ເຄມີທີ່ຕ້ອງຫ້າມຍັງມີໃຊ້ ຢູ່ລາວ

ອຸ່ນແກ້ວ ສຸກສະຫວັນ
2016.04.20
F-Chemical ຕົວຢ່າງຂອງຢາຂ້າສັດຕູພືດ ທີ່ນໍາເຂົ້າມາໃຊ້ຢູ່ລາວ ທີ່ປາສຈາກເຄື່ອງໝາຍແນະນໍາໃຊ້ ເປັນພາສາລາວ ຫຼື ພາສາອັງກິດ ມີແຕ່ພາສາຈີນລ້ວນໆ ແລ້ວການນໍາໃຊ້ ກໍຈະຜິດພາດໄດ້.
RFA/VD

ເມືອງໜອງແຮດ ແຂວງ ຊຽງຂວາງ ເລີ້ມຫ້າມ ປະຊາຊົນ ນໍາໃຊ້ ສານເຄມີ ປະເພດ ຮາມມອກໂຊນ ຫລື Paraquat ໃນ ການກະເສດ ແລ້ວ ແຕ່ຍັງຂາດ ມາດຕະການ ຢ່າງຈິງຈັງ ຈຶ່ງ ເຮັດໃຫ້ ປະຊາຊົນ ຍັງລັກລອບ ນໍາເຂົ້າ ສານເຄມີ ຊນິດນີ້ ຈາກ ຈີນ ແລະ ໄທ ເພື່ອໃຊ້ ກັບພືດ ຂອງ ເຂົາເຈົ້າ. ດັ່ງ ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ເມືອງໜອງແຮດ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 19 ເມສາ ນີ້ວ່າ:

"ວ່າເລື້ອງ ການຢຸດເຊົາໃຊ້ ຫັ້ນນະ ກໍເລີ້ມມາໄດ້ 2 ປີ ນີ້ແຫຼະ ເພິ່ນ ກະມີເນາະ ມີແຈ້ງການ ມີຄໍາສັ່ງ ແນະນໍາຢູ່ ໃຫ້ ບັນດາ ກະສິກັມ ເປັນຜູ້ຄຸ້ມຄອງ ແຕ່ວ່າ ຍັງບໍ່ທັນເຮັດ ເດັດຂາດ ແທ້ນະ ແຕ່ວ່າ ຍັງມີການ ນໍາຣາມມອກໂຊນ ເຂົ້າມາ ໄດ້ຢູ່ຫັ້ນນະ".

ທາງດ້ານ ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ເມືອງໜອງແຮດ ເປີດເຜີຍວ່າ ການໃຊ້ ສານເຄມີ ທີ່ເປັນ ອັນຕະລາຍ ຈະຕ້ອງ ຜ່ານ ການ ກວດກາ ຈາກ ກະສິກັມ ແລະ ປ່າໄມ້ ຂັ້ນແຂວງ ແລະ ຂັ້ນເມືອງ. ປັດຈຸບັນ ຄວາມອຸດົມ ສົມບູນ ຂອງດິນ ຢູ່ແຂວງ ຊຽງຂວາງ ລົດລົງ ຫລັງຈາກ ທີ່ ມີການວິຈັຍ ຍ້ອນວ່າ ມີການໃຊ້ ສານເຄມີ ປະເພດ ຣາມມອກໂຊນ ຫຼາຍ ໃນນາເຂົ້າ ແລະ ໄຮ່ເຂົ້າໂພດ. ອີງຕາມ ຂໍ້ມູນ ຈາກ ເຈົ້າໜ້າທີ່ ກະສິກັມ. ບັນຫາ ທີ່ສໍາຄັນ ກໍຄື ມັນສົ່ງ ຜົນກະທົບ ຕໍ່ ສຸຂພາບ ຂອງຄົນ, ດັ່ງ ເຈົ້າໜ້າທີ່ ກະສິກັມ ປະຈໍາເມືອງ ໄດ້ສະແດງ ຄວາມເປັນຫ່ວງ ວ່າ:

"ດຽວນີ້ ຜ່ານມານີ້ນິ ມັນຈະເກີດ ແບບວ່າ ວິນວຽນນະ ແລ້ວດຽວນີ້ນິ ເກີດຈໍານວນນຶ່ງ ກໍ ແມ່ນມະເຮັງ ນີ້ແຫຼະ ໂຣຄມະເຮັງນີ້ ດຽວນີ້ ຮູ້ສຶກວ່າ ເກີດຂຶ້ນຫຼາຍນິ ອາດຈະມາຈາກ ການນໍາໃຊ້ ສານເຄມີ ແຫຼະ".

ການໃຊ້ ສານເຄມີ ໃນ ການກະເສດ ຢູ່ເມືອງໜອງແຮດ ເລີ້ມມາແຕ່ ປີ 2008-09 ຫລັງຈາກ ມີໂຄງການ ຕ່າງປະເທດ ມາອົບຮົມ ເຣື້ອງນິເວດ ກະສິກັມ ໂດຍ ໃຫ້ໃຊ້ຢາ ຂ້າແມງໄມ້ ແທນ ການຈູດແລະເຜົາ ແຕ່ ຫລັງຈາກນັ້ນ ກໍພົບວ່າ ສານເຄມີ ບາງຊນິດ ເປັນ ອັນຕະລາຍ ຕໍ່ສຸຂພາບ ຂອງຄົນ. ສະນັ້ນ ທາງການ ຈຶ່ງແນະນໍາ ໃຫ້ ປະຊາຊົນ ຢຸດໃຊ້ ແຕ່ ບໍ່ສາມາດ ປະຕິບັດໄດ້ ຍ້ອນວ່າ ປະຊາຊົນ ມີຄວາມຊິນເຄີຍ ແລ້ວ.

ຣາມມອກໂຊນ ເປັນ ສານເຄມີ ທີ່ເປັນ ອັນຕະລາຍ ຕໍ່ສັດ ທີ່ລ້ຽງລູກ ດ້ວຍນົມ ຮວມທັງຄົນ. ຖ້າ ຮ່າງກາຍ ໄດ້ຮັບ ສານພິດ ຊນິດນີ້ ຈະອາຈຽນ, ເຈັບທ້ອງ ແລະ ສົ່ງຜົນຕໍ່ປອດ. ແລະ ນອກຈາກນີ້ ສະຫະພາບ ຢູ່ໂຣບ ເລີກນໍາໃຊ້ ຣາມມອກໂຊນ ນັບຕັ້ງແຕ່ ປີ 2007 ແລະ ຢູ່ ປະເທດ ສະຫະຣັຖ ຜູ້ທີ່ໃຊ້ ສານເຄມີ ຮາມມອກໂຊນ ຈະຕ້ອງໄດ້ ຮັບ ອະນຸຍາດ ຈາກ ທາງການ ກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.