ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 85 ຄົນ
2021.04.30

ເຈົ້າໜ້າທີ່ສະເພາະກິດ ຄວບຄຸມໂຄວິດ-19 ຖແລງຢືນຢັນ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກຈຳນວນ 85 ຄົນ ແລະເຮັດໃຫ້ຈຳນວນ ຜູ້ຕິດເຊື້ອສະສົມ ທັງໝົດໃນທົ່ວປະເທດ 757 ຄົນ.
ເຈົ້າໜ້າທີ່ໄດ້ກວດຫາເຊື້ອ ທັງໝົດ 4,811 ຄົນ ໃນວັນທີ 29 ເມສາ ທີ່ຜ່ານມາ ແລະ ພົບຜູ້ຕິດເຊື້ອ 85 ຄົນ. ດຣ ຣັດຕະນະໄຊ ເພັດສຸວັນ ຕາງໜ້າໃຫ້ຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ໄດ້ຖແລງ ໃນວັນທີ 30 ເມສາ ຕອນນຶ່ງ ວ່າ:
"ໄດ້ເກັບຕົວຢ່າງທັງໝົດ 4,811 ຕົວຢ່າງ ຜົນກວດຂອງການວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ ທັງໝົດ 85 ຄົນ ມາຮອດປັດຈຸບັນ ນີ້ໝາຍຄວາມວ່າ ສປປລາວ ເຮົານີ້ ມີຕົວເລກຜູ້ຕິດ ເຊື້ອສະສົມ 757 ຄົນ ບໍ່ມີຜູ້ເສັຽຊີວິດ."
ທ່ານ ກ່າວຕື່ມວ່າ ຈຳນວນຜູ້ຕິດເຊື້ອໃໝ່ນີ້ ພົບຢູ່ນະຄອນຫຼວງວຽງຈັນ 69 ຄົນ, ແຂວງບໍ່ແກ້ວ 7 ຄົນ, ສວັນນະເຂດ 3 ຄົນ, ແຂວງວຽງຈັນ 2 ຄົນ, ໄຊຍະບູລີ 2 ຄົນ, ອຸດົມໄຊ 1 ຄົນ ແລະ ແຂວງຈຳປາສັກ 1 ຄົນ ຊຶ່ງທັງໝົດ ກໍລັງຮັບການປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍແລ້ວ.
ສ່ວນຄວາມຄືບໜ້າເລື່ອງການເອີ້ນຕົວ ຜູ້ໂດຍສານສາຍການບິນລາວ ຖ້ຽວບິນ ຈາກນະຄອນຫຼວງວຽງຈັນ-ຫຼວງພະບາງ ວັນທີ 17 ເມສາ ເວລາ 15 ໂມງ 25 ນາທີ ແລະ ຖ້ຽວບິນ ຫຼວງພະບາງ-ນະຄອນຫຼວງວຽງຈັນ ວັນທີ 19 ເມສາ ເວລາ 17 ໂມງ 20 ນາທີ ແລະ ປັດຈຸບັນ ຜູ້ໂດຍສານຈຳນວນນຶ່ງ ມາຣາຍງານຕົວແລ້ວ ແລະ ຖືກກັກຕົວ 14 ວັນ.
ເຈົ້າໜ້າທີ່ ຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ນະຄອນຫຼວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ຮຽກຮ້ອງໃຫ້ກຸ່ມ ພໍ່ຄ້າແມ່ຄ້າ ແລະປະຊາຊົນເຂັ້ມງວດ ໃນການປະຕິບັດ ມາຕການເຝົ້າລະວັງ ແລະເວັ້ນໄລຍະຫ່າງ ຢ່າງເຂັ້ມງວດຂຶ້ນຕື່ມ ສ່ວນວ່າ ເຈົ້າໜ້າທີ່ຕຳຣວດ ແລະທະຫານ ໄດ້ອອກປະກາດເຕືອນ ພໍ່ແມ່ປະຊາຊົນ ແລະຊາວຄ້າຂາຍ ບໍ່ໃຫ້ອອກຈາກເຮືອນໄປໃສ.
"ມີແຕ່ສຳລັບແພດໝໍເຮົານີ້ ບໍ່ໄດ້ຢຸດຕລອດ 24 ຊົ່ວໂມງ ລະ ແພດໝໍບໍ່ໄດ້ພັກ ທະຫານ ຕຳຣວດ ຕ້ອງສະກັດກັ້ນແມ່ຄ້າຊາວຂາຍ ຂີ່ລົດເລາະເລີຍດຽວນີ້."
ເຈົ້າໜ້າທີ່ຄະນະກິດ ຄວບຄຸມໂຄວິດ-19 ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າຍັງມີຂໍ້ມູນຫຍຸ້ງຍາ ຫຼາຍເລື່ອງ ແຕ່ໜັກສຸດແມ່ນ ການກວດຫາຜູ້ຕິດເຊື້ອ ກັບກຸ່ມປະຊາຊົນ ທີ່ມີຄວາມສ່ຽງ ພາຍໃນແຂວງ ຍ້ອນວ່າ ຜູ້ຕິດເຊື້ອໂຄວິດ-19 ໄດ້ເດີນທາງໄປຕ່າງບ້ານ ຕ່າງເມືອງ ຫຼາຍບ່ອນຫຼາຍທີ່ ຕ້ອງໄດ້ເກັບຕົວຢ່າງ ຜູ້ສຳຜັດໃກ້ຊິດມາກວດ ວິເຄາະທັງໝົດ.
