ໄຂ້ເລືອດອອກ ໃນລາວຂຍາຍໂຕ


2013.05.14
F-mosquito-net ແມ່ແລະລູກນ້ອຍ ນັ່ງຢູ່ຂ້າງມູ້ງ ທີ່ອົບນໍ້າຢາ ປ້ອງກັນຍຸງ ແລະແມງໄມ້ ເພື່ອໃຫ້ພົ້ນຈາກ ເປັນໄຂ້ ມະເລເລັຽ
UNICEF/Jan Grarup

 

ກໍຣະນີ ຄົນຕິດ ເຊຶ້ອໂຣຄ ໄຂ້ເລືອດອອກ ໃນລາວ ຂຍາຍໂຕ ຢ່າງວ່ອງໄວ ໃນ ປີນີ້. ໃນປັດຈຸບັນ ສະຖານະການ ໂຣຄ ໄຂ້ເລືອດອອກ ໃນລາວ ຍັງຫນ້າ ເປັນຫ່ວງຢູ່. ເຈົ້າຫນ້າທີ່ ຜແນກ ສາທາຣະນະສຸກ ແຂວງ ຫລວງພຣະບາງ ເວົ້າວ່າ ໂຕເລກ ຜູ້ຕິດ ເຊຶ້ອໂຣຄ ໄຂ້ເລືອດອອກ ໃນປີນີ້ ສູງກວ່າ ປີ ທີ່ຜ່ານມາ 3 ເທົ່າ. ທ່ານກ່າວວ່າ:

"ໄຂ້ຍຸງລາຍ ປັດຈຸບັນນີ້ ມີໂຕເລກ  ສະສົມຢູ່ 102 ຄົນຂຶ້ນ 3 ເທົ່າຫລາຍກວ່າ".

ທ່ານວ່າ ໃນຣະຍະ 4 ເດຶອນ ຜ່ານມາ ຍັງບໍ່ມີ ລາຍງານ ຜູ້ເສັຽຊິວິດ ທີ່ແຂວງ ຫລວງພະບາງ ທາງການກໍໄດ້ ປະຊາສຳພັນ ຊາວບ້ານ ໃຫ້ຊ່ອຍກັນ ປ້ອງກັນ ການຣະບາດ ຢ່າງຮີບດ່ວນ ຍ້ອນວ່າໂຕເລກ ຂອງ ຜູ້ທີ່ ຕິດເຊຶ້ອ ເພີ້ມຂຶ້ນ ຢ່າງຫລວງຫລາຍ ຫລາຍກວ່າປີ ທີ່ຜ່ານມາ. ໃນການປ້ອງກັນ ຖ້າພົບ ເຫັນຜູ້ໃດ ຕິດເຊຶ້ອ ໃນບ້ານໃດ ທາງການ ກໍຈະສົ່ງ ເຈົ້າຫນ້າທີ່ ໄປພົ່ນຢາ ກັນຍຸງ ໃນຫມູ່ບ້ານ ດັ່ງກ່າວ ເພື່ອ ຂ້າເຊື້ອ.

ໃນຂນະດຽວກັນ ທີ່ ແຂວງບໍ່ແກ້ວ ເຈົ້າຫນ້າທີ່ ສາທາຣະນະສຸກ ກໍເປີດເຜີຍ ວ່າ ມີຜູ້ຕິດ ເຊຶ້ອໂຣຄ ໄຂ້ເລືອດອອກ ແລ້ວ 70 ຄົນ ຈາກຕົ້ນປີ ມາຮອດ ປັດຈຸບັນ ຖືວ່າຫນ້າ ເປັນຫ່ວງຄືກັນ ເນື່ອງຈາກວ່າ ໃນປີ 2012 ຫມົດປີ ທົ່ວ ແຂວງ ບໍ່ແກ້ວ  ມີຜູ້ຕິດ ເຊຶ້ອທັງຫມົດ 377 ຄົນ ແລະ ໃນປີນີ້ ພຽງແຕ່ 4 ເດືອນ ເທົ່ານັ້ນ ກໍມີຜູ້ ຕິດເຊື້ອໂຣຄ ດັ່ງກ່າວ ແລ້ວ ເກືອບຮອດ 20% ຂອງ ປີທີ່ຜ່ານມາ ທັ້ງໆທີ່ ຍັງບໍ່ຮອດ ຣະດູຝົນ ເທື່ອ. ທ່ານກ່າວວ່າ:

"ມັນມີ ອາທິດນຶ່ງ ຂອງ ປີ 2013 ນີ້ 70 ຄົນ ປີ 2012 ນີ້ຮວມ ທົ່ວແຂວງ ທັງຫມົດ ປີ  ມັນມີຢູ່ 377 ຄົນ ປີນີ້ ເຮົາຍັງກະ ບໍ່ໄດ້ເທື່ອ ວ່າມັນຈະ ຫນ້ອຍຫລືຫລາຍ ເພາະວ່າ ເນື່ອງວ່າຍັງ ບໍ່ທັນຮອດ ຣະດູຝົນ ກໍຣະບາດ ຊ່ຳນີ້ ແ ລ້ວ ພໍຮອດ ຣະດູຝົນ ກໍຊີ່ເພີ້ມຂຶ້ນ".

ສະຖິຕິຈາກ ຫນັງສືພິມ ວຽງຈັນທາຍ ເປີດເຜີຍ ໃນມື້ວັນທີ 14 ພືສພາ  2013 ວ່າ ປັດຈຸບັນ ທົ່ວ ປະເທດລາວ ມີຜູ້ຕິດ ເຊື້ອໂຣຄ ໄຂ້ເລືອດອອກ ແລ້ວ ປະມານ 3 ພັນ ກໍຣະນີ ໃນນັ້ນ ມີ ເສັຊິວິດ 11 ຄົນ ທີ່ ນະຄອນ ຫລວງວຽງຈັນ ມີຜູ້ຕິດເຊື້ອ 634 ຄົນ ແລະ ເສັຽຊິວິດ 6 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.