ຜູ້ຕິດເຊື້ອ ໂຄວິດ-19 ບໍ່​ຢາກປິ່ນປົວ ຢູ່ເຮືອນ

ຈຳປາທອງ
2021.10.05
ຜູ້ຕິດເຊື້ອ ໂຄວິດ-19 ບໍ່​ຢາກປິ່ນປົວ ຢູ່ເຮືອນ ການຣະບາດ ເຊື້ອໂຄວິດ-19 ໃນລາວ ຍັງສືບຕໍ່ ເພື່ມຂຶ້ນໃນແຕ່ລະມື້
RFA

ມາເຖິງປັດຈຸບັນ ຢູ່ປະເທດລາວ ແຕ່ລະມື້ຍັງມີຄົນ ຕິດເຊື້ອໂຄວິດ-19 ໃນຊຸມຊົນ ຢ່າງຕໍ່ເນື່ອງ. ຖ້າຫາກສະຖານະການ ຮ້າຍແຮງໄປກວ່ານີ້ ທາງການກໍກຽມ ທີ່ຈະໃຫ້ຜູ້ຕິດເຊື້ອ ຮຸນແຮງ ປິ່ນປົວເອົາເອງ ຢູ່ເຮືອນ ໂດຍປະຕິບັດ ຕາມຄໍາແນະນໍາ ຂອງເຈົ້າໜ້າທີ່ ສາທາຣະນະສຸຂ. ແຕ່ປະຊາຊົນລາວ ຫຼາຍຄົນ ບໍ່ຢາກໃຫ້ ຜູ້ຕິດເຊື້ອນັ້ນ ປິ່ນປົວເອົາເອງ ຢູ່ເຮືອນ ຍ້ອນມີ ຄວາມສ່ຽງ ຕໍ່ການຕິດເຊື້ອ ທັງຄອບຄົວແລະຫຍຸ້ງຍາກ ຫຼາຍຢ່າງ ດັ່ງປະຊາຊົນ ຢູ່ນະຄອນ ຫຼວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີໃນມື້ວັນທີ 5 ຕຸລານີ້ວ່າ:

ຖ້າປິ່ນປົວຢູ່ເຮືອນ ມັນຈະຫຍຸ້ງຍາກ ບໍ່ເໝາະສົມ ເຮືອນມັນກໍ ຍັງມີລູກມີເຕົ້າເດ໋ ມີຄອບ ຄົວເດ໋ ມັນຕິດກັນງ່າຍແທ້ເດ໋ ໃຈກໍຢາກໃຫ້ ເພິ່ນເອົາໄປຢູ່ ໂຮງໝໍແຫຼະ ດີກ່ອນ.

ຢູ່ແຂວງຫຼວງພຣະບາງ ຊາວບ້ານຜູ້ນຶ່ງ ກໍກ່າວໃນທໍານອງ ດຽວກັນນັ້ນວ່າ ເປັນເຣື່ອງຫຍຸ້ງຍາກຫຼາຍ ຖ້າຫາກໃຫ້ຜູ້ຕິດເຊື້ອ ໂຄວິດ-19 ປິ່ນປົວເອົາເອງຢູ່ເຮືອນ ເພາະຊາວບ້ານ ຫຼາຍຄົນບໍ່ມີ ຄວາມຮູ້ເຣື່ອງການປິ່ນປົວ ແລະຢູ່ໃນເຮືອນ ກໍມີລູກຫຼານ ຫຼາຍຄົນ, ສະພາບ ໃນເຮືອນ ບໍ່ເອື້ອອໍານວຍ ເປັນຕົ້ນເຣື່ອງການໃຊ້ຫ້ອງນໍ້າ, ການທໍາຄວາມສະອາດ, ບໍ່ເໝາະສົມ ແລະມີຄວາມສ່ຽງຫຼາຍ:

