ຜູ້ຄ້າຢາບ້າ ຫຼາຍລ້ານເມັດຖືກຈັບ ພ້ອມຂອງກາງ
ຢາບ້າຫຼາຍລ້ານເມັດ ຖືກກວດພົບ ຢູ່ເຮືອນ ຂອງທ້າວ ດວງແກ້ ໝື່ນແກ້ວມະນີ ຫຼັງຈາກທີ່ເຈົ້າໜ້າທີ່ຕຳຣວດເຂົ້າກວດຄົ້ນ ເມື່ອວັນທີ່ 23 ກັນຍານີ້ ໃນຂະນະດຽວກັນ ກໍສາມາດຈັບ ນາງບ້ຳ ໝື່ນແກ້ວມະນີ ສ່ວນອີກ ອີກ 2 ຄົນສາມາດຫລົບໜີໄດ້.
-
ຈຳປາທອງ
2022-09-29 -
-
-
Your browser doesn’t support HTML5 audio
ຕໍາຣວດແຂວງບໍ່ແກ້ວ ໄດ້ກວດຄົ້ນເຮືອນ ທ້າວ ດວງແກ້ວ ໝື່ນແກ້ວມະນີ ເມື່ອວັນທີ 23 ກັນຍານີ້ ພົບຢາບ້າທັງໝົດ 33,000,000 ເມັດ, ຢາໄອສ 300 ກິໂລ ໂດຍມີທ້າວ ອາລຸນ ຮ່ວມຂະບວນການ. ຕຳຣວດໄດ້ກັກຕົວ ນາງ ບໍ້າ ໝື່ນແກ້ວມະນີ ຜູ້ເປັນເມັຽໄວ້ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ, ແຕ່ທ້າວ ດວງແກ້ວ ແລະທ້າວ ອາລຸນ ຫລົບໜີໄປໄດ້.
ເມື່ອກ່ອນໜ້ານີ້ ເຈົ້າໜ້າທີ່ ໄດ້ຂຍາຍຜົລ ການສືບສວນ-ສອບສວນ ຈາກຄົນເຜົ່າມົ້ງ ຊື່ທ້າວ ສົມຫວັງ ແລະ ນາງ ເຢັງຢາງ ສອງຜົວເມັຽ ຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ທີ່ຖືກຈັບໄດ້ ຢູ່ປ້ອມດ່ານນໍ້າເກິ່ງ ເມືອງຕົ້ນເຜິ້ງ ມີຢາບ້າໄວ້ໃນຄອບຄອງ 300,000 ເມັດ ທີ່ກຽມຈະ ນໍາສົ່ງໄປ ນະຄອນຫລວງວຽງຈັນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຣວດ ທີ່ກ່ຽວຂ້ອງ ໃນແຂວງບໍ່ແກ້ວ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 29 ກັນຍານີ້.
“ແມ່ນສືບສວນ ສອບສວນຂຍາຍຜົນຕື່ມ ວັນນີ້ກວດໄດ້ຢູ່ປ້ອມນໍ້າເກິ່ງ ຈະນໍາສົ່ງ ໄປນະຄອນຫລວງ ແລ້ວກະມີການຊັກທອດ ເຖິງກຸ່ມແກ້ງຂອງເຂົາ ແລ້ວກໍຂຍາຍຜົນເນາະ. ຖ້າທຽບໃສ່ທີ່ ຜ່ານມາໂຕນີ້ກໍເປັນລາຍໃຫຍ່ຫັ້ນແຫລະ ເວົ້າເຣື່ອງສິນຄ້າເນາະ ຂ້ອນຂ້າງ ກໍຈະແມ່ນ ພະມ້າຫລາຍກວ່າ ເພາະວ່າມັນເຊິ່ງໜ້າກັບພະມ້າ ໄທເຮົາກະພະຍາຍາມ ແກ້ກັນຢູ່ຕລອດ.”
