ນັກໂທດ 40 ຄົນ ຕິດໂຄວິດ-19 ໃນຄ້າຍຄຸມຂັງ

ຈຳປາທອງ
2021.10.06
ນັກໂທດ 40 ຄົນ ຕິດໂຄວິດ-19 ໃນຄ້າຍຄຸມຂັງ ຄົນລາວຕິດໂຄວິດ-19 ເພີ່ມອີກ, ຂນະທີ່ ປະເທດຍັງຢູ່ໃນການ ລ໊ອກດາວ
RFA

ທາງການລາວ ກວດພົບນັກໂທດ 40 ຄົນ ຕິດເຊື້ອ ໂຄວິດ-19 ຢູ່ ຄ້າຍຄຸມຂັງ ນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນມື້ ວັນທີ 5 ຕຸລາ ນີ້ ຍ້ອນເຈົ້າໜ້າທີ່ ຕໍາຣວດ ທີ່ຈັບພວກຄ້າຢາ ເສບຕິດໄດ້ ແລ້ວເອົາໄປຂັງໄວ້ ໃນຫ້ອງດຽວກັນ ກັບນັກໂທດ ຢາເສບຕິດຄົນ ອື່ນໆ. ກ່ອນໜ້ານັ້ນ ພວກເຂົາເຈົ້າກໍໄດ້ຖືກນໍາຕົວໄປ ກວດຫາເຊື້ອ ໂຄວິດ-19 ແຕ່ບໍ່ພົບວ່າຕິດເຊື້ອ. ນັກໂທດທີ່ຕິດເຊື້ອ ໄດ້ຖືກແຍກຕົວ ໄປປິ່ນປົວຢູ່ພາຍໃນ ຄ້າຍຄຸມຂັງ ແລະພວກທີ່ ໄດ້ສັມຜດໃກ້ຊິດ ກັບນັກໂທດ ທີ່ຕິດເຊື້ອ ກໍໄດ້ຖືກແຍກໄປຢູ່ຫ້ອງຂັງໃໝ່ ເພື່ອຕິດຕາມອາ ການ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 6 ຕຸລາ ນີ້ວ່າ:
ເຂົາເຈົ້າຈັບ ຂາຍຢາເສບຕິດຫັ້ນ ແລ້ວຜູ້ຂາຍ ຢາເສບຕິດຫັ້ນ ຕິດບາດນີ້ ແຕ່ວ່າເວລາ ກວດມັນບໍ່ມີ ແຍກແລ້ວ ຜູ້ໃດໄປ ສອບສວນຫັ້ນ ໄປສັມຜັດ ເຂົາເຈົ້າຍັງກັກກັນຢູ່ນີ້ ເຂົາເຈົ້າກໍບໍ່ໃຫ້ຢ້ຽແລ້ວບາດນີ້ນ່າ.

ແລະໃນມື້ດຽວກັນນີ້ ຢູ່ແຂວງສວັນນະເຂດ ທີ່ຄ້າຍທະຫານ 619 ກໍມີທະຫານ ຕິດໂຄວິດ-19 12 ຄົນ ແລະ ຢູ່ຄ້າຍ 644 ທະຫານກໍ ຕິດເຊື້ອອີກ ຈໍານວນນຶ່ງ ຊຶ່ງຄາດວ່າ ອາຈເກີດຈາກ ທະຫານຈໍານວນນຶ່ງຕິດເຊື້ອ ແບບບໍ່ມີອາການ ມາຈາກຂ້າງນອກ, ແຕ່ກໍຍັງ ຄວບຄຸມການ ຕິດເຊື້ອນັ້ນໄດ້ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດ ທ່ານນຶ່ງກ່າວໃນ ມື້ດຽວກັນນີ້ວ່າ:
ທີ່ຕິດ ຈໍານວນໜ້ອຍ ບາງເທື່ອ ອາດຕິດ ຈາກຄອບຄົວ ພາຍນອກ ຊີ້ນ່າ ເພາະວ່າມັນຕິດແລ້ວ ມັນຕິດໄວເນາະ ເພິ່ນເອົາອອກ ມາປົວຢູ່ໂຮງໝໍ ສນາມ ສັມຜັດໃກ້ສິດ ແມ່ນໃຫ້ຈໍາກັດ ບໍຣິເວນ ໄປແລ້ວ.

