2 ຄົນ ເສັຽຊີວິດ, 155 ຄົນ ຕິດເຊື້ອຕື່ມອີກ

ສິດ​ນີ
2021.08.30
2 ຄົນ ເສັຽຊີວິດ, 155 ຄົນ ຕິດເຊື້ອຕື່ມອີກ ຊາວລາວ ຫຼັ່ງໄຫຼ ໄປສັກວັກຊີນ ໃນຂະນະທີ່ ການຣະບາດ ເຊື້ອໂຄວິດ-19 ຍັງສືບຕໍ່
Photo: RFA

ທາງການລາວ ກວດພົບ ຜູ້ຕິດເຊື້ອ ເພີ່ມອີກ 155 ຄົນ ໃນນັ້ນ ຕິດໃນຊຸມຊົນ 15 ຄົນ ສ່ວນເຫຼືອ ແມ່ນຳເຂົ້າ ຈາກຜົລການວິເຄາະ ຫາເຊື້ອ ທັງໝົດ 2,212 ໂຕຢ່າງ ຂອງວັນທີ 29 ສິງຫາ ຜ່ານມາ ແລະ ມີຜູ້ເສັຽຊີວິດ ເພີ່ີມອີກ 2 ຄົນ ດັ່ງດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສະສຸຂ ຕາງໜ້າ ຄະນະສະເພາະກິຈ ປ້ອງກັນ ໂຄວິດ-19 ກ່າວໃນ ພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 30 ສິງຫານີ້ວ່າ:

“29 ສິງຫາ 2021 ໄດ້ກວດວິເຄາະ ທັງໝົດ 2,212 ຄົນໃນນັ້ນ ກວດພົບ ຜູ້ຕິດເຊື້ອ ໃໝ່ທັງໝົດ 155 ຄົນ ຊຶ່ງຕິດ ໃນຊຸມຊົນ ສູງເຖິງ 15 ຄົນ ມື້ນີ້ ພວກເຮົາ ມີໂຕເລກ ຕິດເຊື້ອສະສົມ ທັງໝົດ 14,816 ຄົນ.”

ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ນີ້ ແມ່ນກວດພົບ ຢູ່ນະຄອນຫຼວງ ວຽງຈັນ 5 ຄົນ ເປັນການນຳເຂົ້າ, ຈຳປາສັກ 53 ຄົນນຳເຂົ້າ, ສາຣະວັນ 48 ຄົນໃນນັ້ນ ນຶ່ງຄົນ ຕິດໃນຊຸມຊົນ, ສວັນນະເຂດ 19 ຄົນ ໃນນັ້ນ 9 ຄົນຕິດໃນຊຸມຊົນ, ຄຳມ່ວນ 14 ຄົນ ນຳເຂົ້າ, ບໍ່ແກ້ວ 3 ຄົນ ຕິດໃນຊຸມຊົນ ແລະ ຫຼວງພຣະບາງ 1 ຄົນ ນຳເຂົ້າ.

ສ່ວນກໍຣະນີ ຜູ້ທີ່ເສັຽຊີິວິດ 2 ຄົນ ໃນມື້ວັນທີ 29 ສິງຫານີ້ ຈາກແຂວງສວັນນະເຂດ ອັນປະກອບດ້ວຍ ຜູ້ທີ 1 ແມ່ນ ເພດຊາຍ ອາຍຸ 33 ປີ ຢູ່ບ້ານຕາກແດດ ເມືອງໄຊພູທອງ ເປັນນັກໂທດ ຢູ່ຄ້າຍຄຸມຂັງ ປະຈຳແຂວງ ແລະ ຜູ້ທີສອງ ແມ່ນແມ່ຍິງ ອາຍຸ 74 ປີ ຢູ່ບ້ານ ລັດຕະນະລັງສີໃຕ້ ນະຄອນ ໄກສອນພົມວິຫານ ຜູ້ກ່ຽວ ມີຄວາມດັນເລືອດສູຸງ.

