ການຮຽນການສອນລໍາບາກ ໃນຊ້ວງ ໂຄວິດ-19

ສຸພັດຕາ
2021.05.11
ການຮຽນການສອນລໍາບາກ ໃນຊ້ວງ ໂຄວິດ-19 ການທົດລອງ ການຖ່າຍທອດສົດ ການຮຽນ-ການສອນ ຜ່ານທາງ ອອນລາຍ ຂອງ ສະຖາບັນຄົ້ນຄວ້າ ວິທຍາສາດ ການສຶກສາ ເມື່ອ ເດືອນ ສິງຫາ ປີ 2020
Edu-Sport TV online

ການແຜ່ຣະບາດຂອງເຊື້ອໂຄວິດ-19 ເຮັດໃຫ້ໂຮງຮຽນຫຼາຍແຫ່ງ ໃນທົ່ວປະເທດ ມີຄວາມຫຍຸ້ງຍາກ ໃນການກໍານົດມື້ສອບເສັງ ແລະ ມື້ປິດພາກຮຽນ ເນື່ອງຈາກເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສາມາດຮູ້ໄດ້ວ່າ ສະຖານະການການ ແຜ່ຣະບາດຂອງເຊື້ອ ໂຄວິດ-19 ພາຍໃນປະເທດ ຈະສາມາດຄວບຄຸມໄດ້ ຢ່າງຮັບປະກັນໃນມື້ໃດ.

ປັດຈຸບັນ ກະຊວງສຶກສາທິການ ແລະ ກິລາ ຍັງໃຫ້ທຸກຂແນງການສຶກສາ ປະຕິບັດຕາມຄໍາສັ່ງ ຂອງນາຍົກຣັຖມົນຕຣີ ຄືໃຫ້ພັກການ ຮຽນ-ການສອນຊົ່ວຄາວ ແລ້ວຮຽນທາງອອນລາຍ ຈົນເຖິງວັນທີ 20 ພຶສພາ ນີ້ ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອໂຄວິດ-19, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ພຶສພາ ນີ້:

“ດຽວນີ້ ເຮົາຕ້ອງປະຕິບັດຕາມແຈ້ງການ ຂອງ ສໍານັກງານນາຍົກ ຫັ້ນນ່າ ຮອດວັນທີ 20 ເດືອນ 5 ແລ້ວ ຮອດມື້ນັ້ນແລ້ວເຮົາຈັ່ງ ຊິມາເບິ່ງ ປະເມີນເບິ່ງສະຖານະການ ວ່າເພິ່ນຊິຕໍ່ ນັ້ນບໍ່ ຫຼືບໍ່ຕໍ່ ຄັນເພິ່ນໃຫ້ເຮົາເປີດຮຽນໄດ້ ເປີດອັນນັ້ນໄດ້ ແລ້ວເຮົາຈັ່ງຊິແຈ້ງການ ຣາຍຣະອຽດ ແຕ່ດຽວນີ້ເຮົາເວົ້າຫຍັງບໍ່ໄດ້ເທື່ອ ເຮົາເວົ້າຫຍັງບໍ່ໄດ້ ຍ້ອນບໍ່ຮູ້ວ່າ ໂຄວິດມັນຊິຕິດ ຈົນມື້ໃດ.”

ສະເພາະຢູ່ເມືອງຊົນບູຣີ ແຂວງສວັນນະເຂດ ເຈົ້າໜ້າທີ່ຫ້ອງການ ສຶກສາທິການ ແລະກິລາ ເມືອງຊົນບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປີນີ້ຖ້າຂັ້ນເທິງ ເລື່ອນການສອບເສັງຈົບຊັ້ນ ປິດພາກຮຽນໄປຕື່ມອີກ ບໍ່ສມາດສອບເສັງ ແລະປິດ ພາກຮຽນ ພາຍໃນຕົ້ນເດືອນກໍຣະກະດາ ນີ້ ກໍຈະເຮັດໃຫ້ມີຜົລກະທົບ ຕໍ່ນັກຮຽນ ໂດຍສະເພາະ ນັກຮຽນຊົນເຜົ່າ ໃນເຂດຫ່າງ ໄກສອກຫຼີກ ຈະຮຽນບໍ່ຈົບຫຼັກສູດ ເນື່ອງຈາກມາຮອດປັດຈຸບັນ ກໍເປັນນຶ່ງເດືອນແລ້ວ ທີ່ພວກເຂົາເຈົ້າ ບໍ່ມີເຄື່ອງມື ໃນຮຽນທາງ ອອນລາຍເວລາທີ່ພັກ ຮຽນ ຢູ່ເຮືອນແບບນີ້ ພວກເຂົາກໍຕ້ອງ ອອກໄປເຮັດ ໄຮ່ເຮັດສວນ ຊ່ອຍພໍ່ແມ່, ດັ່ງທ່ານກ່າວວ່າ:

