ໂຄວິດ-19 ຍັງຣະບາດ, ພະນັກງານ ຜັດປ່ຽນກັນໄປວຽກ

ພະນັກງານ-ຣັຖກອນ ຜັດປ່ຽນກັນໄປວຽກ ເນື່ອງຈາກເຊື້ອໂຄວິດ-19 ສາຍພັນໂອມິຄຣອນ ຣະບາດເພີ່ມຂຶ້ນ, ທາງການ ຈຶ່ງມີມາຕການ ປ້ອງກັນ ດັ່ງກ່າວນີ້ ຈົນກວ່າວ່າ ສະຖານະການ ຂອງເຊື້ອໂຄວິດ-19 ນີ້ຈະຫຼຸດຜ່ອນລົງ.

ຄະນະແພດ ສູນຂ່າວສານການແພດ ສຸຂສຶກສາ, ທັນວາ 2021. ສູນຂ່າວສານການແພດ ສຸຂສຶກສາ

ກະຊວງອຸດສາຫະກັມແລະການຄ້າ ແລະກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ແຈ້ງການ ໃນວັນທີ່ 21 ແລະ 22 ມິນາ 2022 ນີ້ວ່າ ໃຫ້ບັນດາພະນັກງານ-ຣັຖກອນຂອງຕົນ ສາມາດຜັດປ່ຽນກັນ ມາເຮັດວຽກໃນຫ້ອງການ ສ່ວນແມ່ຍິງຖືພາ ແລະແມ່ລູກອ່ອນ ແມ່ນໃຫ້ເຮັດວຽກຢູ່ເຮືອນ ສາເຫດຫຼັກ ທີ່ຕ້ອງຜັດປ່ຽນກັນມາເຮັດວຽກນັ້ນ ຍ້ອນວ່າ ປັດຈຸບັນ ມີການຣະບາດຂອງເຊື້ອໂຄວິດ-19 ສາຍພັນໂອມິຄຣອນເພີ່ມຂຶ້ນເປັນຈໍານວນຫຼາຍ ອີກທັງ ພະນັກງານໃນກະຊວງ ກໍມີຜູ້ຕິດເຊື້ອໂຄວິດ-19 ນໍາດ້ວຍ ທາງການ ຈຶ່ງມີມາຕການປ້ອງກັນ ຈົນກວ່າວ່າ ສະຖານະການຂອງເຊື້ອໂຄວິດ-19 ນີ້ຈະຫຼຸດຜ່ອນລົງ ຈຶ່ງຈະກັບມາເຮັດວຽກປົກກະຕິໄດ້.

ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມແລະການຄ້າ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິຍຸເອເຊັຽເສຣີ ໃນວັນທີ່ 22 ມິນາ ນີ້ວ່າ:

“ເພາະວ່າມັນເປັນມາຕການໂຄວິດນ່າ ນໍ້າມັນແພງກໍສ່ວນນຶ່ງເນາະ ພວກຖືພາ ອັນນັ້ນອັນນີ້ ກໍສາມາດເຮັດຢູ່ເຮືອນໄດ້ ກະຈົນກວ່າໂຄວິດ ມັນຊິອັນນັ້ນແຫຼະ ຄືແຕ່ເກົ່າຫັ້ນນ່າ ຕອນນັ້ນກໍເຮັດຄືເປັນກັນມາ.”

ການທີ່ຜແນກອຸດສາຫະກັມແລະການຄ້າ ໃນນະຄອນຫຼວງວຽງຈັນ ໄດ້ໃຫ້ບັນດາພະນັກງານ-ຣັຖກອນ ໃນແຕ່ລະຂແນງຜັດປ່ຽນກັນມາເຮັດວຽກໃນຫ້ອງການນັ້ນ ສ່ວນໃຫຍ່ກໍບໍ່ໄດ້ກ່ຽວກັບ ເຣື່ອງລາຄານໍ້າແພງແຕ່ຢ່າງໃດ ແຕ່ເພື່ອເປັນການປ້ອງກັນ ການຣະບາດຂອງເຊື້ອໂຄວິດ-19 ບໍ່ໃຫ້ແຜ່ຣະບາດໜັກຂຶ້ນ ເນື່ອງຈາກວ່າ ໃນໄລຍະນີ້ ມີໂຕເລຂຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຢ່າງໄວວາ ໂດຍສະເພາະ ໃນນະຄອນຫຼວງວຽງຈັນ.

ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມແລະການຄ້າ ໃນນະຄອນຫຼວງວຽງຈັນ ກ່າວວ່າ:

“ແນ່ນອນ ເພິ່ນຕ້ອງໄດ້ປະຕິບັດຄືກັນແຫຼະ ໂຄວິດນີ້ ເຣື່ອງນໍ້າມັນກໍເປັນຂອດນຶ່ງຢູ່ ແຕ່ວ່າ ກໍບໍ່ເຖິງຂັ້ນນັ້ນດອກ ບໍ່ຢາກໃຫ້ມັນມີການແອອັດ ມັນຣະບາດແຮງໆ ຄືແຕ່ກ່ອນເພິ່ນກໍເຮັດ ອຸດສາຫະກັມແລະການຄ້ານີ້ ສ່ວນຫຼາຍມັນວຽກການບໍຣິການເບາະ ຄ້ອນຂ້າງຫຼາຍ ມີເງື່ອນໄຂກ່ອນເນາະ ເພິ່ນກໍອອກແຈ້ງການຫັ້ນແຫຼະ.”

ໃນເຣື່ອງການໃຫ້ພະນັກງານ-ຣັຖກອນ ຜັດປ່ຽນກັນມາເຮັດວຽກ ໃນຫ້ອງການນີ້ ກະຊວງອື່ນໆ ຍັງບໍ່ໄດ້ມີມາຕການອະນຸຍາດ ໃຫ້ພະນັກງານຜັດປ່ຽນກັນມາເຮັດວຽກເທື່ອ ມີແຕ່ບາງກະຊວງເທົ່ານັ້ນ ເປັນຕົ້ນ: ກະຊວງໂຍທາທິການແລະຂົນສົ່ງ ກໍຍັງບໍ່ມີມາຕການແຈ້ງການ ໃຫ້ພະນັກງານ-ຣັຖກອນຂອງຕົນ ຜັດປ່ຽນກັນມາເຮັດວຽກ ມີແຕ່ມາຕການໂຕເກົ່າເທົ່ານັ້ນ ທີ່ເລີ່ມຕັ້ງແຕ່ເດືອນຕຸລາ ປີ 2021 ທີ່ມີການເປີດການ ການຂົນສົ່ງຜູ້ໂດຍສານ ກໍມີມາຕການໃຫ້ບັນດາພະນັກງານ ດ້ານບໍຣິການ ຂົນສົ່ງສາຍໃຕ້ ແລະ ຂົນສົ່ງສາຍເໜືອ ຜັດປ່ຽນກັນມາເຮັດວຽກ ເພື່ອປ້ອງກັນ ການກັນຕິດເຊື້ອໂຄວິດ-19.

ດັ່ງເຈົ້າໜ້າທີ່ ສະຖານີຣົຖຂົນສົ່ງສາຍເໜືອ ທ່ານນຶ່ງ ກ່າວວ່າ:

“ແມ່ນແຫຼະ ເຂົາບໍ່ໃຫ້ແອອັດກັນ ຄືສົມມຸດວ່າ ຈາກ 10 ຄົນນິ່ ເຂົາໃຫ້ແບ່ງ 5 ຄົນໄປເຮັດວຽກ ແລ້ວກະຜູ້ທີ່ພັກ ມື້ໜ້າກະຜູ້ນີ້ໄປຊິນ່າ ແຕ່ສໍາລັບພວກເຮົາ ມັນໝຸນມັນຖືກຕ້ອງໝົດແລ້ວ.”

ໃນຂະນະທີ່ ເຈົ້າໜ້າທີ່ ສະຖານີຣົຖຂົນສົ່ງສາຍໃຕ້ ທ່ານນຶ່ງກໍກ່າວວ່າ ທາງດ້ານພະນັກງານ ດ້ານບໍຣິການໃນສະຖານີຂົນສົ່ງສາຍໃຕ້ ກໍມີການຜັດປ່ຽນການມາເຮັດວຽກເຊັ່ນກັນ ເພາະເປັນມາຕການປ້ອງກັນເຊື້ອໂຄວິດ-19 ຂອງທາງການ ຕັ້ງແຕ່ເລີ່ມເປີດບໍຣິການຂົນສົ່ງຜູ້ໂດຍສານ ຫວ່າງປີກາຍ ເຊິ່ງຈະຕ້ອງມີການເວັ້ນໄລຍະຫ່າງ ບໍ່ໃຫ້ແອອັດກັນຈົນເກີນໄປ.

