ຂ.ຈໍາປາສັກເຝົ້າລະວັງ ໄຂ້ ເລືອດອອກ

ປີ 2017 ນີ້ ເມືອງສຸຂຸມາ ແຂວງຈຳປາສັກ ເປັນເມືອງ ທີ່ໜ້າເປັນຫ່ວງ ຫຼາຍ ທີ່ໄຂ້ເລືອດອອກ ຈະຣະບາດ.

ຕົວຢ່າງ ຂອງຍຸງລາຍ ໂຕແມ່ (Aedes aegypti mosquito) ທີ່ນໍາເຊື້ອພຍາດ ໄຂ້ເລືອດອອກ ແພ່ຣະບາດ ໃສ່ຜູ້ຄົນ. Wikipedia/Muhammad Mahdi Karim

ປີ 2017 ນີ້ ເມືອງສຸຂຸມາ ແຂວງຈຳປາສັກ ເປັນເມືອງທີ່ໜ້າເປັນຫ່ວງຫລາຍ ທີ່ໄຂ້ເລືອດອອກ ຈະຣະບາດ ຊຶ່ງຂນະນີ້ ມີການຕິດຕາມ ເກັບກຳຂໍ້ມູນຢູ່. ຖ້າເວົ້າເຖິງ ທົ່ວປະເທດ ຢູ່ ສປປລາວ ກໍໄດ້ກວດພົບ ຄົນຕິດເຊື້ອ ໄຂ້ເລືອດອອກ ຫລາຍຂຶ້ນ ມາຕັ້ງແຕ່ ຕົ້ນປີ 2017 ຊຶ່ງປັດຈຸບັນ ມີເກືອບເຖິງ 560 ກໍຣະນີແລ້ວ.

ຢູ່ແຂວງຈຳປາສັກ ກໍກວດພົບວ່າມີຜູ້ຕິດເຊື້ອພຍາດນີ້ເພີ້ມຂຶ້ນ 4-5 ຄົນໃນແຕ່ລະມື້. ໃນນັ້ນເມືອງສຸຂຸມາ ເປັນເມືອງທີ່ໜ້າເປັນຫ່ວງ ເປັນ ພິເສດ ທີ່ໄຂ້ເລືອດອອກ ນີ້ຈະຣະບາດ. ຫ້ອງການສາທາຣະນະສຸຂ ແຂວງຈຳປາສັກ ຄາດວ່າໄຂ້ເລືອດອອກ ໃນປີນີ້ ອາຈຫຼາຍຂຶ້ນກວ່າ ປີທີ່ແລ້ວ. ດັ່ງເຈົ້າໜ້າທີ່ ສາທາຣະນະສຸກ ແຂວງຈຳປາສັກ ເວົ້າວ່າ:

"ເພີ້ມແທ້ເພີ້ມຂຶ້ນນໍ ປັດຈຸບັນນີ້ມີການຣາຍງານປະຈຳ ເປັນຣາຍວັນຣາຍວັນຄືວັນທີ 21 ນໍເປັນສີ່ກໍຣະນີ ປັດຈຸບັນແມ່ນໜ້າຫ່ວງເປັນພິເສດ ບ້ານກະດັນນໍນຶ່ງບ້ານ ຄຸ້ມບ້ານກະດັນຂອງເມືອງສຸຂຸມາ ເປັນຕິດຕໍ່ກັບໄທ ເກີດປີນີ້ຂຶ້ນກ່ອນໝູ່ນໍ ເປັນແຫ່ງທີ 2 ຂອງປະເທດລາວ".

ທ່ານກ່າວວ່າຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ 134 ກໍຣະນີ, ທຽບໃສ່ລະຍະດຽວກັນ ຂອງປີກາຍ ແມ່ນເພີ້ມຂຶ້ນເລັກນ້ອຍ ແຕ່ຍັງບໍ່ທັນມີ ຜູ້ເສັຍຊີວິດຍ້ອນ. ປົກກະຕິແລ້ວ ວົງຈອນການຣະບາດ ຂອງໄຂ້ເລືອດອອກ ແມ່ນແຕ່ລະ 3 ປີໃດ ຈະຣະບາດ ໃຫຍ່ຄັ້ງນຶ່ງ:

"ອັນທີນຶ່ງກໍແມ່ນ ຮອບວຽນຂອງມັນນີ້ ເພາະວ່າພຍາດໄຂ້ແດງກີ ປົກກະຕິ ມັນສາມປີ ອັນທີ່ຍ້ອນວ່າ ມີການກັກຂັງນ້ຳ ຫລາຍຂຶ້ນ ຂອງ ປະຊາກອນນໍ ເຮັດໃຫ້ມີແຫລ່ງ ເພາະພັນຂອງຍຸງລາຍ ຫລາຍຂຶ້ນ".

ທ່ານເວົ້າວ່າປັດຈຸບັນ ແຂວງຈຳປາສັກ ໄດ້ຈັດຕັ້ງເຈົ້າໜ້າທີ່ ໄປກວດກາຕາມບ້ານ, ຕາມເມືອງຕ່າງໆ ເປັນປະຈຳທຸກອາທິດ ເພື່ອຕິດຕາມ ເບິ່ງການຣະບາດ ຂອງຍຸງລາຍ. ປີ 2013 ເປັນປີທີ່ແຂວງຈຳປາສັກ ເປັນແຂວງນຶ່ງ ທີ່ໄຂ້ເລືອດອອກຣະບາດ ຫຼາຍທີ່ສຸດ ຄືມີຜູ້ຕິດເຊື້ອ ເຖິງ 5,400 ກໍຣະນີ ແລະເສັຍຊີວິດ 33 ຄົນ. ສຳລັບປີ 2016 ມີຜູ້ຕິດເຊື້ອ 1,340 ປາຍຄົນ ແລະເສັຍຊີວິດ 7 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org