ມ.ສນາມໄຊປະຕິບັດ ຄໍາສັ່ງຕ້ານ ໂຄວິດ-19

ເມືອງສນາມໄຊ ບ້ານ ມິດສັມພັນ ແຂວງ ອັດຕະປື ປະຕິບັດ ຄໍາສັ່ງ ຂອງຣັຖບານ ຢ່າງເຄັ່ງຂັດ ເພື່ອສະກັດກັ້ນ ການ ແຜ່ຣະບາດ ຂອງ ໂຄວິດ-19.

ໂຮງໝໍ ຢູ່ເມືອງສນາມໄຊ ແຂວງອັດຕະປື RFA/Dr.Ko siththiphanh

ຊາວເມືອງສນາມໄຊ ໂດຍສະເພາະ ບ້ານມິດສັມພັນ ແຂວງອັດຕະປື ປະຕິບັດ ຕາມຄໍາສັ່ງຂອງຣັຖບານ ບໍ່ວ່າຈະເປັນເຣື່ອງການປະຕິບັດ ຕົນ ຢູ່ກັບຢ້າວກັບເຮືອນ ຫລຸດຜ່ອນການຕິດຕໍ່ ພົບພໍ້ກັບຄົນອື່ນ, ການໄປບ່ອນທີ່ມີຄົນຫລາຍ, ການເດີນທາງໄປເມືອງອື່ນ ແຂວງອື່ນ ຖ້າບໍ່ມີຄວາມຈໍາເປັນແທ້. ພ້ອມກັນນັ້ນ ກໍປະຕິບັດອະນາມັຍ 3 ສະອາດ ຢ່າງເຄັ່ງຄັດ, ອັດປາກ ອັດດັງ ລ້າງມືໃຫ້ສະອາດຢູ່ສເມີ ເພື່ອ ຄວາມປອດພັຍ ຂອງຕົນເອງ ແລະຄົນອ້ອມຂ້າງ ຊຶ່ງກໍເປັນການຊ່ອຍສະກັດກັ້ນບໍ່ໃຫ້ ໂຄວິດ-19 ແຜ່ຣະບາດໄດ້, ອີງຕາມຄໍາເວົ້າຂອງ ຊາວບ້ານບ້ານມິດສັມພັນ ທ່ານນຶ່ງຕໍ່ RFA ຜ່ານທາງໂທຣະສັບ ໃນມື້ ວັນທີ 6 ເມສານີ້.

ທ່ານເວົ້າວ່າເຣື່ອງໂຄວິດ-19 ຊຶ່ງແຜ່ຣະບາດໃນປະເທດຕ່າງໆ ຮວມທັງປະເທດລາວ ຊຶ່ງທາງການເພິ່oໄດ້ປະກາດ ມີຜູ້ຕິດເຊື້ອອີກຄົນນຶ່ງ ເປັນຜູ້ທີ 12 ໃນມື້ວັນທີ 6 ເມສານີ້ ຫລັງຈາກທີ່ທາງການໄດ້ປະກາດ ຜູ້ຕິດເຊື້ອ ຄົນທີ 11 ເມື່ອວັນທີ 5 ກ່ອນ ອັນເຮັດໃຫ້ມີຫລາຍໆຄົນ ວິຕົກກັງວົນ ເພາະຢ້ານຈະມີຜູ້ຕິດຫລາຍເພີ່ມຂຶ້ນ. ແຕ່ສໍາລັບທ່ານແລ້ວ ຈະບອກວ່າກັງວົນ ກໍບໍ່ຄືກັງວົນ ເພາະປະຕິບັດຕາມຄໍາແນະນໍາ ຂອງ ຂັ້ນເທິງເພິ່ນ ຢ່າງເຂັ້ມງວດທຸກຢ່າງ ຮວມທັງການອະນາມັຍ 3 ສະອາດ.

"ກະກັງວົນກະຄືບໍ່ກັງວົນ ຈັ່ງໃດຈຶ່ງວ່າຊັ້ນ ເຮົາກະ.... ... ສິວ່າເປັນຫວັດເປັນອັຍ ຈາມ."

ໃນການປ້ອງກັນ ໂຄວິດ-19 ຫລັກການພື້ນຖານ ຄືມັ່ນລ້າງມືໃຫ້ສະອາດດ້ວຍສະບູ ຫລືເຈລ ຫລືເຫລົ້າເກົ້າສິບຢູ່ເລື້ອຍ ຫລັງຈັບບາຍ ເຄຶ່ອງຂອງຕ່າງໆ, ໃຫ້ຢູ່ຫ່າງກັນ 2 ແມັດຂຶ້ນໄປ ເວລາຢູ່ກັບຄົນອື່ນ, ຢູ່ສະຖານທີ່ຕ່າງໆ ເປັນຕົ້ນ ບ່ອນທີ່ມີຫລາຍຄົນ, ຕລາດ, ຮ້ານຄ້າ, ໃຫ້ຢູ່ບ້ານຢູ່ເຮືອນ ບໍ່ໃຫ້ອອກໄປຂ້າງນອກ ຫາກບໍ່ຈໍາເປັນແທ້ໆ, ຍິ່ງກັກຕົນເອງຢູ່ເຮືອນໄດ້ເທົ່າໃດ ກໍຍິ່ງເປັນການດີເທົ່ານັ້ນ. ເມື່ອອອກໄປ ຂ້າງນອກ ກໍໃຫ້ໃສ່ຜ້າອະນາມັຍອັດປາກ-ອັດດັງ ເວລາຖິ້ມ ກໍໃຫ້ໃສ່ຖັງຂີ້ເຫຍື້ອ.

