ໂຮງໝໍ 103 ກອງທັບ ຫ້າມ ແພດ-ໝໍ ຮັບເງິນ ຈາກຄົນເຈັບ

ບ່ອນບໍຣິການ ຈ່າຍເງິນ ໃນໂຮງໝໍແຫ່ງນຶ່ງ ທີ່ນະຄອນຫຼວງວຽງຈັນ, ເດືອນມີນາ ປີ 2022.
ບ່ອນບໍຣິການ ຈ່າຍເງິນ ໃນໂຮງໝໍແຫ່ງນຶ່ງ ທີ່ນະຄອນຫຼວງວຽງຈັນ, ເດືອນມີນາ ປີ 2022. (ນັກຂ່າວ ພົລເມືອງ)

0:00 / 0:00

ປັດຈຸບັນ ຊາວລາວຫຼາຍຄົນ ຍັງພົບເຫັນ ແພດ​-ໝໍ ຈໍານວນນຶ່ງ ເລືອກປິ່ນປົວສະເພາະ ຄົນທີ່ເອົາເງິນໃສ່ຊອງໃຫ້ ຫຼື ເປັນການຮັບສິນບົນໃນຮູບແບບນຶ່ງ ເພື່ອແລກກັບການບໍຣິການປິ່ນປົວທີ່ດີ ແຕ່ສໍາລັບຄົນບໍ່ມີເງິນໃສ່ຊອງໃຫ້ ກໍຈະຖືກປະຕິບັດບໍ່ດີ ເຊັ່ນເວົ້າຈາບໍ່ມ່ວນ ແລະ ລໍຖ້າປິ່ນປົວເປັນເວລາດົນ.

ເກີດ​ມີ​ຫາງ​ສຽງ​ ຂອງ​ສັງ​ຄົມ​ທີ່​ຕຳ​ນິ​ວິ​ຈານ ເຈົ້າ​ໜ້າ​ທີ່​ແພດ​-ໝໍ ເຣື່ອງ​ການ​ຮັບ​ການ​ເງິນ​ ຈາກ​ຄົນ​ເຈັບ ຫຼື ຊອງ​ຂາວ. ເມື່ອບໍ່ດົນມານີ້ ໂຮງໝໍ 103 ກອງທັບ ໄດ້ອອກແຈ້ງການ ບໍ່ໃຫ້ເຈົ້າໜ້າທີ່ ບຸກຄະກອນທາງການແພດ ແລະ ໝໍ ຮັບເອົາເງິນໃສ່ຊອງ ຈາກປະຊາຊົນ ທຸກກໍລະນີ ໂດຍສະເພາະ ກໍລະນີຜ່າຕັດ ແລະ ຫ້າມປະຊາຊົນ ຈ່າຍໃຫ້ເຈົ້າໜ້າທີ່ແພດ ໂດຍບໍ່ມີໃບບິນຮັບເງິນຢ່າງຖືກຕ້ອງ.

​ປະ​ຊາ​ຊົນເອງ ກໍ​ເຫັນ​ວ່າ ມັນ​ເກີດ​ຂຶ້ນ​ເປັນ​ປະ​ຈຳ ຢູ່​ທຸກ​ໂຮງ​ໝໍ, ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວໃນ​ວັນ​ທີ 21 ກໍ​ຣະ​ກະ​ດາ ວ່າ:

"ບໍ່ວ່າແຕ່ໂຮງໝໍ 103 , ຢູ່ໃສກະຄືກັນ. ຄັນວ່າ ເອີ ຜ່າຕັດພີ່ນ້ອງເອົາໃສ່ຊອງ ໃຫ້ທ່ານໝໍ ອີ່ຫຍັງຊື່ໆ ຊິນ່າ ຕາມປະເພດ ຄືຜ່ານມາ ຊາເຫັນເຈົ້າຂອງເອງ ກໍແມ່ນໄປຜ່າຕັດ ຢູ່ບ່ອນອື່ນ ບ່ອນຫຍັງ. ບາງເທື່ອເຮົາກໍໃສ່ ເອົາກະເອີ ໃຫ້ເພິ່ນກິນນໍ້າ ກິນໃນບໍ່. ເຮົາຢາກໃຫ້ຄ່າເພິ່ນເມື່ອຍ ຫຍັງຊື່ໆ ຫັ້ນນ່າ."

