ຄົນງານຈີນມາລາວຕ້ອງປອດ ພຍາດ

ເຈົ້າຫນ້າທີ່ ລາວ ເວົ້າວ່າ ຄົນງານຈີນ ທີ່ ຈະເຂົ້າມາ ເຮັດວຽກ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຕ້ອງມີ ໜັງສື ຢັ້ງຢືນ ສຸຂພາບ.

ທາງການລາວ ສັ່ງໃຫ້ ຄົນງານຈີນ ໃນໂຄງການຣົດໄຟ ລາວ-ຈີນ ກວດສຸຂພາບກ່ອນເຂົ້າມາ ສປປລາວ Courtesy of LPDR

ທາງການ ລາວ ໄດ້ອອກ ກົດ ຣະບຽບ ໃຫ້ ຄົນງານຈີນ ຜູ້ທີ່ຈະ ເຂົ້າມາ ເຮັດວຽກ ໃນໂຄງການ ຣົດໄຟ ລາວ-ຈີນ ຕ້ອງມີ ໃບຢັ້ງຢືນ ຂອງ ທາງການຈີນ ອອກໃຫ້ ວ່າໄດ້ຜ່ານ ການກວດ ສຸຂພາບ ແລ້ວ ແລະ ນໍາມາແຈ້ງ ຕໍ່ ເຈົ້າຫນ້າທີ່ ກວດຄົນ ເຂົ້າເມືອງ ກ່ອນຈະໃຫ້ ເຂົ້າມາ ເຮັດວຽກ ໃນລາວ ໄດ້. ດັ່ງ ເຈົ້າຫນ້າທີ່ ຜແນກ ໂຣຄຣະບາດ ວິທຍາ ທີ່ ແຂວງ ຫຼວງນ້ຳທາ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 2 ກຸມພາ ນີ້ວ່າ:

"ຄົນຈີນ ທີ່ຈະເຂົ້າມາ ໃນລາວນີ້ ຕ້ອງມີ ບັດຢັ້ງຢືນ ສຸຂພາບ ຈາກ ຈີນ ເຂົາຈື່ງອອກ ວິຊາ ໃຫ້ນະ ເຮົາຕ້ອງໄດ້ ກວດແລ້ວ ຕິດຕາມເບິ່ງ ບັດຢັ້ງຢືນ ສຸຂພາບ ຈາກ ຈີນ ໜິ ເຂົາມາລາວ ມີບໍ ຄັນບໍ່ມີ ແລ້ວ ເຮົາຕ້ອງ ແນະນຳ ຂະເຈົ້າ ກັບໄປເຮັດ ເພາະວ່າ ຂະເຈົ້າ ມາຢູ່ນີ້ ໃຊ້ເວລາ ດົນນານ".

ທ່ານກ່າວ ຕື່ມວ່າ ສາເຫດ ທີ່ ທາງການລາວ ອອກກົດຣະບຽບ ດັ່ງກ່າວ ຍ້ອນວ່າ ປັດຈຸບັນ ໃນຈີນ ມີໂຣຄຣະບາດ ຫຼາຍຊນິດ ເກີດຂື້ນ ເປັນຕົ້ນ ໂຣຄ ໄຂ້ຍຸງລາຍ, ໄຂ້ປ່າ ມາລາເຣັຽ, ໂຣຄ HIV ຫລື ເອສ, ແລະ ຈີນຍັງເປັນ ປະເທດ ທີ່ມີການ ເຝົ້າ ຣະວັງໂຣຄ ອີໂບລາ ຊຶ່ງ ແຮງງານ ຈີນ ອາດນຳເຊື້ອໂຣຄ ດັ່ງກ່າວ ເຂົ້າມານຳໄດ້. ດັ່ງນັ້ນ ແຮງງານຈີນ ທີ່ຈະເຂົ້າມາ ເຮັດວຽກ ໃນລາວ ຕ້ອງມີ ໃບຢັ້ງຢືນ ສຸຂພາບ ຈາກ ທາງການຈີນ ກ່ອນ. ທ່ານວ່າ ຜ່ານມາ ລາວແລະຈີນ ໄດ້ເຊັນ MOU ກ່ຽວກັບ ການກວດ ສຸຂພາບ ຂອງຄົນ ເຂົ້າ-ອອກ ຣະຫວ່າງ ສອງປະເທດ ແຕ່ ຍັງພົບເຫັນ ຄົນຈີນ ບາງຄົນ ທີ່ ເຂົ້າມາລາວ ມີພຍາດ ຕິດໂຕ ມານຳ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org