ໄຂ້ຍຸງລາຍ ຣະບາດ ຢູ່ລາວ

ໄຂ້ຍຸງລາຍ ຣະບາດ ໃນລາວ ເສັຍຊີວິດແລ້ວ 25 ຄົນ ຕິດເຊື້ອ ເກືອບ 10 ພັນຄົນ.

ຄົນປ່ວຍເປັນໄຂ້ເລືອດອອກ ທີ່ເຂົ້່າໄປປິ່ນປົວ ຢູ່ໂຮງໝໍ ແຂວງຈໍາປາສັກ ຮູບພາບຈາກ : ນັກຂ່າວພົລເມືອງ

ປີນີ້ພຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ໄດ້ຣະບາດຢ່າງຮຸນແຮງ ໃນຂອບເຂດທົ່ວປະເທດ, ໂດຍທີ່ສູນວິເຄາະ ແລະ ຣະບາດວິທຍາ ກະຊວງສາທາຣະສຸຂ ກໍ່ໄດ້ອອກຣາຍງານ ຢັ້ງຢືນວ່າ ນອກຈາກຣະບາດ ຮຸນແຮງແລ້ວ ພຍາດໄຂ້ຍຸງລາຍ ຍັງມີທ່າອ່ຽງ ເພີ່ມຂຶ້ນ. ດັ່ງ ເຈົ້າໜ້າທີ່ ຂແນງສາທາຣະນະສຸຂ ໄດ້ກ່າວຕໍ່ຜູ້ຊື່ຂ່າວ RFA ເມື່ອ 03 ກໍຣະກະດາ ວ່າ ປັດຈຸບັນຍັງໂຕເລກຣາຍງານມາເຣື້ອຍໆ ພວກເຮົາ ຕ້ອງໄດ້ເຝົ້າຣະວັງ ຢ່າງໃກ້ຊິດ.

"ໃນປັດຈຸບັນນີ້ໜ່ວຍງານ ເຝົ້າຣະວັງຂອງພວກເຮົາ ກາໄດ້ເອົາໃຈໃສ່ ໃນການຕິດຕາມກໍຣະນີ ເປັນຣາຍວັນກັບບັນດາໂຮງໝໍ ເພື່ອວ່າເຮັດ ແນວໃດ ໃຫ້ມັນມີມາຕການຕອບໂຕ້ ແຕ່ຫົວທີ ແລະກ່າໃຫ້ມັນທັນເວລາ ໂດຍເອົາຫ້ອງການ ສາທາຣະນະສຸຂ ແຕ່ລະເມືອງລົງໄປຊ່ອຍກັນ ເພື່ອວ່າເຮັດແນວໃດໃຫ້ມັນສາມາດຄວບຄຸມໄດ້ ເຖິງຈັ່ງໃດກໍດີມາເຖີງປັດຈຸບັນນີ້ ກໍຣະນີຣາຍງານມາແຕ່ລະວັນ ກໍຍັງມີຢູ່ ສະນັ້ນເພື່ອປົກ ປ້ອງສຸຂພາບ ຂອງພໍ່ແມ່ປະຊາຊົນ ຂ້າພະເຈົ້າ ກໍຢາສເນີ ແຕ່ລະຄອບຄົວ ນີ້ຕ້ອງ ໄດ້ເອົາໃຈໃສ່ ໃນການປ້ອງກັນ ຄົນຢູ່ໃນຄອບຄົວຂອງ ພວກເຮົາ ນີ້ແຫຼະເນາະ ໃຫ້ປະຕິບັດ 5 ປ ໃຫ້ມັນໄດ້ ໃນຊ່ວງຣະດູຝົນ."

ທ່ານຍັງໄດ້ກ່າວຕື່ມວ່າ ປັດຈຸບັນນີ້ຖືວ່າ ພຍາດໄຂ້ຍຸງໄດ້ຣະບາດແລ້ວ ສົມທົບກັບຣະດູຝົນ ທີ່ຈະມາເຖິງນີ້ ການຣະບາດຈະມີໂຕເລກ ເພີ່ມຂື້ນອີກ. ແຕ່ໜ່ວຍງານຂອງ ຂແນງການສາທາຣະນະສຸກ ໃນຂອບເຂດທົ່ວປະເທສ ກຳລັງດຳເນີນການ ເພື່ອ ສະກັດກັ້ນ. ພ້ອມກັນນີ້ຈະມີໜ່ວຍຕອບໂຕ້ ສະກັດກັ້ນ ທັງລົງພົ່ນຢາ ແລະ ໂຄສະນາ ປະຊາສຳພັນ ຕາມຈຸດສ່ຽງ ໃຫ້ປະຊາຊົນໄດ້ເຂົ້າໃຈ.

