ຍຶດຢາບ້າໄດ້ ຢູ່ເມືອງຕົ້ນເຜິ້ງ ສ່ວນເຈົ້າຂອງໜີທັນ
ຍຶດຢາບ້າໄດ້ 11,920,000 ເມັດ ໃນມື້ວັນທີ 17 ມິນານີ້ ຢູ່ໃນຣົຖຮຸນໄດ ທີ່ຈອດໄວ້ໃນຕລາດ ບ້ານນໍ້າເກິ່ງໃໝ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ແຕ່ບໍ່ສາມາດຈັບ ຜູ້ທີ່ຮັບຈ້າງຂົນຢາບ້າໄດ້ ແລະ ປັດຈຸບັນຍັງຢູ່ໃນລະຫວ່າງ ການສືບສວນ-ສອບສວນຢູ່.
-
ຈຳປາທອງ
2022-03-22 -
-
-
Your browser doesn’t support HTML5 audio
ຕໍາຣວດປ້ອງກັນຄວາມສງົບ ແລະທະຫານເມືອງຫ້ວຍຊາຍ ຍຶດຢາບ້າໄດ້ 11,920,000 ເມັດ ຢູ່ໃນ 48 ເປົ໊າ, ໜັກ 1,288 ກິໂລ ໃນມື້ວັນທີ 17 ມິນານີ້ ຢູ່ຣົຖຮຸນໄດ ບໍ່ມີປ້າຍທະບຽນ ທີ່ຈອດໄວ້ໃນຕລາດບ້ານນໍ້າເກິ່ງໃໝ່ ເມືອງຕົ້ນເຜິ້ງ, ແຕ່ບໍ່ສາມາດຈັບຄົນ 2 ຄົນ ທີ່ຮັບຈ້າງຂົນຢາບ້າໄດ້ ຍ້ອນພວກເຂົາແລ່ນອອກມາຈາກຣົຖ ເຂົ້າໄປໃນຕລາດນັ້ນ. ປັດຈຸບັນ ເຈົ້າໜ້າທີ່ຕໍາຣວດກໍາລັງສືບສວນ-ສອບສວນ ຫາ 2 ຄົນ ແລະແຫລ່ງທີ່ໄປ, ທີ່ມາ ຂອງຢາເສບຕິດນັ້ນຢູ່. ມາເຖິງປັດຈຸບັນ ຕໍາຣວດກໍຍັງບໍ່ສາມາດໃຫ້ລາຍລະອຽດກ່າວກັບເຣື່ອງທີ່ວ່ານີ້ໄດ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກອງບັນຊາການຕໍາຣວດປ້ອງກັນຄວາມສງົບແຂວງບໍ່ແກ້ວ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ມິນານີ້.
“ຕອນນີ້ຍັງເປີດເຜີຍບໍ່ທັນໄດ້ເທື່ອເນາະ ຂໍ້ມູນເນາະ ເພາະວ່າຍັງຈະໄດ້ຈັດຕັ້ງປະຕິບັດຢູ່ເນາະ ຄັນນັ້ນແລ້ວ ຈະໄດ້ຖແລງບາດດຽວ ຕອນນີ້ຍັງສືບສວນຢູ່ເນາະ ຄົນຍັງບໍ່ທັນໄດ້ເທື່ອເຈົ້າ.”
ການຍຶດຢາບ້າໄດ້ຄັ້ງນີ້ ເປັນການຍຶດໄດ້ຄັ້ງໃຫຍ່ຢູ່ເມືອງຕົ້ນເຜິ້ງໃນປີ 2022 ເນື່ອງຈາກທີ່ຜ່ານມາ ສ່ວຍໃຫຍ່ແມ່ນຍຶດໄດ້ຢູ່ເມືອງຫ້ວຍຊາຍ.
ນັກວິຊາການຜແນກສືບສວນ ສອບສວນ ແຂວງບໍ່ແກ້ວ ເວົ້າໃນມື້ດຽວກັນນີ້ວ່າ ເຖິງແມ່ນທາງການມີມາຕການສະກັດກັ້ນບັນຫາຢາເສບຕິດ, ແຕ່ສ່ວນຫລວງ ຫລາຍກໍຈັບໄດ້ແຕ່ພວກຮັບຈ້າງຂັບຣົຖຂົນສົ່ງ, ພວກຄ້າເລັກຄ້ານ້ອຍ ພວກຢູ່ປາຍແຖວ ແຕ່ບໍ່ສາມາດຈັບຕົວເກງ ຜູ້ຢູ່ເບື້ອງຫລັງຂອງການຄ້າຢາເສບຕິດນັ້ນໄດ້ ແລະບັນຫານີ້ຄົງຈະແກ້ໄຂໄດ້ຍາກຢູ່.
