ໄຂ້ຍຸງລາຍຮ້າຍກວ່າ ໂຄວິດ-19
ພຍາດໂຄວິດ-19 ວ່າຮ້າຍແຮງ ຍັງບໍ່ເທົ່າ ໄຂ້ຍຸງລາຍ ທີ່ ຣະບາດ ທົ່ວປະເທດລາວ ຫລ້າສຸດ ເມື່ອວັນທີ 25 ພຶສພາ ຜ່ານມາ ມີຜູ້ຕິດເຊື້ອ ເຖີງ 1,337 ຄົນ ແລະ ເສັຽຊີວິດ 04 ຄົນ.
-
ໄຊຍາ
2020-05-27 -
-
-
Your browser doesn’t support HTML5 audio
ປັດຈຸບັນໃນປະເທດລາວກຳລັງ ປະເຊີນກັບພຍາດ ໄຂ້ຍຸງລາຍຣະບາດ ໃນຂອບເຂດທົ່ວປະເທດ ຖ້າມກາງສະພາບການ ທີ່ຣັຖບານລາວ ກຳລັງປະເຊີນກັບພຍາດໂຄວິດ-19. ໃນໄລຍະດຽວກັນຄົນລາວ ພັດ ເສັຽຊີວິດຍ້ອນໄຂ້ຍຸງລາຍ ແຕ່ພຍາດໂຄວິດ-19 ເລີ້ມຜ່ອນລົງ.
ນັບແຕ່ເດືອນເມສາເປັນຕົ້ນມາ ທາງການລາວໄດ້ຣາຍງານເຖິງການຣະບາດ ຂອງໄຂ້ເລືອດອອກ ຈົນມາຮອດປັດຈຸບັນ ວັນທີ 25 ພຶສພາ ມີຜູ້ເສັຽຊີວິດໄປແລ້ວເຖິງ 04 ຄົນ ໃນນັ້ນ ນະຄອນຫລວງວຽງຈັນ 02 ຄົນ, ໄຊຍະບູລີ 01 ຄົນ ແລະ ຄຳມ່ວນ 01 ຄົນ.
ຜູ້ຕິດເຊື້ອທັງໝົດທົ່ວປະເທດ 1,337 ຄົນ ແລະ ການຣະບາດດັ່ງກ່າວ ຍັງມີທ່າອ່ຽງ ວ່າຈະຣະບາດຂຶ້ນຕື່ມ. ດັ່ງ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດ ຕິດຕໍ່ໄດ້ຖແລງຕໍ່ຊື່ມວລຊົນ ໃນວັນທີ 26 ພຶສພາ ຜ່ານມາວ່າ: ມາຮອດປັດຈຸບັນ ມີຜູ້ເສັຽຊີວິດຈາກ ໄຂ້ຍຸງລາຍ ແລ້ວ 04 ຄົນ ຕິດເຊື້ອ 1,337 ຄົນ.
"ສະເພາະ ປີ 2020 ມາຮອດວັນທີ 22 ພຶສພາ 2020 ໄດ້ມີຜູ້ຕິດເຊື້ອເຖິງ 1.337 ຄົນ, ແລະ ເສັຽຊີວິດມາຮອດປັດຈຸບັນນີ້ 04 ຄົນ. ໃນນັ້ນໃນນະຄອນຫລວງວຽງ 02 ຄົນ ໄຊຍະບູລີ 01 ຄົນ ແລະ ແຂວງຄຳມ່ວນ 01 ຄົນ."
ທ່ານກ່າວຕື່ມວ່າ ດິນຟ້າອາກາດມີການປ່ຽນແປງ ແລະກ້າວເຂົ້າສູ່ຣະດູຝົນ ກະຊວງສາທາຣະນະສຸຂ ບໍ່ພຽງແຕ່ຄວບຄຸມພຍາດ ໂຄວິດ-19 ແຕ່ຍັງຕ້ອງເອົາໃຈໃສ່ປ້ອງກັນພຍາດ ທີ່ເກີດຕາມຣະດູການ ເປັນຕົ້ນພຍາດຖອກທ້ອງ, ໄຂ້ວັດຕາມຣະດູການ, ພຍາດໝາກແດງ, ພຍາດ ມາເລເລັຽ ຫລື ພຍາດໄຂ້ປ່າ ແລະ ທີ່ສຳຄັນທີ່ສຸດແມ່ນ ພຍາດຍຸງລາຍ.
