ຣະວັງສິນຄ້າໝົດອາຍຸ
ທາງການ ແຂວງຄຳມ່ວນ ເຕືອນ ປະຊາຊົນ ໃຫ້ຣະວັງ ສິນຄ້າ ໝົດອາຍຸ ຢູ່ຕາມ ຮ້ານຄ້າ ຮ້ານຂາຍ.
-
ຈໍາປາທອງ
2017-03-07 -
-
-
Your browser doesn’t support HTML5 audio
ຜແນກອາຫານແລະຢາ ແຂວງຄຳມ່ວນ ເຕືອນ ປະຊາຊົນ ໃຫ້ຣະວັງ ສິນຄ້າ ໝົດອາຍຸ ຢຸ່ຕາມຮ້ານຄ້າຂາຍ ຍ່ອຍຕ່າງໆ ພາຍຫລັງ ທີ່ ຄນະກັມການ ກວດກາ ມາຕຖານ ແລະ ຄຸ້ມຄອງສິນຄ້າ ກວດພົບວ່າ ຢູ່ຕາມຮ້ານຄ້າ ຂອງຄົນຈີນ, ວຽດນາມ ແລະລາວ ສ່ວນຫຼາຍ ຢູ່ເມືອງມະຫາໄຊ ຂາຍສິນຄ້າ ໝົດອາຍຸ ເປັນຕົ້ນວ່າ ຢູ່ບ້ານໂພວາ, ບ້ານໂພນສະອາດ, ບ້ານແຕງ ແລະບ້ານໃໝ່. ສິນຄ້າ ໝົດອາຍຸ ທີ່ວ່ານັ້ນ ເປັນສິນຄ້າ ທີ່ຖືກນຳມາ ຈາກ ປະເທສໄທ ເຊັ່ນ ເຄື່ອງສຳອາງ, ອາຫານກະປອງ, ນົມກ່ອງ. ສິນຄ້າ ທີ່ຖືກ ເຈົ້າໜ້າທີ່ ຍຶດໄດ້ ມີມູນຄ່າ ຫຼາຍກວ່າ 2 ລ້ານກີບ.
ເຈົ້າໜ້າທີ່ ຜແນກອາຫານແລະຢາ ແຂວງຄຳມ່ວນ ກ່າວວ່າ ປັດຈຸບັນ ທາງແຂວງ ພຍາຍາມກວດກາ ສິນຄ້າໝົດອາຍຸ ປີນຶ່ງສອງເທື່ອ, ແຕ່ລະເທື່ອ ທີ່ໄປກວດກາ ກໍພົບສິນຄ້າ ໝົດອາຍຸທຸກຄັ້ງ ແລະສິນຄ້າທີ່ວ່ານັ້ນ ແມ່ນຖືກ ລັກນຳເຂົ້າ ຜ່ານຊາຍແດນ ທີ່ບໍ່ມີ ເຈົ້າໜ້າທີ່ ພາສີກວດ. ດັ່ງທີ່ທ່ານ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 6 ມິນາ ນີ້ວ່າ:
"ການມີບັນຫາທີ່ວ່າ ການນຳເຂົ້າຍ່ອຍ ແມ່ຄ້າຍ່ອຍ ໂດຍລັກລອບ ຜ່ານຊາຍແດນ ໂຕນີ້ແມ່ນລະ ອາຍຸສັ້ນ ແລ້ວກໍບໍ່ໄດ້ ຜ່ານການ ກວດກາ ດັ່ງນັ້ນ ມາຮອດ ທ້ອງຕລາດ ແນ່ນອນແລ້ວ ກວ່າຈະເຖິງ ຜູ້ບໍລິໂພກ ມັນກະໝົດອາຍຸ ກ່ອນ".
ກ່ຽວກັບບັນຫາດັ່ງກ່າວ ທາງຜແນກ ອຸດສາຫະກັມ ແລະການຄ້າ ຮ່ວມກັບ ຜແນກອາຫານແລະຢາ ປະຈໍາແຂວງ ໄດ້ວາງມາຕການ ປາບປາມ ພວກຄ້າຂາຍ ສິນຄ້າ ໝົດອາຍຸ ຄືຖ້າກວດພົບ ເທື່ອທຳອິດ ຈະຖືກຕັກເຕືອນ ພ້ອມທັງຍຶດສິນຄ້າ ມາທຳລາຍຖິ້ມ, ເທື່ອທີສອງ ຈະຖືກປັບໃໝ ເທົ່າກັບ ຣາຄາສິນຄ້າ ທີ່ຖືກຍຶດ ແລະ ເທື່ອທີສາມ ຈະຖືກປັບໃໝ ສອງເທົ່າ ຂອງ ຣາຄາສິນຄ້າ ທີ່ຖືກຍຶດ ແລະ ຍົກເລີກ ໃບອະນຸຍາດ ເຮັດ ທຸຣະກິດ ຮ້ານຄ້າ.