ບໍ່ເໝາະສົມ ມັນຈະມີການຂຍາຍ ຈະປົວແນວໃດ ເຮົາບໍ່ຮູ້ເດ໋ ມັນຍາກຢູ່ ແລ້ວປົວເອງຢູ່ເຮືອນ ນີ້ນ່າ ຈະເອົາຫຍັງມາປົວ ຄັນບໍ່ດີຈະຮູ້ບໍ່ ມີຄວາມສ່ຽງຫຼາຍ ດ້ານເນາະ ກໍບໍ່ມີໃຜແລ້ວ ຈະມີຄວາມຮູ້ ລະບົບການປ້ອງກັນເຮົາ ກໍບໍ່ມີເນາະ ຢູ່ໃນຂັ້ນພື້ນຖານນີ້ນ່າ.

ແລະຢູ່ ແຂວງສວັນນະເຂດ ປະຊາຊົນຜູ້ນຶ່ງ ກໍເວົ້າຄືກັນວ່າ ເປັນເຣື່ອງ ທີ່ໜ້າຫ່ວງ ຖ້າຫາກໃຫ້ ຜູ້ຕິດເຊື້ອ ໂຄວິດ-19 ປິ່ນປົວເອົາເອງ ຢູ່ເຮືອນ ຍ້ອນໃນເຮືອນ ມີຫຼາຍຄົນ, ໃຊ້ຫ້ອງ ນໍ້າຮ່ວມກັນ, ມີຄວາມສ່ຽງ ທີ່ເຊື້ອນັ້ນຈະແພ່ລາມ:

ເປັນຫ່ວງຄືກັນ ເຂົ້າມາຢູ່ ໃນເຮືອນ ຄົນໃນເຮືອນ ກໍໄປທົ່ວທີບເນາະ ກໍຕ້ອງໄປຕິດ ໄປຫັ້ນແຫຼະ ຈະຫາແພດ, ຫາໝໍບໍ່ ມາປິ່ນປົວ ເປັນໄປບໍ່ໄດ້ ກໍພົບຄວາມ ຫຍຸ້ງຍາກເນາະ ຫ້ອງນໍ້າຢູ່ໃສ ຫ້ອງນໍ້າບໍ່ມີ ບ່ອນແຍກ.

ແຕ່ເຖິງ ຢ່າງໃດກໍຕາມ ມາຮອດມື້ນີ້ ທາງການລາວ ກໍຍັງບໍ່ທັນ ໃຫ້ຜູ້ຕິດເຊື້ອ ໂຄວິດ-19 ປິ່ນປົວເອົາເອງ ຢູ່ເຮືອນ ເພາະໂຮງໝໍ ສນາມກໍຍັງ ມີພຽງພໍ ຍ້ອນໄດ້ຈັດຕັ້ງຂຶ້ນ ຫຼາຍແຫ່ງ. ແຕ່ຕໍ່ໄປ ຖ້າຫາກມີຜູ້ຕິດ ເຊື້ອເພີ່ມຂຶ້ນຫຼາຍ ຈົນທາງການ ບໍ່ສາມາດ ຮອງຮັບໄດ້ ກໍຕ້ອງໄດ້ໃຫ້ ຜູ້ຕິດເຊື້ອ ທີ່ມີອາການ ບໍ່ຮຸນແຮງປິ່ນປົວ ເອົາເອງຢູ່ເຮືອນ ໂດຍ ຈະມີເຈົ້າໜ້າທີ່ ສາທາຣະນະສຸກ ໃຫ້ຄໍາແນະນໍາ ກ່ຽວກັບວິທີ ແລະຂັ້ນຕອນ ຂອງການປິ່ນປົວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງໃນນະຄອນຫຼວງວຽງຈັນ ຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນ ທີ 5 ຕຸລານີ້:

ຖ້າວ່າ ໂຕນີ້ມັນ ເປັນພະຍາດ ລະບາດ ທີ່ວ່າຮຸນແຮງຫັ້ນນ່າ ເພິ່ນບໍ່ ໄດ້ຖິ້ມໄດ້ປະ ເພິ່ນກໍປົວປະຊາຊົນ ປະຊາຊົນເຮົາ ກໍຕ້ອງຄິດເຫັນ ໃຈເພິ່ນແດ່ ເພາະວ່າປະເທດເຮົາ ມັນກະບໍ່ມີເງິນ ບໍ່ມີຄໍາ ບໍ່ມີຫຍັງພຽງພໍຫັ້ນນ່າ.