“ຖືວ່າຕໍ່ເວລາໄປອີກເກົ່າຫັ້ນ ການຮຽນຄຸນນະພາບ ກະບໍ່ຍາກປານໃດແຫຼະ ເພາະຮອດຍາມ ຊ່ວງເຂົາເຄີຍພັກເດ້ ການຮຽນກະບໍ່ ຢາກສົມບູນປານໃດແລ້ວ ເຂດນອກຫັ້ນນ່າ ຄັນພໍ່ແມ່ ເຂົາເຈົ້າໄປໄຮ່ໄປນາ ແລ້ວມັນກະບໍ່ຢາກປານໃດແຫຼະ ນັກຮຽນຫັ່ນນ່າ ເພາະ ມັນຖືກຊ່ວງຍາມໄຮ່ຍາມນາຫັ່ນ ກະບໍ່ມີຄຸນນະພາບ ແຫຼະເນາະ ເພາະມັນຮຽນບໍ່ຈົບ ຫຼັກສູດ ອັນຮຽນມັນບໍ່ໄດ້ຮຽນ ປົກກະຕິແລ້ວເດ້ ມັນໄປໄຮ່ໄປນານໍາພໍ່ແມ່.”

ເຈົ້າໜ້າທີ່ຫ້ອງການສຶກສາ ແລະກິລາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າປີນີ້ ເຣື່ອງການຮຽນ-ການສອນພາຍໃນ ເມືອງ ຖືວ່າບໍ່ຫຼ້າຊ້າ ເນື່ອງຈາກວ່າ ນັກຮຽນຢູ່ ໃນເມືອງນັ້ນ ມີເຄື່ອງມືຮຽນອອນລາຍ ຢ່າງທົ່ວເຖິງ, ແຕ່ອາຈພົບຄວາມຫຍຸ້ງຍາກ ໃນອະນາຄົດ ຫາກຕ້ອງມີການສອບເສັງຈົບຊັ້ນ ຄືຫ້ອງສອບເສັງນັ້ນ ມີບໍ່ພຽງພໍ ເພາະຕ້ອງ ປະຕິບັດຕາມມາຕການຮັກສາ ໄລຍະ ຫ່າງ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19, ດັ່ງທ່ານກ່າວວ່າ:

“ອັນນ່າ ຄວາມຫຍຸ້ງຍາກກັບຫ້ອງສອບເສັງ ມັນຈະໄດ້ໃຊ້ 2 ຄົນ ບາງສູນນີ້ ຄັນມັນຫຼາຍຊິໄດ້ ຮອດ 3 ໂຕະຫັ້ນນ່າ ນີ້ແຫຼະ ຄວາມ ຫຍຸ້ງຍາກຂອງພວກເຮົາ ບາງໂຮງຮຽນທີ່ຈະຫາ ໃສ່ຫັ້ນຫາຍາກ ໂຮງຮຽນທີ່ມີຫຼາຍຫ້ອງຫັ້ນນ່າ ໂຕຢ່າງຄືເມືອງເຮົານີ້ ຢູ່ສູນສິວິໄລ 20 ປາຍຫ້ອງ ຈັ່ງຊີ້ ໂຮງຮຽນປະຖົມ ຊອກຫ້ອງ 20 ປາຍຫ້ອງ ມັນບໍ່ຢາກມີ ຈັ່ງຊີ້ນ່າ.”

ນາຍຄຣູຢູ່ໂຮງຮຽນປະຖົມ ບ້ານໂພນເມືອງນ້ອຍ ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ກ່າວວ່າປີນີ້ ການຈັດການສອບເສັງ ແລະປິດ ພາກຮຽນຈະຫຼ້າຊ້າ ຫຼືບໍ່ນັ້ນແມ່ນຕ້ອງລໍຖ້າຂັ້ນເທິງ ແຈ້ງການອອກມາກ່ອນ, ອີກທັງ ພາຍຫຼັງທີ່ມີການພັກຮຽນຊົ່ວຄາວ ເພື່ອປ້ອງກັນ ການແຜ່ຣະບາດ ຂອງ ເຊື້ອໂຄວິດ-19 ໂຕເອງກໍຄາດສໍ ຜົນການຮຽນ ຂອງນັກຮຽນ ຊົນເຜົ່າໃນ ເຂດບ້ານນີ້ ຕໍ່າລົງ ເນື່ອງຈາກ ນັກຮຽນບໍ່ໄດ້ເອົາໃຈໃສ່ການຮຽນ ຕາມທີ່ນາຍຄຣູໄດ້ມອບໝາຍ ວຽກບ້ານໃຫ້ເຮັດ ຢູ່ເຮືອນ, ແຕ່ພັດອອກໄປເຮັດໄຮ່ເຮັດສວນນໍາ ພໍ່ແມ່ແທນ, ດັ່ງທ່ານ ກ່າວວ່າ:

