ຊາວບ້ານຣະວັງສວນກ້ວຍ ຂອງຈີນ

ໄມຊູລີ
2015.09.14
F-Banana ເຄມີທີ່ໃຊ້ ໃນສວນກ້ວຍ ມີ ຜົນກະທົບ ຕໍ່ ຄົນງານ
RFA

ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງ ອຸດົມໄຊ ເປິດເຜີຍ ວ່າ, ໃນ ຣະຍະ 2 ເດືອນ ຜ່ານມາ, ປະຊາຊົນ ຈໍານວນ ນຶ່ງ ຢູ່ ເມືອງຮຸນ ແຂວງ ອຸດົມໄຊ, ອອກຕຸ່ມ ຕາມ ຕົນໂຕ ແບບບໍ່ຮູ້ ສາເຫດ ຄັກແນ່, ພາຍຫລັງ ທີ່ ພວກເຂົາເຈົ້າ ເຂົ້າໄປ ຫາຂອງປ່າ ໃນ ບໍຣິເວນ ໃກ້ກັບ ສວນກ້ວຍ ຂອງ ນັກລົງທຶນ ຈີນ ທີ່ ໃຊ້ ສານເຄມີ, ແຕ່ກໍບໍ່ ສາມາດ ສລຸບໄດ້ ວ່າ ສາເຫດ ທີ່ ເປັນຕຸ່ມ ແມ່ນ ອາຈມີສ່ວນ ຈາກ ສານເຄມີ ນັ້ນ ຫຼືບໍ. ດັ່ງ ເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ:

“ບາງຄົນ ກໍມັກ ເປັນໂຣຄ ພູມແພ້ ເປັນຕຸ່ມ ຂຶ້ນມາ, ບາງທີ ກໍໄປ ພູ ໄປປ່າ ແດ່ ກໍເປັນ, ບາງທີ ຢູ່ໆ ກໍເປັນ, ດຽວນີ້ ເຂົາເຈົ້າ ຖືວ່າ ຢາສີດ ຂ້າຫຍ້າ ຂ້າຫຍັງ ສີດ ສານເຄມີ ເຂົາເຈົ້າໃຊ້ ມີສ່ວນຫຼາຍ ດຽວນີ້”.

ເຈົ້າໜ້າທີ່ ກ່າວ ຕໍ່ໄປວ່າ ປະຊາຊົນ ທີ່ ອອກຕຸ່ມ ຕາມຕົນໂຕ ນັ້ນ, ກໍໄດ້ໄປ ປິ່ນປົວ ຢູ່ ໂຮງໝໍ ຣະຍະນຶ່ງ ກ່ອນ ຈະເຊົາ ເປັນ ປົກກະຕິ. ແຕ່ ມາຮອດ ປັຈຈຸບັນ ຍັງ ບໍ່ສາມາດ ຣະບຸໄດ້ ວ່າ ສາເຫດ ທີ່ ເປັນຕຸ່ມ ແມ່ນ ເປັນຍ້ອນຫຍັງ ແທ້. ແຕ່ ຫລັງຈາກ ທີ່ມີ ເຫດການ ນີ້ ເກິດຂຶ້ນ, ກໍບໍ່ມີ ຊາວບ້ານ ຜູ້ໃດ ໄປໃກ້ເຂດ ສ່ວນກ້ວຍ ຂອງຈີນ ແລະ ກໍບໍ່ກ້າໃຊ້ ນໍ້າ ໃນຫ້ວຍ ອ້ອມຂ້າງ  ສວນກ້ວຍ ອີກ, ຍ້ອນ ຢ້ານເປັນ ອັນຕະຣາຍ ຕໍ່ ສຸຂພາບ.

ເຈົ້າໜ້າທີ່ ຜູ້ດຽວ ກັນນີ້ ກ່າວ ຕື່ມວ່າ ປັຈຈຸບັນ, ພົບວ່າ ມີເດັກນ້ອຍ ຫຼາຍຄົນ ຢູ່ ເມືອງຮູນ ພາກັນ ອອກຕຸ່ມ ຕາມໂຕ ແບບບໍ່ຮູ້ ສາເຫດ ເຊັ່ນດຽວກັນ, ລັກສນະ ເປັນຕຸ່ມ ຄ້າຍໆກັບ ໄຂ້ ທໍຣະພິດ ແຕ່ ເມື່ອ ກວດເບິ່ງ ໃນ ເບື້ອງຕົ້ນ ແລ້ວ ຄິດວ່າ ບໍ່ແມ່ນ ພຍາດ ດັ່ງກ່າວ, ຊຶ່ງ ເຈົ້າໜ້າທີ່ ກໍກໍາລັງ ເລັ່ງ ກວດຫາ ຕົ້ນຕໍ ຂອງ ສາເຫດ ຢູ່. ດັ່ງ ທ່ານ ກ່າວວ່າ:

“ດຽວນີ້ ສ່ວນຫລາຍ ເດັກນ້ອຍ ມັກເປັນ ອອກຕຸ່ມ ຢູ່ຫົວ ຢູ່ຕູກຂີ້ ບໍ່ຮູ້ວ່າ ເປັນ ຍ້ອນຫຍັງ”.

ກ່ອນໜ້ານີ້ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ ຍອມຮັບວ່າ ຢູ່ສວນ ປູກກ້ວຍ ໃນ ເມືອງ ຮຸນ ຍັງມີການ ໃຊ້ ສານເຄມີ ຢູ່, ແຕ່ວ່າ ກໍບໍ່ໄດ້ ສົ່ງ ຜົນກະທົບ ຕໍ່ ປະຊາຊົນ ແລະ ສິ່ງແວດລ້ອມ ເພາະ ມີການ ປ້ອງກັນ ບໍ່ໃຫ້ ສານເຄມີ ໄຫລ ລົງນໍ້າ ຫຼື ຖືກ ລົມພັດ ໄປບ່ອນ ໃກ້ຄຽງ, ແຕ່ເມື່ອ ສອບຖາມ ຊາວບ້ານ, ເຂົາເຈົ້າ ເວົ້າວ່າ, ບໍ່ເຊື່ອວ່າ ເຈົ້າຂອງ ສວນກ້ວຍ ຈະມີການ ປ້ອງກັນ ດັ່ງ ທີ່ ທາງການ ກ່າວມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.