ເມືອງຮ້ຽມ ຂາດນ້ຳກິນ ນ້ຳໃຊ້
ເມືອງຮ້ຽມ ແຂວງຫົວພັນ ປະຊາຊົນ ຂາດນ້ຳກິນ ແລະນ້ຳໃຊ້ ໃນ ຣະດູແລ້ງ.
-
ສິດນີ
2017-03-20 -
-
-
Your browser doesn’t support HTML5 audio
ປະຊາຊົນ ທີ່ເມືອງຮ້ຽມ ແຂວງຫົວພັນ ແຕ່ກ່ອນມີຊື່ວ່າ ເມືອງວຽງທອງ ປະມານ 35 ບ້ານ ຍັງຂາດແຄນ ນ້ຳກິນແລະນ້ຳໃຊ້ ໃນຣະດູແລ້ງ ຣະຫວ່າງ ເດືອນມົກກະຣາ ຫາ ເດືອນເມສາ ໃນແຕ່ລະປີ. ດັ່ງຄຳເວົ້າຂອງ ປະຊາຊົນ ເມືອງຫຽບ ທ່ານນື່ງ ຕໍ່ເອເຊັຽເສຣີ ໃນມື້ວັນທີ 20 ມິນາ ນີ້ວ່າ:
"ມັນຂາດຫລາຍ ຂາດເຂີນຫລາຍ ບໍ່ພໍໃຊ້ ໃຊ້ນ້ຳລິນເອົາ ແຕ່ກໍບໍ່ພໍ ໃຊ້ດອກ".
ເຈົ້າຫນ້າທີ່ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ທີ່ແຂວງຫົວພັນ ເວົ້າວ່າ ເມືອງຮ້ຽມ ແບ່ງອອກເປັນ 5 ເຂດ ດັ່ງເຂດເທສບານ ມີ 13 ບ້ານ, ເຂດດາວເຮືອງ ມີ 8 ບ້ານ, ເຂດ ພັນລໍ ມີ 6 ບ້ານ ແລະເຂດຕາກກົກ, ມີ 5 ບ້ານ ຮວມທັງຫມົດ, ມີ 35 ບ້ານ ພື້ນທີ່ ສ່ວນໃຫຍ່ ເປັນເຂດພູດອຍ, ດັ່ງບ້ານພູວຽງ ບ້ານຫົວພູ ແລະ ບ້ານນາປວກ ຊື່ງໃນປັດຈຸບັນ ໄດ້ໃຊ້ ນ້ຳລິນ ຈາກການຊ່ອຍເຫລືອ ຂອງ ອົງການຕ່າງຊາດ ແຕ່ຍັງບໍ່ພໍ ກັບຄວາມຕ້ອງການ ຂອງປະຊາຊົນ ໂດຍສະເພາະ ໃນຣະດູແລ້ງ:
"ໃນລະຍະຜ່ານມາ ຖືວ່າແຕ່ລະບ້ານກໍມີນ້ຳລິນ ແຕ່ວ່າບໍ່ພຽງພໍ ແຕ່ນ້ຳລິນຈາກຣັຖບານ ເຂົ້າມາຊ່ອຍກໍຂາດໆເຂີນໆ ນ້ຳປະປາ ແທ້ໆລະ ຍັງບໍ່ທັນມີ".
ທ່ານວ່າ ປັດຈຸບັນ ເຈົ້າຫນ້າທີ່ ຣັດວິສາຫະກິດ ນ້່ຳປະປາ ທີ່ແຂວງຫົວພັນ ກໍໄດ້ລົງໄປສຳຣວດ ຄວາມເປັນໄປໄດ້ ໃນການສ້າງ ຣະບົບ ນ້ຳປະປາ ໃນບ້ານຕ່າງໆ ຂອງເມືອງຮ້ຽມ ແຕ່ຂາດ ງົບປະມານ ໃນການ ປະຕິບັດງານ ຈື່ງມີການ ເລື່ອນເວລາ ໃນການຕິດຕັ້ງ.
ແຂວງຫົວພັນ ມີຄົນວຽດນາມ ເຂົ້າມາຢູ່ອາສັຍ ຢ່າງຫຼວງຫຼາຍ ທາງການລາວ ກໍບໍ່ເຂັ້ມງວດ ຕໍ່ກຸ່ມ ຄົນວຽດນາມ ດັ່ງກ່າວ.