ສະພາບໂຄວິດ-19 ໂດຍທົ່ວໄປ ໃນແຂວງສວັນນະເຂດ ປັດຈຸບັນ ຍັງຖືວ່າ ໜ້າກັງວົນຫຼາຍ ຍ້ອນມີ ການຣະບາດ ໃນຊຸມຊົນ ເພີ່ມຂຶ້ນ ເຮັດໃຫ້ ການປ້ອງກັນ ຄວບຄຸມຍາກ ຍ້ອນເຈົ້າໜ້າທີ່ ມີນ້ອຍ ແລະ ເຈົ້າໜ້າທີ່ ບາງຄົນ ກໍຕິດເຊື້ອ ຕ້ອງໄດ້ໄປ ກັກໂຕເອງ 14 ມື້ ທາງການແຂວງ ກໍໄດ້ໃຫ້ ອຳນາດ ການປົກຄອງບ້ານ ເຂັ້ມງວດ ກວດກາ ການໄປ-ມາ ຂອງປະຊາຊົນ ຖ້າເກີດອາການ ຕ້ອງມີ ການກັກໂຕ ແລະ ເຝົ້່າລະວັງ. ດັ່ງເຈົ້າໜ້າທີ່ ແຂວງສວັນນະເຂດ ທ່່ານນຶ່ງ ກ່າວວ່າ:

“ດຽວນີ້ ຕິດນຳ ແຮງງານ ເຣີ່ມຫລຸດລົງ ແຕ່ວ່າ ມັນກະຈ່າຍ ໄປຫາຊຸມຊົນ ເຣີມຈາກ ເຈົ້າໜ້າທີ່ ເຣີ່ມຈາກ ອ້າຍນ້ອງ ພະນັກງານ ທີ່ເຮັດວຽກ ຕິດພັນກັບ ການນຳເຂົ້າ ການກັກຂັງ ແຮງງານ ນີ້ແຫລະ ໃນສອງມື້ແລ້ວ ຖືວ່າ ມັນບໍ່ມີໂຕເລກ ແຕ່ວ່າ ມັນເຣີ່ມ ຄວບຄຸມ ໄດ້ແລ້ວ ຄວາມຈິງ ມັນແມ່ນ ແນວໃດແທ້ ຍັງບໍ່ທັນມີ ຂໍ້ມູນ ລະອຽດເທື່ອ.”

ທ່ານກ່າວຕື່ມວ່າ ສ່ວນສພາບການ ແຜ່ລາມ ຂອງໂຄວິດ-19 ຢູ່ ຄຸກຫຼັກ 6 ນະຄອນ ໄກສອນ ພົມວິຫານນັ້ນ ມາຮອດ ປັດຈຸບັນ ກວດບໍ່ພົບ ຜູ້ຕິດເຊື້ອອີກ ເປັນເວລາ ສອງມື້ແລ້ວ ແຕ່ຍັງໄດ້ ເຝົ້າລະວັງ ຢ່າງໃກ້ຊິດ, ຂນະທີ່ ເຫດນັກໂທດ ໂຕນໜີ ຈາກຄຸກ ໃນກາງຄືນ ຂອງວັນທີິ 29 ສິງຫາ ຈຳນວນ 20 ຄົນ ຍ້ອນຢ້ານຕິດ ໂຄວິດ-19 ນັ້ນ ຖືກຈັບໄດ້ ຄືນໝົດແລ້ວ ໃນຂນະທີ່ ຊາວບ້ານ ຜູ້ທີ່ຢູ່ ໃກ້ຄຸກ ດັ່ງກ່າວ ກໍເວົ້າວ່າ ມີຄວາມຢ້ານກົວຫຼາຍ ຢາກໃຫ້ ທາງການ ເຂັ້ມງວດ ໃນບັນຫາ ດັ່ງກ່າວ ດ່ັງທ່ານ ເວົ້າວ່າ:

“ເມື່ອຄືນນີ້ ເຮົາໄດ້ ຍິນສຽງປືນ ຕອນ 1 ໂມງ ເຮົາກະບໍ່ຮູ້ວ່າ ມັນແມ່ນຫຍັງ ບໍ່ໄດ້ຖາມ ຂະເຈົ້າ ປົກກະຕິ ຂະແນມ ບໍ່ມີຄົນໂຕນ ເຂົາຈະບໍ່ຍິງປືນ ເຂົາຢ້ານຕາຍ ໂຄວິດ ບໍ່ຈັກເຂົາ ຈຶ່ງໜີ ຕື່ນມື້ຄືນນີ້ ຫາກບໍ່ກ້າ ອອກມາຢາມໃດ ເພາະວ່າ ຢູ່ບ້ານຂ້ອຍ ເຂົາກະປິດ.”