ເວົ້າເຖິງ ເຣື່ອງການສັກ ວັກຊິນ ປ້ອງກັນ ໂຄວິດ-19 ໃນປັດຈຸບັນ ທາງການລາວ ໄດ້ແຈ້ງໄປທົ່ວປະເທດ ໃຫ້ເດັກນ້ອຍ ອາຍຸ 17 ປີ ຂຶ້ນໄປ ສາມາດ ສັກວັກຊິນ ຍີ່ຫໍ້ ຊີໂນຟາມ (Sinopharm) ໄດ້ແລ້ວ, ເປັນເຣື່ອງທີ່ຈໍາເປັນ, ຖ້າຫາກມີການ ເປີດຮຽນ ກໍມີຄວາມສ່ຽງ ໜ້ອຍທີ່ຈະຕິດເຊື້ອໂຄວິດ-19. ຢູ່ນະຄອນຫຼວງວຽງຈັນ ໄດ້ເຣິ່ມສັກແລ້ວ ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 6 ຕຸລາ ນີ້ວ່າ:
ຫາກວ່າເຣິ່ມສັກ ດຽວນີ້ເຮົາສັກແຕ່ຊີໂນຟາມ ສັກແຕ່ອາຍຸ 17 ປີຂຶ້ນໄປ ຈົບມ,ປາຍ 17 ປີລົງມາຍັງບໍ່ທັນໄດ້ສັກ ຈໍາເປັນຫັ້ນແຫລະ ເພິ່ນປະກາດທົ່ວປະເທດແລ້ວໃຫ້ເພິ່ນເບິ່ງນໍາສູນຂ່າວສານການແພະດຫັ້ນເດ໋ ຈະ ຣະບຸຈະແຈ້ງດີ.     ແລະວ່າ ການປະຊາສໍາພັນໃຫ້ພໍ່ແມ່ ແລະຜູ້ປົກຄອງເດັກນ້ອຍ ຮູ້ຂໍ້ມູນຕ່າງໆນັ້ນ ທາງກະຊວງສາທາຣະນະສຸຂ ໄດ້ຖແລງຂ່າວໄປແລ້ວ.

ໃນຂະນະດຽວກັນ ປະຊາຊົນ ຢູ່ ນະຄອນຫຼວງວຽງຈັນ ຜູ້ນຶ່ງກໍເວົ້າວ່າ ເວົ້າເຣື່ອງການ ສັກວັກຊິນນີ້ ສ່ວນຕົວ ແລ້ວກໍຢ້ານຢູ່ ຍັງບໍ່ໝັ້ນໃຈ ຢ້ານມີຜົລ ຂ້າງຄຽງ, ຍັງບໍ່ກ້າ ໃຫ້ລູກຫຼານ ໄປສັກວັກຊິນ ປ້ອງກັນໂຄວິດ-19 ເທື່ອ, ແຕ່ຖ້າແພດ ເພິ່ນເວົ້າວ່າ ສັກໄດ້ ກໍສັກ:
ຄັນວ່າ ຫາກວ່າ ວັກຊິນ ມັນບໍ່ແຮງຫັ້ນນ່າ ກໍຢາກໃຫ້ ຮັບວັກຊິນ ຄວາມຄຶດກໍ ຢາກຢ້ານຢູ່ແຫຼະ ຄັນແພດບອກ ວ່າສັກໄດ້ ກໍອີງຕາມແພດໝໍ ຫັ້ນແຫຼະ ເພິ່ນກໍຈະວິຈັຍມາແລ້ວ ຈຶ່ງສັກໄດ້ ອາຍຸ 17 ປີຂຶ້ນເມືອ.