ສ່ວນການຮັບມືຄົນເຈັບ ໂຮງໝໍ ທີ່ສຳຄັນຂອງນະຄອນຫຼວງວຽງຈັນ ແມ່ນມີຄົນເຈັບເຂົ້າໄປປີ່ນປົວພຍາດ ໄຂ້ເລືອດອອກ ເປັນຈຳນວນຫຼາຍ ດັ່ງເຊັ່ນໂຮງໝໍມະໂຫສົດ ທີ່ກຳລັງມີການກໍ່ສ້າງໂຮງໝໍ ທີ່ຣັຖບານຈີນ ຊ່ອຍເຫຼືອນັ້ນ ຜແນກຊືມເຊື້ອ ຮັບຄົນໄດ້ ບໍ່ຫຼາຍ ນອກຈາກນີ້ຍັງມີ ຄົນເຈັບ ຈຳນວນຫຼາຍທີ່ນອນລໍຖ້າ ຢູ່ຫ້ອງສຸກເສີນ. ດັ່ງທ່ານໝໍໄດ້ກ່າວຕໍ່ຜູ້ສື່ຂ່າວ RFA ໃນວັນທີ 02 ກໍຣະກະດາ ວ່າ:

"ຈາກການກໍ່ສ້າງໂຮງໝໍມະໂຫສົດນີ້ ສະຖານທີ່ກະຈຳກັດແດ່ ສະນັ້ນເຮົາກໍ່ເລີຍບໍ່ມີຕຽງ ທີ່ຈະຮອງຮັບຄົນເຈັບ ຕຽງບໍ່ມີກໍຕ້ອງເປັນຕຽງເສີມ ເນາະ ເພາະແຕ່ລະໂຮງໝໍກໍລົ້ນ ຄືກັນໝົດ ຢູ່ນະຄອນຫຼວງວຽງຈັນ ເຮົາກໍຈະໄດ້ອາດັບ ຫ້ອງຫຍັງຕ່າງໆເພື່ອ ຮອງຮັບ. ມີແນວໂນ້ມທີ່ຈະ ຫຼາຍຂຶ້ນ ຄາດວ່າມີແນ່ນອນໃນອະນາຄົດ ໄດ້ເຝົ້າຣະວັງວ່າຊັ້ນສະ ແຕ່ຂນາດຂອງເຮົາຍັງລົ້ນໄດ້ ລໍຖ້າຢູ່ຜແນກສຸກເສີນ ເພື່ອລໍຖ້າເຂົ້ານອນ ກໍ່ຍັງຕ້ອງການສະຖານທີ່ ອຸປກອນການນຳໃຊ້ ຍົກໂຕຢ່າງເຈລທີ່ຂ້າເຊື້ອ ເພາະວ່າ ມັນໄດ້ສັມພັດ ກັນຕລອດເຮົາໃຊ້ຫຼາຍມັນ ກໍຂາດເຂີນ."

ສ່ວນໂຮງໝໍ 103 ແມ່ນນຶ່ງໃນໂຮງໝໍ ທີ່ໄດ້ຮັບການຊ່ອຍເຫຼືອ ຈາກຣັຖບານຈີນ ໄດ້ຮັບຄົນເຈັບໄຂ້ເລືອດອອກ ເຂົ້າມາປີ່ນປົວ ຢູ່ຕລອດ ແຕ່ໂຕເລກ ຍັງບໍ່ທັນຊັດເຈັນ, ດັ່ງທ່ານໝໍ 103 ໄດ້ກ່າວຕໍ່ຜູ້ຊື່ຂ່າວ RFA ເມື່ອທີ 02 ກໍຣະກະດາ ວ່າ:

"ກາມີຄືຄົນເຈັບເຂົ້າມາປົວຄືກັນ ແຕ່ກາພໍປະຄັບປະຄອງໄດ້ ແຕ່ພວກເຮົາຈະໃຫ້ຂໍ້ມູນ ຣາຍຣະອຽດຫຼາຍກວ່ານີ້ບໍ່ໄດ້ ກາມີ ເຈົ້າ, ກາຕອບ ໄດ້ແຕ່ເທົ່ານີ້, ເຈົ້າ."