ທ່ານກ່າວຕື່ມວ່າ ຜູ້ຕ້ອງຫາໄດ້ນໍາຢາເສບຕິດນັ້ນ ມາຈາກພະມ້າ ເພາະໃກ້ກັບປະເທດລາວ ພວກກ່ຽວຈະຖືກສືບສວນ-ສອບສວນ ເພີ່ມຕື່ມເພື່ອຂຍາຍຜົລຕໍ່ໄປ. ສ່ວນສອງຜົວເມັຍຜູ້ຄ້າ ຢາເສບຕິດລາຍໃຫຍ່ດັ່ງກ່າວນີ້ ຈະຖືກດໍາເນີນຄະດີ ຕາມກົດໝາຍລາວ ໂດຍຈະມີໂທດເຖິງຂັ້ນ ປະຫານຊີວິຕ ຍ້ອນຢາເສບຕິດ ຂອງພວກເຂົາມີນໍ້າໜັກຫລາຍ. ຕາມກົດໝາຍ ຖ້າມີຢາເສບຕິດໜັກ 3 ກິໂລຂຶ້ນໄປ ຈະມີໂທດປະຫານຊີວິຕ, ແຕ່ຕາມຫລັກສາກົລ ແມ່ນບໍ່ເຖິງ ຂັ້ນປະຫານຊີວິຕ, ມີພຽງແຕ່ຕິດຄຸກຕລອດຊີວິຕ.
ດັ່ງທີ່ທ່ານກ່າວວ່າ:
“ເພາະວ່າທາງເບື້ອງເຮົາ ມັນອີງໃສ່ນໍ້າໜັກ ນັບແຕ່ 3 ກິໂລຂຶ້ນໄປ ປະຫານຊີວິຕ ແຕ່ມັນກໍຕ້ອງໄດ້ ຕິດຄຸກຕລອດຊີວິຕເນາະ ແຕ່ວ່າກົດໝາຍ ສາກົລບໍ່ໄດ້ວ່າ. ເອີ ຕັດສິນປະຫານ ຈະໄປຍິງເປົ້າ ກະເຮັດບໍ່ໄດ້ວ່າຊັ້ນສາ.”
ພ້ອມດຽວກັນນີ້ ເຈົ້າໜ້າທີ່ຕໍາຣວດທີ່ກ່ຽວຂ້ອງ ໃນແຂວງບໍ່ແກ້ວອີກທ່ານນຶ່ງ ກໍເວົ້າວ່າສອງຄົນຜົວເມັຍນີ້ ເປັນເປົ້າໝາຍ ຂອງທາງການຢູ່ແລ້ວ ແລະສ່ວນໃຫຍ່ ຢາເສບຕິດແມ່ນ ຖືກນຳມາ ຈາກທາງສາມຫລ່ຽມຄໍາ.
“ມັນກໍຢູ່ໃນເປົ້າໝາຍ ເຂົາຫັ້ນແຫລະ ສົ່ງຢາຕາມກົດໝາຍ ຕັດສິນຕາມນໍ້າໜັກ ຂອງຢາໄປຫັ້ນແຫລະ ສ່ວນຫລາຍ ຢາເຂົາກໍຈະແມ່ນເອົາຢູ່ ຕາມຊາຍແດນ ສາມຫລ່ຽມຫັ້ນພຸ້ນແຫລະ ແຕ່ວ່າໂຕນີ້ເຮົາບໍ່ສາມາດຕອບໄດ້ ຊັດເຈນເນາະ.”
ກ່ຽວກັບເຣື່ອງດັ່ງກ່າວ ຊາວລາວຢູ່ແຂວງບໍ່ແກ້ວ ຜູ້ນຶ່ງເວົ້າວ່າ ເປັນເຣື່ອງທີ່ຫລາຍຄົນລຶ້ງ ເຄີຍກັນແລ້ວ ທີ່ຕໍາຣວດ ຈັບກຸ່ມຄ້າຢາເສບຕິດ ແລະຍຶດຂອງກາງໄດ້ຫລາຍ ເພາະແຂວງ ບໍ່ແກ້ວ ຂຶ້ນຊື່ເຣືອງການກວດພົບ ຢາເສບຕິດຢູ່ຕລອດ ໂດຍສະເພາະຢູ່ເມືອງຕົ້ນເຜິ້ງ ເຖິງແມ່ນວ່າ ເຈົ້າໜ້າທີ່ຕໍາຣວດ ຈະມີການຕັ້ງດ່ານ ກວດກາເຂັ້ມງວດກໍຕາມ.