ນອກຈາກນີ້ ອຳນາດການປົກຄອງ ເມືອງລະຄອນເພັງ ແຂວງສວັນນະເຂດ ກໍໄດ້ປະກາດ ລ໌ອກດາວ ເມືອງລະຄອນເພັງ ລະຫວ່່າງ ວັນທີ 18 ສິງຫາ ໄປຮອດ ວັນທີ 11 ກັນຍາ ຍ້ອຍພົບ ການຕິດເຊື້່ອ ໃນຊຸມຊົນ ເພີ່ມຂຶ້ນ ແລະ ມີເຈົ້າໜ້າທີ່ ປກສ ຕິດເຊື້ອ ໂຄວິດ-19 ຈຳນວນນຶ່ງ ແລະ ສັມພັດໃກ້ຊິດ ຢ່າງນ້ອຍ 40 ຄົນ. ດັ່ງຊາວບ້ານ ທ່ານນຶ່ງເວົ້າວ່າ:

“ເອີ… ຄົນຕິດໂຄວິດ ເຂົາປິດໝົດ ບໍ່ໄດ້ໄປໃສ ເຂົາ ຢູ່ອີກໝູ່ບ້ານນຶ່ງ ຫັ້ນນ່າ 10 ກິໂລນີ້ແຫລະ ແຕ່ວ່າ ຢູ່ແຕ່ເຮືອນ ເຂົາບໍ່ໃຫ້ ອອກໄປ ກະລຳບາກ ແຮ່ງເຄັ່ງຄັດ ກວ່າເກົ່າ ໄປໃສ ກະບໍ່ໄດ້ ໄປຕລາດ ເຂົາກະບໍ່ໃຫ້ອອກ ຈາກບ້ານ.”

ເຈົ້າໜ້າທີ່ ເມືອງລະຄອນເພັງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຈຳເປັນ ຕ້ອງປະກາດ ການປິດບ້ານ-ປິດເມືອງ ເພື່ອຫລຸດຜ່ອນ ຄວາມສ່ຽງ ການຕິດເຊື້ອ ເພີ່ມຂຶ້ນ ໃນຊຸມຊົນ ເນື່ອງຈາກ ພົບຫຼາຍຄົນ ຕິດເຊື້ອ.

“ກະໜັກເຕີບຢູ່ ກະມີແຕ່ ແຮງງານ ເຂົ້າມາກວດຄືນຫັ້ນ ຫຼາຍເຕີບໃດ ແລ້ວມັນ ກະມີຊຸມຊົນ ອີກຜູ້ນຶ່ງ ກໍເພິ່ນ ຊີ່ໃຫ້ ລ໊ອກດາວ ມັນມີສ່ວນພົວພັນ ຫຼາຍບ່ອນແນ່ ຜູ້ທີ່ເປັນ ພູມລຳເນົາ ຢູ່ເມືອງລະຄອນເພັງ ກະໄດ້ ກັກໂຕກ່ອນ ກັກບໍຣິເວນ ກວດເຊື້ອກອ່ນ.”

ມາຮອດ ປັດຈຸບັນ ວັນທີ 30 ສີງຫາປີ 2021 ຄະນະ ສະເພາະກິຈ ປ້ອງກັນ ໂຄວິດ-19 ໄດ້ຣາຍງານວ່າ ປະເທດລາວ ມີຜູ້ຕິດເຊື້ອ ໂຄວິດ-19 ສະສົມ 14,816 ຄົນ ປີ່ນປົວເຊົາແລ້ວ 9,762 ຄົນ ກຳລັງ ປີ່ນປົວຢູ່ 5,040 ຄົນ ແລະ ເສັຽຊີວິດ 14 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.