ກິ່ນຂິວ ຈາກຄວັນໄຟ ສນາມຂີ້ເຫຍື້ອ ຍັງບໍ່ຈາງ
ໄຟໄໝ້ຂີ້ເຫຍື້ອ ເຮັດໃຫ້ຄວັນໄຟ ປິວໄປປົກຄຸມ ທ້ອງຟ້າ ສົ່ງຜົລໃຫ້ ປະຊາຊົນທີ່ຢູ່ໃກ້ຄຽງ ໄດ້ຮັບຄວາມເດືືອດຮ້ອນ ເນື່ອງຈາກຄວັນໄຟ ທີ່ມີກິ່ນຂິວ ປົກຄຸມໃນຫຼາຍບ້ານ ຍັງມີຜົລກະທົບ ຕໍ່ລະບົບຫາຍໃຈ ຂອງຜູ້ທີ່ຢູ່ອາສັຍ ບໍຣິເວນໃກ້ຄຽງ.
-
ອຸ່ນແກ້ວ
2022-02-03 -
-
-
Your browser doesn’t support HTML5 audio
ໄຟໄໝ້ສນາມຂີ້ເຫຍື້ອຢູ່ເຂດຫຼັກ 32 ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນວັນທີ 29 ກົກກະຣາ 2022 ທີ່ຜ່ານມາ. ໄຟໄໝ້ຂີ້ເຫຍື້ອເຮັດໃຫ້ຄວັນໄຟ ປິວໄປປົກຄຸມທ້ອງຟ້າ ຢູ່ເຂດບໍລິເວນໃກ້ຄຽງ ເຮັດໃຫ້ປະຊາຊົນທີ່ຢູ່ໃກ້ຄຽງ ສນາມຂີ້ເຫຍື້ອໄດ້ຮັບຜົລກະທົບ ຈາກຄວັນໄຟ. ຊາວບ້ານຕ້ອງໄດ້ຮັບຜົລກະທົບຈາກກິ່ນຂິວ ຈາກຄວັນໄຟ ຈົນເຂົາເຈົ້າ ຕ້ອງໄດ້ເຂົ້າໄປຢູ່ໃນເຮືອນ ແລະ ປິດປະຕູ. ຊາວບ້ານທີ່ຢູ່ໃກ້ສນາມຂີ້ເຫຍື້ອໄດ້ໃຫ້ສັມພາດ ຕໍ່ເອເຊັຽເສຣີ ວ່າ.
ຊາວບ້ານ: “ບໍ່ວ່າ ແຕ່ຢູ່ບ້ານນາພອກ ກາຍບ້ານນາພອກໄປກະຍັງມີ ບ້ານ ປາກຊາບ, ບ້ານ ທ່າດິນແດງ ບ້ານ, ເວີນແທ່ນ ມີໝົດແຫຼະ ຄວັນໄຟນະ ດຽວນີ້ຫາຍໃຈກະຍັງຊິບໍ່ໄດ້ລະດຽວນີ້ນະ. ຄວັນນີ້ ຍັງປິວມາຢູ່ເຂດເຮົາຢູ່ນະຍັງມາຢູ່ ດຽວນີ້ ກະຍັງມືດອຶງຕຶ້ງຢູ່ນິນ່າ.”
ນັກຂ່າວ: ເຮົາເຮັດຈັ່ງໃດປະຊາຊົນ ເຮົາຖືກຜົລກະທົບຈັ່ງຊັ້ນ?
ຊາວບ້ານ: “ເຮົາບໍ່ມີທາງເລືອກເດ້ ຈຳໃຈກະມີແຕ່ຢູ່ໄປຊີ້ແຫຼ ແສບຄໍ, ແສບຫຍັງ ກະຊິເຮັດແນວໃດ. ຄືເຮົານີ້ ຜູ້ໃຫຍ່ເພິ່ນກະຍັງທົນໄດ້ ອີ່ຕົນແຕ່ເດັກນ້ອຍເດີ.”
ນັກຂ່າວ: ມັນເປັນຈັ່ງໃດລະ ມັນມີກິ່ນຈັ່ງໃດລະ?
ຊາວບ້ານ: “ມັນຂິວ ລະມັນຄວັນ ແສບຫູ ແສບຕາ ຫາຍໃຈກະຢາກ ເວລາເຮົາຢູ່ກັບມັນດົນດົນຫາຍໃຈມັນກະຢາກຝືດເຄືອງໄປ ຄ້າຍຄືເຮົາໄປຢູ່ໃກ້ເຕົາໄຟຈັ່ງຊີ້ເນາະ.”
