ໄຂ້ຍຸງລາຍຍັງຣະບາດ ຢູ່ລາວ

ຊາວລາວ ຍັງຕິດເຊື້ອ ໄຂ້ຍຸງລາຍ ເພີ່ມຂຶ້ນເລື້ອຍໆ ຍ້ອນຫຼາຍຄົນ ຍັງຖືເບົາ ບໍ່ເອົາໃຈໃສ່ ໃນການທໍາລາຍ ໜອນນໍ້າຍຸງລາຍ.

ຄົນເຈັບໄຂ້ຍຸງລາຍ ທີ່ມີອາການໜັກ ຕ້ອງໄດ້ນອນໂຮງໝໍ ນັກຂ່າວພົລເມືອງ

ສະພາບການຣະບາດ ຂອງໄຂ້ເລືອດອອກ ຫຼືໄຂ້ຍຸງລາຍໃນລາວ ຍັງໜ້າເປັນຫ່ວງຢູ່ ຊຶ່ງນັບແຕ່ຕົ້ນປີ 2020 ມາຮອດວັນທີ 8 ເດືອນຕຸລາ ນີ້ ຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍໃນທົ່ວປະເທດ ປັດຈຸບັນ ເພີ່ມຂຶ້ນ ເປັນ 7,064 ຄົນ ເສັຽຊີວິດເພີ່ມຂຶ້ນ ເປັນ 12 ຄົນ ເພີ້ມຂຶ້ນຈາກ ເດືອນທີ່ແລ້ວ ເຊິ່ງມີຜູ້ຕິດເຊື້ອພຍາດນີ້ 6 ພັນປາຍຄົນ ເສັຽຊີວິດ 11 ຄົນ.

ສາເຫດທີ່ເຮັດໃຫ້ມີຜູ້ຕິດເຊື້ອ ໄຂ້ຍຸງລາຍເພີ່ມຂຶ້ນນີ້ ກໍຍ້ອນປະຊາຊົນສ່ວນໃຫຍ່ ຍັງຖືເບົາ ບໍ່ເອົາໃຈໃສ່ ໃນການທໍາລາຍແຫຼ່ງເພາະພັນ ໜອນນໍ້າຍຸງລາຍ ໂດຍສະເພາະຢູ່ໃນເຂດ ນະຄອນຫຼວງວຽງຈັນ ເຊິ່ງເປັນພື້ນທີ່ທີ່ແອອັດ ຕາມທີ່ເຈົ້າໜ້າທີ່ອາສາບ້ານ ໄດ້ລົງໄປຊຸກຍູ້ ທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ກໍຍັງພົບເຫັນໜອນນໍ້າ ຈໍານວນຫຼາຍ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ອາສາສມັກບ້ານ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ຕຸລາ ນີ້:

“ອສບ ແຕ່ລະອາທິດ ເຮົາກະລົງກວດໜອນນໍ້າ ກະພໍ້ຫຼາຍ ເປິະເປື້ອນຫັ້ນຫຼາຍ ດຽວນີ້ນ່າ ຄວາມຣະບາດຂອງເຮົາ ເຮັດຈັ່ງໃດ ກະປະກາດ ເຊື່ອມຊຶມ ໃຫ້ພໍ່ແມ່ປະຊາຊົນ ເຂົ້າໃຈ ວ່າພຍາດຍຸງລາຍນີ້ ມັນອັນຕລາຍ ເປັນແລ້ວ ອາຈເຖິງຕາຍ ປະຊາຊົນບາງຄົນ ເຂົາເຈົ້າກະຖືເບົາ.”