“ພະນັງການເຮົາປົກກະຕິ ກະປ່ຽນກັນຢູ່ແລ້ວ ເພື່ອຮັບປະກັນໃຫ້ຮັກສາໄລຍະຫ່າງ ມີ 7 ຄົນ ໃຫ້ມາແຕ່ 3 ເພາະຣົຖເຮົາມັນອອກທຸກໆ 30 ນາທີເດ້.”

ກະຊວງການເງິນ ກໍຍັງບໍ່ມີການແຈ້ງການ ໃຫ້ພະນັກງານຜັດປ່ຽນກັນມາເຮັດວຽກເທື່ອ ບັນດາພະນັກງານ ກໍຍັງໄປເຮັດວຽກໃນຫ້ອງການຕາມປົກກະຕິ, ແຕ່ກໍມີມາຕການປ້ອງກັນເຊື້ອໂຄວິດ-19 ໂດຍຫາກຜູ້ໃດທີ່ມີຄວາມສ່ຽງ ກໍໄດ້ໃຫ້ໄປກວດຫາເຊື້ອໂຄວິດ-19 ແລະກັກໂຕປິ່ນປົວຢູ່ເຮືອນ.

ດັ່ງເຈົ້າໜ້າທີ່ກະຊວງການເງິນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:

“ກະຊວງການເງິນ ກະຍັງບໍ່ທັນໄດ້ມີແຈ້ງການໂຕນີ້ເທື່ອ ເພາະວ່າເພິ່ນຍັງມີວຽກຈໍາເປັນຫຼາຍອັນ ຍັງມາການປົກກະຕິໄທເຮົານ່າ ໃຜຕິດແລ້ວໄປປົວ ກິນຢາຢູ່ບ້ານ ຖ້າຜູ້ໃດບໍ່ທັນຕິດ ກະມາການປົກກະຕິ ເພິ່ນວ່າຊັ້ນເດ້.”

ປັດຈຸບັນນີ້ ການຣະບາດຂອງເຊື້ອໂຄວິດ-19 ໃນ ສປປ.ລາວ ກໍກັບມາຣະບາດຮອບໃໝ່ອີກຄັ້ງ ເຊິ່ງມາຮອດວັນທີ່ 22 ມິນາ 2022 ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມອີກ 2,328 ຄົົນ, ເສັຍຊີວິດເພີ່ມ 2 ຄົນ ຊຶ່ງຖືວ່າ ມື້ນີ້ມີຜູ້ຕິດເຊື້ອສູງ ເປັນສະຖິຕິໃໝ່ ທີ່ມີຜູ້ຕິດເຊື້ອຫຼາຍກວ່າ 2 ພັນປາຍຄົນໃນມື້ດຽວ ຊຶ່ງໃນມື້ວັນທີ່ 21 ມິນາ 2022 ມີຜູ້ຕິດເຊື້ອພຽງແຕ່ 1,137 ຄົນ ແລະໃນວັນທີ່ 20 ມິນາ 2022 ມີຜູ້ຕິດເຊື້ອພຽງ  1,001 ຄົນເທົ່ານັ້ນ.

ສໍາລັບຈໍານວນຜູ້ຕິດເຊື້ອໂຄວິດ-19 ສະສົມ ໃນສປປ.ລາວ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມທັງໝົດ 156,422 ຄົນ ແລະ ເສັຍຊີວິດສະສົມ 651 ຄົນ.

ສໍາລັບລາຄານໍ້າມັນເຊື້ອເພີງ ໃນປັດຈຸບັນ ທີ່ໄດ້ປັບລາຄາຂຶ້ນ ຫວ່າງວັນທີ່ 18 ມິນາ ທີ່ຜ່ານມານີ້ ເຊັ່ນ: ໃນນະຄອນຫຼວງວຽງຈັນ ນໍ້າມັນແອັດຊັງພິເສດ ປັບຂຶ້ນຈາກ 18,640 ກີບຕໍ່ລິດ ເປັນ 20,170 ກີບຕໍ່ລິດ, ແອັດຊັງທັມມະດາ ປັບຂຶ້ນຈາກ 16,380 ກີບຕໍ່ລິດ ເປັນ 17,650 ຕໍ່ລິດ ແລະກາຊວນ ປັບຂຶ້ນຈາກ 14,510 ກີບຕໍ່ລິດ ເປັນ 16,240 ກີບຕໍ່ລິດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org