ຣະວັງສິນຄ້າອາຫານ ໝົດ ອາຍຸ

ສຸພັດຕາ
2017.12.11
F-food-store ຮ້ານຂາຍເຄື່ອງກິນແຫ້ງ ເຄື່ອງກະປ໋ອງ ອາຫານສໍາເຣັດຮູປ
RFA/PN

ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ທີ່ບໍ່ໄດ້ຢູ່ໃນຕົວເມືອງ ໃນແຂວງຄຳມ່ວນ ຍັງຂາຍສິນຄ້າໝົດອາຍຸ ໃຫ້ປະຊາຊົນ ໂດຍສະເພາະ ປະເພດ ອາຫານ ທີ່ນຳເຂົ້າຈາກຕ່າງປະເທດ ເປັນຕົ້ນ ຫມີ່ ສຳເຣັດຮູບ, ປາກະປ໋ອງ, ແປ້ງນົວ ຮວມທັງນໍ້າຫວານ ແລະ ນໍ້າໝາກໄມ້ ນຳດ້ວຍ ຊື່ງເຮັດໃຫ້ຜູ້ທີ່ຊື້ສິນຄ້າ ດັ່ງກ່າວໄປບໍຣິໂພຄ ມີອາການເຈັບທ້ອງ ແລະຮາກ. ດັ່ງເຈົ້າໜ້າທີ່ ອຸດສາຫະກັມແລະການຄ້າ ແຂວງຄຳມ່ວນ ກ່າວໃນວັນ 11 ທັນວາ ນີ້ວ່າ:

“ມັນກໍມີຢູ່ຕະຫຼອດແລ້ວ ເຣື່ອງປະເພດອາຫານ ໝົດອາຍຸເນາະ ຜູ້ຈຳໜ່າຍອາຫານ ກໍບໍ່ໄດ້ກວດກາ ປົກກະຕິຫັ້ນນະ ຊື້ເຂົ້າມາແລ້ວ ກໍ ຂາຍໆໄປເລີຍ ຜູ້ຂາຍຍ່ອຍເນາະ ການກະແຈກກະຈາຍ ໄປທ້ອງຖິ່ນ ມັັນກໍແນ່ນອນແລ້ວອັນນັ້ນນະ.”

ທ່ານກ່າວຕື່ມວ່າ ສິນຄ້າສ່ວນຫຼາຍທີ່ກວດພົບວ່າໝົດອາຍຸນັ້ນ ສ່ວນຫຼາຍຈະເປັນຮ້ານຄ້າ ທີ່ຕັ້ງຢູ່ຕາມເຂດບ້ານຕ່າງໆ ໂດຍຈະນຳເຂົ້າສິນຄ້າ ຈາກປະເທດໄທ ແລະວຽດນາມ ຊຶ່ງບໍ່ໄດ້ຜ່ານການກວດກາ ຈາກເຈົ້າໜ້າທີ່ພາສີປະຈຳດ່ານ ແລະບໍ່ມີໃບຮັບຮອງ ຄຸນນະພາບຂອງສິນຄ້າ.

ສຳລັບສາເຫຕ ທີ່ຍັງກວດພົບສິນຄ້າໝົດອາຍຸ ໃນຮ້ານຄ້າຍ່ອຍນັ້ນ ກໍຍ້ອນວ່າ ເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າແຂວງ ລົງກວດກາ ສະເພາະ ຮ້ານຄ້າ ໃນເຂດເທສບານເມືອງແລະແຂວງ ເທົ່ານັ້ນ ສ່ວນຮ້ານຄ້າ ຢູ່ຕາມເຂດບ້ານ ແມ່ນບໍ່ໄດ້ລົງກວດກາ ຍ້ອນເຈົ້າໜ້າທີ່ບໍ່ ພຽງພໍ ຮວມທັງງົບປະມານກໍຈຳກັດ ຊຶ່ງເຮັດໃຫ້ຮ້ານຄ້າເລົ່ານັ້ນ ສວຍໂອກາດຂາຍສິນຄ້າໝົດອາຍຸ.

ຢ່າງໃດກໍຕາມ, ທາງການລາວ ກໍໄດ້ໃຫ້ຄວາມສຳຄັນກ່ຽວກັບ ບັນຫາສິນຄ້າໝົດອາຍຸ ໂດຍໃຫ້ເຈົ້າໜ້າທີ່ ເມືອງແລະແຂວງ ໃນທົ່ວປະເທດ ລົງກວດກາຮ້ານຄ້າ ທຸກແຫ່ງໃນທຸກໆ 3 ເດືອນ. ເພື່ອປ້ອງກັນການຈຳໜ່າຍ ສິນຄ້າໝົດອາຍຸ ໃຫ້ແກ່ຜູ້ບໍຣິໂພຄ. ພ້ອມກັນນັ້ນ ທາງການ ຍັງໄດ້ກຳນົດໃຫ້ສິນຄ້າ ທຸກປະເພດ ທີ່ນຳເຂົ້າຈາກຕ່າງປະເທດ ຈະຕ້ອງໄດ້ຮັບການກວດກາຄຸນນະພາບ ແລະຕ້ອງມີໃບຮັບຮອງນຳເຂົ້າ ສິນຄ້າ ຈາກເຈົ້າໜ້າທີ່ພາສີ ປະຈຳດ່ານກ່ອນ ຈຶ່ງຈະສາມາດນຳສິນຄ້າ ເລົ່ານັ້ນເຂົ້າມາຂາຍ ໃນປະເທດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.