ປະ​ກົດ​ການ​ມັນ​ເກີດ​ຂຶ້ນ ກໍ​ຄື ຖ້າ​ແພດ-ໝໍ ບາງ​ຄົນໄດ້​ເງິນ ກໍ​ຈະ​ບໍ​ຣິ​ການ​ດີ ແຕ່​ຖ້າບໍ່​ໄດ້ ກໍ​ເວົາ​ຈາ​ກັບ​ຄົນ​ເຈັບ​ບໍ່​ມ່ວນ.

ຊາວລາວ ໃນນະຄອນຫລວງວຽງຈັນ ອີກ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ກໍຣະກະດາ ວ່າ:

" ສ່ວນຫຼາຍ ຄັນວ່າ ເອົາເງິນໃຫ້ແພດໝໍຫັ້ນນ່າ ແພດໝໍຈະບໍຣິການດີແດ່ນ່າ ແຕ່ຖ້າວ່່າ ເຮົາພາຍາດເຮົາໄປເນາະ ແລ້ວຖ້າວ່າ ເຮົາບໍ່ໄດ້ໃສ່ຊອງຖາມຫຍັງກະບໍ່ຄ່ອຍໄດ້ຄໍາຕອບປານໃດ ແລ້ວກະບໍຣິການຊ້າ ບໍ່ຄ່ອຍມາສົນໃນກັບເຮົາຫັ້ນນ່າ ມັນຈະຂຶ້ນກັບບາງຄົນເດ້ ບາງຄົນກບໍຄ່ອຍເວົ້າມ່ວນປານໃດ ຄື ເຂົາເຈົ້າເວົ້າບໍ່ມ່ວນໃສ່ເຮົາກໍທົນຊິນ່າ ເປັນທຸກເກືອບໂຮງໝໍເລີຍ ທີ່ວ່າເປັນຣັຖນ່າ. "

ການເອົາເງິນໃສ່ຊອງໃຫ້ ທ່ານໝໍ ຫຼື ເຈົ້າໜ້າທີ່່ຢູ່ໂຮງໝໍ ເກີດຂຶ້ນມາດົນແລ້ວ ແລະ ກາຍເປັນປະເພນີຂອງຊາວລາວ. ຊາວລາວ ມີຄວາມເຊື່ອວ່າ ຖ້າໃຫ້ເງິນ ເຈົ້າໜ້າທີ່ແພດ-ໝໍ ກໍຈະໄດ້ຮັບການບໍຣິການທີ່ດີ.​

ເຈົ້າໜ້າທີ່ ສາທາຣະນະສຸຂ ທ່ານນຶ່ງ ໄດ້ກ່ວວ່າ:

" ໂຕນີ້​ມັນກະສະທ້ອນ ໃຫ້ສັງຄົມຜູ້ບໍ່ມີເງິນຫັ້ນແລ້ວ ກະບໍ່ກ້າເຂົ້າໂຮງໝໍເດ້ ບາດນີ້ ຄັນຊິີເວົ້າແຫຼະ ມັນ ເປັນແບບຊິນເຄີຍ ຜ່າຕັດແລ້ວ ກໍຫາເງິນໃສ່ຊອງໃຫ້້ເພິ່ນ ຖ້າວ່າ ມາເບິາງແລ້ວເນາະ ຈັນຍາບັນຂອງແພດຂອງໝໍ ກະບໍ່ຖືກຫັ້ນແລ້ວ ຕາມທັມດາ ມັນກໍບໍ່ຄວນແລ້ວໂຕນີ້ນ່າ ເພື່ອບໍ່ໃຫ້ຄົນທຸກຍາກເຂົານ້ອຍໃຈ ເວລາມາໂຮງໝໍ."