ຕາມການຣາຍງານມາຮອດວັນທີ 25 ພຶສພາ 2020 ໄຂ້ຍຸງລາຍເອົາຊີວີດຄົນລາວ ແລ້ວເຖີງ 04 ຄົນໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 02 ຄົນ, ຄຳມວ່ນ 01 ຄົນ ແລະ ໄຊຍະບູລີ 01 ຄົນ. ໃນຂນະທີ່ສາເຫດ ຂອງຜູ້ເສັຍຊີວີິດ ຢູ່ນະຄອນຫລວງວຽງຈັນ ຊຶ່ງນຶ່ງໃນນັ້ນແມ່ນຢູ່ ໃນເຂດເມືອງໄຊທານີ, ໂດຍທາງເຈົ້າໜ້າທີ່ແພດ ຢູ່ໂຮງໝໍເມືອງໄຊທານີ ກໍໄດ້ຢັ້ງຢືນ ເຖິງອາການຂອງ ຜູ້ເສັຽຊີວິດ ຕໍ່ຊື່ມວນຊົນວ່າ:
"ມີກໍຣະນີເສັຽຊີວິດຄືນາງປາປົ່ນ ເມືອງ ນາງປາປົ່ນ ຢູ່ບ້ານທ່າສະຫວ່າງ ມີກໍຣະນີດຽວນີ້ແຫລະ ຖືວ່າໄດ້ເສັຽຊີວິດຍ້ອນ ຄວາມບໍ່ເອົາໃຈໃສ່ ຂອງຄອບຄົວແດ່ ເພາະຜູ້ກ່ຽວເປັນຄົນພັທນາ ສມອງກໍບໍ່ດີປານໃດ ໂດຍໄປຊື້ຢາມາກິນເອງ ເລົ່າອາການກະບໍ່ຈະແຈ້ງ ໃຫ້ພໍ່ໃຫ້ແມ່ຫັ້ນແຫຼະ ເພື່ອຈະມາຮອດໄທເຮົາ ກະຖືວ່າຫລ້າຊ້າ ພາໃຫ້ເສັຽຊີວິດ."
ສ່ວນຜູ້ຕິດເຊື້ອໄຂ້ຍຸງລາຍ ທ່ານນຶ່ງໄດ້ກ່າວວ່າ ໄດ້ເຂົ້າມາປີ່ນປົວຢູ່ໂຮງໝໍມີຕພາບ ພົບວ່າມີຄົນເຈັບເຂົ້າມາປີ່ນປົວຫລາຍ ເພາະເປັນໄລຍະ ທີ່ໄຂ້ຍຸງລາຍຣະບາດ.
"ຂ້າພະເຈົ້າຜູ້ນຶ່ງ ທີ່ວ່າເປັນໄຂ້ຍຸງເນາະ ທຳອີດກະມີອາການຖອກທ້ອງ ແລະ ກະເລີຍໄດ້ເຂົ້າມາກວດຢູ່ໂຮງໝໍນີ້ ກະຖືວ່າມີຄວາມສະດວກ ຫລາຍຢ່າງແນ່ກະພົບຂໍ້ ຫຍຸ້ງຍາກຫລາຍຢ່າງແນ່ ສະເພາະມາ ໂຮງໝໍນີ້ທາງຄົນເຈັບ ກະຫຼາຍແດ່ ຈົນມານີ້ໄດ້ນອນຢູ່ຕຽງເສີມ ຊ່ວງນີ້ ກະເປັນໄລຍະໄຂ້ສູງ."
ສ່ວນການຣາຍງານຂອງສູນສື່ສານ ເພື່ອສຸຂພາບກະຊວງສາທາຣະນະສຸຂ ໄດ້ຣາຍງານເມື່ອວັນທີ 25 ພຶສພາ 2020 ກ່ຽວກັບການຣະບາດ ຂອງພຍາດໄຂ້ຍຸງ ທົ່ວປະເທດມີ ຜູ້ຕິດເຊື້ອທັງໝົດ 1,337 ຄົນ ເສັຽຊີວິດ 04 ຄົນ. ໃນນີ້ ຜູ້ຕິດເຊື້ອຫລາຍກວ່າໝູ່ແມ່ນ ຢູ່ນະຄອນຫຼວງ ວຽງຈັນ 345 ຄົນ. ຮອງລົງມາແຂວງອັດຕະປື 188 ຄົນ, ແຂວງວຽງຈັນ 186 ຄົນ ແຂວງຄຳມ່ວນ 105 ຄົນ , ແຂວງບໍຣິຄຳໄຊ 103 ຄົນ , ສວັນນະເຂດ 91 ຄົນ, ສາລະວັນ 85 ຄົນ, ໄຊຍະບູລີ 79 ຄົນ, ເຊກອງ 47 ຄົນ, ຫລວງນໍ້າທາ 29 ຄົນ, ໄຊສົມບູນ 23 ຄົນ, ອຸດົມໄຊ 21 ຄົນ, ຫຼວງພຣະບາງ 12 ຈຳປາສັກ 07 ຄົນ, ບໍ່ແກ້ວ 05 ຄົນ, ຜົງສາລີ 05 ຄົນ.