ໃນຂນະທີ່ ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງ ເວົ້າວ່າ ຕົນເອງກໍເຮັດເປັນປົກກະຕິ ໃນການທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ແຕ່ກໍເຫັນຫຼາຍທີ່ບໍ່ປະຕິບັດຕາມ:

“ເຮັດເປັນປົກກະຕິຢູ່ ແຕ່ວ່າມັນກະມີປະຊາຊົນຈໍານວນນຶ່ງ ຍັງບໍ່ໄດ້ເອົາໃຈໃສ່ສະ ບາງເທື່ອເຂົາໄປວຽກໄປງານ ບາງເທື່ອມີນໍ້າຝົນນໍ້າ ຄ້າງຢູ່ເຂົາກະບໍ່ໄດ້ກວດເຮືອນໂຕເອງຫັ້ນນາ ເວົ້າງ່າຍໆເຂົາເຈົ້າ ຍັງຖືເບົາຢູ່ຫັ້ນນະ ກະວ່າເອີ່ໆ ເຂົ້າໃຈໝົດແລ້ວ ແຕ່ພັດໄປເບິ່ງຈິງ ບໍ່ໄດ້ຢາກປະຕິບັດຣະບຽບ.”

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ຕົນເອງກໍຮູ້ສຶກຢ້ານຢູ່ ເພາະຖ້າຫາກຜູ້ໃດຕິດເຊື້ອໄຂ້ຍຸງລາຍ ແລ້ວບໍ່ໄດ້ຮັບການປິ່ນປົວ ກໍຈະເຮັດເສັຽຊີວິດໄດ້ ແລະຕົນກໍໄດ້ສ້າງຈິດສໍານຶກໃຫ້ລູກຫຼານ ໃຫ້ເອົາໃຈໃສ່ ໃນການທໍາລາຍ ແຫຼ່ງເພາະພັນໜອນນໍ້າຍຸງລາຍ ເພື່ອຄວາມປອດໄພຂອງໂຕເອງ ເຮົາເອງແລະຄົນໃນຄອບຄົວ.

ອີງຕາມການຣາຍງານ ຂອງກະຊວງສາທາຣະນະສຸຂ ໃນວັນທີ 7 ຕຸລາ ຜ່ານມານີ້ ແຂວງ ທີ່ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າໝູ່ ແມ່ນ ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ 1,618 ຄົນ, ເສັຽຊີວິດ 4 ຄົນ ຮອງລົງມາ ແມ່ນແຂວງບໍຣິຄໍາໄຊ ມີຜູ້ຕິດເຊື້ອ 788 ຄົນ ເສັຽຊີວິດ 2 ຄົນ, ອັນດັບ 3 ແມ່ນແຂວງວຽງຈັນ ມີຜູ້ຕິດເຊື້ອ 674 ຄົນ ໃນຂນະດຽວກັນ ເອເຊັຽເສຣີ ກໍໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ ຕ້ານໄຂ້ຍຸງລາຍ ແຂວງບໍຣິຄໍາໄຊ ແລະນະຄອນຫຼວງວຽງຈັນ ແຕ່ເຈົ້າໜ້າທີ່ ຍັງບໍ່ສະດວກໃຫ້ສັມພາດ.

ໃນຂນະທີ່ ເຈົ້າໜ້າທີ່ຕ້ານໄຂ້ຍຸງລາຍ ຢູ່ແຂວງວຽງຈັນທ່ານນຶ່ງ ຊຶ່ງຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ ຈາກການກວດໂຕເລຂ ໃນມື້ວັນທີ 9 ຕຸລາ ນີ້ ແຂວງວຽງຈັນ ມີຜູ້ຕິດເຊື້ອ 675 ຄົນ ແຕ່ຍັງບໍ່ມີ ຜູ້ເສັຽຊີວິດ:

“ແຂວງວຽງຈັນນີ້ ມີຕິດເຊື້ອຢູ່ ປັດຈຸບັນນີ້ 675 ຄົນ ບໍ່ມີຄົນເສັຽຊີວິດ ມັນກໍມີປັດຈັຍຫຼາຍຢ່າງ ໂຕແລກກໍເວົ້າເຣື້ອງ ສະພາດແວດລ້ອມ ໃນການປ່ຽນແປງ ດິນຟ້າອາກາດ ມັນກະມີຝົນຕົກ ມັນຢຸດໆ ແລະກະ ບວກໃສ່ ທາງດ້ານງົບປະມານ ທີ່ເປັນທາງແຂວງ ທາງເມືອງຈະລົງໄປ ຕ້ານກັບພຍາດດັ່ງກ່າວ ບໍ່ມີເນາະ ປັດຈຸບັນນີ້.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຢູ່ໂຮງໝໍແຂວງວຽງຈັນ ບໍ່ຄ່ອຍມີພື້ນທີ່ພຽງພໍ ໃນການຮອງຮັບຄົນເຈັບ ເພາະມີຄົນເຈັບຫຼາຍພຍາດມາປິ່ນປົວ:

“ແຕ່ວ່າປັດຈຸບັນນີ້ ໂຮງໝໍແຂວງເຮົາ ກະຂ້ອນຂ້າງວ່າ ຕ້ອນຮັບຄົນເຈັບ ກະບໍ່ພຽງພໍປານໃດ ແຕ່ວ່າກະພໍໄດ້ ກະບ່ອນພັກເບື້ອງຕົ້ນຢູ່ ແຕ່ວ່າ ປັດຈຸບັນນີ້ ກໍໄດ້ເລ່ັງໃສ່ບັນດາ ເບື້ອງຕ່າງໆ ຖ້າຫາກຄົນເຈັບ ບໍ່ໜັກ ຫຼືວ່າເຮົາຕິດຕາມ ອາການໄດ້ ບໍ່ສົ່ງຄົນເຈັບເຂົ້າມາຫາແຂວງ ເພາະວ່າ ທາງແຂວງເຮົາກະ ຂ້ອນຂ້າງ ອ່ັງຫຼາຍໃນປັດຈຸບັນນີ້.”

ເຈົ້າໜ້າທີ່ ສູນວິເຄາະພຍາດ ກະຊວງສາທາຣະນະສຸຂ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ສ່ວນນຶ່ງ ທາງການ ກໍຍັງຫຍຸ້ງກັບເຊື້ອ ໄວຣັສ ໂຄວິດ-19 ເຊິ່ງໄຂ້ຍຸງລາຍນີ້ ທາງການ ກໍຈະມີມາຕການແບບເກົ່າ ຄືໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ລົງຊຸກຍູ້ໂຄສະນາ ໃຫ້ຊາວບ້ານ ຊ່ອຍກັນທໍາລາຍໜອນນໍ້າຍຸງລາຍ ແລະ ປະຕິບັດຕາມ ຫຼັກການ 5 ປໍ ຄື:

1- ປິດຝາພາສະນະ ທີ່ເກັບນໍ້າໃນເຮືອນແລະນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່.

2- ປ່ຽນນໍ້າໃນພາຊະນະ ເຊັ່ນ ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖາດຮອງຈອກນໍ້າ.

3- ປ່ອຍປາຫາງນົກຍຸງ ເພື່ອກິນໜອນ.

4- ປັບປຸງອານາມັຍ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ ກະປ໋ອງ, ຢາງຕິດຣົດເກົ່າທີ່ມີນໍ້າຂັງ ແລະ

5- ປະຕິບັດໃຫ້ເປັນນິສັຍ ປະຈໍາທຸກໆສັປດາ:

“ກະມີແບບວິທີເກົ່າ ຫັ້ນນະເນາະ ຕາມຫຼັກການ ຕາມຂໍ້ມູນ ຂອງໄຂ້ຍຸງລາຍຫັ້ນແຫຼະ ຕິດເຊື້ອມັນກະເພີ່ມຂຶ້ນໜ້ອຍດຽວ ບໍ່ເພີ້ມຂຶ້ນຫຼາຍ ປານໃດ ພວກເຮົາກະສືບຕໍ່ ໂຕເກົ່າໝົດເນາະ.”

ທ່ານກ່າວມ້ວນທ້າຍວ່າ ຢາກໃຫ້ປະຊາຊົນ ແລະອໍານາດການປົກຄອງບ້ານ ຊ່ອຍກັນເອົາໃຈໃສ່ ຮ່ວມແຮງຮ່ວມໃຈກັນ ຢ່າງເຄັ່ງຄັດ ໃນການປະຕິບັດຫຼັກການ 5 ປໍໍ ແລະຖ້າຫາກຮູ້ສຶກບໍ່ສະບາຍ ກໍບໍ່ຄວນຊື້ຢາ ມາກິນເອງ ໃຫ້ຮີບໄປໂຮງໝໍທັນທີ ເພື່ອຮັບການປິ່ນປົວ ຈາກແພດແລະໝໍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org