ສາເຫດນຶ່ງ ບຸກຄະລາກອນແພດ ກໍມີເງິນໜ້ອຍ ສະນັ້ນມັນຈຶ່ງເປັນເຫດຜົລນຶ່ງ ທີ່ມີການຮັບເອົາຊອງຈາກຄົນເຈັບ.​

ເຈົ້າໜ້າທີ່ ສາທາຣະນະສຸຂ ທ່ານນີ້ ກ່າວຕື່ມວ່າ:

" ທັງສອງຝ່າຍເລີຍໃດ ແກ້ຍາກເດ້ ມັນເປັນປະເພນີເດ້ ຜູ້ມີເງິນເຂົາຈຶ່ງໃສ່ຊອງໃຫ້ຫັ້ນນ່າ ເຂົາກະພໍໃຈ ຢ້ານ ເພິ່ນບໍ່ເບິ່ງ ບໍ່ແຍງ ແນວນັ້ນ ແຫຼະ ຄັນຊິເວົ້າ ເງິນເດືອນ ກະໜ້ອຍອີກ ມັນບໍ່ຢາກກຸ້ມເດ້ ແພດ ໝໍ ນີ້ ມັນບໍ່ມໄດ້ອອກຍາມເດ້ ມັນເຂົາຍາມຫິວນອນໝົດຄືນເນາະ ຄັນໄດ້ເຂົ້າຍາມ 24 ຊົ່ວໂມງໂລດ."

ກໍລະນີຮັບເງິນຈາກຄົນເຈັບ ກໍຈະມີເຈົ້າໜ້າທີ່ແພດ-ໝໍ ບາງຄົນເທົ່ານັ້ນ ແຕ່ ບໍ່ໝາຍເຖິງເຈົ້າໜ້າທີ່ແພດ-ໝໍ ທົດທຸກຄົນ ຈະເຮັດແນວນັ້ນ.

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ໄດ້ກ່າວວ່າ:

"ເປັນ ບາງ ຄົນ ກະຊິບາງຄົນ ແຫຼະ ກະຊິີບໍ່ແມ່ນໝົດດອກ ເພິ່ນເຖິງໃຊ້ມາຕການແນວນີ້​ອອກມາເພື່ອກວມລວມຫັ້ນແຫຼະ ເປັນຫຼັກການໂຕແບບ ຄັນຜູ້ທຸກເຂົາກະມີເງິນດ້າມໜ້ອຍ ເຂົາກະບໍ່ຖ້າໄປໂຮງໝໍ ທັມດາຫຼັກການຂອງແພດເນາະ ຜ່າຕັດຈັ່ງຊິກໍໄດ້ເບິ່ງຕິດຕາມແພດ ຊີ້ແຈງ ແນະນໍາເຂົາເຈົ້າ."

ຢ່າງໃດກໍຕາມ, ປະຊາຊົນລາວຫຼາຍຄົນ ກໍຢາກໃຫ້ ເຈົ້າໜ້າທີ່ບຸກຄະລາກອນ ທາງການແພດທຸກຄົນ ໃນລາວ ມີຈັນຍາບັນທີ່ດີ ໂດຍສະເພາະ ການໃຫ້ການບໍຣິການທີ່ດິນ, ການເວົ້າຈາສຸພາບ, ການບໍ່ເລືອກປະຕິບັດ ຫຼື ເບິ່ງແຍງແຕ່ຜູ້ມີເງິນເທົ່ານັ້ນ, ແຕ່ ຄວນເບິ່ງແຍງປິ່ນປົວທຸກຄົນ ຢ່າງເທົ່າທຽມກັນ ເພື່ອໃຫ້ເຂົ້າເຖິງການບໍຣິການ ສາທາຣະນະສຸຂ ທີ່ດີນໍາດ້ວຍ.