ຫລັກການດັ່ງກ່າວ ຊາວບ້ານມິດສັມພັນ ເມືອງສນາມໄຊ ເວົ້າວ່າ ໄດ້ປະຕິບັດ  ເພື່ອປ້ອງກັນພະຍາດໂຄວິດ-19.

"ກະເຫັນດີຂຶ້ນເລື້ອຍໆ ກະພໍ່ແມ່ເຮົາຂັ້ນເທິງ ເພິ່ນດູແລ ໃຫ້ປະຕິບັດ ອະນາມັຍ 3 ສະອາດເດີ ລະພໍ່ແມ່ກະປະຕິບັດໄດ້ດີ ເຣື່ອງເປັນພຍາດ ຕ່າງໆຄືລູກຖາມ ວ່າພໍ່ເປັນຈັ່ງໃດ ກະບໍ່ຄ່ອຍພົບ ຫາກແຕ່ວ່າເຮົາຕ້ອງມີສະກັດກັ້ນເຊື້ອໄວ້ໝົດ ທຸກຢ່າງ ກະເຮົາບໍ່ໄດ້ຄ່ອຍພົບ."

ຂໍຖາມອີກຕື່ມ ເວົ້າວ່າເຮົາກໍມີຜ້າອະນາມັຍ ອັດປາກອັດດັງຫັ້ນ ລະກະມີສະບູມີ gel ລ້າງມືເອົາມາແຕ່ໃສ? ອັດປາກອັດດັງ ຍົກຕົວຢ່າງ ຄອບຄົວເຮົາ ກະຊື້ຫັ້ນລະ... ກະຊື້ເອົາ ....ທັມດາຮັກແພງໃນຄອບຄົວ ເຮົາແນວໃດສິສະ ອາດ ເຮົາກະຊື້ເອົາຫັ້ນລະ.

ລູກສາວນີ້ 15 ປີ ກະຢູ່ເຮືອນ ກະໄລຍະນີ້ເພິ່ນກະໃຫ້ພັກຜ່ອນ ກະຍຸຕິກ່ອນ ໂຮງຮຽນໄລຍະສັ້ນນະ ເອີ ເພາະວ່າເຮົາກະໄລຍະຕິດຕາມ ແຕ່ລະຄອບຄົວ ຢູ່ເປັນສຸກເຮືອນໃຜເຮືອນລາວ ຄັນມັນຊຸມນຸມຫລາຍ ເພາະວ່າໂຮງຮຽນເນາະ ອາທິດນຶ່ງລະ.

ເມື່ອເວົ້າເຖິງລູກຊາຍ ທີ່ໄປຮຽນຢູ່ຈີນ ຊຶ່ງກັບມາບ້ານ ມາຢູ່ນໍາພໍ່ແມ່ແຕ່ເດືອນ ທັນວາທີ່ຜ່ານມາ ຄືກ່ອນໜ້າເຊື້ອພະຍາດໂຄວິດ-19 ເລີ່ມຣະບາດຫລາຍຢູ່ຈີນນັ້ນ ກໍຖືວ່າເປັນຄວາມໂຊກດີຂອງຄອບຄົວ ເພາະໄດ້ມາຢູ່ຮ່ວມກັນ ໃນຍາມສະພາບບໍ່ປົກກະຕິຄືສູ່ມື້ນີ້ ບໍ່ດັ່ງນັ້ນກໍຈະຄິດຮອດຄິດເຖິງ ຈິດໃຈກໍຈະກະວົນ ກະວາຍຫາກັນຢູ່ຕລອດ.

ຢູ່ເຮືອນດຽວນີ້ ກໍຄົບໜ້າຄົບຕາກັນ ທັງລູກສາວ ແລະລູກຊາຍມາຢູ່ຮ່ວມກັນ. ລູກທັງສອງກໍໄດ້ຮຽນທາງອອນລາຍນ໌, ລູກສາວກໍໄດ້ຮຽນ, ລູກຊາຍມີອາຈານ ສົ່ງວຽກມາໃຫ້ເຮັດ ມາໃຫ້ຮຽນ ແລະມີການສອບເສັງ... ສຽງ3.... ລູກສາວກະຮຽນ online...ລູກຊາຍກະຮຽນຄືກັນ. ..... .

ໃນຕອນທ້າຍຂອງການສໍາພາດ ຊາວບ້ານມິດສັມພັນ ເມືອງສນາມໄຊ ແຂວງອັດກຕະປືທ່ານນີ້ ກ່າວໂດຍຫວັງວ່າ ເຊື້ອພຍາດ ໂຄວິດ-19 ທີ່ຣະບາດຢູ່ໃນຂະນະນີ້ຈະມີຢາປິ່ນປົວຜູ້ຄົນທີ່ຕິດເຊື້ອໃຫ້ຫາຍໄດ້ ໃນອີກບໍ່ດົນ ອັນຈະເຮັດໃຫ້ເຊື້ອພະຍາດນີ້ ຫາຍໄປຈາກປະເທດຕ່າງໆ ໃນໂລກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org