ໂຮງຮຽນຣັຖຂາດເຄື່ອງ ປ້ອງກັນ ໂຄວິດ-19
ໂຮງຮຽນຂອງຣັຖ ຂາດເຄື່ອງມື ປົກປ້ອງ ນັກຮຽນ ຈາກ ເຊື້ອພຍາດ ໂຄວິດ-19.
-
ມະນີຈັນ
2020-05-30 -
-
-
Your browser doesn’t support HTML5 audio
ໂຮງຮຽນຣັຖ ຫຼາຍແຫ່ງຢູ່ປະເທດລາວ ບໍ່ສາມາດປະຕິບັດຕາມ ມາຕການຂອງຣັຖບານ ໃນການປ້ອງກັນການຣະບາດຂອງເຊື້ອພຍາດ ໂຄວິດ-19 ຫລັງຈາກເປີດໂຮງຮຽນຄືນ ຍ້ອນຂາດເຄຶ່ອງມື ທີ່ຈຳເປັນ ຫລາຍຢ່າງ ເປັນຕົ້ນຜ້າປິດປາກອັດດັງ ເຈວລ້າງມື ແລະອື່ນໆ, ອີງຕາມຣາຍງານຂ່າວວຽງຈັນທາມ ໃນວັນທີ 29 ພຶສພາ ນີ້.
ໂຮງຮຽນຣັຖ ຫຼາຍແຫ່ງຍັງຂາດ ເຄື່ອງວັດແທກອຸນນະພູມ ຮ່າງກາຍ ຜ້າປິດປາກປິດດັງ ເຈວລ້າງມື ແລະອື່ນໆ ດັ່ງນັ້ນ ຈຶ່ງບໍ່ສາມາດ ປະຕິບັດຕາມມາຕການ ຂອງຣັຖບານໄດ້. ໃນຂນະດຽວກັນ ຫຼາຍໂຮງຮຽນ ກໍສາມາດປະຕິບັດໄດ້ ພຽງແຕ່ບາງມາຕການເທົ່ານັ້ນ, ເປັນຕົ້ນການຈັດໃຫ້ນັກຮຽນ ນັ່ງຫ່່າງຈາກກັນ ໃນເວລາຮຽນ 1 ແມັດລ້າງມືດ້ວຍສະບູ ກ່ອນຈະເຂົ້າຫ້ອງຮຽນ ຫລື ຫລັງຈາກສຳພັດ ສິ່ງຂອງ, ເພີ້ມຈຳນວນ ຫ້ອງຮຽນ ຈັດກຸ່ມນັກຮຽນໃຫຍ່ ໃຫ້ເປັນກຸ່ມນ້ອຍ ແລະໃຫ້ນັກຮຽນ ທຳຄວາມສະອາດຫ້ອງຮຽນ ກອ່ນກັບບ້ານ ໃນແຕ່ລະມື້.
ດຣ. ສີສຸກ ວົງວິຈິດ ຫົວໜ້າກົມການສຶກສາທົ່ວໄປ ຂອງກະຊວງສຶກສາ ແລະ ການກິລາ ກ່າວກ່ຽວກັບການປະຕິບັດມາຕການຕ່າງໆ ຂອງໂຮງຮຽນໃນທົ່ວປະເທດ ຕໍ່ຂ່າວວຽງຈັນທາມ ໃນມື້ວັນທີ 28 ພຶສພາ ນີ້ວ່າ ນັບຕັ້ງແຕ່ໂຮງຮຽນປະຖົມ ໂຮງຮຽນມັທຍົມຕົ້ນ ແລະ ມັທຍົມປາຍ ທີ່ໃຫ້ເລີ້ມເປີດຄືນເມື່ອ 2 ອາທິດກ່ອນ ທາງກະຊວງສຶກສາ ກໍໄດ້ລົງຕິດຕາມສັງເກດ ເບິ່ງໂຮງຮຽນປະຖົມສົມບູນ, ແລະ ໂຮງຮຽນມັທຍົມ ທັງພາກຣັຖ ແລະພາກເອກຊົນ ໄດ້ພົບວ່າ ມີຫລາຍໂຮງຮຽນ ບໍ່ສາມາດປູຕິບັດມາຕການຕ່າງໆ ໃນການປ້ອງກັນ ເຊື້ອພຍາດ ໂຄວິດ-19 ໄດ້.
ທ່ານກ່າວວ່າ ທາງກະຊວງ ໄດ້ຣາຍງານກ່ຽວກັບເຣື້ອງນີ້ ໃຫ້ຄະນະກັມມະການສະເພາະກິດ ຕ້ານໂຄວິດ-19 ແລ້ວ ເພື່ອໃຫ້ພິຈາຣະນາ ໃຫ້ຄຳແນະນຳ ແລະແກ້ໄຂບັນຫາ ດັ່ງກ່າວ ເພື່ອຮັບປະກັນ ສວັດດິພາບ ຂອງນັກຮຽນ ແລະນາຍຄຣູ.
ພ້ອມກັນນັ້ນ ທາງກະຊວງ ຍັງໄດ້ສເນີໃຫ້ຄະນະກັມມະການ ສະເພາະກິດຕ້ານໂຄວິດ-19 ແຈກຢາຍເຄື່ອງຂອງທີ່ຈຳເປັນ ໃຫ້ໂຮງຮຽນ ໃນທົ່ວປະເທດ ເປັນຕົ້ນ ສະບູ ຜ້າປິດປາກປິດດັງ ເຈວລ້າງມື ແລະ ເຄື່ອງວັດແທກອຸນຫະພູມ ຮ່າງກາຍ ຊຶ່ງຂນະນີ້ ທາງກະຊວງກຳລັງ ລໍຖ້າຢູ່.
ໃນຂນະດຽວກັນ ດຣ. ຣັດຕະນະໄຊ ເພັດສຸວັນ ໄດ້ຊີ້ແຈງວ່າ ທາງຄະນະສະເພາະກິດ ໄດ້ສນອງອຸປກອນສຳຄັນ ປ້ອງກັນໂຄວິດ 19 ສຳລັບ ດ່ານຊາຍແດນ ແລະ ໂຮງໝໍຕ່າງໆ. ສຳລັບສະຖາບັນການສຶກສາ ທາງຄະນະໄດ້ແນະນຳໃຫ້ ທາງຝ່າຍຜູ້ບໍຣິຫານ ໂຮງຮຽນ ຊື້ສະບູ ເຈວລ້າງມື ຜ້າອັດປາກອັດດັງ ແລະ ເຄື່ອງແທກອຸນຫະພູມ. ພ້ອມດຽວກັນ ທາງຄະນະກໍໄດ້ບອກໃຫ້ ກະຊວງສຶກສາທິການ ແລະກິລາ ຂຶ້ນແຜນງົບປະມານ ສເນີຕໍ່ຄະນະສະເພາະກິດ ເພື່ອສັ່ງຊື້ອຸປກອນປ້ອງກັນສຳຄັນ ທີ່ທາງໂຮງຮຽນມຕ້ອງການ.