“ອັນນີ້ກະຄືສິຍາກຢູ່ແຫລະມັນບໍ່ໄດ້ໄຕໃຫຍ່ ຂອງໂຕທີ່ເຮັດໂດຍກົງ ຫລືຄົນຄ້າຄົນຂາຍລາຍໃຫຍ່ ຫັ້ນເນາະ ມັນໄດ້ແຕ່ຄົນປາຍຫາງແຖວ ເປັນຜູ້ຮັບຈ້າງເອົາໄປ ຊື່ໆບໍ່ໄດ້ວ່າ ໄດ້ໂຕໃຫຍ່ນັ້ນເລີຍ ຄັນໄດ້ໂຕໃຫຍ່ກໍ ເອີ ອາດສິຫລຸດຜ່ອນ ຫລືສະກັດກັ້ນໄດ້ຫລາຍຢູ່.”
ທ່ານກ່າວຕື່ມວ່າ ເຂດນໍ້າເກິ່ງ ເມືອງຕົ້ນເຜິ້ງ ຖືວ່າເປັນທາງຜ່ານເສັ້ນດຽວ ເຂົ້າຫາທາງໃຫຍ່ໄປແຂວງອຸດົມໄຊ ແລະແຂວງຫລວງນໍ້າທາ ແລ້ວອອກໄປປະ ເທດຈີນ. ດັ່ງນັ້ນຈຶ່ງເຮັດໃຫ້ພວກລັກຂົນຢາເສບຕິດ ໃຊ້ເຂດນີ້ຜ່ານ ແລະຊາວບ້ານຢູ່ກຸ່ມບ້ານນໍ້າເກິ່ງ ເມືອງຕົ້ນເຜິ້ງ ກໍເວົ້າໃນມື້ວັນທີ 22 ມິນານີ້ວ່າ ປັດຈຸບັນ ເຈົ້າໜ້າທີ່ຕໍາຣວດໄດ້ຕັ້ງດ່ານນໍ້າເກິ່ງ ເປັນດ່ານກວດກາສິນຄ້າ ແລະຄົນເຂົ້າ-ອອກ, ແຕ່ກໍເຫັນວ່າ ເຈົ້າໜ້າທີ່ ທີ່ປະຈໍາຢູ່ດ່ານນີ້ປະຕິບັດໜ້າທີ່ລະຫລວມ, ບໍ່ໄດ້ກວດຣົຖທຸກຄັນ ແລະທຸກຄົນທີ່ຜ່ານດ່ານ ຊຶ່ງເປັນຊ່ອງຫວ່າງໃຫ້ມີການ ລັກຂົນຢາເສບຕິດຜ່ານໄປໄດ້. ດັ່ງນັ້ນຈຶ່ງວ່າ ບັນຫານີ້ ຄົງຈະແກ້ໄຂໄດ້ຍາກ.
“ກໍຍັງມີຄົນຄ້າຂາຍຢູ່ນະ ລົບລ້າງມັນຄືສິຍາກ ຕາມທີ່ເອື້ອຍຄິດ ກໍເຫັນຢູ່ ເຄີຍຂີ່ຣົຖຜ່ານເນາະ ລະເພິ່ນກໍໄດ້ກວດຣົຖ ແຕ່ວ່າກວດ ເພິ່ນບໍ່ກວດໝົດທຸກຄັນແຫລະ ຣົຖຄັນໃດທີ່ວ່າ ຄືຣົຖບ້ານເຮົາສາ ຄືກາຍໄປກາຍມາຕລອດ ເພິ່ນກໍບໍ່ກວດເນາະ ບາດຣົຖຄັນໃດແປກຕາມາ ເພິ່ນກໍກວດຈັ່ງຊີ້ນ່າ.”