ນັກຂ່າວ: ໜ່ວຍງານທີ່ກ່ຽວຂ້ອງສາທາເພິ່ນກະມາເບິ່ງເບາະ?
ຊາວບ້ານ: “ບໍ່ມີ ບໍ່ມີໃຜເບິ່ງນະເພາະວ່າ ເຮົາກະບໍ່ຮູ້ຄືກັນນະ ຮູ້ແຕ່ມີໄຟໄໝ້ກອງຂີ້ເຫຍື້ອ ເຫັນມັນຄວັນພຸ້ງຂຶ້ນເນາະ ບ້ານເຮົາກະໃກ້ໆກັນ ຫ່າງຈາກນີ້ ກະປະມານ 4-5 ກິໂລແມັດ ກະພໍແນມເຫັນກັນ ລະກະບໍ່ໄດ້ແຈ້ງຫາໜ່ວຍງານທີ່ກ່ຽວຂ້ອງ. ກະບໍ່ຮູ້ວ່າຊິໄປແຈ້ງຢູ່ໃສເນາະ ກະຄິດວ່າ ມັນຊິເຂົ້າຕົ່ວ ເຫັນແຕ່ຣົຖດັບເພີງຫັ້ນແຫຼະ ເພິ່ນທຽວໄປດັບເພີງຢູ່ຫັ້ນ ກະວ່າມັນເຊົາລະ.”
ນັກຂ່າວ: ດຽວນີ້ ເຮົາກະຍັງອັດປາກ ອັດດັງ ຢູ່ຫວະດຽວນີ້.
ຊາວບ້ານ: “ເອີແມ່ນລະ ມັນກະຍັງຄວັນຢູ່ ມັນຍັງກຸ້ມຢູ່ດຽວນີ້ກະດາຍ ເຮົາກະບໍ່ຮູ້ວ່າ ເຮົາຊິພົວພັນໜ່ວຍງານໃດເນາະ.”
ນັກຂ່າວ: ເປັນໄດ້ຈັກມື້ລະ?
ຊາວບ້ານ: “ໄດ້ 3-4 ມື້ ລະໄດ໋. ປະມານທ້າຍເດືອນນິແຫຼະ.”
ຊາວບ້ານຕ້ອງໄດ້ຢູ່ໃນເຮືອນ ແລະປິດປະຕູ ຈຶ່ງຫຼຸດຜ່ອນກິ່ນຂິວຈາກຄວັນໄຟໄດ້. ຊາວບ້ານອີກຄົນນຶ່ງ ໄດ້ໃຫ້ສັມພາດວ່າ.
ນັກຂ່າວ: ຄວັນນີ້ນະ ມັນກະທົບແນວໃດຕໍ່ເຮົາ?
ຊາວບ້ານ: “ໂອກະ ກະທົບລະນໍ້ ນອນກາງຄືນ ກະແສບຄໍ, ແສບດັງ ເຂົ້າດັງເຂົ້າປາກ ເຮັດຈັ່ງໃດຄ່ອຍວ່າ ຊິບໍ່ກະທົບເນາະ. ໄຟໄໝ້ກອງຂີ້ເຫຍື້ອ ອາກາດເຮົາມັນກະບໍ່ປອດ ມັນກະບໍ່ສົດເນາະ. ມື້ນີ້ແຫ່ງຝົນຕົກໃສ່ໜ້ອຍນຶ່ງ ກະແຫ່ງກຸ້ມຂຶ້ນອີກ.”
ນັກຂ່າວ: ຄື ມັນຍັງບໍ່ໄດ້ດັບໝົດເນາະ ມັນຍັງຄວັນກຸ້ມຢູ່ແມ່ນບໍ່?
ຊາວບ້ານ: “ເຊົ້ານີ້ ກາຍໄປກະຍັງເຫັນຄວັນ ມື້ຄືນນີ້ແສບ ມື້ຄືນນີ້ແສບຄໍ ແສບດັງ ຈົນນອນບໍ່ໄດ້ນະ.”
ນັກຂ່າວ: ແສບຄໍແສບດັງລະເຮັດແນວໃດ?
