຈ້ງການໃຫ້ປະຊາຊົນ ໃສ່ຜ້າອັດປາກອັດດັງ ເທົ່ານັ້ນ ທ່ານຄິດວ່າ ຖ້າປະເທດລາວ ມີຍົນທີ່ປ່ອຍຝົນທຽມ ຄືໄທຍກໍຈະເປັນເຣື່ອງດີຫຼາຍ ເພາະລາວຕ້ອງລໍຖ້າຝົນ ຈາກທັມມະຊາຕຢ່າງດຽວ.
“ມີ. ມີ 200 ປາຍ ກໍເປັນແບບມົວໆ ແຕ່ວ່າຜົລກະທົບ ກໍປານກາງ ໂຕນີ້ປະຊາຊົນ ຈູດປ່າຖາງປ່າ ເຮັດໄຮ່ ກໍມືດມາຕື່ມ ປະຊາຊົນມັນອາສັຍເອົາປ່າ ໄປເຮັດໄຮ່ທຳມາຫາກິນ ບໍ່ສາມາດແກ້ໄດ້ ຢູ່ເມືອງໄທຍມີຍົນແທ້ ເຂົາເຈົ້າໄປພົ່ນໂຕນັ້ນດີແທ້ ໂຕນັ້ນເນາະເມືອງລາວ ບໍ່ມີ ອາສັຍແຕ່ທັມມະຊາຕ.”
ເຈົ້າໜ້າທີ່ ກົມອຸຸຕຸນິຍົມວິທຍາ ແຂວງຫຼວງນໍ້ທາກ່າວວ່າ ປັດຈຸບັນສະພາບອາກາດ ໃນແຂວງຫຼວງນໍ້າທາກໍຍັງມີຝຸ່ນ PM 2.5 ຫຼາຍຢູ່ ແຕ່ດີຂຶ້ນກ່ວາ 2-3 ມື້ທີ່ຜ່ານມາ ຈົນຍົນບໍ່ສາມາດບິນໄດ້ ຕ້ອງໄດ້ຢຸດເຊົາແຕ່ມື້ນີ້ ຍົນສາມາດບິນໄດ້ແລ້ວ ຣັຖບານມີພຽງແຕ່ແຈ້ງການ ໃຫ້ປະຊາຊົນໃສ່ຜ້າອັດປາກອັດດັງ ເທົ່ານັ້ນ ຍັງບໍ່ເຫັນມີນະໂຍບາຍແກ້ໄຂເຣື່ອງຝຸ່ນ PM 2.5 ເທື່ອ ຕ້ອງລໍຖ້າຝົນຈາກທັມມະຊາຕຢ່າງດຽວ.
“ມື້ນີ້ມາເປັນສີສົ້ມແລ້ວ ມື້ວານນີ້ສາມມື້ຫຼັງເປັນສີແດງ ຍົນກໍຍົກເລີກ 2-3 ມື້ແລ້ວ. ມື້ນີ້ຈັງມາໄດ້ແດດອອກມາແລ້ວ ແຕ່ເຣື່ອງມົວຝຸ່ນີ້ ຄວັນຍັງມີຢູ່ເພິ່ນກໍມີແຕ່ວ່າ ແຈ້ງການເຕືອນ ໃຫ້ປະຊາຊົນຫັ້ນຫຼັກໆ ລະມັດລະວັງ ບໍ່ໃຫ້ອອກກາງແຈ້ງໃຫ້ໃສ່ຜ້າອັດປາກອັດດັງ ຫັ້ນແຫຼະ ຄັນແກ້ໄຂໄດ້ກໍແຮງດີຫັ້ນແຫຼະເນາະ ຄັນຝົນຕົກລົງມາກໍຄິດວ່າ ຄັວນກໍຄືຈະຫາຍໄປຢູ່ປະເທດເຮົາ ຍັງເຮັດບໍ່ໄດ້ດອກແບບຫັ້ນ.”
