ຂ.ອັດຕະປືຢາກປັບປຸງ ລະບົບ ຮັກສາສຸຂພາບ
2021.04.08
ແຂວງອັດຕະປື ວາງແຜນປັບປຸງຣະບົບ ສາທາຣະນະສຸຂໃຫ້ດີຂື້ນ ແຕ່ຍາກທີ່ຈະຈັດຕັ້ງປະຕິ ບັດໃຫ້ໄດ້ຕາມແຜນ ເພາະຂາດ ເຂີນງົບປະມານ.
ດຣ. ພູສະຫວັນ ບຸບຜາພັນ ຮອງຫົວໜ້າຜແນກສາທາຣະນະສຸກ ແຂວງອັດຕະປື ສເນີແຜນທັງໝົດເກົ້າຂໍ້ ເພື່ອປັບປຸງຣະບົບ ສາທາຣະນະສຸກ ຂອງແຂວງອັດຕະປື ໃຫ້ດີຂື້ນ ໃນປີ 2021 ນີ້ ຄື; ຈະພັທນາພະນັກງານ ທັງທາງດ້ານປະຣິມານ ແລະ ຄຸນນະພາບ, ຫຼຸດຜ່ອນການເສັຍຊີວິດ ຂອງແມ່ແລະເດັກ, ປ້ອງກັນການຂາດສານອາຫານ, ຄຸ້ມຄອງການນໍາໃຊ້ ງົບປະມານ ຈາກທຸກແຫຼ່ງ ໃຫ້ເກີດຜົນປະໂຫຍດສູງສຸດ, ຮັບປະກັນຄວາມໂປ່ງໃສ, ປັບປຸງການບໍຣິການໃຫ້ດີຂຶ້ນ ແລະ ປິ່ນປົວໃຫ້ຖືກຕ້ອງ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມເພິ່ງພໍໃຈ ໃຫ້ແກ່ປະຊາຊົນ ທີ່ມາຮັກສາປິ່ນປົວ.
ແຕ່ຄຳຖາມກໍມີຢູ່ວ່າ ທາງການແຂວງອັດຕະປື ຈະມີເງິນງົບປະມານ ມາຈັດຕັ້ງປະຕິບັດ ຕາມແຜນການນັ້ນຫຼືບໍ່? ເຈົ້າໜ້າທີ່ຫ້ອງ ການສາທາຣະນະສຸກເມືອງຊານໄຊ ແຂວງອັດຕະປື ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ຕອບຄຳຖາມນັ້ນກັບນັກຂ່າວ ວິທຍຸເອເຊັຍເສຣີ ໃນວັນທີ່ 16 ມິນາ 2021 ນີ້ວ່າ ເຈົ້າໜ້າທີ່ສາທາຣະນະສຸຂ ເມືອງຊານໄຊ ມີປື້ມຄູ່ມື ແນະນຳວິທີປັບປຸງ ການຮັກສາສຸຂພາບ ຂອງແມ່ຍິງແລະເດັກນ້ອຍໃຫ້ດີຂຶ້ນຢູ່ ແຕ່ພະນັກງານ ຍັງຂາດການຝຶກອົບຮົມ ຍ້ອນຂາດເຂີນງົບປະມານ:
“ຄືເມືອງຊານໄຊ ເຮົານິໜ໋າ ປື້ມສີບົວໂຕທີ່ວ່າ ສຸຂພາບແມ່ຫັ່ນໜ໋າ ເຮົາຍັງບໍ່ທັນໄດ້ຮັບການອົບຮົມຫຍັງເລີຍ ຍ້ອນບໍ່ມີງົບປະມານ. ເຂົາມີແຕ່ເອົາປື້ມມາໃຫ້ໂລດ; ພະນັກງານເຮົາ ກໍເຮັດໄປຕາມຄວາມເຂົ້າໃຈໄປຊື່ໆ ຄວາມຮູ້ຍັງບໍ່ເຖິງປື້ມຊ້ຳ ກໍຍາກ. ປື້ມສີບົວ ໂຕທີ່ວ່າ ສຸຂພາບແມ່ຫັ່ນໜ໋າ ມັນຄົບໝົດໂຕນັ້ນ ນັບແຕ່ດູເລໂຕເອງ ນັບແຕ່ລ້ຽງລູກ ນັບແຕ່ ໂພຊນາການຂອງເດັກ ວາງແຜນ ຄອບຄົວ ສັກຢາກັນພຍາດ ມັນຢູ່ຄົບໃນຫົວດຽວຫັ່ນ ແຕ່ວ່າມັນຂາດ ພະນັກງານຂອງເຮົາ ບໍໄດ້ຮັບການຝຶກອົບຮົມ ກ່ຽວກັບໂຕນີ້ ວ່າຊັ່ນຊະ.”