ຊາວບ້ານ: “ປິດປະຕູກິຊ່ວຍໄດ້ໜ້ອຍນຶ່ງ ຄັນຢູ່ນອກ ມັນກະບໍ່ໄດ້ແຫຼະ ຢູ່ນອກ ມັນກະກິ່ນແຮງແຫຼະ. ບາດນີ້ ຜູ້ທຸກຜູ້ຍາກເດ້ ເຮືອນໄມ້ເຮືອນຫຍັງ ມັນກະຊິໄປປິດໄດ້ເນາະ. ໃຜກະບໍ່ແມ່ນເຮືອນດິນໝົດທຸກຄົນເນາະ ແມ່ນບໍ່ລະ.”
ນັກຂ່າວ: ເຮືອນຢູ່ໃກ້ຄຽງນີ້ກະໄດ້ຮັບຜົລກະທົບບໍ່?
ຊາວບ້ານ: “ໄດ້ຮັບແທ້ ບ້ານ ແສນອຸດົມ ມື້ເຊົ້ານີ້. ມື້ເຊົ້ານີ້ເຂົາວ່າ ແນມບໍ່ເຫັນຫຍັງເລີຍ ພະນັກງານມາຮອດໂຮງງານມາເວົ້າໃຫ້ຟັງ.”
ນັກຂ່າວ: ຢາກໃຫ້ໜ່ວຍງານໃດນີ້ ມາເບິ່ງ?
ຊາວບ້ານ: “ມາເບິ່ງຊ່ອຍແດ່ ເພາະວ່າ ນຶ່ງເຮົາກະເວົ້າຫຍັງບໍ່ໄດ້ປະຊາຊົນຫັ້ນນ່າ ຄັນວ່າຊິໃຫ້ໄປມອດໄປດັບ ກະດັບບໍ່ໄດ້ ມັນບໍ່ແມ່ນພື້ນທີ່ຂອງເຮົາ. ຄັນເອົາເຈົ້າໜ້າທີ່ຣັຖລົງມາກະຊິງ່າຍກວ່າ. ເປັນຫວ່ງສຸຂພາບເດັກນ້ອຍແດ່ຫັ້ນແຫຼະເນາະ ເພາະວ່າ ມັນຊິແພ້ປອດແພ້ຫຍັງຫັ້ນນ່າ ຕໍ່ຣະບົບລົມຫາຍໃຈຂອງເດັກນ້ອຍຫັ້ນນ່າ.”
ຊາວບ້ານອີກຄົນນຶ່ງກ່າວວ່າ ໄຟໄໝ້ສນາມຂີ້ເຫຍື້ອຄັ້ງນີ້ ໄດ້ເກີດຂຶ້ນເອງ ເພາະວ່າ ໃນເວລາເກີດເຫດ ບໍ່ມີໃຜຢູ່ທີ່ນັ້ນ.
ນັກຂ່າວ: ມັນເປັນຈັ່ງໃດນໍ້ທ່ານ ປັດຈຸບັນນີ້?
ຊາວບ້ານ: “ລັກສະນະປະມານ 2 ໂມງປາຍ ທັງທີ່ວ່າ ກັມກອນທີ່ວ່າ ຢູ່ໂຮງງານຫັ້ນ ລະຢູ່ສນາຫັ້ນ ລະເຫັນມັນຄວັນຂຶ້ນ ຫຼັງຈາກນັ້ນ ດົນເດີບ ມັນກະລຸກລາມ ເພາະ ມັນລົມເດ້. ລັກສະນະວ່າ ທັງລົມ ຖົງຢາງ ມັນກະລວບລວບໄປເລີຍ ກະຣາຍງານທັງສູນເພິ່ນກະ ມັນກະບໍ່ທັນລະ ມັນລົມໄປເລີຍ ຄັນຊິເອົາຣົຖ ລົງໄປ ຣົຖມັນກະມີປະຈຳຢູ່ຫັ້ນຄັນນຶ່ງ ຄັນຊິມາຈູບເອົານ້ຳຄັນນຶ່ງຫັ້ນ ຄັນເອົາໄປ ມັນລະບໍ່ທັນ ມັນລົມແຮງເດ້. ບາດນີ້ ລົມແຮງລະເອົາຣົຖເຂົ້າໄປບໍ່ໄດ້ເດ້ ກໍ່ມັນຊິຣະບາດຫຼາຍຫັ້ນນະ. ເພິ່ນກະໂທຫາຂັ້ນເທິງ ໂທຫາເມືອງ ເອົາຣົຖມາ 5-6 ຄັນ ປະມານ 4 ໂມງ 3 ໂມງນີ້ແຫຼະ ມັນກະໄໝ້ຈົນທົ່ວ ເພິ່ນກະໄດ້ມາສະກັດຢູ່ ບ່ອນທີ່ວ່າຫ້ອງການເກັບຊື້ຫັ້ນ. ຖືວ່າໂຕນັ້ນໄດ້ ເພາະວ່າ ຣົຖດັບເພິງມາລຽງກັນ ສີດນ້ຳ ສີດນ້ຳລັດລັດໃສ່ ມາ 7 ຄັນ ຕັ້ງຢູ່ບ່ອນດຽວກັນຫັ້ນເລີຍ. ແຕ່ວ່າ ມັນໄປສ່ວນຫຼາຍແມ່ນຕອນກາງຄືນ ຕອນກາງຄືນກິ່ນຂິວ ຝົນຕົກແຕ່ວ່າແດດກະເຫັນຄວັນຢູ່. ມັນຢູ່ພື້ນມາມີຖົງຢາງ ມັນໄໝ້ຢູ່ພື້ນພຸ້ນນ່າ ຖືວ່າກຸ້ມຂຶ້ນທົ່ວພຸ້ນແຫຼະມີແຕ່ສະກັດໄດ້ ມີແຕ່ ຊຸດແລ້ວນີ້ມັນໄໝ້ໝົດ ຫ້ອງການເກັບຊື້ມັນໄໝ້ໝົດ. ສະເພາະງວດນີ້ລະໄດ້ ເພາະວ່າ ຣົຖດັບເພີງມັນຫຼາຍ ຊ່ວຍສີດນ້ຳສະກັດ ຊ່ວຍສີດສະກັດ ນ້ຳຈົນຫົ້ງຊັ້ນເທະໄປ໋ ມັນຈຶ່ງໄຫຼມາບໍ່ໄດ້.”
ນັກຂ່າວ: ເພິ່ນຮູ້ບໍ່ວ່າ ສາເຫດໄຟໄໝ້ ມັນເປັນຍ້ອນຫຍັງ?
ຊາວບ້ານ: “ສາເຫດຫັ້ນຕາເບິ່ງວ່າ ມັນແສງສະທ້ອນນະ ມັນມີແສງສະທ້ອນ ຂຶ້ນຫັ້ນ ລະມັນຄວັນຂຶ້ນໂລດຫັ້ນນ່າ ຢູ່ຂອບ ຢູ່ຂອບໜ້ອຍນຶ່ງ. ຕາມເຂົາຣາຍງານນີ້ກະ ມັນມີຄວັນຂຶ້ນຫັ້ນເລີຍ ໄຟຂຶ້ນຫັ້ນເລີຍນະ ມັນມີເຄມີເບາະ ຫຼືວ່າ ມັນມີອັນນ່າແກ້ວ ແວ່ນແກ້ວ ແວ່ນໜາໜາລະ ກະທົບໃສ່ແສງແດດລະມັນເກີດຂຶ້ນຫັ້ນນ່າ ເປັນລັກສະນະນັ້ນ ເພາະວ່າ ບໍ່ເຫັນຄົນໄປ ຄົນມາ ກະບໍ່ເຫັນຄົນກ່ອນເຂົາເຈົ້າຊິວ່າ ມັນເກີດຂຶ້ນເອງ.”
ເຖິງຢ່າງໃດກໍຕາມ, ໜ່ວຍງານຂອງເມືອງໄຊທານີ ກໍອອກມາຊີ້ແຈງວ່າ ມີການຕິດຕາມເຣື່ອງນີ້ ຢ່າງໃກ້ຊິດ ແຕ່ ຍັງບໍ່ມີຣາຍງານ ມີຜົລກະທົບຫຍັງ. ທ່ານ ບົວລີ ແກ້ວມະນີວັນ ປະທານອົງການກວດກາພັກ-ຣັຖເມືອງໄຊທານີ ນະຄອນຫລວງວຽງຈັນ, ໄດ້ຖແລງຂ່າວຕໍ່ສື່ມວນຊົນ ໃນວັນທີ 1 ກຸມພາ 2022 ຕອນນຶ່ງ.