ໃນຂະນະດຽວກັນ ປະຊາຊົນຢູ່ເມືອງຕົ້ນເຜິ້ງຜູ້ນຶ່ງກໍເວົ້າວ່າ ດີໃຈນໍາເຈົ້າໜ້າທີ່ ທີ່ຍຶດຢາບ້າໄດ້ຢ່າງຫລວງຫລາຍ, ບໍ່ໃຫ້ມັນໄປເຖິງລູກຫລານໄດ້, ຍ້ອນວ່າ ປັດ ຈຸບັນ ຢູ່ເມືອງຕົ້ນເຜິ້ງນີ້ ເດັກນ້ອຍ ອາຍຸ 16 ປີຂຶ້ນໄປ ຊຶ່ງຢູ່ໃນວັຍທີ່ກໍາລັງຢາກຮູ້ ຢາກລອງ ເສບຢາເສບຕິດຈົນຕິດ ເຮັດໃຫ້ຄອບຄົວໄດ້ເອົາໄປຝາກໄວ້ຢູ່ສະຖານບໍາບັດຄົນຕິດຢາເສບຕິດ.
“ເດັກນ້ອຍ ໄວຫລອກໄວລຸ້ນຊວນກັນມົ້ວສຸມ ເຮັດໃຫ້ເສັຍຄົນ ຫລາຍຜູ້ຫລາຍຄົນຢາກຮູ້ ຢາກລອງ ບາງຄົນກໍເສບ ເສບແລ້ວກໍຕິດ ຕິດແລ້ວກໍຄອບຄົວເອົາຝາກ ຊົມເຊີຍ ປກສ ເຈົ້າໜ້າທີ່ຫັ້ນນໍ ເອົາໃຈໃສ່ປາບປາມ.”
ຊາວບ້ານທີ່ຮູ້ຂ່າວນີ້ ທາງສື່ສັງຄົມອອນລາຍວ່າ ເຈົ້າໜ້າທີ່ຕໍາຣວດແຂວງບໍ່ແກ້ວ ສາມາດຍຶດຢາບ້າທີ່ວ່ານັ້ນໄດ້ ກໍດີໃຈ ແລະເຫັນເຈົ້າໜ້າທີ່ຢູ່ດ່ານນໍ້າເກິ່ງດຸໝັ່ນ, ໄດ້ກວດກາຕາມບ້ານ ເພື່ອປ້ອງກັນບໍ່ໃຫ້ຄົນງານ ທີ່ເຮັດວຽກຢູ່ຕາມສວນກ້ວຍເສບຢາບ້ານໍາດ້ວຍ.
“ດີໃຈທີ່ວ່າ ມີການປາບປາມເນາະ ມີການໄລ່ຈັບ ໄລ່ກວດໄດ້ມາທັນເວລາທີ່ພວກຄ້າຢາ ເຂົາເອົາເຄື່ອຕ່າງໄປຕ່າງມາເນາະ ຊື່ນຊົມກັບຕໍາຣວດທີ່ວ່າ ສະກັດກັ້ນໄດ້ທັນວ່າຊັ້ນສາ ເພາະວ່າຄົນໄປຄົນມານີ້ ກວດຕລອດ ຂອງດ່ານເຮົາເລີຍ ແລ້ວຕາມສວນບໍ່ ຄືສວນກ້ວຍ ປະຊາຊົນເຂົໄປເຮັດອອກແຮງງານເນາະ ຕໍາຣວດກຸ່ມ ເຂົໍໄປເບິ່ງໝົດທຸກສິ່ງທຸກບ່ອນ.”
ອີງຕາມຄໍາເວົ້າຂອງຫ້ອງການກອງບັນຊາການຕໍາຣວດປ້ອງກັນຄວາມສງົບແຂວງບໍ່ແກ້ວ, ຢາບ້າ ທີ່ເຈົ້າໜ້າທີ່ຍຶດໄດ້ຈໍານວນ 11,920,000 ເມັດ ໃນມື້ວັນທີ 17 ມິນານີ້ ຖືກເກັບຮັກສາໄວ້ຢູ່ໃນສາງເກັບຢາເສບຕິດຂອງກອງບັນຊາການຕໍາຣວດປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ເພື່ອລໍຖ້າໃຫ້ສານຕັດສິນຄະດີກ່ອນ ຈຶ່ງຈະຮູ້ວ່າ ຈະເຮັດແນວໃດກັບຢາບ້າທີ່ວ່ານັ້ນ.