ສຳລັບບັນຫາ ຝຸ່ນລະອອງຂນາດນ້ອຍ PM 2.5 ນີ້ ເຈົ້າໜ້າທີ່ສູນພັຍພິບັດແຫ່ງຊາຕ ທີ່ຂໍສງວນຊື່ແລະຕຳແໜ່ງ ກ່າວວ່າ ຍັງບໍ່ເຖິງຂັ້ນເປັນພັຍພິບັດ ຊຶ່ງເປັນພຽງຣະດູການເທົ່ານັ້ນ ໃນໄລຍະນີ້ ທີ່ປະຊາຊົນມັກຖາງປ່າ ຈູດໄຮ່ ເພື່ອທຳການຜລິດ ການກະເສດ ລ້ຽງຄອບຄົວ. ສ່ວນມາຕການປ້ອງກັນຝຸ່ນ PM 2.5 ທາງຣັຖບານ ກໍມີແຕ່ພຽງໃຫ້ປະຊາຊົນ ໃສ່ຜ້າອັດປາກອັດດັງ ເທົ່ານັ້ນ.
ດັ່ງເຈົ້າໜ້າທີ່ ດ້ານພັຍພິບັດແຫ່ງຊາຕ ທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນມື້ດຽວກັນວ່າ:
“ບັນຫາເປັນພັຍພິບັດ ຍັງເທື່ອ ຍັງບໍ່ແມ່ນ ເພາະວ່າຕິດພັນ ບ້ານເຮົາຫວ່າງກີ້ນີ້ ມັນໄຟໄໝ້ປ່າເດ້ ເພິ່ນກໍໄດ້ອອກແຈ້ງການນ່າ ກາພະຍາຍາມສະກັດກັ້ນ ບໍ່ໃຫ້ມັນເກີດໄຟ ລະມັດລະວັງ ໃນການອອກໄປກາງແຈ້ງ ທີ່ມີມົລພິດອາກາດ ແບບນີ້ຫັ້ນນ່າ ໃສ່ຜ້າອັດປາກ ໃສ່ແມສ ໃສ່ຫຍັງຫັ້ນ.”
ບັນຫາຝຸ່ນລະອອງ ຂນາດນ້ອຍ ຫຼື PM 2.5 ໃນລາວ ຍັງບໍ່ໝົດໄປເທື່ອ ສະພາບອາກາດ ຍັງມີໝອກຄັວນ ໃນຫຼາຍແຂວງ ໂດຍສະເພາະເຂດພາກເໜືອ ຂອງລາວ ເພາະເປັນເຂດທີ່ຕິດກັບພະມ້າ ແລະ ປະເທດໄທຍ ທີ່ 2 ປະເທດນີ້ ມັກເກີດຄັວນໄຟ ຈາກໄຟໄໝ້ປ່າ ແລະ ບັນຫາມົລພິດ ໝອກຄັວນ ເຊັ່ນກັນ.
ສ່ວນໃນປະເທດລາວ ໃນບາງເຂດຍັງເກີດໄຟໄໝ້ຢູ່ ເປັນຕົ້ນຢູ່ປ່າສງວນແຫ່ງຊາຕ ພູພະນັງ ໃກ້ເຂດບ້ານໜອງບົວ ເມືອງໂພນໂຮງ ແຂວງວຽງຈັນ ຍັງມີໄຟໄໝ້ຢູ່ ແຕ່ບໍ່ໄດ້ຮຸນແຮງຄື 3 ສັບປະດາ ທີ່ຜ່ານມາ ຊຶ່ງໄຟໄໝ້ປ່າ ເຂດພູພະນັງນີ້ ເຈົ້າໜ້າທີ່ສາມາດມອດໄຟໄດ້ 90%. ສ່ວນເມືອງຫີນເຫີບ ແຂວງວຽງຈັນເຈົ້າໜ້າທີ່ ໄດ້ລະດົມຄົນໄປຊ່ອຍດັບໄຟ ເຊັ່ນກັນ ໂດຍໄຟໄໝ້ລາມປ່າ ເປັນວົງກ້ວາງ ຄາດວ່າ 2-3 ວັນຈະສາມາດຄວບຄຸມໄຟໄດ້. ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ຫາກະຊວງຊັພຍາກອນທັມມະຊາຕ ກົມມົລພິດ ເພື່ອສອບຖາມເຖິງມາຕການ ປ້ອງກັນຝຸ່ນ PM 2.5 ແຕ່ບໍ່ສາມາດຕິດຕໍ່ໄດ້.