ວຽງຈັນ ຄົນເປັນຕັບອັກເສບ-A ເພີ້ມຂຶ້ນ

ສາທາຣະນະສຸຂ ຍັງບໍ່ຮູ້ສາເຫດ ທີ່ມາ ຂອງການລະບາດ ຕັບອັກເສບ A

ກະຊວງສາທາຣະນະສຸຂ ສປປ ລາວ Public Domain

ໜ່ວຍງານສາທາຣະນະສຸຂ ຍັງບໍ່ພົບສາເຫດ ການລະບາດຂອງ ພຍາດຕັບອັກເສບ-ເອ Hepatitis-A ຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ນັບແຕ່ເດືອນ ພຶສພາ ເປັນຕົ້ນມາ. ສະເພາະຢູ່ແຂວງວຽງຈັນ ເຈົ້າໜ້າທີ່ພົບວ່າ ມີການລະບາດ ຢູ່ເມືອງທຸລະຄົມ ຊຶ່ງເປັນ ເມືອງ ທີ່ນັກທ່ອງທ່ຽວ ມາຫລາຍ. ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ ສາທາຣະນະສຸຂ ພຽງແຕ່ ສັນນິຖານວ່າ ພຍາດດັ່ງກ່າວ ອາດຈະຕິດມາ ຈາກກຸ່ມນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພາະວ່າມີນັກທ່ອງທ່ຽວ ເຂົ້າມາຫລາຍ, ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງ ວຽງຈັນ ກ່າວວ່າ:

"ໂດຍສະຫລຸບລວມແລ້ວ ເພາະວ່າ ເຮົາຢູ່ເມືອງທຸລະຄົມ ເຮົາເນາະ ຈຳນວນພົລຫລາຍ ແລ້ວເມືອງເຮົາ ເປັນເມືອງທ່ອງທ່ຽວ ກໍຄືແບບວ່າ ມີຄາຊິໂນ ແດນສະຫວັນຣີສອດ ເພາະວ່າ ຊິມີຄົນຕ່າງປະເທດ ອີ່ຫຍັງ ກໍເຂົ້າມາ ເຮົາກໍສະຫລຸບ ບໍ່ທັນໄດ້ວ່າ ເກີດຈາກໃສ ວ່າຕິດຕາມຕໍ່ ມາທາງໃດ ສິວ່າຈາກ ຕ່າງປະເທດບໍ່ ເກີດຈາກ ຄົນລາວເອງບໍ່ ຕົວນີ້ ເຮົາສະຫລຸບບໍ່ໄດ້".

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ການລະບາດຂອງພຍາດ ຕັບອັກເສບ-ເອ ບໍ່ເຄີຍເກີດຂຶ້ນ ຢູ່ເມືອງທຸລະຄົມ ມາກ່ອນ ການລະບາດຢູ່ 40 ບ້ານ ມາເປັນ 42 ບ້ານ ແລະ ສະເພາະ ເດັກນ້ອຍອາຍຸ 1-5 ປີ ພົບວ່າ ຕິດເຊື້ອເຖິງ 30 ເປີເຊັນ.

ການລະບາດຂອງພຍາດດັບອັກເສບ-ເອ ລະບາດຢູ່ເຂດຊາຍແດນ ລະຫວ່າງ ເມືອງໄຊທານີ ນະຄອນຫລວງວຽງຈັນ ກັບ ເມືອງທຸລະຄົມ ແຂວງວຽງຈັນ, ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:

"ແຕ່ວ່າຢູ່ນະຄອນຫລວງວຽງຈັນນີ້ ສະຖານທີ່ ສ່ວນຫລາຍແມ່ນ ອັນສະຖານທີ່ ມີຊາຍແດນ ຕິດກັບແຂວງວຽງຈັນ ທີ່ມີການລະບາດ ຢູ່ໃນ ປັດຈຸບັນ ເນາະ ແລະ ປະຊາຊົນ ຢູ່ເຂດນັ້ນ ກໍຈະແມ່ນ ບໍລິໂພກນ້ຳ ຈາກໂຮງງານ ນ້ຳດື່ມ ຫລື ວ່າແມ່ນຫຍັງ ມາຈາກ ແຂວງວຽງຈັນ ທັງໝົດເນາະ".

ຂໍ້ມູນຈາກໜັງສືພິມວຽງຈັນທາມສ ໄດ້ລະບຸວ່າ ນັບແຕ່ວັນທີ 15 ມິຖຸນາ ເຖິງປັດຈຸບັນ ພົບຜູ້ຕິດເຊື້ອ ຕັບອັກເສບ-ເອ ເກືອບ 900 ຄົນ ໃນນັ້ນ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ມີປະມານ 100 ຄົນ ແລະ ເມືອງໄຊທານີ ນະຄອນຫລວງວຽງຈັນ ພົບຜູ້ຕິດເຊື້ອ ເກືອບ 800 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org