ຜ່ານມາ ທາງການ ນະຄອນຫຼວງວຽງຈັນ ໄດ້ປະກາດຕາມ ຫາຜູ້ຕິດ ໂຄວິດ-19, 6 ຄົນ ຍ້ອນມີຄວາມສ່ຽງ ຕໍ່ການແພ່ ເຊື້ອໃສ່ຄອບຄົວ ແລະຄົນອື່ນໆ. ແຕ່ປັດຈຸບັນ ໄດ້ພົບຕົວແລ້ວ 3 ຄົນ. ສ່ວນອີກ 3 ຄົນຍັງຕິດຕາມຫາຢູ່, ເປັນແມ່ຍິງ 2 ຄົນ, ຜູ້ນຶ່ງຈາກບ້ານ ດົງປ່າແຫຼບ ເມືອງຈັນທະບຸຣີ ແລະອີກຜູ້ນຶ່ງ ຈາກບ້ານດອນໜູນ ເມືອງໄຊທານີ ແລະຜູ້ຊາຍຄົນນຶ່ງ ຈາກບ້ານນາໄຫ ເມືອງຫາດຊາຍຟອງ.

ເວົ້າເຖິງ ການລະບາດຂອງ ໂຄວິດ-19, ຈາກຜົລ ຂອງການ ກວດວິເຄາະ ຫາເຊື້ອ ໂຄວິດ-19, 3,825 ຄົນ ໃນມື້ ວັນທີ 4 ຕຸລາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ຕື່ມອີກ 454 ຄົນ. ໃນນັ້ນ ນໍາເຂົ້າ 4 ຄົນ ແລະຕິດເຊື້ອ ໃນຊຸມຊົນ 450 ຄົນ, ຫຼາຍກວ່າໝູ່ ແມ່ນຕິດຢູ່ ນະຄອນຫຼວງວຽງຈັນ 166 ຄົນ, ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າຄນະສະເພາະກິດ ປ້ອງກັນ ໂຄວິດ-19 ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ ວັນທີ 5 ຕຸລານີ້ວ່າ:

ທົ່ວປະເທດ ພວກເຮົາໄດ້ເກັບ ໂຕຢ່າງທັງໝົດ 3,825 ໂຕຢ່າງ ໃນນັ້ນກວດພົບ ຜູ້ຕິດເຊື້ອໃໝ່ ທັງໝົດ 454, ຕິດເຊື້ອໃນຊຸມຊົນ 450, ນະຄອນຫຼວງ ມີການຕິດເຊື້ອ ໃນຊຸມຊົນ 166, ຮວມທັງຄ້າຍຄຸມຂັງນາໄຫ.      

ໃນຈໍານວນ 166 ຄົນ, ທີ່ຕິດເຊື້ອໃໝ່ຢູ່ ນະຄອນຫຼວງວຽງຈັນ ນັ້ນເປັນນັກໂທດ ໃນຄ້າຍຄຸມຂັງ ນາໄຫ 40 ຄົນ.

ອິງຕາມການ ຣາຍງານ ຂອງຄນະ ສະເພາະກິດ ປ້ອງກັນ ໂຄວິດ-19 ໃນມື້ ວັນທີ 5 ຕຸລາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບການ ກວດວິເຄາະ ຫາເຊື້ອ ໂຄວິດ-19 ທັງໝົດ 606,935 ຄົນ, ມີຜູ້ຕິດເຊື້ຶອສະສົມ 25,978 ຄົນ, ປິ່ນປົວຫາຍແລ້ວ 19,399 ຄົນ, ເສັຍຊີວິດ 22 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.