ຊາວບ້ານ ຈຳນວນນຶ່ງ ຢູ່ຫົວພັນ, ຜົ້ງສາລີ ຍັງປູກຝິ່ນ

ແຂວງຜົ້ງສາລີ ແລະ ແຂວງຫົວພັນ ໄດ້ຮັບການສນັບສນູນ ຈາກອົງການ ສະຫະປະຊາຊາຕ ເພື່ອຕ້ານຢາເສບຕິດ ແລະອາຊຍາກັມ ຫຼື UNODC ໃນໂຄງການປູກພືດ ທົດແທນຝິ່ນ ມີງົບປະມານບໍ່ພຽງພໍ ຈຶ່ງເຮັດໃຫ້ຊາວບ້ານ ຈຳນວນນຶ່ງ ກັບຄືນໄປປູກຝິ່ນ.

ພະນັກງານ ຈາກຫ້ອງການ ຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍສາກົລ ປະຈຳສະຖານທູດ ອາເມຣິກາ, ນະຄອນຫຼວງວຽງຈັນ ໄດ້ຢ້ຽມຢາມ ແຂວງຫົວພັນ ເພື່ອພົບປະກັບເຈົ້າໜ້າ ທີ່ຂັ້ນແຂວງ ແລະເບິ່ງຜົລສລຸບ ຂອງໂຄງການ INL-supported Laoz49, ເຊິ່ງສ້າງຕົວແບບ ຂອງການພັທນາ ທີ່ຍືນຍົງ ໃນພື້ນທີ່ທີ່ເຄີຍປູກຝິ່ນມາກ່ອນ. ຂໍຂອບໃຈຮູບພາບ ຈາກເພຈ U.S. Embassy Vientiane.

ໂຄງການປູກພືດຢ່າງອື່ນແທນຝິ່ນ ຢູ່ແຂວງຜົ້ງສາລີ ແລະແຂວງຫົວພັນ ທີ່ໄດ້ຮັບການສນັບສນູນ ຈາກອົງການສະຫະປະຊາຊາຕ ເພື່ອຕ້ານຢາເສບຕິດ ແລະອາຊຍາກັມ (UNODC) ຂາດງົບປະມານ ງົບປະມານບໍ່ພຽງພໍ ເຮັດໃຫ້ຍັງມີຊາວບ້ານ ປູກຝິ່ນຢູ່. ກ່ອນໜ້ານີ້ ຢູ່ແຂວງຫົວພັນ ມີໂຄງການປູກກາເຟ ແທນການປູກຝິ່ນ ທີ່ໄດ້ຮັບການສນັບສນູນ ດ້ານແນວພັນ ຈາກ UNODC ໂດຍໄດ້ເຣີ່ມຈັດຕັ້ງປະຕິບັດ ມາແຕ່ປີ 2016 ຢູ່ເມືອງຊ້ອນ, ເມືອງຊໍາເໜືອ, ເມືອງຊໍາໃຕ້ ແລະເມືອງກວັນ, ທັງໝົດ 36 ບ້ານ ເຮັດໃຫ້ຊາວບ້ານ ຍົກລະດັບຊີວິດ ການເປັນຢູ່ ລື່ນຈາກການປູກຝິ່ນ ຫຼາຍເທົ່າ ຫຼັງຈາກງົບປະມານບໍ່ພຽງພໍ ແລະມີຈໍາກັດ ເຮັດໃຫ້ຊາວບ້ານບາງບ້ານ ກັບມາປູກຝິ່ນຄືເກົ່າ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ກ່າວໃນມື້ວັນທີ 7 ມິຖຸນາ ນີ້ວ່າ:

“ເມື່ອມັນມີຜົລຜລິດ ແລ້ວກໍຄວາມຕ້ອງການ ຂອງປະຊາຊົນກໍສູງຂຶ້ນ ເຣື່ອງທຶນຮອນທີ່ເຮົາຕອບສນອງ ເປັນຕົ້ນເຣື່ອງແນວພັນ ເຮົາພັດມີຈໍາກັດເນາະ ທຸກມື້ນີ້ ສົມມຸດເຮົາ ຊິສົ່ງໄປຕ່າງປະເທດຫັ້ນນ່າ ມັນເວົ້າເຣື່ອງມາຕຖານຂອງຜົລຜລິດ ມາຕຖານເຂົາກໍຕ້ອງການສູງ ສະນັ້ນເຮົາຕ້ອງໄດ້ຊ່ວຍເຂົາ ທາງດ້ານວິຊາການ. ເຂົາບໍ່ປູກຝິ່ນແລ້ວ ເພາະວ່າປູກຝິ່ນ ມັນລໍາບາກ ສະພາບດິນຟ້າອາກາດ ປູກຝິ່ນກະມີການປ່ຽນແປງ ມັນກໍເໝາະສົມ ກັບການປູກຝິ່ນ.”

