ຈິຫລໍ່ຈິນາຍມີໂປຣຕິ້ນເພີ້ມ ສານ ອາຫານ
2014.11.23

ອົງການ ມະນຸສທັມ ສັຕວະແພດ ບໍ່ມີ ພົມແດນ ຮ່ວມກັບ ອົງການ ສຸຂພາບ Health Bridge ທີ່ ບໍ່ຂຶ້ນ ກັບ ຣັຖບານ ທີ່ ມີສູນກາງ ຢູ່ ສະຫະຣັຖ ອະເມຣິກາ ມະຫາ ວິທຍາລັຍ The Guelph ທີ່ ການາດາ ແລະ ມະຫາວິທຍາລັຍ ແຫ່ງຊາດ ລາວ ເລີ່ມ ໂຄງການ ອົບຮົມ ທີ່ ຈະຊ່ວຍໃຫ້ ຢ່າງໜ້ອຍ 20 ຫລັງຄາ ເຮືອນ ໃນ 2 ບ້ານ ຊົນນະບົດ ຂອງລາວ ມີຟາມ ລ້ຽງ ຈິຫລໍ່ ຈິນາຍ ໄວ້ກິນ ເປັນອາຫານ ໃນ ຄົວເຮືອນ. ຕາມຣາຍງານ ຂ່າວ SciDev. Net’s ຫ້ອງການ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ແລະ ປາຊີຟິກ.
ຣາຍງານ ສະບັບ ປີ 2013 ຂອງ ອົງການ ອາຫານ ແລະ ການ ກະເສດ ຂອງ ສະຫະ ປະຊາຊາດ FAO ໂດຍ ທົ່ວໄປ ແມງໄມ້ ມີ ວັຍຕາມິນ ໂປຣຕີນ ແລະ ແຮ່ທາດ ຕ່າງໆ ສູງ ເປັນຕົ້ນ ທາດ ແຄວຊຽມ ທາດເຫລັກ ແລະ ກົ່ວ. ເວົ້າ ສະເພາະ ຈິນາຍ ຈິຫລໍ່ ໃນ ແຕ່ລະ 100 ກຣາມ ຈະຊ່ວຍໃຫ້ ຜູ້ໃຫຍ່ ໄດ້ຮັບທາດ ໂປຣຕີນ 8 ຫາ 25 ກຣາມ.
ຈິຫລໍ່ ຈິນາຍ ສາມາດ ປຸງແຕ່ງ ອາຫານ ໄດ້ ຫລາຍວິທີ ຮວມທັງ ຈືນ ແລະ ເອົາໃສ່ ແກງ ໜໍ່ໄມ້ ນໍາດ້ວຍ. ການລ້ຽງ ແມງໄມ້ ດັ່ງກ່າວ ສາມາດ ຊ່ວຍ ລາວ ທີ່ ປະເຊີນ ກັບ ການຂາດ ສານອາ ຫານ ທາດ ບໍາຣຸງ ສູງທີ່ສຸດ ໃນເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ນັ້ນ ໄດ້ ເປັນຢ່າງດີ.
FAO ເວົ້າວ່າ ເດັກນ້ອຍ ໃນເຂດ ຊົນນະບົດ ຂອງລາວ ອາຍຸ ຫລຸດ 5 ປີ 2 ຄົນໃດ ມີຜູ້ໜຶ່ງ ຂາດ ສານ ອາຫານ ເປັນ ປະຈໍາ ຊຶ່ງ ສົ່ງ ຜົລກະທົບ ບໍ່ພຽງແຕ່ ການ ພັທນາ ຮ່າງກາຍ ຂອງ ພວກ ເຂົາເຈົ້າ ແຕ່ ທາງສມອງ ນໍາດ້ວຍ.
ຜູ້ ອໍານວຍການ ໂຄງການ ThomaS Weigel ກ່າວວ່າ ການລ້ຽງ ຈິຫລໍ່ ຈິນາຍ ບໍ່ແມ່ນວ່າ ຈະ ທົດແທນ ການ ລ້ຽງສັດ ແບບທີ່ ປະຕິ ບັດ ກັນມາ ແຕ່ດົນນານ ນັ້ນໄດ້ ແຕ່ ຫາກເປັນ ອາຫານເສີມ ເທົ່ານັ້ນ. ແລະວ່າ ໂຄງການ ທີ່ໄດ້ຮັບ ການສນັບ ສນູນ ທາງການ ເງິນ ຈາກສູນ ຄົ້ນຄວ້າ ນາໆຊາດ ເພື່ອການ ພັທນາ ທີ່ ປະເທດ ການາ ດາ ຈະດໍາເນີນ ໄປ ຈົນຮອດ ເດືອນ ກໍຣະກະດາ 2016 ໂດຍ ເລັ່ງ ໃສ່ ຊ່ວຍ ຄົວເຮືອນ ທີ່ ທຸກຍາກ ຂອງລາວ.