“ຄືເຈົ້າໜ້າທີ່ ເພິ່ນກະຕັ້ງດ່ານກວດຢູ່ ເລື້ອຍໆນ່າ ຢູ່ເຂດຕົ້ນເຜິ້ງ ແຕ່ວ່າມັນເກີດຕລອດ ເຫັນຂ່າວເລື້ອຍໆມາ ກໍເບິ່ງເປັນເຣື່ອງ ອີກແລ້ວວ່າຈັ່ງຊີ້.”
ແລະປະຊາຊົນລາວ ຢູ່ແຂວງບໍ່ແກ້ວອີກຜູ້ນຶ່ງ ກໍເວົ້າກ່ຽວກັບບັນຫາ ຢາເສບຕິດຢູ່ແຂວງນີ້ວ່າ ເປັນເຣື່ອງປົກຕິທີ່ໄດ້ຍິນຂ່າວ ເຈົ້າໜ້າທີ່ ຈັບຜູ້ຄ້າຢາເສບຕິດໄດ້, ຍຶດຢາບ້າໄດ້ ແລະທີ່ຜ່ານມາ ກໍບໍ່ເຫັນເຈົ້າໜ້າທີ່ລົງໂຄສະນາ ຫລືໃຫ້ຄວາມຮູ້ ແກ່ຊາວບ້ານ ເຣື່ອງການຕ້ານຢາເສບຕິດນີ້.
“ເຣື່ອງນີ້ມັນກະປົກກະຕິແລ້ວ ກະມີແລ້ວ ຈະໃຫ້ເພິ່ນລົງມາໃນ ນາມວ່າ ມີອາສາສມັກມາລົງມາ ມານີ້ ມັນກະບໍ່ມີ ກະຮູ້ດ້າມເລັກດ້າມໜ້ອຍ ບໍ່ເຖິງຂັ້ນວ່າຮູ້ລາຍລະ ອຽດອີ່ຫຍັງ.”
ເມື່ອກ່ອນໜ້ານີ້ ຄືໃນວັນທີ 26 ມົກກະຣາ 2022 ກອງບັນຊາການ ຕຳຣວດປ້ອງກັນຄວາມສງົບ ກໍຈັບກຸ່ມຄ້າຢາເສບຕິດໄດ້ 4 ຄົນຢູ່ເຂດເທສບານເມືອງຫ້ວຍຊາຍ ໃນຂະນະທີ່ພວກ ເຂົາກໍາລັງຂົນໄປຍັງປາຍທາງ ພ້ອມທັງຍຶດ ຂອງກາງເປັນຢາບ້າໄດ້ 36,480,000 ເມັດ ແລະເຮໂຣອີນ 2 ແທ່ງ.
ການຍຶດຢາເສບຕິດໄດ້ ຫລວງຫລາຍໃນຄັ້ງນີ້ ຖືວ່າເປັນອັນດັບ 2 ທີ່ຍຶດໄດ້ໃນລາວ ຊຶ່ງກ່ອນໜ້ານັ້ນ ຄືເມື່ອເດືອນຕຸລາ 2021 ຕຳຣວດປ້ອງກັນ ຄວາມສງົບແຂວງບໍ່ແກ້ວ ກໍຍຶດ ຢາບ້າໄດ້ເຖິງ 55 ລ້ານເມັດ ແລະຢາໄອ 1.5 ຕັນ ຢູ່ໃນຣົຖບັນທຸກ ຂົນສົ່ງສິນຄ້າ.