ຢູ່ເມືອງກວັນ ຍັງມີຊາວບ້ານ ຊົນເຜົ່າມົ້ງ ລັກລອບປູກຝິ່ນ ຍ້ອນໂຄງການສົ່ງເສີມປູກພືດແນວອື່ນ ແທນການປູກຝິ່ນບໍ່ທົ່ວເຖິງ ຂະນະທີ່ຊາວບ້ານ ມີຄວາມຕ້ອງການ ການສົ່ງເສີມຈາກອົງການສາກົລ, ເອກກະຊົນ ແລະຣັຖບານ ເພື່ອປູກພືດແນວອື່ນ ແທນການປູກຝິ່ນສູງ ເນື່ອງຈາກ ເຫັນກໍຣະນີໂຕຢ່າງ ພາຍໃນເມືອງ ທີ່ມີຊາວບ້ານ ບ້ານໃກ້ຄຽງປູກກາເຟ ແທນການປູກຝິ່ນ ແລ້ວໄດ້ລາຍຮັບດີ ແລະຍັງຖືກຕ້ອງຕາມແນວທາງຂອງພັກ ແລະຣັຖບານນໍາດ້ວຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງກວັນ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

“ກໍບໍ່ໄດ້ເຂົ້າເຖິງນໍ້າຫັ້ນນ່າ ໂຄງການບໍ່ໄດ້ເຂົ້າ ພວກເຮົາກໍບໍ່ຮັບ ສນັບສນູນຈາກໂຄງການ ແລ້ວເຂົາກໍບໍ່ມີການສົມທຽບ ກະມີການ ບາງເທື່ອເຂົາ ຢູ່ບ້ານແນວນັ້ນ ເຂົາກໍໄປລັກລອບປູກຝິ່ນອີກ ສືບຕໍ່ປູກຝິ່ນບໍ ເພື່ອວ່າ ໃຫ້ໂຄງການເຂົ້າມາສົ່ງເສີມນ່າ ມັນກໍເກີດບັນຫາຂຶ້ນແນວນັ້ນ.”

ຢູ່ແຂວງຜົ້ງສາລີ ມີນັກທຸຣະກິຈຈີນ ເຂົ້າມາສົ່ງເສີມໂຄງການປູກຢາງພາຣາ, ກາເຟ ແລະຊາ ແທນຝິ່ນ ຢູ່ເມືອງບຸນໃຕ້, ເມືອງຜົ້ງສາລີ ແລະ ເມືອງບຸນເໜືອ ເຊິ່ງໂຄງການດັ່ງກ່າວ ກໍຍັງດໍາເນີນການຢູ່ ແລະຍັງເຮັດໃຫ້ຊາວບ້ານ ມີຊີວິດການເປັນຢູ່ທີ່ດີຂຶ້ນ ບໍ່ກັບໄປປູກຝິ່ນ ສະເພາະຈຸທີ່ປູກຢາງພາຣາ ກໍສາມາດກີດນໍ້າຢາງມາຂາຍໄດ້ແລ້ວ.

ຂະນະດຽວກັນ 3 ປີທີ່ຜ່ານມາ ໂຄງການດັ່ງກ່າວ ກໍພົບຄວາມຫຍຸ້ງຍາກ ຄື ນັກທຸຣະກິຈຈີນ ບໍ່ມາເກັບຊື້ກາເຟ ແລະຊາ ຕາມກໍານົດເວລາ ເນື່ອງຈາກ ນັກທຸຣະກິຈ ກັບປະເທດຈີນ ຍ້ອນການແຜ່ຣະບາດຂອງເຊື້ອໂຄວິດ-19 ເຮັດໃຫ້ຊາວບ້ານ ຕ້ອງຂາຍກາເຟ ແລະຊາ ໃຫ້ກັບພໍ່ຄ້າຄົນກາງ ທີ່ເປັນຄົນລາວ ເພື່ອສົ່ງອອກໄປຂາຍຢູ່ຈີນແທນ. ບາງຄອບຄົວ ກັບມາປູກຝິ່ນຄືນ ຍ້ອນມີພໍ່ຄ້າຄົນກາງມາຊື້ ແລະໄດ້ລາຄາດີກວ່າປູກພືດ ແນວອື່ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:

“ຊານີ້ ບໍຣິສັດກໍບໍ່ເກັບຊື້ ແຕ່ກໍມີຫົວໜ່ວຍຄົນລາວອິສັງໄປຊື້ເດ້ ພວກອັນນ່າ ພໍ່ຄ້າຄົນກາງ ເຂົາເຈົ້າກໍໄປຊື້ຢູ່ ແຕ່ເປັນຄົນລາວ ກໍສົ່ງໄປຈີນຄືເກົ່າ ກາເຟນີ້ກໍ ເຣີ່ມແຕ່ 2019 ບໍ 2019-2021 ເຣີ່ມມີໂຄວິດຫັ້ນນ່າເນາະ ແລ້ວບໍຣິສັດ ກໍໄດ້ເຂົ້າໄປຈີນ ແລ້ວມີໂຄວິດ-19 ແລ້ວກໍບໍ່ສ່າງກັບເມືອງລາວ ກໍບໍ່ໄດ້ເຄື່ອນໄຫວ ເກັບຊື້ປົກກະຕິ.”