ເຈົ້າໜ້າທີ່ເມືອງຊານໄຊ ທ່ານນີ້ ອະທິບາຍວ່າ ໃນປີ 2021 ນີ້, ຫ້ອງການສາທາຣະນະສຸຂເມືອງຊານໄຊ ໄດ້ຮັບງົບປະມານ ຈາກກອງທຶນຊ່ວຍເຫລືອ ເດັກນ້ອຍຂອງ ສະຫະ ປະຊາຊາດ ຫລື ຢູນີເຊຟ ເພື່ອລົງໄປໃຫ້ຄວາມຮູ້ ແກ່ພະນັກງານສຸຂສາລາ ແມ່ແລະເດັກນ້ອຍ ໃນເຂດສອກຫລີກຫ່າງໄກ ພຽງແຕ່ເດືອນລະສິບລ້ານກີບ ແລະເປັນເວລາຫົກເດືອນ ທຳອິດຂອງປີນີ້ເທົ່ານັ້ນ ສ່ວນອີກຫົກເດືອນ ທາງເມືອງ ຍັງບໍ່ມີທຶນ ຍັງລໍຖ້າທຶນຊ່ວຍເຫລືອຈາກບ່ອນອື່ນຢູ່.
ເຈົ້າໜ້າທີ່ສາທາຣະນະສຸຂເມືອງຊານໄຊ ໃຫ້ຂໍ້ມູນຕື່ມວ່າ ເມືອງຊານໄຊ ມີເປົ້າໝາຍຈະຫລຸດອັດຕຣາ ການເສັຍຊີວິດຂອງເດັກ ນ້ອຍອາຍຸຕ່ຳກວ່າຫ້າປີ ໃຫ້ລົງເປັນສູນ ຫລືບໍ່ໃຫ້ ມີເດັກນ້ອຍເສັຍຊີວິດເລີຍ ພາຍໃນປີ 2023; ແຕ່ອາດປະຕິບັດບໍ່ໄດ້ ຕາມ ເປົ້າໝາຍ ເພາະຂາດເຂີນງົບປະມານ; ຕົງກັນຂ້າມ ຈຳນວນເດັກນ້ອຍເສັຍຊີວິດ ອາດຈະເພິ້ມຂຶ້ນຊ້ຳ; ຕົວຢ່າງ ເມື່ອປີ 2019, ເມືອງຊານໄຊ ບໍ່ມີເດັກນ້ອຍຕ່ຳກວ່າຫ້າປີ ເສັຍຊີວິດເລີຍ ແຕ່ໃນປີ 2020 ມີເດັກນ້ອຍເສັຍຊີວິດ 4 ຄົນ.
ຢູ່ເມືອງສນາມໄຊ ແຮ່ງຮ້າຍ ໂດຍສະເພາະສຸຂພາບ ຂອງແມ່ແລະເດັກນ້ອຍ ຜູ້ປະສົບພັຍເຂື່ອນ ເຊປຽນ-ເຊນ້ຳນ້ອຍແຕກ ແຮ່ງ ຈະຂີ້ຮ້າຍລົງ ໃນປີ 2021 ນີ້ ເພາະຂາດເຂີນນ້ຳ; ທາງເມືອງ ບໍ່ມີງົບປະມານ ທີ່ຈະແປງ ຫລື ຊື້ຈັກສູບນ້ຳບາດານ ຂຶ້ນມາໃຫ້ ປະຊາຊົນໃຊ້, ຕາມຄຳເວົ້າຂອງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂເມືອງສນາມໄຊ ແຂວງອັັດຕະປື ທ່ານນຶ່ງ ອະທິບາຍວ່າ:
“ຢູ່ສູນພັຍພິບັດ ໜອງນ້ຳຫັ່ນມີແລ້ວ ນ້ຳຫັ່ນມັນມີ ແຕ່ຂາດງົບປະມານ ເພາະບ້ານເຂົາມັນບໍ່ມີແຫ່ຼງນ້ຳ ເຂົາເຈາະນ້ຳບາດານ ເວລາ ມັນຕາຍຫັ່ນໜ໋າ ໂບ່ມຕາຍຫັ່ນໜ໋າເຮົາສນອງ ບໍທັນຍ້ອນວ່າ ຂາດງົບປະມານ.”
ເຈົ້າໜ້າທີ່ເມືອງສນາມໄຊ ກ່າວຕື່ມວ່າ ເພື່ອແກ້ບັນຫາຂາດເຂີນງົບປະມານ ປັດຈຸບັນ ປະຊາຊົນຢູ່ສູນຊ່ວຍເຫຼືອຜູ້ປະສົບພັັຍພິບັດ ເຂື່ອນແຕກ ໄດ້ຣະດົມທຶນດ້ວຍຕົນເອງ ເພື່ອຊື້ ໄດໂວ້ສູບນ້ຳຊົ່ວຄາວມາໃຊ້.
ສ່ວນຢູ່ເມືອງສາມັກຄີໄຊ ເຈົ້າໜ້າທີ່ຫ້ອງການ ສາທາຣະນະສຸຂເມືອງນີ້ ຂອງແຂວງອັດຕະປື ກ່າວວ່າ ເມືອງສາມັກຄີໄຊ ຈະປະສົບ ກັບຄວາມຍຸ້ງຍາກ ຫຼາຍໃນການປັບປຸງຣະບົບ ສາທາຣະນະສຸຂ ໃຫ້ດີຂື້ນ ເພາະສາເຫດດຽວ ຄືການຂາດເຂີນງົບປະມານ. ບັນຫາ ສຸຂພາບໃຫຍ່ນຶ່ງ ໃນເມືອງສາມັກຄີໄຊ ແມ່ນການບໍ່ມີວິດຖ່າຍ ປະຊາຊົນຍັງຖ່າຍຊະຊາຍ.
