ຂ.ຊຽງຂວາງ ຂ.ຫົວພັນ ອາກາດ ໜາວສຸດ
2021.01.12
ແຂວງຊຽງຂວາງ ແລະ ຫົວພັນ ເປັນສອງແຂວງ, ທີ່ປະເຊີນກັບອາກາດໜາວສຸດໃນຮອບ ຫຼາຍປີຜ່ານມາ, ໂດຍທາງກົມອຸຕຸນິຍົມ ວິທຍາ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນວ່າ ເດັກນ້ອຍ ແລະ ຜູ້ເຖົ້າ ຄວນຖືກເອົາໃຈໃສ່ດູແລ ເປັນພິເສດ, ເພາະເປັນກຸ່ມສ່ຽງ ເຈັບໄຂ້ ປ່ວຍງ່າຍໄດ້ ຈາກຄວາມກົດດັນອາກາດໜາວເຢັນລົງ.
ແຂວງຫົວພັນຫຼ້າສຸດ ອຸນຫະພູມ ວັດແທກໄດ້ 1 ອົງສາ ອັນສົ່ງຜົລກະທົບ ຕໍ່ການໃຊ້ຊີວິດປະຈຳວັນ ຂອງ ປະຊາຊົນ ແລະ ການຮຽນຂອງນັກຮຽນ, ດັ່ງນັ້ນ ຜແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໄດ້ສັ່ງໂຈະ ການຮຽນຊັ້ນອະນຸບານ ພາຍໃນ 10 ເມືອງ.
ສ່ວນຊັ້ນປະຖົມ ແລະ ມັທຍົມ ຍັງຕ້ອງໄດ້ສອບເສັງ. ພາຍຫຼັງສອບເສັງແລ້ວ ສອງມື້ ຈຶ່ງປະກາດໃຫ້ພັັກຊົ່ວຄາວ. ດັ່ງເຈົ້າໜ້າທີ່ ຜແນກ ສຶກສາທິການ ແລະ ກິລາ ແຂວງຫົວພັນ ທີ່ຂໍສງວນຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 12 ມົກຣາ 2021 ວ່າ:
"ໂຈະກ່ອນທຸກເມືອງເລີຍ 10 ເມືອງເລີຍຂອງແຂວງຫົວພັນ, ມັນອາກາດໜາວແຮງເດັກນ້ອຍໂຮງຮຽນມັນ ກະບໍ່ມີແອອຸ່ນ. ພັກເດ້ ເດັກນ້ອຍຫັ້ນກ່ອນປະຖົມ ມັທຍົມແມ່ນວ່າ ສອບເສັງ ເສັດແລ້ວພາຍໃນອາທິດນີ້ ອາກາດມັນຈົນວ່າຮອດ 1 ອົງສາ ກາງຄືນຮອດ ຕິດລົບພຸ້ນນ່າ."
ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ໃນປີນີ້ຖືວ່າໜາວແຮງກວ່າປີທີ່ແລ້ວ. ແຕ່ອາທິດທີ່ແລ້ວມາຕ້ອງ ໃສ່ເສື້ອ 3-4 ໂຕ ແລະ ຝີງໄຟຈຶ່ງອົບອຸ່ນ ແລະ ທາງຜແນກສຶກສາກໍໄດ້ຣະດົມທືນ ເພື່ອ ຕ້ານພັຍໜາວໄປແຈກແກ່ເດັກນ້ອຍ, ທີ່ຂາດເຂີນເສື້ອກັນໜາວ, ເຊິ່ງກໍບໍ່ໄດ້ທົ່ວເຖິງ ໂດຍສະເພາະຊາວມົ້ງ, ທີ່ຢູ່ຕາມພູດອຍກໍອາສັຍດັງໄຟຝີງເອົາ.
ອາກາດໜາວແຮງເປັນເຫດເຮັດໃຫ້ເດັກນ້ອຍ ໄປໂຮງຮຽນບໍ່ໄດ້. ປະຊາຊົນສ່ວນຫຼາຍ ບໍ່ອອກຈາກເຮືອນ. ນອກນັ້ນແຕ່ລະຄອບຄົວ ຕ້ອງໄດ້ດັງໄຟຝີງ ບໍ່ສະນັ້ນຢູ່ບໍ່ໄດ້. ດັ່ງຊາວ ບ້ານແຂວງຫົວພັນ ໄດ້ກ່າວວ່າ:
"ມັນໜາວໂພດ, ກາງຄືນມັນລົບສູນເລີຍພໍແດດອອກກໍມີ 7 ອົງສາ, ໂອ້ຍໜາວຍັງຝີງໄຟຢູ່ນີ້ນ່າ ພູດອຍເຂົາເຈົ້າກາຝີງໄຟປົກກະຕິ ແຫຼະ. ເດັກນ້ອຍເຂົາພັກຮຽນແລ້ວແຖວເຂດ ນອກເນາະ, ໝອກກ້າມມັນຕິດຄ້າງກາມີຢູ່ບາງບ່ອນຫັ້ນນ່າ, ປີກາຍບໍ່ໜາວ ປີນີ້ໜາວ ປີນີ້ນ່າ."