ສ່ວນຢູ່ເມືອງແອດ ແຂວງຫົວພັນ ຍັງມີຫຼາຍບ້ານ ບໍ່ມີໂຄງການປູກພືດແນວອື່ນແທນການປູກຝິ່ນເທື່ອ ຈຶ່ງເຮັດໃຫ້ຊາວບ້ານຈໍານວນນຶຶ່ງ ທີ່ເຄີຍປູກຝິ່ນ ຫັນມາປູກໝາກສາລີ ດ້ວຍໂຕເອງແທນ ຍ້ອນບໍ່ຢາກຖືກເຈົ້າໜ້າທີ່ ເຮັດບົດບັນທຶກ ແລະບໍ່ຢາກຖືກຈັບ ໃນຂໍ້ຫາລັກລອບປູກຝິ່ນ ແລະຄ້າ-ຂາຍຢາເສບຕິດ ປະເພດຝິ່ນ.

ຂະນະທີ່ ປີ 2022 ທີ່ຜ່ານມາ ມີບ້ານເປົ້າໝາຍໃນການລັກລອບປູກຝິ່ນ 14 ບ້ານ ມາປີ 2023 ຄາດວ່າ ບ້ານເປົ້າໝາຍ ໃນການລັກລອບປູກຝິ່ນ ຈະຫຼຸດລົງ ຍ້ອນຊາວບ້ານ ພາກັນໄປປູກສາລີ ແທນປູກຝິ່ນ ແລະຄາດວ່າ ຖ້າມີໂຄງການມາສນັບສນູນ ການປູກພືດແນວອື່ນທົດແທນ ແລ້ວລາຍຮັບດີກວ່າການປູກສາລີ ຊາວບ້ານກໍຈະເຂົ້າໂຄງການ.

ດັ່ງເຈົ້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

“ແຕ່ກໍຍັງມີຢູ່ຈໍານວນໜ້ອຍນຶ່ງ ທີ່ມີປະກົດການຫຼຸດລົງຫຼາຍ ທຽບໃສ່ປີກາຍ ເຣີ່ມຕັ້ງແຕ່ປີ 2022 ມານີ້ ກໍເຣີ່ມປູກສາລີແລ້ວ ແລ້ວຫຼາຍໆຄອບຄົວກໍ ຖືວ່າ ມີຄວາມດຸໝັ່ນຂຶ້ນ ມີບາງຄອບຄົວ ກໍໄດ້ຮັບເປັນ 100 ກວ່າລ້ານ (ກີບ) ປູກສາລີ.”

ຫຼ້າສຸດ ກະຊວງປ້ອງກັນຄວາມສງົບ ມີຄວາມຍິນດີ ໃນການອໍານວຍຄວາມສະດວກ ແລະສນັບສະນູນ ການປະຕິບັດ ໂຄງການປູກພືດທົດແທນ ການປູກຝິ່ນ ຂອງກຸ່ມບໍຣິສັດ ຍຸນຍາຍໜິງເຊິນ ປະເທດຈີນ ເນື່ອງຈາກວ່າ ໂຄງການດັ່ງກ່າວມີສ່ວນສໍາຄັນ ປະກອບສ່ວນປະຕິບັດຕາມ ນະໂຍບາຍຂອງພັກ-ຣັຖບານລາວ ກ່ຽວກັບວຽກງານ ຄວບຄຸມ-ປາບປາມ ແກ້ໄຂບັນຫາຢາເສບຕິດ ອີກທັງ ຍັງຊ່ອຍສົ່ງເສີມໃຫ້ປະຊາຊົນ ທາງພາກເໜືອ ຫັນມາປູກກາເຟ, ມັນຕົ້ນ, ຢາງພາຣາ​​, ຊາ ແທນການປູກຝິ່ນ ມີຣາຍຮັບເພີ່ມຂຶ້ນ ແບບຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ- ອີງຕາມການຣາຍງານ ຂອງເວັບໄຊຕ໌ ໜັງສືພິມຣາຍວັນ ລາວພັທນາ ວັນທີ 4 ມິຖຸນາ 2023 ທີ່ຜ່ານມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org