ທາງການສັ່ງຫ້າມຂຶ້ນ ຄ່າຢາໄຂ້ເລືອດອອກ
2013.07.23

ກະຊວງ ສາທາຣະນະສຸຂ ອອກປະກາດ ຫ້າມ ຮ້ານຂາຍຢາ ຂຶ້ນຣາຄາ ຢາປົວໂຣຄ ໄຂ້ເລືອດອອກ.
ເຈົ້າຫນ້າທີ່ ກະຊວງ ສາທາຣະນະສຸຂ ເປີດເຜີຍວ່າ ກົມອາຫານ ແລະ ຢາ ໄດ້ອອກ ປະກາດ ສັ່ງຫ້າມ ຮ້ານຂາຍຢາ ໃນທົ່ວ ປະເທດ ບໍ່ໃຫ້ຂຶ້ນ ຣາຄາ ຢາປົວໂຣຄ ໄຂ້ເລືອດອອກ ຫລັງຈາກ ໄດ້ຮັບຂໍ້ມູນ ວ່າມີຮ້ານ ຂາຍຢາ ບາງແຫ່ງ ຂຶ້ນ ຣາຄາຢາ ດັ່ງກ່າວ ໃນຊ່ວງ ທີີ່ມີການ ຣະບາດຫນັກ ຈົນເກີດ ພາວະ ການຂາດແຄນ ຢາ. ດັ່ງທ່ານ ກ່າວວ່າ:
"ເພາະວ່າເຮົາ ເຮັດການ ຈັດຊື້ຢາ ຮວມກັນ ສ່ວນວ່າການ ຈັດຕັ້ງ ປະຕິບັດ ນັ້ນແມ່ນວ່າ ໃຫ້ເມືອງ ເປັນຜູ້ຈັດ ຊື້ເອງ ແລ້ວເຮົາ ກໍພໍດີ ບັງເອີນ ມື້ນັ້ນ ເມືອງ ຂະເຈົ້າ ກໍມາປະຊຸມ ກໍເອົາ ຂໍ້ມູນ ຈາກເມືອງ ລາຍງານ ເຂົາວ່າ ບໍຣິສັດ ແຈ້ງຂຶ້ນ ຣາຄາ".
ທ່ານກ່າວ ຕໍ່ໄປວ່າ ກົມອາຫານ ແລະ ຢາ ຕ້ອງການ ຢາກໃຫ້ ຜແນກ ສາທາຣະນະສຸຂ ປະຈຳແຂວງ ແລະ ເມືອງ ເປັນຜູ້ ຮັບຜິດຊອບ ໃນການຊື້ຢາ ແລະ ອຸປກອນການ ແພດ ທີ່ຕົນ ຕ້ອງການ ແຕ່ຕ້ອງ ປະຕິບັດ ຕາມ ນະໂຍບາຍ ຂອງ ກະຊວງ ສາທາຣະນະສຸຂ ເທົ່ານັ້ນ ໂດຍສະເພາະ ເຣື້ອງຢາ ປະເພດທີ່ໃຊ້ ປີ່ນປົວ ຜູ້ປ່ວຍ ຈາກໂຣຄ ໄຂ້ເລືຶອດອອກ ດັ່ງຢາ ນ້ຳທະເລ ຫວານເຄັມ ຫລື Ringer lactate ທີ່ມີ ຂ່າວວ່າ ຢາດັ່ງກ່າວ ຖືກສເນີຂາຍ ໃນຣາຄາ ທີ່ສູງກວ່າ ປົກກະຕິ.
ປັດຈຸບັນ ໂຣຄ ໄຂ້ເລືອດອອກ ຍັງຣະບາດ ຫນັກ ໃນທົ່ວປະເທດ ຊຶ່ງ ມີຈຳນວນ ຜູ້ປ່ວຍເຖິງ ສັປດາ ລະ 8 ພັນຄົນ ແລະ ມີຜູ້ເສັຽ ຊິວິດ ແລ້ວ 74 ຄົນ ຢາ ແລະ ອຸປກອນ ທີ່ໃຊ້ໃນ ການຕ້ານໂຣຄ ດັ່ງກ່າວ ກໍຂາດແຄນ ຈຶ່ງເຮັດໃຫ້ ທາງການ ປະກາດ ຫ້າມຮ້ານຂາຍຢາ ໃນ ທົ່ວປະເທດ ສວຍໂອກາດ ຂຶ້ນຣາຄາ ຢາ ດັ່ງກ່າວ.