ໄຂ້ເລືອດອອກຍັງຣະບາດ ຢູ່ລາວ
2013.08.12

ສະຖານະການໄຂ້ເລືອດອອກໃນລາວ ຍັງຣະບາດ ຢູ່່ຕໍ່ມາ ເຖິງແມ່ນ ເຈົ້າໜ້າທີ່ສາທາຣະນະສຸກ ໃຊ້ມາຕຄວບຄຸມພະຍາດ ດັ່ງກ່າວ ຢ່າງ ຈິງຈັງກໍຕາມ. ເຣີ້ມແຕ່ຕົ້ນປີ 2013 ມາເຖິງປັຈຈຸບັນນີ້ ມີຜູ້ເສັຽຊີວິດ ຍ້ອນໄຂ້ເລືອດອອກ ແລ້ວ 81 ຄົນ ແລະ ຜູ້ທີ່ຕິດເຊື້ອ ເກືອບເຖິງ 40 ພັນຄົນ. ການຣະບາດດັ່ງກ່າວ ເຮັດໃຫ້ຄົນເຈັບລົ້ນໂຮງໝໍ ແລະ ໂຮງໝໍບາງແຫ່ງ ຕ້ອງໃຫ້ຄົນເຈັບ ທີ່ມີອາການ ບໍ່ໜັກຫຼາຍ ກັບໄປ ປິ່ນປົວອາການຢູ່ບ້ານ. ຄົນເຈັບ ທີ່ຕິດເຊື້ອໄຂ້ເລືອດອອກ ເວົ້່າວ່າ:
“ເປັນໄຂ້ເລືອດອອກ ນີ້ແຫລະ, ຂະເຈົ້າສັກຢາ, ຂະເຈົ້າ ໃສ່ນໍ້າ ແລ ະຂະເຈົ້າ ໃຫ້ອອກ (ໂຮງໝໍ). ແປວ່າຄົນມັນເຕັມໂຮງໝໍນະ, ຂະເຈົ້າ ບໍ່ໃຫ້ນອນດົນ, ຄົນທີ່ເປັນໜັກໆ ຂະເຈົ້າໃຫ້ນອນ. ຄັນຄົນທີ່ເປັນ ທັມມະດາ ຂະເຈົ້າ ກະບໍ່ໃຫ້ນອນ.”
ນອກຈາກ ຕຽງຄົນເຈັບ ບໍ່ພຽງພໍແລ້ວ, ຢາປິ່ນປົວ ແລະ ເຄື່ອງພົ້ນ ເພື່ອຢາປ້ອງກັນ ແລະ ທໍາລາຍ ຍຸງລາຍ ໃນບາງໂຮງໝໍ ແລະ ບາງທ້ອງຖິ່ນ ກໍຍັງຂາດເຂີນ. ທາງເຈົ້າໜ້າທີ່ ສາທາຣະນະສຸຂ ໄດ້ ເຕືອນ ຜູ້ປົກຄອງ ໃນກໍຣະນີ ທີ່ສົງໃສວ່າ ລູກຂອງຕົນ ຕິດເຊື້ອ ໄຂ້ເລືອດອອກ ແລະ ເພື່ອຫລີກລ້ຽງຈາກການເສັຽຊີວິດ ຂອງເດັກນ້ອຍ, ດຣ. ຄໍາເປ ພົງສວັດ, ໃຫ້ຄໍາແນະນໍາ ວ່າ:
“ເມື່ອເດັກມີອາການໄຂ້ຂຶ້ນສູງ ໃນຊ່ວງຣະດູໄຂ້ເລືອດອອກນີ້, ໃຫ້ພໍ່ແມ່ ຫລືວ່າ ຜູ້ປົກຄອງເດັກ ຄວນເອົາໃຈໃສ່ ເດັກ ຢ່ງໃກ້ຊິດເນາະ ລະຍະໄດ້ 3-4 ມື້ເບື້ອງຕົ້ນນີ້, ໂດຍສະເພາະ ຫລີກເວັ້ນທີ່ສຸດ ຊື້ຢາກິນຊະຊາຍ, ຂາດການປຶກສາ ໂດຍສະເພາະ ຄວນເອົາໃຈໃສ່ ມື້ທີ 4 ທີ 5 ຫວ່າງເດັກໄຂ້ລົດ ໄຂ້ລົດລົງ ເມື່ອເດັກມັນກະວົນກະວາຍ, ຕີນເຢັນ, ມືເຢັນ, ຕົນໂຕ ເຢັນ. ມີອາການ ເລືອດອອກແຫ່ງໃດ ແຫ່ງນຶ່ງ ເນາະ ຕາມເຟັນແຂ້ວ, ຜິວໜັງເບາະ ຫລື ຖ່າຍ ຫລື ຮາກດໍາຫັ໋ນ ຄວນນໍາເດັກ ສ່ົງໂຮງໝໍດ່ວນ, ບໍ່ຊັກຊ້າ, ບໍ່ດັ່ງນັ້ນ ຈະເຖິງແກ່ ຊີວິດໄດ້.”
ເພື່ອຄວບຄຸມ ການແຜ່ຣະບາດ ຂອງເຊື້ອໄຂ້ເລືອດອອກ, ທາງສາທາຣະນະສຸກ ໄດ້ຣະດົມ ເຈົ້າໜ້າທີ່ ແລະ ນັກຮຽນແພດ ລົງໃຫ້ຂໍ້ມູນ ດ້ານສຸຂສຶກສາ ແກ່ຊາວບ້ານ ໃນເຂດທ້ອງຖິ່ນ ແລະ ຮຽກຮ້ອງ ໃຫ້ປະຊາຊົນ ຊ່ອຍທໍາລາຍ ບ່ອນເພາະພັນ ແລະ ແຜ່ເຊື້ອ ຂອງຍຸງລາຍ.