“ພາຍຫຼັງທີ່ແຈ້ງ ພວກເຮົາກໍໄດ້ເອົາໃຈໃສ່ ຕິດຕາມຫັ້ນແຫຼ ຕິດຕາມກວດກາເບິ່ງ ສະພາບຊີວິດການເປັນຢູ່ຂອງປະຊາຊົນຫັ້ນ ວ່າມີຜົລກະທົບໜ້ອຍຫຼາຍຊ່ຳໃດ ລະພວກເຮົາກະພະຍາຍາມ ຕິດຕາມແຕ່ລະບ້ານ ຜ່ານມາພວກເຮົາກໍບໍ່ໄດ້ ຮັບການສົ່ງຂ່າວອັນໃດຈາກປະຊາຊົນ ວ່າ ມີຜູ້ກະທົບໜັກ ມີຜູ້ເຈັບເປັນ ຫຼືວ່າ ມີຜູ້ທີ່ໄດ້ເອົາໄປປິ່ນປົວຢູ່ໂຮງໝໍ ກະຖືວ່າບໍ່ທັນໄດ້ມີ ທາງພວກເຮົາຫັ້ນນ່າ ກະຖືວ່າ ບໍ່ເຫັນດ້ານໃດ ກະບໍ່ທັນເຫັນບ້ານໃດລາຍງານ ໃຫ້ພວກເຮົາໄດ້ຮັບຊາບເທື່ອ.”
ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງ ການຄຸ້ມຄອງ ແລະບໍລິຫານຕົວເມືອງ ນະຄອນຫລວງວຽງຈັນ (ຄບຕ), ຖແລງຕໍ່ສື່ມວນ ໃນມື້ດຽວກັນວ່າ:
“ພວກເຮົາກະສັນນິຖານໄດ້ຢູ່ ອັນທີນຶ່ງ ກະອາດຈະເກີດຂຶ້ນດ້ວຍມັນເອງ ຕົວຢ່າງວ່າ ອາດຈະມີປ໋ອງ ເປັນແກສເປັນປ໋ອງ ເປັນແກສຫຼືວ່າ ເປັນຖ່ານໄຟສາຍທີ່ວ່າມັນມີຄວາມຮ້ອນ ມັນກະມີການຣະເບີດ ອັນນີ້ກະມີຄວາມເກີດຂຶ້ນໄດ້ເຊັ່ນກັນ ເນື່ອງຈາກວ່າ ສນາມຂີ້ເຫຍື້ອກໍມີແກສຢູນິເທນ ຢູ່ໃຕ້ດິນຫັ້ນເນາະມີອາຍມີຫຍັງ.”
ສນາມຂີ້ເຫຍື້ອດັ່ງກ່າວ ມີເນື້ອທີ່ປະມານ 48 ເຮັກຕາ ໃນນີ້ ເນື້ອທີ່ຖືກໄຟໄໝ້ກວມເອົາປະມານ 70% ຂອງເນື້ອທີ່ທັງໝົດ, ອີງຕາມຂໍ້ມູນຈາກ ທ່ານ ບຸນຈັນ ແກ້ວສີທຳມະ. ນອກຈາກນີ້, ໃນວັນທີ 2 ກຸມພາ 2022 ທີ່ຜ່ານມາ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ໄດ້ອອກໜັງສື ແຈ້ງເຕືອນໃຫ້ອຳນາດ ການປົກຄອງ ແລະປະຊາຊົນ ຢູ່ເຂດບ້ານໃກ້ຄຽງ ສນາມຂີ້ເຫຍື້ອ ຫຼີກລ້ຽງ ຫຼືຫຼຸດຜ່ອນການເຄື່ອນໄຫວກາງແຈ້ງ ແລະ ຄວນໃສຜ້າອັດປາກ-ດັງ. ແຈ້ງການດັ່ງກ່າວ ຍັງໄດ້ລະບຸອີກວ່າ: ບ້ານທີ່ຄາດວ່າ ໄດ້ຮັບຜົລກະທົບລວມມີ ບ້ານປາກຊາບ, ບ້ານນາພອກ, ບ້ານແສນອຸດົມ, ບ້ານເວິນແທນ, ບ້ານາມົນ, ບ້ານໜອງບົວ, ບ້ານນາລ້ອມ, ບ້ານສົມສະຫວັນ, ບ້ານ ໜອງສອງຫ້ອງ, ບ້ານໂນງາມ, ບ້ານທ່າດິນແດງໃຕ້ ແລະບ້ານນາແຖ.