"ຍັງມີຕົວເລກຂຍາຍເລື້ອຍດຽວນີ້ ພວກກັກຕົວພວກນັ້ນ ຍັງບໍ່ທັນຮູ້ ຂໍ້ມູນກະຍັງຫຼາຍ ກະລົງໄປສີດແຕ່ລະບ່ອນໆ ຕາມທີ່ມີເປົ້າໝາຍ ຂອງເພິ່ນແຫຼະ ສີດແລ້ວ ກະເອົາກັກຕົວ ເອົາມາກວດເຊື້ອ."
ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງບໍ່ແກ້ວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ສະຖານະການຂ້ອນຂ້າງຮຸນແຮງ ຍ້ອນວ່າ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃນທຸກມື້ ໃນຂນະທີ່ ເຈົ້າໜ້າທີ່ສາທາຣະນະສຸຂ ເຈົ້າໜ້າທີ່ແພດ-ໝໍ ກໍມີໜ້ອຍບໍ່ພຽງພໍ ຕໍ່ການປະຕິບັດວຽກງານ.
"ບໍ່ໆ ບໍ່ປົກກະຕິແຫຼະ ຄົນເຈັບກະກຳລັງເພີ່ມໆ ຂຶ້ນທາງບໍ່ແກ້ວ ກຳລັງບຸກໜັກດຽວນີ້ ເອີ ! ກະບໍ່ພຽງພໍປານໃດ ກໍເພິ່ນກະລະດົມ [ເຈົ້າໜ້າທີ່] ທາງເມືອງມາຊ່ວຍແຂວງ."
ຊາວເມືອງຕົນເຜິ້ງ ແຂວງບໍ່ແກ້ວ ກ່າວຕໍ່ເອເຊັຽເສຣີວ່າ ເຖິງວ່າເມືອງຕົ້ນເຜິ້ງບໍ່ພົບຜູ້ຕິດເຊື້ອ ແຕ່ປະຊາຊົນສ່ວນໃຫຍ່ ກໍພ້ອມໃຈ ກັນປະຕິບັດມາຕການ ປ້ອງກັນຢ່າງເຂັ້ມງວດ ໂດຍການພັກຢູ່ແຕ່ໃນເຮືອນ.
"ເມືອງບ່ອນອ້າຍຢູ່ຍັງບໍ່ມີ ເຮົາບໍ່ໄດ້ຢູ່ໃນກຸ່ມສ່ຽງ ເຮົາຢູ່ຮອບນອກ ແມ່ນລ໊ອກດາວ ປິດປະຕູຢູ່ໃຜຢູ່ມັນ ຢ້ານສາຍພັນໃໝ່ມັນຕິດ ໄວ້ເດ້ ເລີຍກັກຕຸນອາຫານຢູ່ບ້ານ ຢູ່ໃຜຢູ່ມັນໂອ."
ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ມື້ດຽວກັນກັນວ່າ ເຈົ້າໜ້າທີ່ອະນຸຍາດ ໃຫ້ເປີດຮ້ານຂາຍອາຫານການກິນ ຫລື ຮ້ານຂາຍຍ່ອຍ ຢູ່ເຂດທີ່ບໍ່ແອອັດ ແລະ ຄົນສ່ວນຫລາຍ ກໍບໍ່ອອກເຮືອນໄປໃສ.
"ກະເຂັ້ມງວດຄືກັນ ແຕ່ມັນຫັກຮ້ານເລັກ ຮ້ານນ້ອຍ ເຂົາກະບໍ່ໃຫ້ປິດເດ້ເນາະ ຂາຍອາຫານກິນ ເອົາອາຫານໝູ່ນີ້ ເຂົາບໍ່ປິດ ຊື້ເມືອ ກິນເຮືອນ ພໍໃຜພໍມັນແຫຼະ ຮ້ານອາຫານ ຮ້ານໃຫຍ່ ເຂົາກະປິດຫັ້ນແຫຼະ ກະບໍ່ຄ່ອຍມີຄົນ ສຽງລົດສຽງລາງ ກະງຽບປານຫຍັງ ທຸ້ມນຶ່ງ ສອງທຸ້ມ ກະບໍ່ມີຄົນແລ້ວ."
ອີງຕາມລາຍງານຂອງຄະນະສະເພາະກິດ ຄວບຄຸມໂຄວິດ-19 ໃນວັນທີ 30 ເມສາ ພົບວ່າ ມາຮອດປັດຈຸບັນ ມີຄົນໄດ້ຮັບການກວດ ຫາເຊື້ອໂຄວິດ-19 ແລ້ວ ທັງໝົດ 170,000 ປາຍຄົນ.