ໃນຂນະທີ່ໂຮງໝໍ 150 ຕຽງ ແລະ ໂຮງໝໍ ໄຊເສດຖາ ຕາມການສອບຖາມ ເຈົ້າໜ້າທີ່ກໍໃຫ້ ຣາຍລະອຽດຄ້າຍຄືກັນວ່າ ມີຄົນເຈັບເຂົ້າມາ ປີ່ນປົວ ແຕ່ຈະຫຼຸບໂຕເລກ ໄດ້ຢ່າງເປັນທາງການ ຕ້ອງລໍຖ້າໃຫ້ຂແນງການ ໂດຍສະເພາະ ແມ່ນກະຊວງ ສາທາຣະນະສຸກ ໄດ້ລົງມາ ເກັບກຳໂຕຈິງ ເພື່ອຄວາມເອກກະພາບ ໃນການຣາຍງານຕໍ່ຣັຖບານ.

ສ່ວນໂຮງໝໍແມ່ແລະເດັກ ເປັນໂຮງໝໍສະເພາະທາງ ທາງໂຮງໝໍເພີ່ນກໍ່ບອກໃຫ້ ປະຊາຊົນວ່າ ຈະປີ່ນປົວສະເພາະແຕ່ ແມ່ແລະເດັກນ້ອຍ ເປັນກໍຣະນີໄປ ແຕ່ບໍ່ໄດ້ປີ່ນປົວ ໄຂ້ເລືອດອອກ ຖ້າພົບວ່າແມ່ ແລະ ເດັກນ້ອຍ ເປັນໄຂ້ເລືອດອອກ ຈະສົ່ງໄປປີ່ນປົວ ໂຮງໝໍໃຫຍ່ 4 ແຫ່ງນີ້.

"ໂຕນີ້ເປັນໂຮງໝໍສະເພາະທາງ ເນາະ ມັນເປັນໂຮງໝໍແມ່ແລະເດັກນ້ອຍ ຖ້າວ່າພົບວ່າ ແມ່ມານ ແລະເດັກນ້ອຍ ມີແດ້ງມີໄຂ້ ເລືອດອອກ ພວກເຮົາ ຈະສົ່ງຫາໂຮງໝໍທີ່ກ່ຽວຂ້ອງເລີຍ ພວກເຮົາຈະບໍ່ໄດ້ປົວໂຕນີ້ເນາະ."

ອີງຕາມການຣາຍງານ ຂອງກະຊວງສາທາຣະນະສຸກ ເມື່ອ ວັນທີ 02 ກໍຣະກະດາ ຜ່ານມາ ປັດຈຸບັນໄຂ້ຍຸງລາຍ ຖືວ່າຣະບາດແລ້ວ ຢູ່ ໃນເຂດ ສປປ ລາວ ເຊິ່ງເຣີ້ມຣະບາດ ມາຕັ້ງແຕ່ເດືອນທັນວາ ປີ 2018 ເປັນຕົ້ນມາ. ໃນນັ້ນ ນະຄອນຫຼວງວຽງຈັນ ມີຜູ້ເສັຍຊີວິດ ເຖິງ 6 ຄົນ ຈາກເປັນໄຂ້ຍຸງ 1,838 ກໍຣະນີ.  ສ່ວນພາກໃຕ້ ກໍມີແຂວງຈຳປາສັກ, ສາລະວັນ,  ອັດຕະປື, ເຊກອງ, ຮວມມີຜູ້ເສັຽຊີວິດ 8 ຄົນ ຈາກເປັນໄຂ້ຍຸງ 3,659 ກໍຣະນີ. ສ່ວນພາກກາງ, ຄຳມ່ວນ, ສະຫວັນນະເຂດ, ບໍລິຄຳໄຊ ມີຜູ້ເສັຽ ຊີວິດຮວມກັນ 11 ຄົນ ຈາກເປັນໄຂ້ຍຸງ 2,929 ກໍຣະນີ ແລະ ພາກເໜືອ ມີ ແຂວງຫຼວງນໍ້າທາ, ວຽງຈັນ, ໄຊສົມບູນ, ໄຊຍະບູລີ, ຫຼວງພຣະບາງ, ບໍ່ແກ້ວ, ອຸດົມໄຊ, ແລະ ຊຽງຂວາງ ບໍ່ມີຣາຍງານ ຜູ້ເສັຽຊີວິດ ມີແຕ່ຜູ້ຕິດເຊື້ອ ໄຂ້ຍຸງລາຍ 798 ກໍຣະນີ.

