ໄຂ້ເລືອດອອກ ຢູ່ແຂວງສາຣະວັນ
2013.07.24

ການຣະບາດ ຂອງພຍາດ ໄຂ້ເລືອດອອກ ໃນແຂວງ ສາຣະວັນ ມີທ່າທີວ່າ ຈະເພີ້ມຂຶ້ນ.
ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງ ສາຣະວັນ ເປີດເຜີຽວ່າ ການຣະບາດ ຂອງພຍາດ ໄຂ້ເລືອດອອກ ເຫັນວ່າມີ ທ່າທີ ຈະເພີ້ມຂຶ້ນ ເລື້ອຍໆ ອີງຕາມ ຈໍານວນ ຄົນ ທີ່ຕິດ ພຍາດ, ເຖິງແມ່ນວ່າ ທາງແຂວງ ໄດ້ສຸມໃສ່ ການປິ່ນປົວ ປ້ອງກັນ ທໍາລາຍບ່ອນ ຍຸງອອກໄຂ່ ແລະ ພົ່ນຢາຂ້າຍຸງ ຕາມ ບ້ານເຮືອນ ແລ້ວກໍຕາມ. ດັ່ງທ່ານ ໄດ້ກ່າວ:
"349 ເຄສ ຕາຍ 8 ຄົນ. ອີງໃສ່ ການລາຍງານເຮົາ ເພີ້ມ ເພີ້ມ ມັນເພີ້ມແຫລະ ເປັນແນວນີ້. ດຽວນີ້ ເຂົາເຈົ້າ ເວົ້າເຣື້ອງ ຢາຍພະນັກງານ ແລ້ວ ກໍມີນັກສຶກສາ ມະຫາວິທຍາໄລ ແພດສາຕ ມະຫາວິທຍາໄລ ສຸຂພາບ ແລ້ວ ກໍມີ ໂຮງຮຽນ
ຈໍາປາສັກ ແນ່ ຈໍານວນນື່ງ ໂຮງຮຽນ ສາຣະວັນ ຈໍານວນນຶ່ງ ລົງຢາຍ ລົງແຕ່ລະ ກຸ່ມບ້ານ".
ນັບແຕ່ຕົ້ນເດືອນ ກໍຣະກະດາ ມາຮອດ ວັນທີ່ 23 ນີ້ ແຂວງ ສາຣະວັນ ມີ ຄົນເຈັບເປັນ ໄຂ້ເລືອດອອກ 1709 ຄົນ, ເສັຽຊີວິດ 1 ຄົນ, ມີການຣະບາດ ແຮງທີ່ສຸດ ໃນ 5 ເມືອງ ຄື ເມືອງ ຕະໂອ໋ຍ ຕຸ້ມລານ ສາຣະວັນ ສະມ້ອຍ ແລະ ເລົ່າງາມ ແລະ ໄດ້ພົບເຫັນ ຄົນເຈັບ ທັງໝົດ ໃນ 75 ບ້ານ.
ກ່ຽວກັບ ການປ້ອງກັນ ການຣະບາດ ນັ້ນ ທາງແຂວງໄດ້ ປະສານງານ ກັບ ມະຫາວິທຍາໄລ ສຸຂພາບ ມະຫາວິທຍາໄລ ແພດສາຕ ຮ່ວມທັງ ໂຮງຮຽນ ໃນເມືອງປາກເຊ ແລະ ເອົານັກຮຽນ ນັກສຶກສາ ລົງມາຊ່ວຍ ພົ່ນຢາຂ້າຍຸງ ແລະ ແຈກຢາຍ ຂີ້ຊາຍອາເບທ. ບາງບ້ານ ກໍສາມາດ ຫລຸດຜ່ອນ ຈໍານວນ ຜູ້ປ່ວຍ ລົງໄດ້ ແຕ່ກໍຍັງມີ ຫລາຍບ້ານ ມີຄົນເຈັບ ເພີ້ມຂື້ນ.
ເມື່ອປີຜ່ານມາ ການຣະບາດ ຂອງ ໄຂ້ເລືອດອອກ ຢູ່ແຂວງ ສາຣະວັນ ຖືວ່າ ຫລາຍກ່ວາ ທຸກໆແຂວງ ມີຄົນເຈັບ ເປັນ ໄຂ້ເລືອດອອກ ເຖິງ 10 ພັນ ຄົນ.