ເພື່ອໂຄສະນາເຜີຍແຜ່ ແຜນນະໂຍບາຍຂອງເມືອງ ຂອງແຂວງ ກໍຄືຂອງພັກຂອງຣັຖບານ ໃຫ້ປະຊາຊົນຢຸດຕິການ ຖ່າຍຊະຊາຍ ຕ້ອງອາໃສເງິນ ງົບປະມານ; ສະນັ້ນຈຶ່ງຢາກ ຮຽກຮ້ອງໃຫ້ຂັ້ນເທິງ ຈັດສັນງົບປະມານໃຫ້ແດ່:
“ຂັ້ນເທິງຊ່ວຍເຫລືອນີ່ ກໍຊິບໍມີຫຍັງຫລາຍດອກ ມີແຕ່ວ່າ ຢາກໃຫ້ສນັບສນູນເຣື່ອງແຕ່ວ່າດ້ານງົບປະມານ ໃນການລົງຊຸກຍູ້ ໃນການລົງກະຕຸ້ນນີ່ແຫລະ ມີແຕ່ລະບ້ານໆ ຢູ່ ຊົນນະບົດ.”
ທ່ານກ່າວຕື່ມວ່າ ຕາມແຜນປັບປຸງຣະບົບສາທານະສຸຂທີ່ວາງອອກ, ເມືອງສາມັກຄີໄຊ ມີເປົ້າໝາຍ ຈະປະກາດຍຸຕິການຖ່າຍ ຊະຊາຍໃຫ້ໄດ້ເກົ້າບ້ານ ພາຍໃນປີນີ້ ໃນຈຳນວນ ທັງໝົດ 19 ບ້ານຂອງເມືອງ ຖ້າຫາກມີງົບປະມານ.
ສ່ວນຢູ່ເມືອງພູວົງ ໃນແຂວງອັດຕະປື ເຊັ່ນດຽວກັນ ປະຊາຊົນໃນຫລາຍບ້ານ ຍັງມັກເປັນ ພຍາດເຈັບທ້ອງ ຖອກທ້ອງເພາະກິນ ນ້ຳຫ້ວຍ ນ້ຳບໍ່ສະອາດ. ໃນຣະຍະຍາວ ທາງການ ຄວນສ້າງຣະບົບນ້ຳສະອາດ ໃຫ້ປະຊາຊົນ ເຊັ່ນສ້າງຣະບົບນ້ຳລິນ ຫລື ນ້ຳບາດານ; ສ່ວນໃນຣະຍະສັ້ນ ເຈົ້າໜ້າທີ່ຄວນໄປ ແນະນຳໃຫ້ ປະຊາຊົນຕົ້ມນ້ຳກິນ; ຕົວຢ່າງ ບ້ານສົມບູນ ເມືອງພູວົງ ຊຶ່ງມີທັງໝົດ 132 ຄອບຄົວ ແລະສ່ວນຫລາຍກໍເປັນຄອບຄົວ ທີ່ທຸກຍາກ ຍັງກິນນ້ຳຫ້ວຍຢູ່ ຊຶ່ງບໍ່ສະອາດ ເພາະມີທັງງົວຄວາຍ ອາບແມບນ້ຳປະປົນກັນໄປ.
ຊາວບ້ານສົມບູນ ຜູ້ນ່ຶງ ຈຶ່ງຢາກສເນີໃຫ້ທາງການ ຊ່ວຍແນະນຳປະຊາຊົນ ໃຫ້ຊື້ມໍ້ຕົ້ມນ້ຳກິນ ເພື່ອຄວາມປອດໄພ:
“ບໍຈັກຄວາຍ ບໍຈັກຄົນ ໄປໃຊ້ຢູ່ຫັ່ນແຫລະໜ໋າ ຄວາຍກໍໄປອາບ ຄົນກໍໄປໃຊ້ ບາງຄົນກໍມັກງ່າຍ ບໍຢາກຕົ້ມຫັ່ນໜ໋າ; ຢາກໃຫ້ ທາງພາກຣັດຊ່ວຍ.”
ໜັງສືພິມເສຖກິດການຄ້າຣາຍງານວ່າ ໃນແຜນປັບປຸງຣະບົບສາທາຣະນະສຸຂ ໃຫ້ດີຂື້ນນັ້ນທາງຜແນກສາທາຣະນະສຸຂ ແຂວງ ອັດຕະປື ຍັງມີແຜນຈັດຫາບຸຄລາກອນ ອຸປກອນ ແລະງົບປະມານ ໃຫ້ໄດ້ຫຼາຍຂຶ້ນ ເພື່ອປະຕິບັດໃຫ້ໄດ້ຕາມຣະດັບຄາດໝາຍ ຂອງແຜນການທີ່ວ່າງອອກ.