ສ່ວນການປະຕິການປ້ອງກັນພຍາດດັ່ງກ່າວ ທາງການກໍພຍາຍາມໂຄສະນາ ປະຊາສຳພັນ ແລະໃຫ້ປະຊາຊົນມີສ່ວນຮ່ວມ ໃນການປະຕິບັດ ຕາມຫລັກການ 5 ປ ຂອງກະຊວງສາທາຣະນະສຸຂ ວາງອອກ. ດັ່ງເຈົ້າໜ້າທີ່ແພດເມືອງໄດ້ ໃຫ້ຄວາມເຫັນວ່າ ມັນກະເປັນເຣື່ອງຍາກ ຖ້າລໍຖ້າແຕ່ແພດມານຳພາເຮັດ.
ໃນຂນະທີ ທ່ານໝໍ ກໍໄດ້ຢໍ້າເຕືອນວ່າ ການປີ່ນປົວຄົນເຈັບ ເປັນສີ່ງທີ່ສຳຄັນ ເນື່ອງຈາກວ່າອາການຂອງໄຂ້ຍຸງລາຍ ນີ້ມັນຄ້າຍຄືໄຂ້ຫວັດ ດັ່ງທ່ານໝໍ ທີ່ຮັບຜິດຊອບວຽກງານ ປີ່ນປົວເພິ່ນກໍໄດ້ໃຫ້ຄຳເຫັນ ວ່າຖ້າຄົນໄຂ້ມາເຖິງຕ້ອງກວດ ໃຫ້ຣະອຽດເຖິງວ່າ ຈະບໍ່ສະແດງອາການ ອອກຫຼາຍປານໃດ ກໍຕ້ອງໄດ້ກວດເພື່ອເກັບກໍາ ສະຖິຕິຄົນເຈັບ.
ການຣະບາດຂອງພຍາດໄຂ້ຍຸງລາຍ ໃນປີ 2020 ນີ້ເປັນການຣະບາດຕໍ່ເນື່ອງມາຕັ້ງແຕ່ປີກາຍ. ສະເພາະປີ 2019 ຜ່ານມາມີຜູ້ຕິດເຊື້ອ ທັງໝົດ 39,911 ຄົນ ເສັຽຊີວິດເຖິງ 76 ຄົນ. ສ່ວນໃນປີ 2018 ລາວ ມີຜູ້ຕິດເຊື້ອພຍາດໄຂ້ຍຸງລາຍ 6 ພັນ ກໍຣະນີເສັຽຊີວິດ 19 ຄົນ ໃນປີນີ້ອັດຕະປື ມີອັດຕຣາຕິດເຊື້ອຫລາຍກວ່າໝູ່ ຮອງລົງມາ ນະຄອນຫລວງວຽງຈັນ. ຕາມການຣາຍງານ ຕໍ່ກໍຣະນີການເສັຍຊີວິດນັ້ນ ຍ້ອນອາການດັ່ງກ່າວ ຄືກັນກັບໄຂ້ຫວັດ.
ແນວໃດກໍ່ຕາມການແຜ່ນຣະບາດ ຂອງພຍາດໄຂ້ຍຸງລາຍໃນລາວ ໃນແຕ່ລະປີຈະມີສະຖິຕິ ເພີ່ມຂຶ້ນ. ສະເພາະປີ 2020 ນີ້ຫາກໍເຣີ້ມຕົ້ນ ຄາດກັນວ່າການຣະບາດຍັງຄົງ ຈະຂຍາຍອອກໄປ. ເພາະຕອນນີ້ ລາວ ກຳລັງກ້າວເຂົ້າສູ່ຣະດູຝົນ ຖ້າສົມທຽບສະຖິຕິ ແຕ່ລະປີໄລຍະນີ້ ຮອດທ້າຍປີ ຈະມີການຣະບາດຂອງພຍາດໄຂ້ຍຸງ ເພີ່ມຂຶ້ນເລື້ອຍໆ.
ກ່ອນໜ້ານີ້ອົງການອານາມັຍໂລກ ປະຈຳລາວ ກໍໄດ້ອອກມາເຕືອນວ່າ ປີນີ້ກໍເປັນປີນຶ່ງ ທີ່ຈະມີການຣະບາດ ຂອງພຍາດໄຂ້ຍຸງລາຍຫຼາຍ ຄືກັບສອງປີທີ່ຜ່ານມາ. ເພາະວ່າສະພາບແວດລ້ອມ ມີການປ່ຽນແປງ ໂດຍສະເພາະແມ່ນເຂດຊຸມຊົນ ເຊັ່ນຕາມໂຕເມືອງໃຫຍ່ ທີ່ມີການ ຂຍາຍເມືອງ ຍິ່ງຈະເຮັດໃຫ້ການແຜ່ຣະບາດ ຂອງພຍາດໄຂ້ຍຸງລາຍ ເພີ່ມຂຶ້ນ. ພ້ອມກັນນີ້ອາກາດປະເທດລາວ ກໍ່ເປັນອາກາດຮ້ອນຊື້ນ ເຊິ່ງເປັນປັດຈັຍໃຫ້ຍຸງລາຍຂຍາຍພັນ ແລະ ອາດຈະກາຍພັນ ໃນການປັບສະພາບ ໃຫ້ຢູ່ກັບສີ່ງແວດລ້ອມ.