ແຂວງຊຽງຂວາງກໍເປັນນຶ່ງໃນແຂວງ, ທີ່ກຳລັງປະເຊີນກັບອາກາດໜາວເຢັນແຮງຄືກັບ ແຂວງຫົວພັນ, ຫຼ້າສຸດເມື່ອວັນທີ 12 ມົກຣາ 2021 ອຸນຫະພູມ 4 ອົງສາ ຕົກກາງຄືນ ຕິດລົບ. ແຕ່ການຮຽການສອນ ຍັງດຳເນີນຕໍ່ໄປ, ເພາະເປັນໄລຍະທີ່ຊັ້ນປະຖົມ ແລະ ມັທຍົມຢູ່ໃນໄລຍະການສອບເສັງ. ດັ່ງເຈົ້າໜ້າທີ່ຜແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໄດ້ກ່າວວ່າ:
"ມັນຖືກຊ່ວງສອບເສັງ ກໍເລີຍບໍ່ໄດ້ແຈ້ງໂຈະ, ເພາະຄືປະກົບເສັງ ມື້ນີ້ມື້ອື່ນ ກະສຳເຣັດເນາະ. ເຮົາປະຕິບັດຕາມຂໍ້ກຳນົດການ ສອບເສັງບາງມື້ມັນກາຕິດລົບ, ມັນໜາວແຮງກະໄດ້ ແກ້ໄຂໃຫ້ເດັກນ້ອຍ, ອອກມາຝີງໄຟຈັກນ່ອຍຈັ່ງຄ່ອຍໄປສອບເສັງ."
ອາກາດໜາວປີນີ້, ຢູ່ແຂວງຊຽງຂວາງໜາວແຮງຫຼາຍ, ໂດຍສະເພາະຢູ່ເມືອງໜອງແຮດ ຕີນ-ມື ຈົນກະດ້າງຖ້າບໍ່ດັງໄຟຝີງ, ແມ່ນຢູ່ ບໍ່ໄດ້. ດັ່ງຊາວບ້ານຊາວຊຽງຂວາງ ໄດ້ກ່າວວ່າ:
"ແມ່ນໜາວແຮງໃນເມືອງກາຍັງດັງໄຟ, ຄັນບໍ່ດັງໄຟ ຈະຢູ່ໄດ້ແນວໃດ, ໜາວເດ້ໜາວແຮງ ຕີນມືຈົນກະດ້າງນ່າ, ຢູ່ດອຍຢູ່ຫຍັງ ກໍປ້ອງກັນພັນນັ້ນແຫຼະເນາະ."
ໃນຂນະທີ່ ນະຄອນຫຼວງວຽງຈັນ ກໍໄດ້ສັ່ງໃຫ້ໂຈະການຮຽນຊົ່ວຄາວຫຼາຍເມືອງ, ນັບແຕ່ວັນທີ 13-15 ມົກຣາ 2021. ເພື່ອອຳນວຍ ຄວາມສະດວກ ໃຫ້ກອງປະຊຸມໃຫຍ່ຂອງພັກ ປະຊາຊົນ ປະຕິວັດລາວ ຄັ້ງທີ 11. ດັ່ງເຈົ້າໜ້າທີ່ຜແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຜູ້ຂໍສະງວນຊື່ໄດ້ ກ່າວຕໍ່ເອເຊັຽເສຣີວ່າ:
"ບໍ່ແມ່ນໂຕອາກາດໜາວເດ້ ໂຕນີ້ແມ່ນກອງປະຊຸມໂຈະ ຫັ້ນມັນໂຮງຮຽນສະເພາະ ມັນມີຊື່ຢູ່ຫັ້ນເພາະວ່າມັນໃກ້ກັບຫົນທາງ ກອງປະຊຸມ ທີ່ຈະເຣີ້ມມື້ອື່ນ ໄປເນາະ ທີ່ວ່າເກະກະ ຖນົນຫົນທາງເພິ່ນໃຫ້ພັກ ພາກຣັຖບັນດາການນຳ ຈະເດິນທາງ."
ກົມອຸຕຸນິຍົມວິທຍາ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນວ່ານັບແຕ່ວັນທີ 11-17 ມົກຣາ 2021 ນີ້ ອາກກາດຈະໜາວເຢັນລົງ 4 ເຖີງ 1 ອົງສາ, ໂດຍສະເພາະທາງພາກເໜືອ ບໍຣິເວນພູດອຍໃຫ້ປະຊາຊົນຣະມັດຣະວັງ ເຮັດໃຫ້ຮ່າງກາຍອົບອຸ່ນ ໂດຍສະເພາະ ແມ່ນເດັກນ້ອຍແລະຜູ້ເຖົ້າ.