ສໍາລັບຢູ່ ແຂວງສວັນນະເຂດ ທາງການ ຍັງບໍ່ທັນໄດ້ ສັກວັກຊິນ ທີ່ວ່ານັ້ນໃຫ້ ເດັກນ້ອຍ ນັກຮຽນອາຍຸລຸ່ມ 18 ປີ ລົງມາເທື່ອ ຍ້ອນມີວັກຊິນ ບໍ່ພຽງພໍ, ຍັງລໍຖ້າ ວັກຊິນ ມາເຖິງກ່ອນ. ກະຊວງສາທາຣະນະສຸຂ ຢືນຢັນມາແລ້ວວ່າ ວັກຊິນທີ່ວ່ານັ້ນ ບໍ່ເປັນອັນຕຣາຽ, ບໍ່ກະທົບໃສ່ສມອງ ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ:
ລຸ່ມ 18 ປີລົງມາ ຍັງບໍ່ທັນໄດ້ສັກ ຢາຫຍັງກໍບໍ່ທັນໄດ້ສັກ ມັນບໍ່ມີວັກຊິນໂຕນີ້ມາ ມາແລ້ວກໍ ຕ້ອງໄດ້ສັກ ໃນບົດຮຽນ ບໍ່ມີກະທົບໄປທາງດ້ານສມອງ ບໍ່ມີ.    

ແລະຊາວບ້ານຢູ່ ແຂວງສວັນນະເຂດ ຜູ້ນຶ່ງກໍເວົ້າວ່າ ຢູ່ແຂວງນີ້ ຍັງບໍ່ທັນມີການ ສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍ ນັກຮຽນອາຍຸ 17 ປີ ເພາະທາງເຈົ້າໜ້າທີ່ ບອກວ່າ ວັກຊິນຍັງມີ ບໍ່ພຽງພໍ ແລະວ່າ ຫາກມີການ ເຣິ່ມສັກວັກຊິນນັ້ນແລ້ວ ຕົນກໍພ້ອມທີ່ຈະ ໃຫ້ລູກຫຼານໄປສັກ ເພື່ອໃຫ້ມີພູມຕ້ານທານປ້ອງກັນໄວ້:
ອາຍຸ 17 ປີ ເພິ່ນຍັງ ບໍ່ທັນສັກໄດ໋ ເພິ່ນວ່າ ຢາບໍ່ພຽງພໍ ມັນກະຊິມີພູມ ແນວປ້ອງກັນ ມີພູມຕ້ານທານ.       

ເວົ້າເຖິງການ ລະບາດຂອງ ໂຄວິດ-19, ຈາກຜົລຂອງການ ກວດວິເຄາະຫາ ເຊື້ອໂຄວິດ-19,  4,874 ຄົນ ໃນມື້ ວັນທີ 5 ຕຸລາ 2021 ນີ້ ທາງການລາວ ກວດພົບ ຜູ້ຕິດເຊື້ອ ໂຄວິດ-19  ໃໝ່ຕື່ມອີກ 484 ຄົນ. ໃນນັ້ນ ຕິດເຊື້ອໃນຊຸມຊົນ 468 ຄົນ ແລະ ນໍາເຂົ້າ 16 ຄົນ ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າ ກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າ ຄນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ ວັນທີ 6 ຕຸລານີ້ວ່າ:
ໄດ້ເກັບໂຕຢ່າງ ມາກວດຫາເຊື້ອ ໂຄວິດ-19 ທັງໝົດ 4,874 ໂຕຢ່າງ, ກວດພົບ ຜູ້ຕິດເຊື້ອໃໝ່ ມື້ນີ້ກໍແມ່ນ 484 ຄົນ ຕິດເຊື້ອ ຢູ່ໃນຊຸມຊົນແມ່ນ 463 ຄົນ ແລະ ຕິດເຊື້ອການນໍາເຂົ້າ 16 ຄົນ.

ອີງຕາມການ ຣາຍງານຂອງ ຄນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ ວັນທີ 6 ຕຸລາ ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອ ໂຄວິດ-19 ທັງໝົດ 611,809 ຄົນ, ມີຜູ້ຕິດເຊື້ຶອສະສົມ 26,462 ຄົນ, ກໍາລັງປິ່ນປົວ 6,558 ຄົນ, ເສັຍຊີວິດ 23 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.