ສະຫຼຸບແລ້ວສະເພາະປີນີ້ ຣາຍງານມາເຖິງ ວັນທີ 02 ກໍໍຣະກະດາ 2019 ມີຜູ້ເສັຽຊີວິດ 25 ຄົນ ໃນນັ້ນແຂວງສະຫວັນນະເຂດ ເສັຽຊີວິດ ຫຼາຍກວ່າໝູ່ 8 ຄົນ ຮອງລົງມາ ນະຄອນຫຼວງວຽງຈັນ 6 ຄົນ ຕາມດ້ວຍ ແຂວງຈຳປາສັກ 5 ຄົນ , ສາລາວັນ 3 ຄົນ, ຄຳມ່ວນ 2 ຄົນ ແລະ ບໍລິຄຳໄຊ 1 ຄົນ.

ສ່ວນແຂວງທີ່ບໍ່ມີຣາຍງານ ຄົນເສັຽຊີວິດ ມີແຕ່ຕິດເຊື້ອນັ້ນ ມີ ຫຼວງນໍ້າທາ, ວຽງຈັນ,ເຊກອງ, ໄຊຍະບູລີ, ຫຼວງພຣະບາງ, ບໍ່ແກ້ວ, ໄຊສົມບູນ, ຊຽງຂວາງ ສ່ວນອີກສອງແຂວງ ບໍ່ທັນໄດ້ມີການຕິດເຊື້ອ ໄຂ້ຍຸງລາຍ ຄື ແຂວງຜົງສາລີ ແລະ ຫົວພັນ.

ຕໍ່ເຫດການ ການຣະບາດໄຂ້ຍຸງລາຍ ຣັຖມົນຕຣີກະຊວງສາທາຣະນະສຸກ ກໍໄດ້ອອກຄຳສັ່ງ ມີທ້າຍເດືອນ ມີຖຸນາ ຜ່ານເຖິງພາກສ່ວນ ທີ່ກ່ຽວຂ້ອງ ໃນຂແນງສາທາຣະນະສຸກ ໃຫ້ສົ່ງພະນັກງານ ລົງຊ່ອຍໂຮງໝໍນ້ອຍ ຫຼື ສຸຂສາລາ ເພື່ອຕອບໂຕ້ ໄຂ້ຍຸງລາຍ ພ້ອມນັ້ນ ໃຫ້ມີການໂຄສະນາ ປະຊາສັມພັນ ຮີບດ່ວນ ເພື່ອໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມ ໃນການກຳຈັດແຫຼ່ງເພາະພັນ ຂອງຍຸງລາຍ ທີ່ມາໃນ ຣະດູຝົນນີ້ ຢ່າງຮີບດ່ວນ ເຊິ່ງຕ້ອງປະຕິບັດ ພ້ອມກັນທົ່ວປະເທດ.

ການຣະບາດຂອງ ໄຂ້ຍຸງລາຍ ໃນປະເທດລາວ ເມື່ອສອງປີຜ່ານມານັ້ນແມ່ນ ເພີ່ມຂື້ນທຸກປີ ດັ່ງຣາຍງານ ຂອງ ກະຊວງສາທາຣະນະສຸກ ຣະວ່າງ ວັນທີ 26 ທັນວາ ປີ 2015 ຫາ ວັນທີ 20 ກັນຍາ 2016 ຜູ້ເສັຽຊີວິດ ຈາກ ໄຂ້ຍຸງລາຍ 9 ຄົນ ຕິດເຊື້ອເຖິງ 3,631 ກໍຣະນີ  ສ່ວນຣາຍງານ ນັບແຕ່ວັນທີ 31 ທັນວາ ປີ 2016 ຫາ 14 ກັນຍາ ປີ 2017 ມີຜູ້ເສັຽຊີວິດ ຈາກໄຂ້ຍຸງລາຍ ເຖິງ 11 ຄົນ ຕິດເຊື້ອ 8,264 ຄົນ ແລະ ໃນປີ 2018 ມີຜູ້ເສັຽຊີວິດ ຈາກໄຂ້ຍຸງລາຍ 18 ຄົນ ແລະ ຕິດເຊື້ອ 6,176 ກໍຣະນີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org