ບັນຫາຈາກການຢ່າຮ້າງ
ບັນຫາ ຈາກ ການຢ່າຮ້າງ ມີເພີ່ມຂຶ້ນ ແລະ ມີຫລາຍຢ່າງ ໜ້າເປັນຫ່ວງ ໃນ ສັງຄົມລາວ ທີ່ອາຈສົ່ງ ຜົລກະທົບ ໃສ່ພວກລູກໆ ທີ່ຍັງຢູ່ ໃນວັຍເດັກ ເຍົາວະຊົນ.
-
2013-06-05 -
-
-
Your browser doesn’t support HTML5 audio
ບັນຫາ ຈາກ ການຢ່າຮ້າງ ມີເພີ່ມຂຶ້ນ ແລະ ມີຫລາຍຢ່າງ ໜ້າເປັນຫ່ວງ ໃນ ສັງຄົມລາວ ທີ່ອາຈສົ່ງ ຜົລກະທົບ ໃສ່ພວກລູກໆ ທີ່ຍັງຢູ່ ໃນວັຍເດັກ ເຍົາວະຊົນ.
ເຈົ້າໜ້າທີ່ ໃຫ້ຄໍາປຶກສາ ດ້ານສຸຂພາບ ແລະ ບັນຫາ ຄອບຄົວ ໃນ ນະຄອນຫລວງ ວຽງຈັນ ເປີດເຜີຍວ່າ ບັນຫາ ການຢ່າຮ້າງ ຂອງຜົວເມັຽ ສົ່ງ ຜົລກະທົບ ຕໍ່ລູກ ໂດຍສະເພາະ ລູກ ຍັງເຍົາວັຍ ຊຶ່ງເປັນ ບັນຫາ ທີ່ໜ້າເປັນຫ່ວງ ຫລາຍໃນ ສັງຄົມລາວ ປັຈຈຸບັນ. ທ່ານກ່າວວ່າ:
"ເຮົາກໍບໍ່ ສາມາດ ຈະໄປຫ້າມ ຂະເຈົ້າ ຫລາຍເກີນ ໃຫ້ຂະເຈົ້າ ກັບຄືນໄປ ຄິດທົບທວນ ເບິ່ງວ່າ ຫລືວ່າ ໄປລົມ ກັບພໍ່ກັບແມ່ ເບິ່ງວ່າ ໄປລົມກັບ ຄອບຄົວ ຫລືວ່າກັບແຟນ ຄືນໃໝ່ ເບິ່ງຊິເຮັດ ຈັ່ງໃດ ໃນເມື່ອ ລູກເກີດຂຶ້ນ ມາແລ້ວເດ໋ ເພາະວ່າ ເຮົາແກ້ໄຂ ອະດີດ ບໍ່ໄດ້ແລ້ວ ມີແຕ່ເຮົາ ແກ້ໄຂ ປັຈຈຸບັນ ເພາະວ່າ ບັນຫາ ສັງຄົມ ເຮົາໄປລີຂີດ ຫລາຍ ກໍບໍ່ໄດ້ ພຽງແຕ່ວ່າ ເຮົາໄປຊຸກຍູ້ ສົ່ງເສີມ ໄປໃນທາງທີ່ຖືກ ແມ່ນບໍ່?".
ຕາມຂໍ້ມູນ ຂອງສູນ ໃຫ້ຄໍາປຶກສາ ກົມຄຸ້ມຄອງ ຣະບົບ ຍຸຕິທັມ ກະຊວງ ຍຸຕິທັມ ສະເພາະປີ 2012 ມີເດັກນ້ອຍ ແລະ ເຍົາວະຊົນ ທີ່ ໂທຣະສັບ ເຂົ້າມາ ຂໍຄໍາປຶກສາ ບັນຫາ ຄອບຄົວ ພໍ່ແມ່ ແຕກແຍກກັນ ແລະ ບັນຫາ ສັງຄົມ ຫລາຍ ເຖິງ 1897 ຄັ້ງ, ເພີ່ມຂຶ້ນ ຫລາຍກວ່າ 1 ເທົ່າ ຫາກທຽບໃສ່ ປີ 2011 ທີ່ມີຜູ້ໂທ ເຂົ້າມາ ຂໍຄໍາປຶກສາ ພຽງ 660 ຄົນ.
ຍານາງ ວ່າ ການຢ່າຮ້າງ ອາຈຈະມີ ເພີ່ມຂຶ້ນຕື່ມ ຊຶ່ງ ປັຈຈຸບັນ ການຖືພາ ກ່ອນວັຍ ອັນຄວນ ຫລືການແຕ່ງດອງ ແຕ່ອາຍຸ ຍັງນ້ອຍ ບໍ່ມີຄວາມພ້ອມ ພຽງພໍ ແມ່ນມີ ຫລາຍຂຶ້ນ. ການທີ່ ພໍ່ແມ່ຕ້ອງໄປ ເຮັດວຽກ ຢູ່ຕ່າງ ປະເທດ ກໍອາຈ ເຮັດໃຫ້ບັນຫາ ຜິດຂ້ອງ ຕ້ອງຖຽງກັນ, ຜູ້ທີ່ຈະໄດ້ ຮັບຜົລກະທົບ ຕາມມາ ຫລາຍທີ່ສຸດ ນັ້ນກໍແມ່ນ ພວກລູກ ທີ່ ຂາດຄວາມອົບອຸ່ນ ໃນຄອບຄົວ ເຮັດໃຫ້ເກີດ ບັນຫາ ສັງຄົມ.