ຊີ້ນສັດຕາມຕລາດ ອາຈປົນສາຣເຄມີ

ທາງການ ນະຄອນຫລວງ ວຽງຈັນ ຕັກເຕືອນ ຜູ້ ບໍຣິໂພກ ໃຫ້ຣະວັງ ຊີ້ນສັດ ຕ່າງໆ ທີ່ວາງຂາຍ ຕາມຕລາດ ຊື່ງຜູ້ຂາຍ ອາຈໃຊ້ ສາຣເຄມີ ທີ່ເຮັດໃຫ້ ຊີ້ນເບີ່ງສົດ ແລະ ກັນບໍ່ໃຫ້ ຊີ້ນເໜົ່າ.

ຊີ້ນສົດ ທີ່ວາງຂາຍ ຕາມຕລາດ RFA

ທາງການ ນະຄອນຫລວງ ວຽງຈັນ ຕັກເຕືອນ ຜູ້ ບໍຣິໂພກ ໃຫ້ຣະວັງ ຊີ້ນສັດ ຕ່າງໆ ທີ່ວາງຂາຍ ຕາມຕລາດ ຊື່ງຜູ້ຂາຍ ອາຈໃຊ້ ສາຣເຄມີ ທີ່ເຮັດໃຫ້ ຊີ້ນເບີ່ງສົດ ແລະ ກັນບໍ່ໃຫ້ ຊີ້ນເໜົ່າ.

ເຈົ້າຫນ້າທີ່ ກົມລ້ຽງສັດ ແລະ ການປະໂມງ ກະຊວງ ກະສິກັມ ແລະ ປ່າໄມ້ ເປີດເຜີຍວ່າ ຈາກ ການສົ່ງ ເຈົ້າຫນ້າທີ່ ອອກກວດກາ ຕາມຕລາດ ໃນຊ່ວງ ເດືອນເມສາ ນີ້ ພົບວ່າ ຕລາດ ຫລາຍແຫ່ງ ໃນ ນະຄອນຫລວງ ວຽງຈັນ ມີພໍ່ຄ້າ ແມ່ຄ້າ ບາງຄົນ ລັກລອບ ໃຊ້ ສານເຄມີ ບາງຊນິດ ໃສ່ໃນເນື້ອສັດ ທີ່ວາງຂາຍ ເພື່ອຮັກສາ ຄວາມສົດ. ສາຣເຫລົ່ານັ້ນ ເປັນອັນຕຣາຍໄດ້ ຈຶ່ງ ຢາກຕັກເຕືອນ ໃຫ້ພໍ່ແມ່ ປະຊາຊົນ ຣະມັດຣະວັງ ເປັນພິເສດ ແລະ ຖ້າຫາກພົບວ່າ ຕົນໄດ້ກິນ ຊີ້ນສັດ ແລ້ວມີອາການ ຜິດປົກກະຕິ ໃຫ້ຮີບໄປ ຫາຫມໍ ໂດຍດ່ວນ ແລະ ຫາກສົງສັຍວ່າ ເນື້ອສັດ ມີສານປະປົນ ໃຫ້ແຈ້ງການ ໄປຍັງຫ້ອງການ ລ້ຽງສັດ ທັນທີ. ທ່ານກ່າວວ່າ:

"ການຂາຍຊີ້ນ ຂາຍປາ ຢູ່ຕລາດດຽວນີ້ ຈະກວດຊອກຫາ ສານປົນເປື້ອນ ໂດຍສະເພາະ ແມ່ນ ພວກສານ ຟໍມາລິນ ແລະ ສານບໍແຫລກ ທີ່ສ່ວນຫລາຍ ແມ່ຄ້າ ໃຊ້ ເພື່ອຮັກສາ ຄວາມສົດ ອັນນີ້ ກໍເປັນສານສິ່ງນຶ່ງ ທີ່ ມີຜົລກະທົບ ຕໍ່ຜູ້ ບໍຣິໂພກ ໂດຍ ສ່ວນຫລາຍ ແລ້ວມັນຈະມີ ຢູ່ໃນຊີ້ນຫມູ ຊີ້ນປາ ຊີ້ນໄກ່".

ທ່ານກ່າວ ຕໍ່ໄປວ່າ ທີ່ຜ່ານມາ ກໍໄດ້ຮັບການ ຮ້ອງຮຽນ ຈາກ ປະຊາຊົນ ກ່ຽວກັບ ບັນຫາ ສານຕົກຄ້າງ ໃນຊີ້ນສັດ ເນື່ອງຈາກວ່າ ພວກຂະເຈົ້າ ມີ ອາການ ຖອກທ້ອງ ຫລັງຈາກ ກິນຊີ້ນ ທີ່ມີສານພິດ ໂດຍສະເພາະ ໃນຣະດູຮ້ອນ. ທ່ານວ່າ ໃນຊ່ວງ ບຸນສົງການ ປີນີ້ ທາງການ ໄດ້ສົ່ງຫນ່ວຍ ສະເພາະກິດ ໄປກວດກາ ໃນຕລາດ 4 ແຫ່ງ ໃນນະຄອນຫລວງ ວຽງຈັນ ເຊັ່ນ ຕລາດຂົວດິນ ທົ່ງ ຂັນຄຳ ທາດຫລວງ ແລະ ຕລາດໂພນສະຫວ່າງ ເຈົ້າຫນ້າທີ່ ໄດ້ເກັບຕົວຢ່າງ ຂອງຊີ້ນ ເພື່ອນໍາມາວິຈັຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org