“ອິນເຕີເນັດເຂົາເຈົ້າບໍ່ທົ່ວເຖິງເນາະ ສອນອອນລາຍຊິ ສອນບໍ່ໄດ້ຫັ້ນນ່າ ມີແຕ່ຄຣູ ມອບວຽກບ້ານໃຫ້ ບໍ່ເຂົ້າໃຈໃຫ້ນັກຮຽນໂທ ຖາມ ກໍບໍ່ມີໃຜໂທຖາມເລີຍ ມາສົ່ງ (ວຽກມອບວຽກ ບ້ານໃຫ້) ກໍບໍ່ມາສ່ົງ ນັກຮຽນສ່ວນຫຼາຍ ຕອນຮຽນເຂົາເຈົ້າ ກະບໍ່ຢາກເອົາໃຈໃສ່ແດ່ ແລ້ວເປັນແບບ ນີ້ແດ່ ພໍ່ແມ່ກໍເອົາໄປໄຮ່ ໄປສວນນໍາຫັ້ນນ່າ ເຮັດໃຫ້ລ່າຖອຍນັ້ນແຫຼະ (ຄະແນນ) ຕົກຕໍ່າລົງຫັ້ນແຫຼະ.”

ນາຍຄຣູ ຢູ່ໂຮງຮຽນມັທຍົມສົມບູນ ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ ຮອດມື້ນີ້ ກໍເປັນເວລາ 3 ອາທິດແລ້ວ ທີ່ໄດ້ ມີການຮຽນການສອນ ຜ່ານຣະບົບອອນລາຍ ກໍບໍ່ໄດ້ພົບຄວາມຫຼ້າຊ້າ ໃນການຮຽນ-ການສອນ ແຕ່ຢ່າງໃດ ເນື່ອງຈາກຕາມ ຫຼັກສູດ ນັກຮຽນຈະສອບເສັງພາຍໃນ ເດືອນມິຖຸນາ ແລະ ຕ້ອງຈົບຊັ້ນ ພາຍໃນເດືອນ ກໍຣະກະດາ ສ່ວນເດືອນນີ້ ແມ່ນເດືອນ ພຶສພາ ທຸກຣະດັບ ຊັ້ນຮຽນຕ້ອງໄດ້ຮຽນ ໃຫ້ຈົບບົດຮຽນຕາມຫຼັກສູດ ເພື່ອຕຽມສອບເສັງປິດພາກຮຽນ ແລະປັດຈຸບັນ ກໍຍັງລໍຖ້າ ທາງການແຈ້ງການ ໃນການສອບເສັງຈົບຊັ້ນ ປິດພາກຮຽນຕື່ມຢູ່.

ໃນຂນະທີ່ຜ່ານມາ ພາຍຫຼັງທີ່ມີການຮຽນ-ການສອນ ທາງອອນລາຍພາຍໃນໂຮງຮຽນ ກໍພົບຄວາມຫຍຸ້ງຍາກຄື ນັກຮຽນຈໍານວນນຶ່ງ ບໍ່ມີໂທຣະສັບເຄື່ອງມື ທີ່ສາມາດຮຽນອອນລາຍ ໄດ້ ຫຼືບໍ່ມີເງິນເຕີມ ອິນເນັຕ, ດັ່ງທີ່ທ່ານກ່າວວ່າ:

“ປະມານຢູ່ 5 ເປີເຊັນ ທີ່ບໍ່ມີໂທຣະສັບ ຮຽນອອນລາຍຫັ້ນນ່າ ມີແຕ່ໝູ່ເຂົາເຈົ້າຢູ່ໃກ້ກັນ ໂຕຢ່າງວ່າ ມີວຽກບ້ານໄປ ເຂົາເຈົ້າໄປບອກ ກັນ ເຣື່ອງຫຍຸ້ງຍາກນີ້ ກໍມີແຕ່ເວົ້າເຣື່ອງເງິນ ເຕີມເນັດເຕີມຫັ້ນ ເຕີມນີ້ ມັນຫຼາຍແນວເດ້. ບາງຄົນກໍວ່າ ອາຈານ ຫຼານເງິນເນັດເບິດ ມັນຫຼາຍວິຊາເດ້ເນາະດ້.”

ກ່ອນໜ້ານີ້ກະຊວງສຶກສາທິການ ແລະກິລາ ໄດ້ປະບັດຕາມການຜັນຂຍາຍ ຄໍາສັ່ງ ຂອງນາຍົກຣັຖມົນຕຣີ ເລຂທີ 15/ນຍ ສັ່ງປິດ ການຮຽນ-ການສອນຊົ່ວຄາວ ຕັ້ງແຕ່ວັນທີ 21 ເມສາ ຫາວັນທີ 5 ພຶສາ 2021 ແລະມາສືບຕໍ່ປິດການຮຽນ-ການສອນ ຕື່ມຕັ້ງແຕ່ ວັນທີ 5 ຫາວັນທີ 20 ພຶສພາ 2021 ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອໂຄວິດ-19.

ຕໍ່ເຫດ ການດັ່ງກ່າວນີ້ ຈຶ່ງອາຈເຮັດໃຫ້ຣະບົບ ການຮຽນ-ການສອນ ແລະ ການສອບເສັງປິດພາກຮຽນ ຂອງໂຮງຮຽນແຕ່ລະແຫ່ງ ໃນທົ່ວປະເທດ ອາຈຫຼ້າຊ້າກວ່າປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.